ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະບານ ບູຣຸນດີ ຈະພິຈາລະນາ ຄຳຮ້ອງ ຂໍໃຫ້ເລື່ອນ ການເລືອກຕັ້ງ ອອກໄປ


ປະທານາທິບໍດີ ແທນຊາເນຍ ທ່ານ Jakaya Kikwete ກ່າວຖະແຫລງ ໃນກອງປະຊຸມສຸດຍອດ ພິເສດ ປະຊາຄົມ ອາຟຣິກາຕາເວັນອອກ ກ່ຽວກັບ ວິກິດການໃນບູຣຸນດີ ຢູ່ທີ່ ຕຶກລັດຖະບານ ໃນນະຄອນຫຼວງ Dar es Salaam ປະເທດ Tanzania, ວັນທີ 13 ພຶດສະພາ 2015.
ປະທານາທິບໍດີ ແທນຊາເນຍ ທ່ານ Jakaya Kikwete ກ່າວຖະແຫລງ ໃນກອງປະຊຸມສຸດຍອດ ພິເສດ ປະຊາຄົມ ອາຟຣິກາຕາເວັນອອກ ກ່ຽວກັບ ວິກິດການໃນບູຣຸນດີ ຢູ່ທີ່ ຕຶກລັດຖະບານ ໃນນະຄອນຫຼວງ Dar es Salaam ປະເທດ Tanzania, ວັນທີ 13 ພຶດສະພາ 2015.

ໂຄສົກ​ຂອງ​ທ່ານ Pierre Nkurunziza ປະທານາທິບໍດີ ບູຣຸນດີ
​ໄດ້ກ່າວ​ໃນ​ວັນ​ຈັນ​ມື້​ນີ້ ວ່າລັດຖະບານຂອງ​ທ່ານ​ຈະ​ພິຈາລະນາ
ການຮ້ອງຂໍຈາກບັນດາ​ຜູ້ນຳ​ອາ​ຟຣິກາ​ຕາ​ເວັນ​ອອກ ​ໃຫ້​ເລື່ອນ
​ການ​ເລືອກ​ຕັ້ງປະທາ​ນາ​ທິບໍດີ​ ໃນ​ເດືອນ​ນີ້​ອອກ​ໄປ.

ການ​ຮ້ອງ​ຂໍ​ດັ່ງກ່າວ ​ເພື່ອ​ຖ່ວງ​ເວລາ​ຢ່າງ​ນ້ອຍ 6 ອາທິດ​ນັ້ນ ​ແມ່ນ
​ມີ​ຂຶ້ນຫຼັງຈາກ ​ກອງ​ປະຊຸມສຸດ​ຍອດສຸກ​ເສີນ​ ​ເມື່ອ​ວັນອາທິດ​ວານ​ນີ້
ທີ່​ລວມທັງ​ການ​ຮຽກຮ້ອງ​ໃຫ້​ໝົດ​ທຸກພັກຝ່າຍ ຍຸດຕິ​ຄວາມ​ຮຸນ​ແຮງ
ທີ່​ເກີດ​ການ​ປະ​ທ້ວງຂຶ້ນຫຼາຍອາທິ​ດຜ່ານ​ມາ ຍ້ອນການ​ປະກາດ
​ແຜນການ​ສະມັກ​ເຂົ້າ​ແຂ່ງຂັນ​ເປັນ​ປະທານາທິບໍດີສະ​ໄໝ​ທີ 3
ຂອງ​ທ່ານ Nkurunziza.

​ທ່ານ Gervais Abayeho ໂຄສົກຂອງຮອງ​ປະທານາທິບໍດີ ຜູ້​ສະມັກເຂົ້າ​ແຂ່ງຂັນ​ເຊັ່ນກັນ ກ່າວ​ຕໍ່​ວີ​ໂອ​ເອ ວ່າ ຄະນະ​ກຳມະການ​ເລືອກ​ຕັ້ງຂອງບູຣຸນດີ ຈະ​ທຳ​ງານ​ຮ່ວມ​ກັບ​ທຸກ​ພັກ​ຝ່າຍ ​ແລະ ບັນດາ​ຜູ້​ທີ່​ມີ​ສ່ວນ​ໄດ້​ສ່ວນ​ເສຍ ​ແລະ ຈະຍື່ນ​ຄຳສະ​ເໜີ​ຕໍ່​ລັດຖະບານ. ​ແຕ່​ຢ່າງ​ໃດ​ກໍ​ຕາມທ່ານ​ໄດ້​ເຕືອນວ່າ ການ​ຊັກ​ຊ້າ​ໃດໆ​ ບໍ່​ຄວນ​ເລື່ອນ​ການ​ປ່ອນ​ບັດ​ອອກສຽງ ດົນເກີນ​ໄປ.

ຟັງການສຳພາດ ທ່ານ Gervais Abayeho

ລິງໂດຍກົງ

Burundi Election
please wait
Embed

No media source currently available

0:00 0:01:08 0:00

A spokesman for Burundi President Pierre Nkurunziza said Monday the government will consider a request from East African leaders to postpone this month's presidential election.

The request to delay the vote by at least six weeks came after an emergency summit Sunday that also included a call for all parties to stop the violence that has come with weeks of protests over Mr. Nkurunziza's plan to run for a third term in office.

Deputy presidential spokesman Gervais Abayeho told VOA that Burundi's election commission will work with all parties and stakeholders, and submit a proposal to the government.He cautioned, however, that any delay should not push the vote back too far.

"But what the world must know is that the electoral calendar should remain within the limit set by the constitution because the president-elect must be sworn in on the 26th [of] August this year," Abayeho said."Otherwise, going beyond this schedule could maybe lead to a kind of political vacuum, and this is what the government would not like to see happening."

XS
SM
MD
LG