ໜັງສືພິມ 16 ສະບັບຂອງມຽນມາ ທີ່ໄດ້ຮັບໃບອະນຸຍາດໃຫ້
ດໍາເນີນກິດຈະການໄດ້ ເລີ້ມຕົ້ນໃນວັນທີ 1 ເມສາ ຜ່ານມານີ້
ແມ່ນເປັນໜັງສືພິມລາຍວັນເອກກະຊົນ ທີ່ໄດ້ຮັບອະນຸຍາດ
ໃຫ້ເລິ່ມບໍລິການ ພິມອອກຈໍານ່າຍໃນມຽນມາໄດ້ໃນໄລຍະ
ເກືອບ 50 ປີແຕ່ເຫດການສໍາຄັນນີ້ ມີຂຶ້ນທ່າມກາງສຽງໂວຍ
ວາຍກ່ຽວກັບກົດໝາຍສື່ມວນຊົນຂອງມຽນມາ ທີ່ຮ່າງຂຶ້ນມາ
ໃໝ່ໆ ແລະຫາກໍເປີດເຜີຍໃຫ້ຮູ້ ຊຶ່ງບັນດານັກວິຈານເວົ້າວ່າ
ກົດໝາຍໃໝ່ທີ່ວ່ານີ້ ອາດເຮັດໃຫ້ຄໍາໝັ້ນສັນຍາຂອງລັດຖະ
ບານ ທີ່ຈະໂຍະຍານອຸດສາຫະກໍາສື່ມວນຊົນ ທີ່ຖືກຄວບຄຸມ
ຢ່າງເຄ່ງຄັດມາດົນນານນັ້ນ ບໍ່ເປັນຄວາມຈິງຂຶ້ນມາ. Mark
Snowiss ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວກັບເລຶ່ອງນີ້ ຊຶ່ງ
ທອງປານ ຈະນໍາມາສະເໜີທ່ານ.
ເບິ່ງວີດິໂອພາສາລາວ:
ດ້ວຍຈໍານວນຜູ້ຄົນທີ່ຫຼັ່ງໄຫຼເຂົ້າໄປທ່ອງທ່ຽວມຽນມາ ຫຼາຍກວ່ານຶ່ງລ້ານຄົນ ເມື່ອປີຜ່ານມາ
ນີ້ ສະຖານະພາບການເປັນປະເທດທີ່ໜ້າຢ້ານກົວຂອງມຽນມາ ຈຶ່ງເບິ່ງຄືວ່າໄດ້ຫາຍໜີ ໄປ ພຽງຊົ່ວຂ້າມຄືນ.
ເມື່ອກ່ອນນີ້ ໃນລະຫວ່າງການປົກຄອງຂອງຝ່າຍທະຫານເປັນເວລາຫຼາຍສິບປີນັ້ນ ບັນດາ
ນັກຂ່າວໃນມຽນມາ ແມ່ນລວມຢູ່ໃນພວກກຸ່ມທີ່ຖືກຈໍາກັດຮັດແຄບຫຼາຍທີ່ສຸດ ໃນໂລກ.
ສື່ຂອງລັດແມ່ນຄວບຄຸມການເຜີຍແຜ່ຂ່າວທີ່ສໍາຄັນໆ ແລະພວກນັກຂ່າວອິດສະຫຼະກໍໄດ້
ຖືກກວດກາ ຫຼື censor ຢ່າງໜັກໜ່ວງທີ່ສຸດ. ບາງຄົນກໍໄດ້ຖືກສອດແນມຕິດຕາມເບິ່ງ
ຖືກຈໍາຄຸກ ແລະຮອດຖືກທໍລະມານ ກໍມີ.
ການລາຍງານຂ່າວທີ່ບໍ່ລໍາອຽງກົງໄປກົງມາທີ່ມີຢູ່ແຫຼ່ງດຽວນັ້ນ ແມ່ນສະເໜີໂດຍສື່ມວນ
ຊົນພັດຖິ່ນຂອງມຽນມາ ແລະສະຖານີວິທະຍຸກະຈາຍສຽງຂອງຕ່າງປະເທດ ເຊັ່ນ VOA,
BBC ແລະ ເອເຊຍເສລີ.
ເວລາການປົກຄອງແບບຜະເດັດການຂອງພວກນາຍພົນ ສິ້ນສຸດລົງໃນເດືອນມີນາ ປີ
2011 ນັ້ນ ກໍໄດ້ເລີ່ມມີການປ່ຽນແປງ ໃນຮູບການສື່ມວນຊົນຂອງມຽນມາ.
ເມື່ອເດືອນສິງຫາປີກາຍນີ້ ບັນດາເຈົ້າໜ້າທີ່ໃນມຽນມາ ໄດ້ຢຸດເຊົາການກວດກາສິ່ງພິມ
ຂອງເອກກະຊົນ. ແລະຕໍ່ມາໃນເດືອນທັນວາ ພວກເຂົາເຈົ້າ ກໍໄດ້ປະກາດແຜນການທີ່ ອະນຸຍາດ ໃຫ້ໜັງສືພິມລາຍວັນອິດສະຫຼະ ພິມອອກຈໍານ່າຍໄດ້ ເປັນເທື່ອທໍາອິດນັບ
ຕັ້ງແຕ່ປີ 1964 ເປັນຕົ້ນມາ.
ນອກນີ້ແລ້ວ ກະຊວງຖະແຫຼງຂ່າວຂອງມຽນມາ ຍັງໄດ້ເລີ່ມຮ່າງກົດໝາຍສື່ມວນຊົນ
ສະບັບໃໝ່ ຊຶ່ງ ທ່ານ ເຢ ຕູ ອະທິບໍດີກົມຖະແຫຼງຂ່າວຂອງມຽນມາ ໃຫ້ການຊີ້ແຈງວ່າ:
“ຢູ່ໃນຮ່າງກົດໝາຍຂອງເຮົາ ກໍຄືຍັດຕິສະບັບໃໝ່ ຈະບໍ່ມີກໍາມະການ censor
ອີກຕໍ່ໄປ ແລະຈະມີການອະນຸມັດສິດທິຂອງມາດຕະຖານສາກົນ ແລະຈະມີ
ມາດຕາຈໍານວນນນຶ່ງ ທີ່ກ່ຽວກັບສິດທິການເຂົ້າເຖິງ ຂໍ້ມູນ-ຂ່າວສານໄດ້.”
ແຕ່ ທ່ານ ເວ ຟູ ເວົ້າວ່າ: “ກົດໝາຍໃໝ່ ບໍ່ສອດຄ່ອງກັບຄໍາໝັ້ນສັນຍາຂອງ
ລັດຖະບານແຕ່ຢ່າງໃດເລີຍ ເພາະສະນັ້ນ ພວກເຮົາຂໍຄັດຄ້ານ.”
ທ່ານ ເວ ຟູ ເປັນຫົວໜ້າບັນນາທິການໜັງສືພິມ Eleven Media ຊຶ່ງເປັນສໍານັກຂ່າວ
ເອກກະຊົນລະດັບນໍາໜ້າແຫ່ງນຶ່ງຂອງມຽນມາ ແລະໄດ້ລາຍງານຂ່າວແບບເຈາະເລິກ
ກ່ຽວກັບຫຼາຍໆບັນຫາ ທີ່ຫຼໍ່ແຫຼມ.
ທ່ານ ເວ ຟູ ຕ້ອງຕິຢ່າງສູງ ຕໍ່ກົດໝາຍສະບັບໃໝ່ນີ້ ທີ່ຫ້າມບໍ່ໃຫ້ລາຍງານເລຶ່ອງທີ່ເປັນ
ຫົວຂໍ້ຂັດແຍ້ງກັນ ໂຮມທັງຂ່າວການສູ້ລົບຂອງມຽນມາ ກັບພວກກະບົດຊົນເຜົ່າ ແລະ
ຫ້າມອອກຂ່າວໃດໆທີ່ເປັນການວິພາກວິຈານ ແລະຕ້ອງຕິລັດຖະທໍາມະນູນທີ່ຮ່າງຂຶ້ນ
ໂດຍຝ່າຍທະຫານນັ້ນ. ທ່ານ ເວ ຟູ ເວົ້າອີກວ່າ
“ຖ້າຫາກລັດຖະບານຢາກສ້າງປະຊາທິປະໄຕແທ້ໆແລ້ວ ຂໍ້ຈໍາກັດຮັດແຄບ
ຕ່າງໆແບບນີ້ ກໍບໍ່ໜ້າຈະເອົາມານໍາໃຊ້. ຖ້າສະພາແຫ່ງຊາດຮັບຜ່ານຮ່າງ
ກົດໝາຍໃໝ່ນີ້ ແລະມັນສົ່ງຜົນກະທົບຕໍ່ສື່ມວນຊົນຂອງມຽນມາ ພວກເຮົາ ກໍຈະຂໍຕໍ່ສູ້ເລຶ່ອງນີ້ໃນທຸກໆວິທີທາງ ທີ່ເປັນໄປໄດ້.”
ຮ່າງກົດໝາຍໃໝ່ດັ່ງກ່າວ ໄດ້ກໍ່ໃຫ້ເກີດການປະທ້ວງໂດຍບັນດານັກຂ່າວຊາວມຽນມາ
ເຊັ່ນການເດີນຂະບວນປະທ້ວງເມື່ອເດືອນສິງຫາປີຜ່ານມາ ແຕ່ທ່ານ ທີຮາ ຊໍ ຮອງປະ
ທານສະມາຄົມນັກຂ່າວມຽນມາ ກໍຍັງມີຄວາມຮູ້ສຶກໃນແງ່ດີກ່ຽວກັບເລື້ອງນີ້ຢູ່.
ທ່ານ ທີຮາ ຊໍ ເວົ້າວ່າ: “ການດໍາເນີນການປະຕິຮູບນັ້ນ ນັບວ່າມີຜົນກະທົບ
ອັນໃຫຍ່ຫຼວງຕໍ່ຮູບການສື່ມວນຊົນໃນມຽນມາ ຕົວຢ່າງເຊັ່ນ ໜັງສືພິມເອກ
ກະຊົນນັ້ນແມ່ນມີມາໄດ້ ເປັນເວລາ 40-50 ປີແລ້ວ ພາຍໃຕ້ລັດຖະບານ
ທະຫານສອງຊຸດ ພາຍໃຕ້ຂໍ້ຈໍາກັດຮັດແຄບເຄ່ງຄັດທີ່ສຸດ ເຊັ່ນການກວດ
ກາ ຫຼື censor ການກວດກາກ່ອນລົງພິມ ດັ່ງນີ້ເປັນຕົ້ນ ແຕ່ດຽວນີ້ ແມ່ນ
ບໍ່ມີອີກແລ້ວ ເລີ່ມຕົ້ນໃນເດືອນສິງຫາປີຜ່ານມານີ້ ການກວດກາກ່ອນລົງ
ພິມ ທີ່ມີມາໄດ້ 48 ປີ ໄດ້ຫາຍໄປແລ້ວ.”
ທ່ານ ທີຮາ ຊໍ ໄດ້ໃຊ້ເວລາຫຼາຍປີຕໍ່ສູ້ກັບການເຊັນເຊີ້ຂອງລັດຖະບານ ແລະ ຕ້ອງຕິ
ຫຼາຍທີ່ສຸດ ຕໍ່ຮ່າງກົດໝາຍສື່ມວນຊົນສະບັບໃໝ່ດັ່ງກ່າວ. ທ່ານ ທີຮາ ທໍານາຍວ່າ
ບັນດານັກຂ່າວຊາວມຽນມາ ຈະບໍ່ໄດ້ຮັບເສລີພາບ ຫຼາຍເທົ່າກັບເພື່ອນນັກຂ່າວຊາວ
ຟິລິບປິນ ຫຼືຊາວໄທນັ້ນ.
ແຕ່ຄວາມຫວັງຂອງລາວ ແລະພວກອື່ນໆໃນມຽນມາ ກໍຄືວ່າ ລັດຖະບານຈະອະນຸຍາດ
ໃຫ້ມີເສລີພາບໃນການອອກຂ່າວ ຫຼາຍກວ່າທີ່ມີຢູ່ໃນປະເທດເພື່ອນບ້ານ ເຊັ່ນກໍາປູເຈຍ
ແລະຈີນ ໃນປັດຈຸບັນນີ້.
ເບິ່ງວີດິໂອພາສາອັງກິດ: