ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ມຽນມາ ​​ສັນຍາ ຈະຮ່ວມມື ກັບ ອົງການຊ່ວຍເຫຼືອ ສາກົນ


ບັນດາພະນັກງານ ແລະອົງການສາກົນ ທີ່ບໍ່ຂື້ນກັບລັດຖະບານ ກຳລັງພາກັນລໍຖ້າ ທີ່ສະໜາມບິນ ນະຄອນຢາງກຸ້ງ ໃນມຽນມາ
ບັນດາພະນັກງານ ແລະອົງການສາກົນ ທີ່ບໍ່ຂື້ນກັບລັດຖະບານ ກຳລັງພາກັນລໍຖ້າ ທີ່ສະໜາມບິນ ນະຄອນຢາງກຸ້ງ ໃນມຽນມາ
ລັດຖະບານ​ມຽນມາ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ທີ່​ຈະ​ປົກ​ປ້ອງ
​ແລະ​ໃຫ້ການ​ຮ່ວມ​ມື​ ກັບບັນດາ​ອົງການ​ຊ່ວຍ​ເຫລື​ອສາ
ກົນ ຊຶ່ງ​ບັນດາ​ພະນັກງານ​ຂອງ​ເຂົາ​ເຈົ້າ​ໄດ້​ຖືກ​ບັງຄັບ
ໃຫ້​ຫລົບໜີ​ອອກ​ຈາກລັດ Rakhine ໃນພາກຕາເວັນ
ຕົກຂອງມຽນມາຫຼັງ ຈາກໄດ້ເກີດຄວາມ​ວຸ້ນວາຍທີ່ນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ພວກ​ນັກ​ເລງ​ຊາວ​ພຸດໄດ້​ທຳ​ການ​ໂຈມ
​ຕີ​ສະຖານ​ທີ່​ຕ່າງໆ​ຂອງ ອົງການ​ບັນ​ເທົາ​ທຸກຫລາຍໆອົງ
ການ ທີ່​ໃຫ້ການຊ່ວຍ​ເຫລືອ​ອັນ​ສຳຄັນ​ແກ່ຊາວ ມຸສລິມ
Rohingya ຫລາຍສິບ​ພັນ​ຄົນ ທີ່ບໍ່​ມີ​ທີ່ຢູ່​ອາ​ໄສຢູ່​ຕາມ​
ສູນ​ຕ່າງໆ​ໃນລັດ Rakhine.

ລັດຖະບານມຽນມາ​ໄດ້​ຖືກ​ຕິຕຽນ​ວ່າ ​ບໍ່ປະຕິບັດ​ຢ່າງ​ພຽງພໍ ​ເພື່ອ​ປົກ​ປ້ອງ​ບັນດາ​ພະນັກ
ງານບັນເທົາທຸກ ພ້ອມ​ທັງ​ປະຕິ​ເສດບໍ່​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ໄປຍັງ ເຂດດັ່ງກ່າວ
ຫລັງ​ຈາກຄວາມ​ວຸ້ນ​ວາຍ​ຍຸດຕິ​ລົງ ​ແລະຍຸດຕິການສົ່ງປັດໄຈໄປໃຫ້ສູນ​ຕ່າງໆ.

​ລຸນຫລັງທີ່ໄດ້ມີ​ການ​ຕອບໂຕ້ຢ່າງ​ແຂງ​ຂັນ ຈາກສະຫະ​ປະ​ຊາ​ຊາດ ​ແລະ​ບັນດາ​ເຈົ້າ
ໜ້າທີ່​ຕ່າງປະ​ເທດ​ແລ້ວລັດຖະບານມຽນມາກ່າວ​ວ່າ ຕົນ​ຈະ​ໃຫ້ການ​ບໍ​ລິການ ໃນການ “ຮັກສາ​ຄວາມ​ປອດ​ໄພຢ່າງ​ເຕັມທີ່ ​ແລະ​ຈະ​ໃຫ້​ຄວາມ​ຮ່ວມ​ມື​ໃນ​ທຸກ​ລະ ດັບ.” ແກ່ບັນ
ດາອົງການໃຫ້ຄວາມຊ່ວຍເຫຼືອຕ່າງໆ.

ຢູ່​ຖ​ະແຫລ​ງການສະບັບນຶ່ງນັ້ນ ມຽນມາຍັງ​ໃຫ້​ຄໍາ​ໜັ້ນສັນຍາທີ່​ຈະ​ “​ເປີດ​ເຜີຍໃຫ້ ຮູ້ບັນ
ດາຜູ້ນຳ​ຂອງກຸ່ມ” ​ແລະ​ຄົນ​ອື່ນໆ​ທີ່​ພົວພັນ​ໃນ​ການ​ໂຈມຕີ ຢູ່ລັດ Rakhine ທີ່ມຽນມາ​
ຮັບ​ຮູ້​ວ່າ ​ໄດ້ຊຸດໂຊມລົງ ສ່ວນນຶ່ງແລ້ວ ແມ່ນເປັນຍ້ອນ ອັນທີ່ມຽນມາ ເອີ້ນວ່າ ການຮັບ
ມືທີ່ “​ຊ້າໂພດ” ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່.

​ຖະ​ແຫລ​ງ​ການທີ່ພິມເຜີຍແຜ່ໂດຍ​ເວັບ​ໄຊທ໌ ຂອງປະທາ​ນາ​ທິບໍດີມຽນມາ ກ່າວ​ວ່າ ​ມີ
ເຮືອນ 16 ຫລັງ ສາງເກັບ​ເຄື່ອງ 15 ຫລັງ ລົດ 14 ຄັນ ​ເຮືອ 2 ລຳ ລົດຈັກ 29 ຄັນ​ແລະ​
ອຸ​ບປະກອນໃຊ້ໃນ​ຫ້ອງ​ການຈຳນວນນຶ່ງໄດ້ຮັບຄວາມເສຍ ຫາຍ​ຈາກການ​ໂຈມຕີ
ເຫຼົ່ານີ້.
XS
SM
MD
LG