ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາກວດລ້າງ ການລັກລອບຄ້າຂາຍ ຊິ້ນສັດປ່າ (ວີ​ດິ​ໂອ ລາວ/ອັງກິດ)


ຊີ້ນສັດປ່າຊະນິດນຶ່ງ ທີ່ໃກ້ຈະສູນພັນ ຖືກນໍາມາປຸງອາຫານ ບໍລິການແຂກ ຢູ່ຕາມຮ້ານອາຫານ ໃນມຽນມາ.
ຊີ້ນສັດປ່າຊະນິດນຶ່ງ ທີ່ໃກ້ຈະສູນພັນ ຖືກນໍາມາປຸງອາຫານ ບໍລິການແຂກ ຢູ່ຕາມຮ້ານອາຫານ ໃນມຽນມາ.
ໃນ​ຂະນະ​ທີ່ບັນດານັກທ່ອງທ່ຽວຊາວຕ່າງຊາດພາກັນຫຼັ່ງໄຫຼເຂົ້າ​
ໄປຢ້ຽມ ຢາມປະ​ເທດມຽນມາທີ່ຫາກໍເປີດກວ້າງໃໝ່ໆນັ້ນ ທາງ
ການມຽນມາກໍກໍາລັງ ພະຍາຍາມກວດລ້າງ ພວກຮ້ານອາຫານ ຢູ່ຕາມບ່ອນທ່ອງທ່ຽວທີ່ສໍາຄັນ ທີ່ ມີອາຫານ​ສັດປ່າທີ່​ກໍາລັງ​ຈະ​
ສູນພັນ ​ໄວ້ບໍລິການແກ່ນັກທ່ອງທ່ຽວມາເປັນເວລາດົນນານນັ້ນ.
Daniel Schearf ຜູ້ສື່ຂ່າວວີໂອເອ ໄດ້ໄປຊົມ ພະທາດຫິນຄໍາ
ຫຼື Golden Rock ທີ່ມີຊື່ສຽງຂອງເມືອງໄຈທີໂອ ທາງກໍ້າຕາເວັນ
ອອກສຽງເໜືອຂອງ ນະຄອນ​ຢ່າງ​ກຸ້ງ ແລະມີລາຍງານກ່ຽວກັບ
ເລຶ່ອງນີ້ ຊຶ່ງທອງປານຈະນໍາມາສະເໜີທ່ານ.

​ເບິ່ງ​ວີ​ດິ​ໂອ ພາສາ​ລາວ:


ພະທາດ Golden Rock ຫຼື ຫິນຄໍາ ຂອງ​ເມືອງຈີທີໂອ ເປັນຈຸດນຶ່ງທີ່ດຶງດູດນັກທ່ອງທ່ຽວ
ຫຼາຍພັນຄົນ ທີ່ພາກັນຍ່າງ ​ຫລື​ຂີ່​ອູ່ໄຟຟ້າ ຂຶ້ນພູເຂົາຊັນ ​ໄປຊົມກ້ອນຫິນ​ໃຫຍ່ດັ່ງກ່າວ ທີ່ຕັ້ງງອຍຢູ່ຫິນຜາ​ແຕ່ສາມາດຊົງຕົວຢູ່ໄດ້ ຢ່າງໜ້າອັດສະຈັນ.

ພວກຮ້ານອາຫານຢູ່​ທີ່​ນັ້ນ​ແມ່ນແຂ່ງຂັນກັນໂຄສະນາເພື່ອຍາດເອົາເງິນ ໂດລ່າຈາກນັກ
ທ່ອງທ່ຽວ ແລະຮ້ານອາຫານບາງແຫ່ງກໍ​ຈັດອາຫານສັດປ່າ ​ໄວ້ສະໜອງຄວາມຮຽກຮ້ອງ
ຕ້ອງການອາຫານແປກໆຂອງ​ແຂກ ໂຮມທັງພວກສັດປ່າທີ່ໃກ້ຈະສູນພັນນັ້ນນໍາ.

ທ້າວ ເຕັດໂກ ເວົ້າວ່າ ຮ້ານ​ຂອງ​ລາວບໍລິຫານອາຫານຈາກຊີ້ນສັດປ່າແກ່ລູກຄ້າມາໄດ້
13 ປີ ແຕ່ນັບຕັ້ງແຕ່ລາຍ​ງານ​ພາສາ​ອັງກິດເລື່ອງ​ນຶ່ງ​ກ່ຽວ​ກັບ​ຮ້ານ​ອາຫານ​ບໍລິການ​ສັດປ່າ
​ໃນ​ມຽນມາ ທີ່​ລົງ​ພິມ​ໃນ​ໜັງສືພິມ The Nation ຂອງ​ໄທ ໄດ້ຖືກແປເປັນພາສາມຽນມາ
ເປັນຕົ້ນມາ ເຈົ້າໜ້າທີ່ກໍ​ໄດ້ ມາກວດຮ້ານອາຫານຂອງ ຄອບຄົວລາວທຸກໆອາທິດ.
ສະນັ້ນ ພວກເຂົາເຈົ້າຕ້ອງ​ໄດ້​ເຊື່ອງຊີ້ນສັດປ່າທີ່ຕ້ອງຫ້າມ ນັ້ນ​ໄວ້.

ທ້າວ ໂກ້ ເວົ້າວ່າ: “ທາງກະຊວງປ່າໄມ້ທ້ອງຖິ່ນ ສັ່ງຫ້າມບໍ່ໃຫ້ເອົາຊີ້ນສັດປ່າ ມາປຸງເປັນອາຫານ ໂຮມທັງອາຫານທີ່ນິຍົມກັນຫຼາຍທີ່ສຸດ ເຊັ່ນຊິ້ນຟານ ແລະ ຊີ້ນຈໍາພວກກວາງ. ແຕ່ວ່າ ນັກທ່ອງທ່ຽວ 99​ ເປີເຊັນ ຊໍ້າຜັດ ຢາກກິນຊິ້ນສັດ
ປ່າພວກນັ້ນ.”


ພຸດທະສາສະນິກກະ​ຊົນ​ມຽນມາ ພາກັນ​ໄປ​ຂາບ​ໄຫວ້ ພະທາດ​ຫິນ​ຄໍາ Golden Rock ທີ່​ຕັ້ງ​ງອຍ​ຢູ່​ໜ້າຜາ ທີ່​ເມືອງ Kyaikhtiyo(ຄລິກ​ເພື່ອ​ຂະຫຍາຍ​ຮູບ​ໃຫ້​ໃຫຍ່). (File photo).
ພຸດທະສາສະນິກກະ​ຊົນ​ມຽນມາ ພາກັນ​ໄປ​ຂາບ​ໄຫວ້ ພະທາດ​ຫິນ​ຄໍາ Golden Rock ທີ່​ຕັ້ງ​ງອຍ​ຢູ່​ໜ້າຜາ ທີ່​ເມືອງ Kyaikhtiyo(ຄລິກ​ເພື່ອ​ຂະຫຍາຍ​ຮູບ​ໃຫ້​ໃຫຍ່). (File photo).

ສວນສັດພຽງແຫ່ງດຽວຂອງເມືອງຈີທີໂອນັ້ນ ຕັ້ງ​ຢູ່​ຂ້າງຮ້ານ
ອາຫານຂອງສະຖານຕາກ ອາກາດ San Let Tin ຣີສອດ
ຊຶ່ງອາດພາ​ໃຫ້ຫລາຍ​ຄົນ ອົດ​ສົງ​ໄສ​ບໍ່​ໄດ້​ວ່າ ອາດມີ​ອາຫານ​
ທີ່​ເຮັດ​ຈາກ​ຊີ້ນ​ຂອງ​ສັດ​ຈາກ​ສວນສັດ​ນັ້ນ.ແຕ່ Tint Swe Oo
ຜູ້ຈັດການຮ້ານອາຫານ ຢືນຢັນວ່າ ເຈົ້າຂອງຣີສອດ ເປັນຄົນ
​ຮັກສັດ ແລະເວົ້າວ່າ ​ແຕກ​ຕ່າງ​ຈາກຮ້ານອາຫານແຫ່ງອື່ນໆ
ບໍ່​ມີພວກສັດທີ່ຂັງໄວ້ຢູ່ໃນກົງ​ໃນ​ສວນສັດ​ນັ້ນ ຢູ່ໃນ​ລາຍກາ​ນ
ອາຫານ ​ຫລືເມ​ນູ ຂອງຮ້ານ​ອາຫານ​ຂອງຣີສອດ.

ທ່ານ ອູ່ ເວົ້າວ່າ: “ບັນດາເຈົ້າຂອງຮ້ານອາຫານທີ່ເສີບອາຫານສັດປ່າ ໜ້າຈະຢຸດເສີບ
ແຕ່ດຽວນີ້ໄປ. ມັນມີຊິ້ນສັດຫຼາຍຊະນິດທີ່ພໍເອົາມາແທນຊິ້ນສັດປ່າໄດ້.
ຊິ້ນສັດປ່າບໍ່ຄວນຈະຢູ່ໃນລາຍການອາຫານ. ຂ້າພະເຈົ້າຢາກເຫັນ
ສັດປ່າທັງຫຼາຍໃຊ້ຊີວິດຢູ່ໃນປ່າທໍາມະຊາດຂອງມັນ ຢ່າງສັນຕິ.”


ທ່ານ ອູ່ ມິນ ສະເວ່ ກໍາມະການວັດຄົນນຶ່ງເວົ້າວ່າ ການເສີບອາຫານປະເພດສັດປ່າແມ່ນ​
ເປັນ​ສິ່ງຜິດກົດໝາຍຢູ່​ໃນ​ມຽນມາ ມາດົນນານແລ້ວ ແຕ່ວ່າ ການບັງຄັບກົດໝາຍ ​ໃນ​
ສະ​ໄໝກ່ອນລັດຖະບານຊຸດໃໝ່ນັ້ນ​ ແມ່ນ​ມີ​ການ ຂາດຕົກບົກພ່ອງຫຼາຍຢູ່. ​ແຕ່​ມາ​ບັດນີ້
ພວກ​ເຈົ້າ​ໜ້າ​ທີ່​ແມ່ນ​ສາມາດ​ຍຸດຕິ​ການ​ບໍລິການ​ອາຫານສັດປ່າ ຢູ່​ໃນ​ຮ້ານ​ອາຫານ​ໄດ້​
ປະມານ 80%​ແລ້ວ.

ທ່ານ ສເວ່ ເວົ້າວ່າ: “ພວກເຮົາບໍ່ສາມາດປ່ອຍ​ໃຫ້​ມີ​ການ​ເສີ​ບອາຫານທີ່
ເຮັດຈາກສັດປ່າ ຢູ່ໃນເຂດຂອງສາສະໜາ​ໄດ້. ພວກເຮົາປ່ອຍໃຫ້​ໄດ້​
ແຕ່ ຂາຍຊິ້ນສັດທໍາມະດາທີ່ລັດຖະບານອະນຸຍາດ​ໃຫ້​ເທົ່າ​ນັ້ນ. ແຕ່
ກ່ອນ ຮ້ານອາຫານບາງຮ້ານ ກໍລັກເສີບອາຫານສັດປ່າ ແຕ່ຈໍານວນ
ຮ້ານອາຫານເຫຼົ່ານັ້ນ ກໍກໍາລັງຫຼຸດນ້ອຍລົງໄປ ຍ້ອນມີການກວດກາ
ຂອງເຈົ້າໜ້າທີ່.”


​ແຕ່​ວ່າ ​ໃນຂະນະດຽວ​ກັນ​ນັ້ນ ບັນດາພໍ່ຄ້າແມ່ຄ້າຮິມທາງກໍພາກັນຂາຍຊີ້ນສັດປ່າກັນ ຢ່າງເປີດເຜີຍ ​ໂດຍໂຄສະນາວ່າ ​ເປັນຢາພື້ນເມືອງ.

ທ່ານ ອູ່ ມິນ ສເວ່ ເວົ້າວ່າ ພວກພິທັກປົກປ້ອງສັດປ່າ ໄດ້ປຶກສາຫາລືກັບບັນດາອົງກອນ ກ່ຽວຂ້ອງຕ່າງໆຂອງອົງການສະຫະປະຊາຊາດ ເພື່ອຊອກ ຫາວິທີການຄຸ້ມຄອງພວກ ສັດປ່າທີ່ໃກ້ຈະສູນພັນນັ້ນໃຫ້ດີຂຶ້ນ.

ທ່ານ ອູ່ ມິນ ສເວ່ ກ່າວໃນທີ່ສຸດວ່າ ພວກເຂົາເຈົ້າຈະຍິນດີຫຼາຍ ຖ້າ​ຈະ​ມີ​ການ​ດໍາ​ເນີນ​ຄວາມພະຍາຍາມ ​ໃນການບັງຄັບກົດໝາຍ ກ່ຽວ​ກັບເລຶ່ອງນີ້ ​ໃຫ້ຫຼາຍຂຶ້ນ.

​ເບິ່ງ​ວີ​ດິ​ໂອ ພາສາ​ອັງກິດ:

Burma Struggles to Crack Down on Wildlife Consumption
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG