ເຈົ້າໜ້າທີ່ອະວຸໂສຄົນນຶ່ງຂອງກຸ່ມປົກປ້ອງສິດທິແມ່ຍິງໃນມຽນ
ມາກ່າວວ່າ ກອງທັບມຽນມາ ໄດ້ກໍ່ຄວາມຮຸນແຮງທາງເພດໃນ
ຂົງເຂດ ຊົນຊາດຊົນເຜົ່າກຸ່ມນ້ອຍຂອງປະເທດ ທີ່ມີບັນຫາຂັດ
ແຍ້ງນັ້ນ.
ໃນການໃຫ້ສໍາພາດ ກັບ VOA ໃນວັນພຸດວານນີ້ ທ່ານນາງ
Julia Marip ຈາກກຸ່ມສັນນິບາດແມ່ຍິງໃນມຽນມາ ໄດ້ກ່າວ
ວ່າ ການກໍ່ຄວາມຮຸນແຮງເຫຼົ່ານີ້ຍັງເກີດຂຶ້ນຢູ່ ເຖິງແມ່ນວ່າ
ປະເທດດັ່ງກ່າວ ໄດ້ຫັນປ່ຽນໄປສູ່ການປົກຄອງ ຂອງລັດຖະ
ບານພົນລະເຮືອນແລະມີການປະຕິຮູບໄປສູ່ປະຊາທິປະໄຕ
ເມື່ອໄວໆມານີ້ ແລ້ວກໍຕາມ.
ທ່ານນາງ Marip ໄດ້ໃຫ້ຄວາມເຫັນດັ່ງກ່າວ ນຶ່ງມື້ຫຼັງຈາກສັນນິບາດແມ່ຍິງໃນມຽນມາ
ໄດ້ອອກລາຍງານ ທີ່ຈົດບັນທຶກຫຼາຍກວ່າ 100 ກໍລະນີກ່ຽວກັບຄວາມຮຸນແຮງທາງ
ເພດທີ່ໄດ້ ກໍ່ຂຶ້ນໂດຍພວກທະຫານມຽນມາ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາໂຮມທັງ 47
ກໍລະນີຂອງ ການຂົ່ມຂືນສໍາເລົາໝູ່ ຕໍ່ຜູ້ເຄາະຮ້າຍ ທີ່ມີອາຍຸນ້ອຍ ພຽງ 8 ປີກໍມີ.
ລາຍງານຍັງໄດ້ລະບຸວ່າ ການກະທໍາທັງຫຼາຍເຫຼົ່ານີ້ ໄດ້ເກີດຂຶ້ນຢູ່ໃນຂົງເຂດ ບ່ອນທີ່
ຊົນຊາດຊົນເຜົ່າກຸ່ມນ້ອຍຂອງມຽນມາ ພວມສູ້ລົບກັບພວກທະຫານມຽນມາ.
ລັດຖະບານມຽນມາໄດ້ປະຕິເສດຕໍ່ລາຍງານທີ່ວ່າ ຕົນໃຊ້ການຂົ່ມຂືນສໍາເລົາເປັນ
ເຄື່ອງມືໃນການເຮັດສົງຄາມ ແຕ່ທ່ານນາງ Marip ກ່າວວ່າ ພວກແມ່ຍິງແລະເດັກຍິງ
ໄດ້ຕົກເປັນ ເປົ້າ ໃນການກໍ່ຄວາມຮຸນແຮງທາງເພດ ໂດຍບໍ່ໄດ້ຖືກລົງໂທດ.