ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ປ່ຽນໃຈ ບໍ່ອະນຸຍາດໃຫ້ OIC ເປີດຫ້ອງການ


ບັນດາພະສົງທີ່ຖືປ້າຍ ຕໍ່ຕ້ານ ອົງການຮ່ວມມືອີສລາມ (OIC), ວັນທີ 15 ຕຸລາ 2012.
ບັນດາພະສົງທີ່ຖືປ້າຍ ຕໍ່ຕ້ານ ອົງການຮ່ວມມືອີສລາມ (OIC), ວັນທີ 15 ຕຸລາ 2012.
ການປະທ້ວງມາເປັນເວລາຫຼາຍໆອາທິດ ຂອງພະສົງແລະ
ປະຊາຊົນທີ່ໂກດແຄ້ນຢ່າງແຮງ ໄດ້ເຮັດໃຫ້ລັດຖະບານມຽນມາ
ປ່ຽນແນວທາງ ຊຶ່ງອາດຈະສົ່ງຜົນກະທົບຕໍ່ຄວາມ ສໍາພັນທີ່ເຄ່ງຕຶງ
ຢູ່ແລ້ວ ກັບບັນດາຊາວມຸສລິມໃນຂົງເຂດ.

ລັດຖະບານມຽນມາໄດ້ປະກາດໃນວັນຈັນວານນີ້ວ່າ ອົງການ
ຮ່ວມມືອິສລາມ ຫລື OIC ຊຶ່ງເປັນກຸ່ມຈັດຕັ້ງຂອງຫລາຍໆປະ
ເທດມຸສລິມນັ້ນ ຈະບໍ່ໄດ້ຮັບອະນຸຍາດໃຫ້ເປີດຫ້ອງການຂຶ້ນ
ຢູ່ໃນມຽນມາ.

ທ່ານ Zaw Htay ຈາກທໍານຽບປະທານາທິບໍດີ ໄດ້ອະທິບາຍ
ເຫດຜົນຕໍ່ VOA ໃນວັນຈັນວານນີ້ ວ່າ:“ຂ່າວທີ່ວ່າຈະມີການ
ໄຂຫ້ອງການ OIC ຂຶ້ນນັ້ນໄດ້ແພ່ລາມໄປທົ່ວໃນໝູ່
ປະຊາຊົນມຽນມາ. ອິງຕາມຄວາມປາດຖະໜາຂອງປະຊາ
ຊົນນັ້ນ ທ່ານປະທານາ ທິບໍດີ ຈະບໍ່ອະນຸມັດໃຫ້ໄຂສໍານັກງານຂອງ OIC ຢູ່ໃນ
ມຽນມາ. ຂ່າວນີ້ຈະປະກາດໃຫ້ຊາບ ໃນພາກຂ່າວເວລາ 8:00 ໂມງແລງຂອງເຮົາ
ແລະກໍຈະມີການຕີພິມເຜີຍເເຜ່ລົງໃນໜັງສືພິມໃນເຊົ້າມື້ອື່ນນໍາ.”


ພຽງເມື່ອເດືອນແລ້ວນີ້ເອງ ອົງການ OIC ໄດ້ເຊັນສັນຍາກັບ ລັດຖະມົນຕີຮັບຜິດຊອບກິດ
ຈະການຊາຍແດນຂອງມຽນມາ ທີ່ອະນຸຍາດໃຫ້ເປີດສໍານັກງານໃນນະຄອນຢ່າງກຸ້ງ ແລະ
ເມືອງ Sittwe ໃນລັດ Rakhine.

ລັດ Rakhine ໄດ້ກາຍມາເປັນພື້ນທີ່ແຫ່ງຄວາມເຄ່ງຕຶງທີ່ຮຸນແຮງຂຶ້ນ ລະຫວ່າງຊາວ ໂຣຮິງ
ຢາ ຊົນກຸ່ມນ້ອຍທີ່ຖືສາສະໜາອິສລາມ ແລະຊາວພຸດ ທີ່ເປັນຊົນກຸ່ມໃຫຍ່ນັ້ນ. ການປະທະ
ກັນໃນເດືອນ ມິຖຸນາໄດ້ສັງຫານເຖິງ 90 ຄົນ ອັນຍັງຜົນໃກ້ມີການໂຕນໜີຂອງຊາວ ໂຣຮິງ
ຢາ ອອກໄປສູ່ປະເທດເພື່ອນບ້ານ Bangladesh.

ໂຄສົກຍິງຂອງ OIC ທີ່ບອກຊື່ຕົນເອງວ່າ Maha ນັ້ນ ກ່າວກັບ VOA ວ່າ ລັດຖະບານ ມຽນມາຍັງບໍ່ໄດ້ຕິດຕໍ່ມາຫາທາງອົງການຂອງຕົນເທື່ອ.

ການຕ່າວປີ້ນການຕັດສິນໃຈຂອງລັດຖະບານມຽນມາ ໄດ້ມີຂຶ້ນ ໃນຂະນະທີ່ພວກປະທ້ວງ
ໃນຈໍານວນຫລາຍຂຶ້ນ ໄດ້ໄປຮວມຕົວກັນໃນນະຄອນຢ້າງກຸ້ງ ເພື່ອສະແດງຄວາມບໍ່ພໍໃຈ
ຂອງເຂົາເຈົ້າ.

ມີພະສົງ ເກືອບ 1 ພັນອົງ ແລະພົນລະເຮືອນ ຈໍານວນນນຶ່ງ ພາກັນໂຮມຊຸມນຸມປະທ້ວງ
ວັນຈັນວານນີ້ ຢູ່ທີ່ວັດໃຫຍ່ Shwe Dagon.
XS
SM
MD
LG