ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ເທ​ນ ​ເຊ​ນ ​ພົບ​ປະ ນາຍ​ພົນ​ Yawd Serk ​ຜູ້​ນໍາ​​​ເຜົ່າ Shan (ວີດີໂອ)


ປະທານາທິບໍດີ​ມຽນມາ ທ່ານ​ເທ​ນ ​ເຊ​ນ
ປະທານາທິບໍດີ​ມຽນມາ ທ່ານ​ເທ​ນ ​ເຊ​ນ
ປະທານາທິບໍດີ​ມຽນມາ ທ່ານ​ເທ​ນ ​ເຊ​ນ ​ໄດ້​ພົບ​ປະກັບນາຍ
​ພົນ​ໂທ Yawd Serk ​ກັບ​ຜູ້​ນໍາ​ຂອງເຜົ່າ Shan ຊຶ່ງ​ເປັນຊົນ
​ກຸ່ມ​ນ້ອຍ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ​ໃນ​ຄວາມ​ພະ​ຍາ​ຍາມ
ເພື່ອສົ່ງ​ເສີມສັນຕິພາບ​ຕື່ມ​ອີກ ກັບ​ພວກຊົນກຸ່ມ​ນ້ອຍທັງຫຼາຍ.

ຫ້ອງການ​ຂອງ​ປະທານາທິບໍດີ ກ່າວ​ວ່າ ບັນຫາ​ຫຼັກ​ທີ່​ຂັດຂວາງ
ການຍຸຕິ​ການ​ຕໍ່ສູ້​ກັນນັ້ນ ແມ່ນຄວາມ​ຈໍາ​ເປັນ​ທີ່​ທຸກ​ຝ່າຍຈະຕ້ອງ​ເຫັນ​ພ້ອມ​ນໍາ​ກັນ​ວ່າ ຄວນ​ຈະອະນຸຍາດ​ໃຫ້​ພວກທະຫານຂອງ​ຝ່າຍ​ຕົນ ​ໄປ​ປະ​ຈໍາ​ການ​ຢູ່​ໃນ​ເຂດ​ໃດ.

ຜູ້​ນໍາ​ຂອງ​ກຸ່ມຕໍ່ຕ້ານ ​ກ່າວ​ວ່າ ທ່ານ​ເທ​ນ ​ເຊ​ນ ​ໄດ້​ຕົກລົງ​ຮັບ​ເອົາ​ຂໍ້ສະ​ເໜີຂອງ​ທ່ານ
ທີ່​ຢາກ​ໃຫ້ຈັດ​ຕັ້ງ​ຄະນະ​ກໍາມະການຮ່ວມຂຶ້ນມາ​ ​ເພື່ອ​ທໍາ​ງານ​ໄປ​ສູ່​ການ​ສ້າງສັນຕິພາບ.

​ນາຍ​ພົນ​ໂທ Yawd Serk ຜູ້​ນໍາ​ຂອງກອງ​ທັບລັດ Shan ກ່າວ​ວ່າ:​ “​ເຖິງ​ແມ່ນ​ວ່າ​ມຽນມາ​ເປັນ​ປະ​ເທດທີ່​ ອຸດົມສົມບູນໄປ​ດ້ວຍຊັບພະ​ຍາກ​ອນທໍາ​ມະ​ຊາດ​ ກໍ​ຕາມ ​ແຕ່ປະ​ເທດຊາດກໍຍັງ​ຫຼ້າ​ຫຼັງ ຍ້ອນ 60 ປີຂອງ​ສົງ​ຄາມ​ການ​ເມືອງ. ພວກ​ເຮົາ​ພາ​ກັນ​ມາ​ທີ່​ນີ້ ກໍ​ເພື່ອ​ຈະ​ສົນທະນາ​ກັນ​ວ່າ ພວກ​ເຮົາ​ຈະ​ຮ່ວມ​ມືກັນ​ໄດ້​ແນວ​ໃດ ​ໃນ​ອະນາ​ຄົດ​ເພື່ອຍຸຕິ​ສົງ​ຄາມກາງ​ເມືອງ​ນັ້ນ​.”

ນັບ​ຕັ້ງ​ແຕ່​ໄດ້ເອກະລາ​ດຈາກ​ອັງກິດ ​ໃນປີ 1948 ​ເປັນ​ຕົ້ນ​ມາ ພະມ້າ ຊຶ່ງບັດ​ນີ້​ຮູ້​ກັນ​ອີກ​ຊື່​ນຶ່ງວ່າ ມຽນມາ ນັ້ນ ກໍ​ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ກໍ່​ກະບົດ​ຫຼາຍຄັ້ງ​ຫຼາຍຫົນ ​ໂດຍພວກ​ ​ຊົນກຸ່ມ​ນ້ອຍທັງຫຼາຍ​ ທີ່​ຢາກ​ແຍກ​ຕົວ​ອອກມາ​ປົກຄອງ​ຕົວ​ເອງນັ້ນ.

ການ​ຕໍ່​ສູ້​ຍັງ​ດໍາ​ເນີນ​ສືບ​ຕໍ່​ມາ ​ເປັນ​ບາງ​ຄັ້ງ​ບາງ​ຄາວ ກັບ​ຫຼາຍໆ​ກຸ່ມ ຮວມທັງ ຊາວ Shan ​ແລະ​ຊາວ Kachin ນໍາ.

Burma Rebels
please wait
Embed

No media source currently available

0:00 0:00:48 0:00

Burma's president has met with the leader of one of the country's biggest minority groups, the Shan, in a effort to further make peace with ethnic minorities.

Thein Sein held talks with Lieutenant General Yawd Serk.

The president's office said the main obstacle to ending the fighting is the need for the sides to agree on where their troops are allowed to be stationed.

The rebel leader said Mr. Thein Sein agreed with his proposal to form a committee to work toward peace.

Lieutenant General Yawd Serk, leader of Shan State Army, says:

"Even though Myanmar is a country with rich natural resources, the country has lagged behind due to the 60-year-long civil war. We came here to discuss how we can co-operate in the future to end this civil war."

Since independence in 1948, Burma, also known as Myanmar, has faced rebellions from a number of minority groups seeking autonomy.

Sporadic fighting continues with several groups, including the Shan and the Kachin.
XS
SM
MD
LG