ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ດ້ານສາສະໜາ ໃນມຽນມາ (ວີດີໂອລາວກັບອັງກິດ)


Kampanye legislatif Partai Keadilan Sejahtera di Jakarta, dikirimkan oleh fans VOA di Facebook, Mareno Hapsari.
Kampanye legislatif Partai Keadilan Sejahtera di Jakarta, dikirimkan oleh fans VOA di Facebook, Mareno Hapsari.

ການຕໍ່ສູ້ກັນລະຫວ່າງຊຸມຊົນ ໃນລັດຣາຄີນຂອງມຽນມາໃນປີນີ້ ພາໃຫ້ເກີດມີຄໍາຖາມຂຶ້ນມາວ່າ ຊາວພຸດ ແລະຊາວມຸສລິມ ຈະສາມາດຢູ່ຮ່ວມກັນ ໃນຖານະເພື່ອນບ້ານໄດ້ອີກຫຼືບໍ່

ການຕໍ່ສູ້ກັນລະຫວ່າງຊຸມຊົນ ຢູ່ໃນລັດຣາຄີນທາງພາກຕາເວັນ
ຕົກຂອງມຽນມາໃນປີນີ້ພາໃຫ້ເກີດມີຄໍາຖາມຂຶ້ນມາວ່າ ຊາວພຸດ
ແລະຊາວມຸສລິມ ຈະສາມາດຢູ່ຮ່ວມກັນ ໃນຖານະເພື່ອນບ້ານ
ໄດ້ອີກຫຼືບໍ່. ປະທານາທິບໍດີ ໂອບາມາໄດ້ໃຫ້ຄວາມສົນໃຈຕໍ່ບັນ​ ຫາດັ່ງກ່າວໃນລະຫວ່າງການເດີນທາງໄປຢ້ຽມຢາມມຽນມາຄັ້ງ
ປະຫວັດສາດຂອງທ່ານນັ້ນ. Daniel Schearf ຜູ້ສື່ຂ່າວວີໂອ
ເອ ລາຍງານເລຶ່ອງນີ້ຈາກ Sittwe ເມືອງຫຼວງຂອງລັດຣາຄີນ. ຊຶ່ງທອງປານຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ປະທານາທິບໍດີບາຣັກ ໂອບາມາ ໃຫ້ຄຳໝັ້ນສັນວ່າຈະໃຫ້ການ​
ສະໜັບສະ ໜຸນຕໍ່ການເປີດກວ້າງດ້ານການເມືອງຂອງມຽນມາ
ໃນລະຫວ່າງການກ່າວ ຄໍາປາໄສຂອງທ່ານທີ່ມະຫາວິທະຍາໄລ
ຢ່າງກຸ້ງ ແຕ່ທ່ານກໍໄດ້ເນັ້ນຍໍ້າເຖິງ ຄວາມສ່ຽງໃນການເກີດຄວາມ
ເຄັ່ງຕຶງລະຫວ່າງບັນດາຊົນຊາດຊົນເຜົ່າແລະ ສາສະໜານັ້ນນໍາ.

ທ່ານໂອບາມາກ່າວວ່າ: “ການດໍາເນີນການປະຕິຮູບໃດໆກໍຕາມ ຈະບໍ່ປະສົບຜົນ ສໍາເລັດໄດ້ ໂດຍປາດສະຈາກການສ້າງຄວາມປອງດອງຊາດ…”

ເຫດການຮຸນແຮງລະຫວ່າງຊາວພຸດ ແລະຊາວມຸສລິມ ໃນລັດຣາຄີນ ທາງພາກຕາເວັນ ຕົກຂອງປະເທດນັ້ນ ແມ່ນໄດ້ເຂັ່ນຂ້າປະຊາຊົນໄປແລ້ວ ຢ່າງໜ້ອຍ 170 ຄົນແລະອີກ ຫຼາຍກວ່າ 100,000 ຄົນ ຕ້ອງໄດ້ພັດພາກຈາກ ບ່ອນຢູ່ອາໄສ ເຮັດໃຫ້ປະຊາຊົນຈໍາ ນວນຫຼວງຫຼາຍຕ້ອງອັ່ງອໍກັນຢູ່ຕາມສູນ ຊົ່ວຄາວແຫ່ງຕ່າງໆ.

ພວກເຄາະຮ້າຍສ່ວນໃຫຍ່ແມ່ນຊາວໂຣຮິງຢາ ຊຶ່ງເປັນຊົນກຸ່ມນ້ອຍຊາວມຸສ ລິມທີ່ບໍ່ມີ ປະເທດ ທີ່ຖືກັນວ່າເປັນຊົນເຜົ່ານຶ່ງທີ່ຖືກປະຫັດປະຫານໜັກທີ່ສຸດ ຂອງໂລກ.

ເບິ່ງວີດິໂອລາຍງານນີ້ເປັນພາສາລາວ:


ທ່ານ ສເວ່ ລາ ຜູ້ຈັດການສູນບັນເທົາທຸກ Thet Kae Pying ເວົ້າວ່າພວກຊາວໂຣຮິງຢາ ບໍ່ຢາກຢູ່ໃນຄ້າຍນີ້ ແຕ່ກໍບໍ່ແນ່ໃຈວ່າພວກເຂົາເຈົ້າຈະ ເປັນເພື່ອນບ້ານກັບຊາວພຸດໃນ ລັດຣາຄີນໄດ້ອີກຫຼືບໍ່.

ທ່ານ ສເວ່ ລາ ເວົ້າວ່າ: “ຖ້າຫາກວ່າທາງການມີວິທີແກ້ໄຂບັນຫານີ້ໄດ້ ສໍາລັບ ພວກ ເຮົາແລ້ວ ຂ້ອຍຄິດວ່າພວກເຮົາກໍສາມາດຢູ່ຮ່ວມກັນໄດ້ອີກຕໍ່ໄປ ຄັນຊັ້ນ ພວກເຮົາ ຈະຢູ່ຮ່ວມກັນໄດ້ອີກຢ່າງໃດ? ເວລານີ້ ພວກເຮົາປາກເວົ້ານໍາກັນກໍບໍ່ ໄດ້ ຂ້ອຍໄປ ຫາພວກເຂົາເຈົ້າບໍ່ໄດ້ດອກ.”

ຄຸ້ມບ່ອນຢູ່ອາໄສຂອງສອງຝ່າຍໄດ້ຖືກໄຟເຜົາໄໝ້ວອດວາຍໄປຈົນບໍ່ເຫຼືອຫຍັງ ຍ້ອນການ ໂຈມຕີແກ້ແຄ້ນກັນ ໂຮມທັງສະຖານສັກກາລະບູຊາຫຼາຍແຫ່ງກໍຖືກເຜົາໄໝ້.

ຊຶ່ງບັດນີ້ເຂດດັ່ງກ່າວຖືກຍາມຄຸ້ມກັນໂດຍທະຫານແລະຕໍາຫຼວດ.

ແຕ່ລະຝ່າຍ ຖິ້ມໂທດໃສ່ກັນແລະກັນກ່ຽວກັບການກໍ່ຄວາມຮຸນແຮງ ທີ່ເຮັດ ໃຫ້ປະຊາຄົມ ຕ່າງໆໂກດແຄ້ນທີ່ສຸດ ແລະເວລານີ້ກໍອາໄສຢູ່ໃນສູນບັນເທົາ ທຸກຄົນລະແຫ່ງ.

ທ່ານ ອູ່ ຈາວ ທຽນ ຜູ້ຈັດການສູນບັນເທົາທຸກ Ywagi ເໜືອ ເວົ້າວ່າ ຊາວຣາຄີນ ກໍຄິດ ຢາກກັບຕ່າວຄືນເມືອຢູ່ເຮືອນຊານຂອງພວກເຂົາເຈົ້າ ແຕ່ຫຼາຍຄົນກໍຍັງຢ້ານກົວຫຼາຍ.

ທ່ານ ທຽນ ເວົ້າວ່າ: “ພວກເຮົາຊາວຣາຄີນ ແມ່ນຖືກກໍ່ກວນໂດຍຊາວໂຣຮິງຢາ ຫຼາຍໆເທື່ອ ຄວາມສໍາພັນຂອງພວກເຮົາສິ້ນສຸດລົງແລ້ວ. ຄືດີທີ່ສຸດແລ້ວ ທີ່ທັງ ສອງປະຊາຄົມນີ້ ຢູ່ແຍກກັນຄົນລະແຫ່ງ.”


ທ່ານ ວິນ ຢຽງ ໂຄສົກຣັດຣາຄີນ ເວົ້າວ່າ ທ່ານຫວັງວ່າການແຍກກັນຢູ່ຢ່າງເປັນການ ຖາວອນນັ້ນ ຈະບໍ່ຈໍາເປັນເລີຍ.

ທ່ານ ຢຽງ ເວົ້າວ່າ : “ນັ້ນກໍຂຶ້ນຢູ່ກັບເຈົ້າໜ້າທີ່ທ້ອງຖິ່ນ ພວກເຮົາຕ້ອງ ຖ້າເບິ່ງ ໄປກ່ອນ. ດັ່ງທີ່ຂ້າພະເຈົ້າເຄີຍໄດ້ເວົ້ານັ້ນ ຄືໃນອະດີດຜ່ານມາ ມີເຫດຮ້າຍ ນ້ອຍໆເກີດຂຶ້ນຫຼາຍຄັ້ງລະຫວ່າງທັງສອງປະຊາຄົມນີ້ ແຕ່ພໍໄດ້ອາທິດຫຼືສອງ ອາທິດ ຫຼືນຶ່ງເດືອນຕໍ່ມາ ພວກເຂົາເຈົ້າກໍຢູ່ຮ່ວມກັນອີກໄດ້ ແຕ່ເຫດການໃນ ປັດຈຸບັນນີ້ ມັນແຕກຕ່າງກັບຄັ້ງທີ່ຜ່ານມາຫຼາຍທີ່ສຸດ ສະນັ້ນພວກເຮົາຕ້ອງຖ້າ ເບິ່ງໄປກ່ອນ.”

ບັນດາເຈົ້າໜ້າທີ່ທ້ອງຖິ່ນປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ທີ່ວ່າກໍາລັງຮັກສາ ຄວາມປອດໄພ ທ້ອງຖິ່ນ ເຂົ້າຂ້າງຊາວພຸດໃນລັດຣາຄີນ ໃນການຕໍ່ສູ້ກັນນັ້ນ.

ໃນເວລານີ້ ຕໍາຫຼວດທີ່ຖືກສົ່ງໄປປະຈໍາການຢູ່ເຂດດັ່ງກ່າວ ຈາກນະຄອນຢ່າງກຸ້ງ ໄດ້ເຂົ້າ ຄວບຄຸມການຮັກສາຄວາມປອດໄພທີ່ເມືອງ Sittwe ໃນ ຂະນະທີ່ກໍາລັງທະຫານຫຼາຍ ພັນຄົນປະຕິບັດໜ້າທີ່ຮັກສາຄວາມສະຫງົບ ທີ່ຍັງຫຼໍ່ແຫຼມຢູ່ໃນທົ່ວຣັດຣາຄີນນັ້ນ.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:

XS
SM
MD
LG