ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບູຣຸນດີ ຈັດການເລືອກຕັ້ງ ປະທານາທິບໍດີ ທ່າມກາງ ການລະບາດ ຂອງໄວຣັສໂຄໂຣນາ


ແມ່ຍິງຊະລາຄົນນຶ່ງ ຍ່າງໄປໜ່ວຍເລືອກຕັ້ງ ເພື່ອປ່ອນບັດເລືອກຕັ້ງຂອງເພິ່ນ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີຂອງປະເທດ ໃນເມືອງ ກີເຮຕາ ແຂວງກີເຕກາ ຂອງບູຣຸນດີ, ວັນທີ 20 ພຶດສະພາ 2020.
ແມ່ຍິງຊະລາຄົນນຶ່ງ ຍ່າງໄປໜ່ວຍເລືອກຕັ້ງ ເພື່ອປ່ອນບັດເລືອກຕັ້ງຂອງເພິ່ນ ໃນລະຫວ່າງການເລືອກຕັ້ງປະທານາທິບໍດີຂອງປະເທດ ໃນເມືອງ ກີເຮຕາ ແຂວງກີເຕກາ ຂອງບູຣຸນດີ, ວັນທີ 20 ພຶດສະພາ 2020.

ຜູ້ມີສິດປ່ອນບັດເລືອກຕັ້ງຫຼາຍກວ່າ 5 ລ້ານຄົນໃນປະເທດບູຣຸນດີ ຕັ້ງຢູ່ທາງພາກຕາເວັນອອກ ຂອງທະວີບອາຟຣິກາ ແມ່ນໄດ້ພາກັນມຸ້ງໜ້າໄປຍັງໜ່ວຍເລືອກຕັ້ງຕ່າງໆ ໃນວັນພຸດວານນີ້ ເພື່ອເລືອກເອົາຜູ້ທີ່ຈະມາດຳລົງຕຳແໜ່ງປະທານາທິບໍດີ ແທນປະທານາທິບໍດີ ປີແອ ເອັນກີຣູນຊີຊາ ທີ່ດຳລົງຕຳແໜ່ງມາຍາວນານແລ້ວນັ້ນ.

ທ່ານເອັນກີຣູນຊີຊາ ແມ່ນໄດ້ລົງຈາກຕຳແໜ່ງ ຫຼັງຈາກທີ່ໄດ້ປົກຄອງມາເປັນເວລາ 15 ປີ ຊຶ່ງ 5 ປີສຸດທ້າຍນັ້ນ ໄດ້ເປັດຂີດໝາຍຂອງຄວາມສັບສົນວຸ້ນ ວາຍຢ່າງຮ້າຍແຮງ ຫຼັງຈາກທີ່ມີບັນຫາຂັດແຍ້ງໃນການລົງແຂ່ງຂັນສະໄໝທີສາມຂອງທ່ານນັ້ນໄດ້ກົດດັນໃຫ້ຊາວບູຣຸນດີກວ່າ 300,000 ຄົນພາກັນຫລົບ ໜີຈາກປະເທດ ທີ່ທຸກຍາກລຳບາກນີ້. ການສືບສວນສອບສວນຂອງອົງການສະຫະປະຊາຊາດ ໄດ້ລະບຸວ່າ ຫຼາຍຮ້ອຍຄົນໄດ້ຖືກຂ້າຕາຍ ໃນລະຫວ່າງທີ່ເກີດຄວາມບໍ່ສະຫງົບຢູ່ ໂດຍພວກຄົນເຫຼົ່ານັ້ນ ຕົກເປັນເປົ້າໝາຍຂອງກອງກຳ ລັງລັດຖະບານ ຊຶ່ງເປັນຂໍ້ກ່າວຫາ ທີ່ບູຣຸນດີ ໄດ້ປະຕິເສດ.

ຜູ້ສະໝັກລົງແຂ່ງຂັນ 7 ຄົນ ຍາດເອົາໂອກາດທີ່ຈະເຂົ້າມາດຳລົງຕຳແໜ່ງຕໍ່ຈາກ ທ່ານເອັນກີຣູນຊີຊາ ປະກອບດ້ວຍ ອະດີດນາຍພົນ ເອີຢາຣີສເຕ ເອັນດາຢີຊີມີເຢ ຜູ້ທີ່ຄັດເລືອກມາຮັບຕຳແໜ່ງຕໍ່ໄປໂດຍປະທານາທິບໍດີ ແລະຜູ້ນຳຝ່າຍຄ້ານທີ່ສຳຄັນ ທ່ານອາກາທອນ ອາຣວາຊາ.

ການປ່ອນບັດລົງຄະແນນຂອງວັນພຸດວານນີ້ ແມ່ນຍັງໄດ້ດຳເນີນໄປທ່າມກາງການລະບາດຂອງໄວຣັສໂຄໂຣນາສາຍພັນໃໝ່ ຢູ່ໃນບູຣຸນດີ ຊຶ່ງໄດ້ມີພຽງ 42 ກໍລະນີການຕິດເຊື້ອໄວຣັສ ແລະການເສຍຊີວິດນຶ່ງຄົນທີ່ໄດ້ຮັບການຢືນຢັນແລ້ວນັ້ນ ພາຍໃນຈຳນວນພົນລະເມືອງ ທີ່ກະປະມານໄດ້ວ່າ ມີຢູ່ 11 ລ້ານຄົນ.

ຄະນະນຳພາຂອງບູຣຸນດີ ໂດຍສ່ວນໃຫຍ່ແລ້ວ ບໍ່ເອົາຫົວຊານຳໄພຂົ່ມຂູ່ຂອງໄວຣັສໂຄໂຣນາ ໂດຍອະນຸຍາດໃຫ້ ມີການໂຮມຊຸມນຸມປຸກລະດົມດ້ານການ ເມືອງ ກ່ອນໜ້າຈະໄປເຖິງການປ່ອນບັດເລືອກຕັ້ງ ແລະບໍ່ໄດ້ວາງຂໍ້ຈຳກັດໃດໆໃນການເຄື່ອນໄຫວໄປມາຂອງປະຊາຊົນເລີຍ. ຫົວໜ້າແຫ່ງຊາດຂອງອົງການອະນາໄມໂລກ ໄດ້ຖືກຂັບໄລ່ອອກຈາກປະເທດ ເມື່ອອາທິດແລ້ວນີ້ ຫຼັງຈາກທີ່ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບການທີ່ລັດຖະບານບໍ່ແນມເຫັນຄວາມແຕກຕ່າງ ຕໍ່ໄພຂົ່ມຂູ່ຂອງໄວຣັສດັ່ງກ່າວນັ້ນ.

ບໍ່ມີຜູ້ສັງເກດການເລືອກຕັ້ງຂອງນາໆຊາດເລີຍ ຢູ່ໃນບູຣຸນດີ ເພື່ອກຳກັບນຳການປ່ອນບັດ ຫຼັງຈາກທີ່ລັດຖະບານໄດ້ກ່າວໄປວ່າ ພວກຄົນຕ່າງປະເທດໃດໆ ຈະປະເຊີນກັບການກັກຕົວໃນບໍລິເວນເປັນເວລາ 14 ວັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG