BANGKOK —
ການເປີດກວ້າງເສດຖະກິດຂອງມຽນມາ ແກ່ພວກນັກລົງທຶນຕ່າງປະເທດ ກໍາລັງນໍາໄປສູ່ການຂັດແຍ້ງກັນກ່ຽວກັບການຍຶດທີ່ດິນ ຂະນະທີ່ບັນດານັກທຸລະກິດທີ່ມີເສ້ນສາຍທາງການເມືອງ ພາກັນຍຶດເອົາ ພື້ນທີ່ການກະເສດ ສໍາລັບໂຄງການພັດທະນາຕ່າງໆ. ບັນຫາດັ່ງກ່າວນີ້ ຍັງຜົນໃຫ້ລັດຖະບານຈັດຕັ້ງຄະນະກໍາມະການຊຸດນຶ່ງຂຶ້ນມາ ເພື່ອຮັບມື ກັບການຈົ່ມທຸກ ແລະຄວາມເດືອນຮ້ອນຂອງປະຊາຊົນນັ້ນ. Ron Corben ຜູ້ສື່ຂ່າວວີໂອເອ ລາຍງານຈາກບາງກອກ ກ່ຽວກັບເຂດເສດຖະ ກິດພິເສດແຫ່ງນຶ່ງ ມູນຄ່າ 50 ຕື້ໂດລ່າ ທາງພາກຕາເວັນອອກສຽງໃຕ້ຂອງມຽນມາ ອັນເປັນເຂດລ່າສຸດທີ່ສ້າງຄວາມເປັນຫ່ວງ.
ໃນມຽນມາ ດິນດອນທຸກຕອນ ໃນນາມແລ້ວ ແມ່ນເປັນຂອງລັດ ທີ່ຍັງຜົນເຮັດໃຫ້ພວກຊາວນາຊາວສວນລາຍນ້ອຍໆບໍ່ມີໃບຕາດິນທີ່ຖືກຕ້ອງ ຕາມກົດໝາຍເລີຍ.
ຕະຫຼອດໄລຍະຫຼາຍປີຜ່ານມານີ້ ວົງການທຸລະກິດຕ່າງໆ ທີ່ມີເສ້ນສາຍເຊື່ອມໂຍງກັບ
ລັດຖະບານທະຫານຂອງປະເທດ ສາມາດຍຶດທີ່ດິນຈາກພວກຊາວນາແລະຊາວບ້ານໄດ້ ສ່ວນໃຫຍ່ແມ່ນເພື່ອພັດທະນາໂຄງການ ຂຸດຄົ້ນບໍ່ແຮ່ ແລະໂຄງການການກະເສດທີ່ໄດ້ກໍາໄລງາມ. ຫຼາຍໆຄົນທີ່ສູນເສຍທີ່ດິນທໍາກິນໄປນັ້ນ ກໍໄດ້ຄ່າຊົດເຊີຍແຕ່ພຽງໜ້ອຍດຽວເທົ່ານັ້ນ.
ມາບັດນີ້ ໃນຂະນະທີ່ລັດຖະບານກໍາລັງພິຈາລະນາອອກກົດໝາຍສະບັບໃໝ່ເພື່ອດຶງດູດເອົາພວກນັກລົງທຶນຕ່າງປະເທດນັ້ນ ບັນດານັກເຄື່ອນໄຫວກ່າວວ່າ ໄດ້ມີການຍຶດທີ່ດິນກັນຢ່າງໃຫຍ່ຫຼວງ ຄືມີພື້ນທີ່ ຫຼາຍເຖິງ 3.6 ລ້ານເຮັກຕ້າ ທີ່ຖືກຍຶດໂດຍລັດຖະບານ ພວກບໍລິສັດເອກກະຊົນ ແລະທະ ຫານ ໃນຂະນະທີ່ເສດຖະກິດຂອງປະເທດຊາດຕຽມຮອງຮັບການລົງທຶນ ຈາກຕ່າງປະເທດຫຼາຍຂຶ້ນນັ້ນ.
Phil Robertson ເປັນຮອງຜູ້ອໍານວຍການປະຈໍາພາກພື້ນເອເຊຍ ຂອງ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ທີ່ມີສໍານັກງານໃຫຍ່ ຢູ່ສະຫະລັດ
ທ່ານ ໂຣເບິດຊັນ ກ່າວວ່າ: “ນຶ່ງໃນຫຼາຍໆສິ່ງທີ່ພວກເຮົາເຫັນກັນຢູ່ທົ່ວມຽນ ມາໃນເວລານີ້ ກໍຄືການຍຶດເອົາທີ່ດິນ ການຍຶດເອົາແບບທີ່ບໍ່ໄດ້ຮັບອະນຸ ຍາດໂດຍພວກຄົນຮັ່ງມີທີ່ມີເສ້ນສາຍ. ຂະນະນີ້ ມຽນມາກໍາລັງເລີ່ມຈະເຫັນເລຶ່ອງທໍານອງດຽວກັນນີ້ຢູ່ໃນເຂດຕ່າງໆ ຊຶ່ງແຕ່ກ່ອນບໍ່ໄດ້ຖືວ່າເປັນບ່ອນສໍາຄັນ. ທີ່ດິນທຸກໆແຫ່ງແມ່ນຕົກຢູ່ໃນອັນຕະລາຍຂອງການຖືກຍຶດເອົາ ຂຶ້ນມາທັນທີທັນໃດ ແລະພວກຄົນທີ່ມີເສ້ນມີສາຍ ກໍກໍາລັງຂັບໄລ່ໄສສົ່ງພວກຊາວນາຊາວສວນ ແລະພວກອື່ນໆ ໃຫ້ຍົກຍ້າຍໜີອອກຈາກບ້ານຢູ່ອາໄສໄປ.”
ທາງກອງທັບມຽນມາ ຊຶ່ງມີປະວັດເລຶ່ອງການຖືສິດຍຶດທີ່ດິນຈາກປະຊາຊົນ ມາດົນນານນັ້ນ ກໍຖືກກ່າວຫາວ່າ ຍັງສືບຕໍ່ຊອກຍຶດເອົາທີ່ດິນໃນເຂດບັນດາຊົນເຜົ່າທັງຫຼາຍ. ທ່ານນາງ ຄິນ ໂອມາ ເປັນໂຄສົກຂອງກຸ່ມສິດທິ ທີ່ຊື່ວ່າ ພາຄີມຽນມາ ກ່າວວ່າ ການເຄື່ອນໄຫວດັ່ງກ່າວພາໃຫ້ມີຄວາມລະແວງສົງໄສ ກ່ຽວກັບແຜນການທີ່ແທ້ຈິງຂອງກອງທັບ.
ທ່ານນາງ ຄິນ ໂອມາ ກ່າວວ່າ: “ພວກເຮົາໄດ້ຮັບລາຍງານຫລາຍໆເທື່ຶອ ກ່ຽວກັບກອງທັບຍຶດເອົາທີ່ດິນ ໃນເນື້ອທີ່ກວ້າງໃຫຍ່ ຢູ່ໃນເຂດຂອງບັນດາຊົນເຜົ່າ ເພື່ອສ້າງຄ້າຍທະຫານ. ສະນັ້ນ ກໍມີຄໍາຖາມວ່າເປັນຫຍັງກອງທັບ ຈຶ່ງສ້າງຄ້າຍທະຫານໃໝ່ຂຶ້ນມາ ໃນທ່າມກາງບັນຍາກາດປະຊາທິປະໄຕ ທ່າມກາງການຜັນປ່ຽນໄປສູ່ປະຊາທິປະໄຕໃນເວລານີ້?”
ເຖິງແມ່ນບັນດານັກເຄື່ອນໄຫວພາກັນກ່າວວ່າ ບັນຫານີ້ກໍາລັງຮ້າຍແຮງຂຶ້ນໄປນັບມື້ກໍຕາມ ແຕ່ກໍມີຮ່ອງຮອຍວ່າລັດຖະບານກໍາລັງທໍາການຕອບຮັບກັບບັນຫາດັ່ງກ່າວ ໂດຍການສ້າງຕັ້ງຄະນະກໍາມະການທີ່ດິນຂຶ້ນມາ ທີ່ຂຶ້ນກັບ ຫ້ອງການຂອງປະທານາທິບໍດີ.
Kevin Woods ນັກຄົ້ນຄວ້າປະຈໍາ Transnational Institute ຫລືສະຖາບັນຂ້າມຊາດ ທີ່ມີສໍານັກງານຢູ່ນະຄອນຫຼວງ Amsterdam ປະເທດ ເນເທີແລນດ໌ ກ່າວວ່າ ຄະນະກໍາມະການດັ່ງກ່າວນີ້ແມ່ນສະແດງໃຫ້ເຫັນ ຊ່ອງຫວ່າງໃໝ່ທາງການເມືອງ ທີ່ອະນຸຍາດໃຫ້ພວກປະທ້ວງທັງຫຼາຍ ຍື່ນຄໍາຮ້ອງທຸກໄດ້ ຊຶ່ງແມ່ນກົງກັນຂ້າມກັນຢ່າງໂດດເດ່ນ ກັບໃນອະດີດຜ່ານມາ.
ທ່ານວູດ ກ່າວວ່າ : “ມັນບໍ່ເຄີຍເປັນໄປໄດ້ເລີຍໃນເມື່ອກ່ອນ ທີ່ພວກຊາວ ບ້ານຈະກ້າປາກກ້າເວົ້າກ່ຽວກັບເລຶ່ອງນີ້ ຫຼືຖ້າເວົ້າຫຍັງຂຶ້ນມາ ພວກເຂົາ ເຈົ້າກໍຈະຫາຍສາບສູນໄປເລີຍ. ແລະມາບັດນີ້ ມັນເປັນໄປໄດ້ຂຶ້ນມາໃນທັນທີທັນໃດ. ແນ່ນອນວ່າ ບໍ່ແມ່ນໂດຍປາດສະຈາກການນາບຂູ່ຮາວີຈາກບັນດາເຈົ້າໜ້າທີ່ ແຕ່ກໍປາກົດວ່າ ປະຊາຊົນບໍ່ໄດ້ຫາຍສາບສູນໄປ ຍ້ອນກ້າປາກເວົ້າຍົກເອົາບັນຫາເຫລົ່ານີ້ຂຶ້ນມາ. ແລະມັນກໍກໍາລັງສົ່ງຜົນສະທ້ອນ ຕໍ່ໆກັນໄປ ພາໃຫ້ຊາວບ້ານພວກອື່ນໆກ້າປາກກ້າເວົ້ານໍາ.”
ຄວາມເປັນຫ່ວງໂດຍສະເພາະນັ້ນ ກໍຄືເຂດເສດຖະກິດພິເສດ Dawei ທີ່ມີ ພື້ນທີ່ 250 ກິໂລແມັດມົນທົນ ທາງພາກຕາເວັນອອກສຽງໃຕ້ຂອງມຽນມາ ມູນຄ່າ 50 ພັນລ້ານໂດລານັ້ນ. ໂຄງການດັ່ງກ່າວ ທີ່ຈັດຕັ້ງຂຶ້ນມາຢູ່ໃນຈຸດຍຸດທະສາດ ເພື່ອໃຫ້ເຊື່ອມຕໍ່ກັບເສັ້ນທາງຂົນສົ່ງຂອງໄທນັ້ນ ແມ່ນເປັນ ໂຄງການລິເລີ່ມທີ່ສໍາຄັນອັນນຶ່ງ ຂອງນາຍົກລັດຖະມົນຕີໄທ ທ່ານນາງຢິ່ງລັກ ຊິນນະວັດ.
ໃນລາຍງານສະບັບລ່າສຸດນັ້ນ ສະຖາບັນຂ້າມຊາດ Transnational Institute ເວົ້າວ່າ ໂຄງການດັ່ງກ່າວທີ່ໜຸນຫຼັງໂດຍໄທນັ້ນ ແມ່ນຈະເຮັດ ໃຫ້ປະຊາຊົນຫຼາຍກວ່າ 30,000 ຄົນ ພ້ອມທັງໂຮງຮຽນປະຖົມ 20 ແຫ່ງ ແລະວັດວາອາຮາມຫຼາຍແຫ່ງ ສ່ຽງຕໍ່ການຖືກຍົກຍ້າຍ.
ບໍລິສັດການພັດທະນາເຂດ Dawei ກ່າວວ່າ ຕົນມີສະຖານທີ່ແຫ່ງໃໝ່ໄວ້ ຮອງຮັບພວກຄົນທີ່ຈະຖືກພັດພາກຈາກຖິ່ນຢູູ່ອາໄສນັ້ນ ພ້ອມດ້ວຍເງິນຊົດເຊີຍກ້ອນນຶ່ງ ແຕ່ພວກຊາວບ້ານກໍຢ້ານກົວວ່າ ເຂົາເຈົ້າຈະສູນເສຍວິຖີຊີວິດການທໍາມາຫາກິນຂອງເຂົາເຈົ້າໄປ.
ທ່ານວູດ ປະຈໍາສະຖາບັນຂ້າມຊາດ ກ່າວອີກວ່າ ກົດໝາຍສະບັບໃໝ່ວ່າ ດ້ວຍທີ່ດິນ ແລະການລົງທຶນຂອງຕ້າງປະເທດ ແມ່ນຈະເຮັດໃຫ້ພວກຊາວ ນາລາຍນ້ອຍໆທັງຫຼາຍ ຕົກຢູ່ໃນສະຖານະພາບທີ່ຖືກເອົາປຽບໄດ້ງ່າຍ ໃນການເຄື່ອນໄຫວຂອງລັດຖະບານ ເພື່ອຈັດຕັ້ງຕະຫຼາດທີ່ດິນຢູ່ໃນມຽນມາ ນັ້ນ.
“ເລຶ່ອງຂອງເລື່ອງກໍຄືວ່າ ກໍຄືລັດຖະບານ ໄດ້ສ້າງຕັ້ງ ສະຖານະການນຶ່ງຂຶ້ນມາ ທີ່ມີຄວາມສາມາດບົ່ມຊ້ອນທີ່ຈະ ກໍາຈັດຖອນຮາກວິຖີການດໍາລົງຊີວິດຂອງປະຊາຊົນຂອງປະເທດ ຫຼາຍເຖິງ 70 ເປີເຊັນໄປ ຊຶ່ງເປັນພວກຊາວນາທີ່ມີພື້ນທີ່ທໍາກິນລາຍນ້ອຍໆ. ເວລາ“ ເຮົາເວົ້າເຖິງພວກກົດໝາຍທີ່ສ້າງຄວາມກ້າວໜ້ານັ້ນ ມັນເທົ່າກັບວ່າປະເທດຊາດເອົາທີ່ດິນອອກມາປະກາດຂາຍ ໃນສະພາບການທີ່ປະຊາຊົນສ່ວນໃຫຍ່ທີ່ກາງຕໍ່ທີ່ດິນເຫລົ່ານັ້ນໂດຍກົງ ເພື່ອທໍາມາຫາກິນລ້ຽງຊີບຂອງພວກເຂົາເຈົ້ານັ້ນຈະໄດ້ຮັບຄວາມເດືອດຮ້ອນ.”
ແຕ່ ທ່ານ Alfredo Perdiquero ນັກເສດຖະສາດປະຈໍາທະນາຄານພັດ ທະນາເອເຊຍ ຫຼືເອດີບີ ກ່າວວ່າ ໃນຂະນະທີ່ເລຶ່ອງການຍຶດທີ່ດິນ ກໍາລັງສ້າງຄວາມເປັນຫ່ວງກັນຢູ່ນັ້ນ ກໍປາກົດເຫັນວ່າມີຄວາມກ້າວໜ້າໃນການຈັດ ການກັບບັນຫາດັ່ງກ່າວນັ້ນຢູ່
ທ່ານ ເພີດິເກໂຣ ກ່າວວ່າ: “ສະຖານະການຈະດີຂຶ້ນ ຍ້ອນເຫດຜົນຫຼາຍປະການ ດັ່ງທີ່ພວກເຮົາຈະເຫັນໄດ້ວ່າ ພວກປະຊາຊົນພາກັນເລີ່ມຕື່ນຕົວແລະເຂົ້າໃຈເຖິງສິດທິຂອງພວກເຂົາເຈົ້າຫຼາຍຂຶ້ນແລ້ວ. ພວກສື່ມວນຊົນກໍເປີດກວ້າງຫຼາຍຂຶ້ນ. ດັ່ງນັ້ນ ຖ້າຫາກເກີດມີການຍຶດທີ່ດິນ ຊຶ່ງກໍຖືວ່າບໍ່ຍຸຕິທໍາຫຼາຍຢູ່ແລ້ວນັ້ນ ເລຶ່ອງນີ້ກໍຈະຖືກຍົກຂຶ້ນມາເປີດໂປງກັນຢູ່ໃນວົງການສື່ມວນຊົນ. ແມ່ນແຕ່ໃນເຂດພາກເໜືອ ພວກເຮົາກໍໄດ້ຍິນຂ່າວເລຶ່ອງນັ້ນເລຶ່ອງນີ້ ກ່ຽວກັບການລົງທຶນຂອງຈີນ ຊຶ່ງກໍປາກົດວ່າ ຈີນໄດ້ສະໜອງຄ່າຊົດເຊີຍສໍາລັບດິນເນື້ອທີ່ນຶ່ງເຮັກຕ້າ ໃນຈໍານວນສູງກວ່າທີ່ເຄີຍໃຫ້ມານັ້ນ ຫລາຍສົມຄວນ.”
ບັນດານັກວິເຄາະກ່າວວ່າ ບັນຫາດັ່ງກ່າວນີ້ຍັງຄົງເປັນສິ່ງທົດສອບອັນສໍາ ຄັນ ຂອງຄວາມສາມາດຂອງລັດຖະບານມຽນມາ ໃນການທີ່ຈະດຶງດູດເອົາການລົງທຶນຈາກຕ່າງປະເທດ ແລະຈັດຕັ້ງອົງກອນຂອງລັດຖະບານຂຶ້ນມາ ເພື່ອແກ້ໄຂບັນຫາຄວາມເດືອດຮ້ອນ ແລະການຈົ່ມທຸກຂອງປະຊາຊົນຂອງ ປະເທດຊາດນັ້ນ.