ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະມາຊິກສະພາ ລັດຄາລີຟໍເນຍ ຈະລົງຄະແນນສຽງ ຮັບຜ່ານ ຮ່າງກົດໝາຍ ແນັດ ນິວທຣາລີຕີ


ສະມາຊິກສະພາສູງຂອງລັດ ທ່ານ ສກັອດ ວີນເນີ ສັງກັດພັກເດໂມແຄຣັດ ຈາກນະຄອນ ແຊນ ແຟຣນສິດໂກ, ຊ້າຍ, ຮັບການສັນລະເສີນ ຈາກສະມາຊິກສະພາລັດ ທ່ານ ຣອບ ບອນຕາ, ສັງກັດພັກເດໂມແຄຣັດ ຈາກນະຄອນ ອາລາມີດາ, ກາງ, ແລະ ສະມາຊິກສະພາສູງຂອງລັດ ທ່ານ ເຄວິນ ເດີ ລີອອນ ສັງກັດພັກເດໂມແຄຣັດ ຈາກນະຄອນ ລອສ ແອນເຈີເລສ ຂວາ.
ສະມາຊິກສະພາສູງຂອງລັດ ທ່ານ ສກັອດ ວີນເນີ ສັງກັດພັກເດໂມແຄຣັດ ຈາກນະຄອນ ແຊນ ແຟຣນສິດໂກ, ຊ້າຍ, ຮັບການສັນລະເສີນ ຈາກສະມາຊິກສະພາລັດ ທ່ານ ຣອບ ບອນຕາ, ສັງກັດພັກເດໂມແຄຣັດ ຈາກນະຄອນ ອາລາມີດາ, ກາງ, ແລະ ສະມາຊິກສະພາສູງຂອງລັດ ທ່ານ ເຄວິນ ເດີ ລີອອນ ສັງກັດພັກເດໂມແຄຣັດ ຈາກນະຄອນ ລອສ ແອນເຈີເລສ ຂວາ.

ບັນດາສະມາຊິກສະພາ ຂອງລັດຄາລີຟໍເນຍ ໄດ້ພາກັນລົງຄະແນນສຽງ ເພື່ອເຮັດໃຫ້
ຮ່າງກົດໝາຍ ທີ່ເອີ້ນວ່າ ແນັດ ນິວທຣາລີຕີ ທີ່ເຮັດໃຫ້ອິນເຕີເນັດເປີດກວ້າງ ແລະ ເສລີ
ກາຍເປັນກົດໝາຍຂອງລັດ ເຊິ່ງເປັນລັດຫຼ້າສຸດ ຈາກຫຼາຍໆລັດທີ່ໄດ້ຮັບຮອງເອົາ ມາດ
ຕະການດັ່ງກ່າວນີ້.

ການເຄື່ອນໄຫວໂດຍບັນດາສະມາຊິກສະພາຂອງລັດ ແມ່ນເປັນການປະຕິເສດຕໍ່ການ
ຍົກເລີກ ກົດລະບຽບ ແນັດ ນິວທຣາລີຕີ ແຫ່ງຊາດ ຂອງຄະນະລັດຖະບານທ່ານທຣຳ
ເຊິ່ງບໍ່ອະນຸຍາດໃຫ້ພວກບໍລິສັດສະໜອງການບໍລິການດ້ານອິນເຕີເນັດ ທຳການຈຳ
ແນກ ໃນເວລາດຳເນີນງານກ່ຽວກັບການສັນຈອນຂອງອິນເຕີເນັດ.

ກົດໝາຍແນັດ ນິວທຣາລີຕີ ໄດ້ຖືກນຳມາໃຊ້ ຄັ້ງທຳອິດ ໃນປີ 2015 ໂດຍຄະນະລັດ
ຖະບານ ທ່ານໂອບາມາ. ໃນເວລາທີ່ ໄດ້ຖືກຍົກເລີກນັ້ນ ມັນໄດ້ເປີດປະຕູ ໃຫ້ແກ່ພວກ
ບໍລິສັດສະໜອງການບໍລິການດ້ານອິນເຕີເນັດ ສາມາດກີດກັ້ນ ການສົ່ງລາຍການເລື້ອງ
ຕ່າງໆ, ເຮັດໃຫ້ການສົ່ງຂໍ້ມູນຊ້າລົງ ແລະ ສ້າງ “ເສັ້ນທາງວ່ອງໄວ” ສຳລັບພວກລູກຄ້າ ຜູ້ທີ່ຈ່າຍຄ່າບໍລິການພິເສດ ຫຼື premium.

ຖ້າຫາກ ຜູ້ປົກຄອງຄາລີຟໍເນຍ ທ່ານ ເຈີຣີ ບຣາວນ໌ ລົງນາມໃນຮ່າງກົດໝາຍ ເນັດ
ນິວທຣາລີຕີ ໃຫ້ກາຍເປັນກົດໝາຍ ລັດນີ້ ອາດເປັນໄປໄດ້ວ່າ ຈະປະເຊີນກັບການຕໍ່ສູ້
ທາງດ້ານກົດໝາຍ ຈາກຄະນະກຳມາທິການຮັບຜິດຊອຍດ້ານການສື່ສານຂອງລັດຖະ
ບານກາງ ຫຼື FCC ເຊິ່ງໄດ້ປະກາດໄປແລ້ວ ວ່າ ລັດທັງຫຼາຍ ບໍ່ສາມາດຮັບຜ່ານ ກົດ
ລະບຽບ ເນັດ ນິວທຣາລີຕີ ຂອງຕົນເອງໄດ້.

ບັນດານັກວິເຄາະ ກ່າວວ່າ ລັດອື່ນໆ ແມ່ນກຳລັງຈັບຕາເບິ່ງ ລັດຄາລີຟໍເນຍ ຈະເຮັດ
ແນວໃດ ກັບບັນຫາດັ່ງກ່າວນີ້. ຖ້າລັດທີ່ເປັນທີ່ຕັ້ງຂອງ ຊີລີຄອນ ວາເລ ຮັບຜ່ານຮ່າງ
ກົດໝາຍໃໝ່ ໄດ້ ອັນນັ້ນ ອາດເປັນການຊຸກຍູ້ໃຫ້ລັດອື່ນ ເຮັດແບບດຽວກັນ ຫຼື ອາດ
ຊຸກຍູ້ໃຫ້ພວກນັກການເມືອງຂອງປະເທດ ມີປະຕິກິລິຍາປົກປ້ອງປະເທດຊາດ ຄືນໃໝ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG