ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມື​ປືນທີ່ຍິງ​​​ປືນ​ໃສ່​ຄົນ ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ ໃນ​ລັດ​ຄາ​ລິ​ເນຍ ເສຍ​ຊີ​ວິດ​ແລ້ວ


ຮູບເຮືອນ​ຂອງ​ຄອບ​ຄົວ​ຜູ້​ຍິງ​ປືນ ໃນ​ເມືອງ​ແຊນ​ຕາ ຄ​ລາ​ຣ​ິ​ຕາ, ລັດ​ຄາ​ລິ​ຟໍ​ເນຍ ຖ່າຍ​ໃນວັນ​ສຸກ​ ວັນທີ 15 ພະ​ຈິກ 2019.
ຮູບເຮືອນ​ຂອງ​ຄອບ​ຄົວ​ຜູ້​ຍິງ​ປືນ ໃນ​ເມືອງ​ແຊນ​ຕາ ຄ​ລາ​ຣ​ິ​ຕາ, ລັດ​ຄາ​ລິ​ຟໍ​ເນຍ ຖ່າຍ​ໃນວັນ​ສຸກ​ ວັນທີ 15 ພະ​ຈິກ 2019.

ຊາວ​ໜຸ່ມ​ຜູ້​ເປີດ​ສາກ​ຍິງ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມຂອງ​ລາວ ຢູ່ທາງ​ພາກ​ໃຕ້​ຂອງ​ລັດ​ຄາ​ລິ
​ຟໍ​ເນຍ​ອາ​ທິດ​ນີ້ ແລະ​ຫຼັງ​ຈາກ​ນັ້ນ​ກໍ​ໄດ້​ຫັນ​ເອົາ​ປືນ​ມາ​ຍິງ​ຕົນ​ເອງ ໄດ້​ເສ​ຍ​ຊີ​ວິດໄປ​ຍ້ອນ
​ບາດ​ເຈັບ​ໃນ​ວັນ​ສຸດ​ວານ​ນີ້.

ຕຳ​ຫຼວດ​ກ່າວ​ວ່າ ທ້າວ​ດາ​ນຽນ ເບີ​ຮາວ ອາ​ຍຸ 16 ປີ ໄດ້​ເສຍ​ຊີ​ວິດ​ຢູ່​ໂຮງ​ໝໍ ໃນ​ຕອນ​
ທ່ຽງວັນ​ສຸກວານ​ນີ້ ໂດຍ​ມີ​ແມ່​ຂອງ​ລາວ​ນັ່ງ​ຢູ່​ຄ​ຽງ​ຂ້າງ.

ທ້າວ​ເບີ​ໂຕ​ໄດ້​ຍິງ​ເພື່ອນ​ນັກ​ຮຽນ​ຂອງ​ລາວ​ຫ້າ​ຄົນ ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ຂອງ​ລາວ ໃນ
​ເມືອງ​ແຊ​ນ​ຕາ ຄ​ລາ​ຣິ​ຕາ ໃນ​ວັນ​ພະ​ຫັດ​ທີ່​ຜ່ານ​ມາດ້ວຍ​ອາ​ວຸດ​ປືນ​ສັ້ນ 45 ຄາ​ລີ​ເບີ
​ເຄິ່ງອັດ​ຕະ​ໂນ​ມັດ ສັງ​ຫານ​ເດັກ​ຍິງ 15 ປີ ແລະເດັກ​ຊາຍ ອາ​ຍຸ 14 ປີ. ທ້າວ​ເບີ​ໂຕ
ຜູ້​ທີ່​ມີ​ວັນ​ເກີດຄົບ​ຮັບ 16 ປີ ​ໃນມື້​ທີ່​ລາວ​ຍິງນັ້ນ ໄດ້​ຮັກ​ສາ​ລູກ​ປືນ​ລູກ​ສຸດ​ທ້າຍ​ໄວ້​ໃຫ້​
ແກ່​ລາວ​ເອງ ແລ້ວ​ຍິງ​ຕົນ​ເອງ​ໃສ່​ຫົວ.

ຮ້ອຍ​ເອກ ເຄນ ເວກ​ເນີ ຂອງ​ກົມ​ຕຳ​ຫຼ​ວດ​ນະ​ຄອນ​ລອ​ສ ແອນ​ເຈີ​ລິ​ສ ຜະ​ແນກ​ຄາດ​
ຕະ​ກຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວໃນ​ວັນ​ສຸກວານ​ນີ້​ວ່າ ຕຳ​ຫຼວດ​ບໍ່ສາ​ມາດ ພິ​ຈາ​ລະ​
ນາໄດ້ເຖິງ​ສາ​ເຫດ​ຂອງ​ທ້າວ​ເບີ​ໂຕ​ ເຖິງ​ແມ່ນ​ວ່າ​ຫຼັງ​ຈາກໄດ້​ສຳ​ພາດ ກວ່າ 40 ຄົນ.
ທ່ານ​ກ່າວ​ວ່າ ບໍ່​ມີ​ບັນ​ທຶກ ຫຼື​ຂໍ້​ຄວາມ​ຂ້າ​ໂຕ​ຕາຍ​ທີ່​ພົບ​ເຫັນ.

ທ້າວ​ເບີ​ໂຕ​ໄດ້​ເປີດ​ສາກ​ຍິງ​ຢູ່​ໃນ ແລະ​ນອກ​ໂຮງ​ຮຽນ​ມັດ​ທະ​ຍົມ​ຊໍ​ກັ​ສ ໃນ​ເມືອງ​ແຊນ​
ຕາ ຄ​ລາ​ຣິ​ຕາ ປະ​ມານ 65 ກິ​ໂລ​ແມັດ ທາງ​ພາກ​ເໜືອ​ຂອງ​ນະ​ຄອນ​ ລອ​ສ ແອນ​ເຈີ​ລິ​ສ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ


A teenage shooter who opened fire at his high school in Southern California this week, and then turned the gun on himself, died from his wounds Friday.

Police say Nathaniel Berhow, 16, died at a hospital Friday afternoon with his mother at his side.

Berhow shot five fellow students at his high school in Santa Clarita Thursday with a 45-caliber semi-automatic pistol, killing a 15-year-old girl and a 14-year-old boy. Berhow, whose 16th birthday was the day of the shooting, saved the last bullet for himself, shooting himself in the head.

Capt. Kent Wegener of the Los Angeles County Sheriff's Department's homicide unit told reporters Friday that police have so far been unable to determine Berhow's motive, even after carrying out more than 40 interviews. He said no manifesto or suicide note has been found.

Berhow opened fire in an outdoor plaza at Saugus High School in Santa Clarita, about 65 kilometers north of Los Angeles.
.

XS
SM
MD
LG