ອາໃສຢູ່ນໍາກັນ ບັດນີ້ ໄດ້ກາຍເປັນຊາວອົບພະຍົບທີ່ອາໄສແຍກ
ກັນຢູ່ຄົນລະບ່ອນ ຫຼັງຈາກເກີດຄວາມຮຸນແຮງລະຫວ່າງປະຊາ
ຄົມຂອງເຂົາເຈົ້າໃນລັດຣາຄີນ ທາງພາກຕາເວັນຕົກຂອງມຽນມາ.
ການໂຈມຕີແກ້ແຄ້ນກັນຢ່າງຕໍ່ເນື່ອງໄດ້ເລີ່ມຂຶ້ນນັບແຕ່ເດືອນ
ພືດສະພາຜ່ານມາ ຫຼັງຈາກຊາວພຸດຣາຄີນກຸ່ມນຶ່ງໄດ້ບຸກສັງຫານ
ຊົນເຜົ່າໂຣຮິງຢາທີ່ໂດຍສານມາເຕັມລົດເມຄັນນຶ່ງຢູ່ກາງທາງ
ຍ້ອນມີການກ່າວຫາວ່າຜູ້ຊາຍໂຣຮິງຢາໄດ້ຂົ່ມຂືນແມ່ຍິງຊາວ
ພຸດຄົນນຶ່ງ. ຕໍ່ມາ ຊາວໂຣຮິງຢາກຸ່ມນຶ່ງໄດ້ທໍາການອາລະວາດ
ຈູດເຜົາໝູ່ບ້ານຂອງຊົນຣາຄີນ ທີ່ໄດ້ພາກັນແລ່ນໜີເອົາຕົວລອດ
ໄປພັກອາໄສຢູ່ໃນວັດ ໂດຍບໍ່ມີຫຍັງຕິດຕົວ ມີແຕ່ເສື້ອຜ້າຄາຄີງ
ອີງຕາມຄໍາບອກເລົ່າຂອງ ນາງ ຊາ ຊາ ຊົນເຜົ່າຣາຄີນເວົ້າວ່າ:
“ພວກເຂົາພາກັນຖືທ່ອນໄມ້ກັບມີດ ໄລ່ຂ້າພວກເຮົາ. ຂ້ອຍບໍ່ເຄີຍເຫັນແບບນີ້
ມາກ່ອນເລີຍ.”
ທາງຊາວເຜົ່າໂຣຮິງຢາ ກໍພາກັນເລົ່າເຫດການທໍານອງດຽວກັນກ່ຽວກັບຊົນເຜົ່າຣາຄີນຈູດເຜົາບ້ານຂອງພວກເຂົາເຈົ້າ ແຕ່ບາງຄົນ ເຊ່ນຊາຍຄົນນີ້ ທີ່ທໍາການກ່າວຫາທີ່ຮ້າຍແຮງຫຼາຍກວ່ານັ້ນ ໂດຍເວົ້າວ່າ ນອກນີ້ແລ້ວ ພວກເຂົາເຈົ້າຍັງຖືກພວກຕໍາຫຼວດໂຈມຕີອີກ.
ຊາຍໂຣຮິງຢາຄົນນີ້ກ່າວວ່າ: “ພວກຕໍາຫຼວດມີປືນ ແລະພວກເຂົາເຈົ້າສາດນໍ້າມັນໃສ່ ວັດມຸສລິມ.”
ເຖິງແມ່ນໄດ້ມີການສະແດງຫຼັກຖານທີ່ຄ້າຍໆກັນຈາກບັນດາກຸ່ມສິດທິກໍຕາມ ແຕ່ພວກ
ເຈົ້າໜ້າທີ່ມຽນມາກໍໄດ້ບໍ່ໃຫ້ຄວາມສໍາຄັນແກ່ການກ່າວຫາທີ່ວ່າ ກໍາລັງຮັກສາຄວາມປອດ ໄພໄດ້ເຂົ້າຂ້າງກັບຝ່າຍຊາວພຸດ ແລະເວົ້າວ່າ ໃນທາງກົງກັນຂ້າມ ພວກເຂົາເຈົ້າໄດ້ກອບກູ້ເອົາຄວາມ ສະງົບກັບຄືນມາ ຫຼາຍກວ່າ.
ການປະທະກັນຢ່າງນອງເລືອດຫຼາຍໆບັ້ນ ໄດ້ຄຸເຂ່ຍໃຫ້ການແຕກແຍກ ກັນອ່ອນໆທີ່ມີມາເປັນເວລາດົນນານ ລະຫວ່າງຊົນເຜົ່ານ້ອຍໂຣຮິງຢາມຸສລິມ ແລະຊົນເຜົ່າໃຫຍ່ຊາວພຸດຣາຄີນນັ້ນ ໃຫ້ຟົດເດືອດຂຶ້ນມາ.
ພະອາຈານ Oo Ku Maar Ka ເຈົ້າອາວາດ ວັດ Gade Chay ກ່າວວ່າ ພວກເຈົ້າໜ້າທີ່ມຽນມາແມ່ນອ່ອນໂຍນເກີນໄປ ກັບຊົນເຜົ່າໂຣຮິງຢາ.
ພະອາຈານ ອູ ກ່າວວ່າ: “ພວກເຂົາເຈົ້າໂຫດຮ້າຍຫຼາຍ ເປັນຕາຢ້ານຫລາຍແທ້ໆ ພວກເຂົາເຈົ້າຄືປີສາດມານຮ້າຍ ປີສາດຮ້າຍທີ່ມາຈາກປະເທດນຶ່ງ ຄື ບັງກລາແດສ ໃນການໃຫ້ສໍາພາດພິເສດໂດຍສະເພາະກັບທ່ານ Than Lwin Htun ຫົວໜ້າວີໂອເອພະແນກພາສາມຽນມານັ້ນ ປະທານາທິບໍດີທຽນເຊນ ໄດ້ປະຕິເສດວ່າ ບໍ່ມີການຈໍາແນກກີດກັນໃດໆຕໍ່ພວກຊົນເຜົ່າໂຣຮິງຢາ."
ນອກນີ້ແລ້ວ ປະທານາທິບໍດີ ທຽນ ເຊນ ຍັງໄດ້ເວົ້າເປັນໄນໆວ່າເຫດການຮຸນແຮງທີ່ເກີດຂຶ້ນນັ້ນ ຢ່າງໜ້ອຍສາເຫດສ່ວນນຶ່ງ ກໍແມ່ນຍ້ອນຄວາມດ້ອຍການສຶກສາຂອງຊົນເຜົ່າໂຣຮິງຢາ ທີ່ທ່ານເອີ້ນວ່າ ຊາວ Bengalis.
ທ່ານທຽນ ເຊນ ກ່າວວ່າ: “ພວກເຮົາຈະເປີດໂຮງຮຽນໃຫ້ແກ່ພວກຊົນເຜົ່າໂຣຮິງຢາ ໃຫ້ພວກເຂົາເຈົ້າໄດ້ຮັບການສຶກສາແບບສະໄໝໃໝ່ ແລະເມື່ອໃດທີ່ພວກເຈົ້າໄດ້ຮັບການສຶກສາດີ ມີຄວາມຮູ້ແລ້ວ ພວກເຂົາເຈົ້າກໍຈະມີຄວາມຄິດທີ່ຫິ່ນຕອງຫຼາຍຂຶ້ນ ແລະສາມາດຕັດສິນໃຈໄດ້ວ່າ ອັນໃດຜິດອັນໃດຖືກ.”
ທາງການມຽນມາປະຕິເສດບໍ່ຍອມຮັບຮູ້ວ່າ ຊົນເຜົ່າໂຣຮິງຢາທີ່ປະມານ ກັນວ່າ ມີຢູ່ 800,000 ຄົນນັ້ນ ເປັນພົນລະເມືອງມຽນມາ ແຕ່ຖືວ່າພວກເຂົາເຈົ້າເປັນຄົນເຂົ້າເມືອງຜິດກົດໝາຍ ທີ່ມາຈາກປະເທດບັງ ກລາແດສ ຊຶ່ງບັງກລາແດສເອງກໍປະຕິເສດບໍ່ຮັບຮູ້ພວກເຂົາເຈົ້າເຊັ່ນກັນ.
ຊາວໂຣຮິງຢາ ແທບຈະບໍ່ມີສິດທາງກົດໝາຍໃດໆເລີຍຢູ່ໃນມຽນມາ ແລະມັກຈະຖືກສວາຍເອົາປະໂຫຍດດ້ານຄ່າແຮງທີ່ຖືກໆ ຢູ່ສະເໝີ.
ທາງການມຽນມາປະຕິເສດຕໍ່ຄໍາຮຽກຮ້ອງຈາກຫລາຍໆຝ່າຍ ໃຫ້ມີການ ສືບສວນສອບສວນຂອງນານາຊາດ ກ່ຽວກັບເຫດການຮຸນແຮງທີ່ໄດ້ເກີດຂຶ້ນນັ້ນ ແລະໄດ້ຈັດສົ່ງກໍາມະການຄະນະນຶ່ງ ທີ່ພວກເຂົາເຈົ້າອ້າງວ່າ ເປັນກໍາມະການອິດສະຫຼະນັ້ນ ໄປສອບສວນແທນ.
ໃນລະຫວ່າງນີ້ ໝູ່ບ້ານແລະຕະຫຼາດຕ່າງໆ ຊຶ່ງຄັ້ງນຶ່ງເຄີຍເປັນບ້ານຢູ່ອາໄສຂອງທັງຊົນເຜົ່າໂຣຮິງຢາ ກັບຊາວພຸດຣາຄີນນັ້ນ ກໍຍັງຄົງເປົ່າວ່າງຢູ່.