ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບມຽນມາ ເປີດການສືບສວນ ກ່ຽວກັບ ການກໍ່ໂທດກຳ ຕໍ່ຊາວໂຣຮິງຢາ


ໄຟກຳລັງໄໝ້ເຮືອນ ທີ່ບ້ານ Gawdu Zara ໃນລັດຣາໄຄນ໌. (ວັນທີ 7 ກັນຍາ 2017)​
ໄຟກຳລັງໄໝ້ເຮືອນ ທີ່ບ້ານ Gawdu Zara ໃນລັດຣາໄຄນ໌. (ວັນທີ 7 ກັນຍາ 2017)​

ເຈົ້າໜ້າທີ່ກອງທັບຂອງມຽນມາ ໄດ້ເປີດການສືບສວນພາຍໃນ ກ່ຽວກັບການປະພຶດ ຂອງພວກທະຫານ ໃນລັດຣາໄຄນ໌ ບ່ອນທີ່ມີການກ່າວຫາວ່າທະຫານມຽນ ມາໄດ້ກໍ່ ໂທດກຳໃນຂອບເຂດທີ່ກວ້າງຂວາງ ຕໍ່ຊາວໂຣຮິງຢາທີ່ເປັນຊົນກຸ່ມນ້ອຍ ຊຶ່ງຫຼາຍໆ ຮ້ອຍພັນຄົນ ໄດ້ຫລົບໜີເຂົ້າໄປໃນບັງກລາແດັສ ທີ່ເປັນເພື່ອນບ້ານ.

ແນວໃດກໍຕາມ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເວລາໃດກອງທັບມຽນມາຈຶ່ງຈະເປີດ ເຜີຍຜົນການສືບສວນດັ່ງກ່າວໃຫ້ຊາບ.

ເຈົ້າໜ້າທີ່ກອງທັບມຽນມາ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ “ພວກເຮົາຈະເປີດ ເຜີຍລາຍງານດັ່ງກ່າວ ເວລາໃດທີ່ພວກເຮົາມີຂໍ້ມູນຄົບຖ້ວນແລ້ວ.”

ທ່າມກາງວິກິດການທາງດ້ານມະນຸດສະທຳທີ່ພວມທະວີຄວາມຮ້າຍແຮງຂຶ້ນຢູ່ນີ້ອະ
ດີດເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Kofi Annan ກໍໄດ້ຮ້ອງຂໍ
ໃຫ້ພວກ ອົບພະຍົບໂຣຮິງຢາ ທີ່ພວມຫລົບໜີອອກຈາກປະເທດ ໄດ້ຮັບອະນຸຍາດ ໃຫ້ກັບຄືນໄປຍັງລັດຣາໄຄນ໌ໄດ້.

ທ່ານ Annan ຜູ້ຊຶ່ງເມື່ອໄວໆມານີ້ ແມ່ນປະທານຄະນະກຳມາທິການຮັບມືກັບວິກິດ ການໃນລັດຣາໄຄນ໌ຂອງມຽນມາໄດ້ກ່າວຕໍ່ກອງປະຊຸມພິເສດຂອງສະພາຄວາມໝັ້ນ ຄົງສະຫະປະຊາຊາດໃນວັນສຸກວານນີ້ວ່າຊາວໂຣຮິງຢາຕ້ອງການຄວາມຊ່ອຍເຫຼືອ ເພື່ອຈະໄດ້ກັບຄືນບ້ານເກີດເມືອງນອນຂອງພວກເຂົາເຈົ້າໄດ້ ບໍ່ແມ່ນສູນອົບພະຍົບ.

ຄວາມຮຸນແຮງໄດ້ລະເບີດຂຶ້ນລະຫວ່າງຊາວໂຣຮິງຢາແລະພວກທະຫານມຽນມາຢູ່
ທີ່ລັດຣາໄຄນ໌ເມື່ອວັນທີ 25 ສິງຫາ ເວລາພວກຫົວຮຸນແຮງຊາວໂຣຮິງຢາກຸ່ມນຶ່ງໄດ້ ໂຈມຕີປ້ອມຕຳຫຼວດ ແລະຄ້າຍທະຫານຫລາຍສິບແຫ່ງ ໃນອັນທີ່ພວກຫົວຮຸນແຮງ
ກ່າວວ່າ ເປັນຄວາມພະຍາຍາມເພື່ອປົກປ້ອງສະມາຊິກຊົນກຸ່ມນ້ອຍຂອງພວກເຂົາ
ເຈົ້າຈາກການຖືກປະຫັດປະຫານ.

ມີປະມານ 400 ຄົນໄດ້ຖືກຂ້າຕາຍໃນການປະທະກັນທີ່ຕິດຕາມມາ. ຮູບພາບຈາກ
ດາວທຽມທີ່ນຳອອກເຜີຍແຜ່ໂດຍອົງການນິລະໂທດກຳສາກົນ ສະແດງໃຫ້ເຫັນວ່າ
ໝູ່ບ້ານຕ່າງໆຂອງຊາວໂຣຮິງຢາໄດ້ຖືກຈູດເຜົາ.

ຊາວໂຣຮິງຢາທີ່ພາກັນຫຼົບໜີແມ່ນອາໄສຢູ່ຕາມສູນອົບພະຍົບຕ່າງໆໃນບັງກລາ
ແດັສ ທີ່ເປັນເພື່ອນບ້ານ. ທ່ານ Annan ເວົ້າວ່າ ລັດຖະບານມຽນມາ ຄວນຈະ
“ສ້າງເງື່ອນໄຂເພື່ອຈະອຳນວຍໃຫ້ພວກອົບພະຍົບໄດ້ກັບຄືນບ້ານດ້ວຍກຽດສັກ
ສີີແລະຄວາມຮູ້ສຶກວ່າເຂົາເຈົ້າປອດໄພ.”

ອົງການສະຫະປະຊາຊາດແລະປະເທດອື່ນໆອີກຈຳນວນນຶ່ງເອີ້ນສະຖານະການ
ທີ່ເຮັດໃຫ້ຜູ້ຄົນເປັນຈຳນວນຫຼວງຫຼາຍຕ້ອງໄດ້ຫລົບໜີອອກຈາກປະເທດນັ້ນວ່າ
ເປັນການກວດລ້າງຊົນຊາດຊົນເຜົ່າ.

ມຽນມາໄດ້ປະຕິເສດຕໍ່ຂໍ້ກ່າວຫາເຫລົ່ານີ້ ແລະຖິ້ມໂທດໃສ່ສະຖານະການດັ່ງກ່າວ
ນີ້ວ່າ ເປັນການກໍ່ການຮ້າຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG