ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ່ສັດຕູກັນ ໃນມຽນມາ ເຕະບານ ສ້າງມິດຕະພາບ ແລະຄວາມປອງດອງກັນ (ວີດີໂອ)


Burma Football Friendly Brings Together Battlefield Opponents
please wait

No media source currently available

0:00 0:01:56 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນ​ຂະນະ​ທີ່​ບັນດາ​ທະຫານ​ຊົນ​ເຜົ່າຕ່າງໆ​ຂອງ​ມຽນມາ ກຳລັງ​ຮັກ
ສາການ​ຢຸດ​ຍິງ​ທີ່​ບອບ​ບາງ​ກັບລັດຖະບານ​ຢູ່​ນັ້ນ ພວກ​ທະຫານ​
ຈຳ​ນວນ​ນຶ່ງ​ ກໍສາມາດພາກັນ​ລະບາຍຄວາ​ມຕຶງຄຽດດ້ວຍ​ການ​
ແຂ່ງຂັນເຕະບານກັນ. Steve Sadford ລາຍ​ງານ​ມາຈາກລັດ
​ກະ​ຫລ່ຽງ ​ປະ​ເທດ​ມຽນມາ ກ່ຽວ​ກັບ​ການ​ລິ​ເລີ້ມ​ສັນຕິພາບ ທີ່​ແນ
ໃສ່ ​ເພື່ອສ້າງ​ຄວາມ​ໄວ້ເນື້ອເຊື່ອໃຈ ລະຫວ່າງພັກຝ່າຍທີ່ເປັນປໍ
ລະປັກທັງສອງ ຊຶ່ງເປັນນຶ່ງໃນບັນຫາຂັດແຍ້ງທີ່ດົນນານ​ທີ່​ສຸດ​ໃນ
​ໂລກ. ກິ່ງສະຫວັນ ມີລາຍລະອຽດກ່ຽວກັບເລື່ອງນີ້ມາສະເໜີທ່ານ.

ລິງໂດຍກົງ

ຢູ່​ໃນ​ລັດ​ກະ​ຫລ່ຽງ ປະເທດ​ມຽນມາ ກອງທັບ​ທີ່ເຄີຍ​ເປັນ​ຄູ່​ຕໍ່ສູ້ກັນ​ ໄດ້​ພົບ​ພໍ້ກັນ​ຫວ່າງ​ມໍ່ໆມາ​ນີ້
ໃນອັນ​ທີ່​ຄາ​ດກັນວ່າ​ ຈະປະ​ທະ​ກັນ​ຢ່າງ​ໃຫຍ່ນັ້ນ.

​ແຕ່​ວ່າ​ມື້​ນີ້ ທະຫານ​ລັດຖະບານ ​ແລະ​ກອງທັບຊົນເຜົ່າກະຫລ່ຽງ ທີ່ແຍກ​ອອກ​ເປັນອິດສະຫຼະ
ນັ້ນ ​ໄດ້ທຳ​ການ​ຕໍ່ສູ້ກັນ​ດ້ວຍ​ໝາກບານ​ ຢູ່ໃນການແຂ່ງຂັນເຕະ ບານມິດຕະພາບ. ທ່ານ Saw Nay So Mya ນຶ່ງ​ໃນ​ບັນດາ​ຜູ້​ບັງຄັບ​ບັນຊາຂອງພວກກະບົດກະຫລ່ຽງກ່າວວ່າ ຢູ່​ໃນ​
ປະ​ເທດ​ທີ່​ໄດ້​ຖືກ​ທຳລາຍ​ຍ້ອນ​ສົງ​ຄາມ​ກາງ​ເມືອງ​ມາ​ເປັນ​ເວລາດົນ​ກວ່າ 60 ປີແລ້ວນັ້ນ
ການ​ຈັດການ​ແຂ່ງຂັນ​ເຕະບານຂຶ້ນ ມັນ​ບໍ່​ແມ່ນ​ເລື້ອງ​ນ້ອຍໆເລີຍ.

ທ່ານ Saw Nay So Mya ຜູ້​ບັນຊາ​ການ​ດ້ານ​ຍຸດ​ທະວີ​ທີ ​ແລະ​ສະມາຊິກສະພາ​ສັນຕິພາບ​
ກະ​ຫລ່ຽງ ກ່າວ​ວ່າ “​ການແຂ່ງຂັນດັ່ງກ່າວ​ນີ້ ​ເຮັດ​ໃຫ້​ຂ້າພະ​ເຈົ້າມີ ຄວາມພາກພູມໃຈ​ໃນໂຕ​ຂອງ​ຂ້າພະ​ເຈົ້າ​ເອງ ​ເພາະວ່າມັນ​ບໍ່​ແມ່ນ​ເລື້ອງ​ງ່າຍໆ ທີ່​ເຫັນ​ວ່າ ມີຫຍັງ​ໄດ້
ເກີດຂື້ນ​ໃນ​ມື້​ນີ້ ແຕ່ລະກຸ່ມ​ຍັງ​ບໍ່​ເຊື່ອ​ໃຈ​ກັນ ​ແລະ​ບໍ່​ເຊື່ອ​ໃຈລັດຖະບານ​ມຽນມາ.”

ການ​ສູ້​ລົບ​ກັນ​ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ ​ໄດ້​ກໍ່ໃຫ້​ເກີດການ​ແບ່ງ​ແຍກ​ກັນ​ຢ່າງ​ເລິກ​ເຊິ່ງ
ລະຫວ່າງບັນດາ​ເຈົ້າ​ໜ້າ​ທີ່​ທະຫານ ແລະ​ບັນດາ​ກຸ່ມກຳລັງ​ປະກອບອາວຸດ​ຊົນ​ເຜົ່າ​ຕ່າງໆ.
ທ່ານ Saw Eh Tha ນັກລົບກະຫລ່ຽງກ່າວ​ວ່າ ການແຂ່ງຂັນຫຼືເຫດການແບບ​ນີ້ ແມ່ນແນ
​ໃສ່​ເພື່ອ​ສ້າງ​ຄວາມໄວ້ເນື້ອເຊື່ອໃຈ ​ໃຫ້​ແກ່ສອງ​ກຳ້ສອງ​ຝ່າຍ.

ທ່ານ Saw Eh Tha ​ຊຶ່ງເປັນ​ທະຫານ​ສັນ​ຕິ​ພາບ​ຂອງກະຫລ່ຽງ ກ່າວວ່າ:
“ຂ້າ​ພ​ະ​ເຈົ້າເປັນທະຫານ​ກະຫລ່ຽງ ຈາກ​ກອງພັນ 737​. ​ມື້​ນີ້ ​ພວກ​ເຮົາ​ມາ​ຫລີ້ນ​
ກິລາ​ເຕະບານ ​ເພື່ອ​ສັນຕິ​ພາບ. ພວກ​ເຮົາ​ໄດ້​ຮັບ​ຄວາມ​ມ່ວນ​ຊື່ນ ​ແລະໂອ້​ລົມ​ກັນ
​ຄື​ກັນ​ກັບ​ອ້າຍ​ນ້ອງ ​ແລະພວກ​ເຮົາຈັບ​ມື​ກັນ.” ​

​ໂດຍ​ການລືມຄວາມ​ຄຽດ​ແຄ້ນໄປຊົ່ວ​ຂະນະ​ນຶ່ງ​ ອະດີດນັກຍິງປະຕູຈາກ Premier League
ທ່ານ Jaan Aage Fjortoff ​ໄດ້​ເຂົ້າ​ຮ່ວມ​ຫລີ້ນ​ກິລາ​ຢູ່​ ທີ່​ລັດກະຫລ່ຽງ ​ໃນ​ນາມ​ໂຄສົກ​ໃຫ້​
ແກ່ ອົງການ​ລິເລີ້ມສັນຕິພາບ​ນໍ​ເວ ຊຶ່ງເປັນ​ຜູ້ອຸບປະ​ຖຳການແຂ່ງຂັນໃນຄັ້ງນີ້.

ທ່ານ Jaan Aage Fjortoff ກ່າວວ່າ “ຂ້າພະ​ເຈົ້າຄິດ​ວ່າ ຄວາມ​ຍິ່ງ​ໃຫຍ່​ກ່ຽວ​ກັບ​ເຕະບານ ແລະ​ກິ​ລາ​ອຶ່ນໆ​ນັ້ນ ​ເຮັດ​ໃຫ້​ເຮົາ​ສາມາດ​ເຂົ້າ​ໄປ​ເຖິງ​ ໄດ້ດົນ​ນານ​ກ່ອນ
ບັນດາ​ນັກ​ການ​ເມືອງ ບ່ອນພວກ​ນັກ​ການ​ເມືອງ​ຕ້ອງ​ໄປ​ຕາມເສັ້ນທາງ​ການ​ທູດ
ພວກ​ເຮົາ​ພຽງ​ແຕ່​ໄປ​ຫາ​ທີ່​ນັ້ນ ແລະເຕະບານກັນ ດັ່ງ​ທີ່​ເຫັນ​ໃນມື້​ນີ້ ກັບ​ບັນດາ​ຊົນ
ເຜົ່າ​ຕ່າງໆ ​ແລະ​ພວກ​ເຮົາ​ກໍໄດ້​ຮັບ​ຄວາມມ່ວນ​ຊື່ນທີ່​ສຸດ.”

​ໃນ​ລະຍະຫລາຍ​ອາທິດ ນັບ​ຕັ້ງ​ແຕ່​ໄດ້​ເຕະບານກັນມາ ລາຍ​ງານ​ກ່ຽວກັບການ​ສູ້ລົບ​ກັນ​
ແບບກະຈັດກະ​ຈາ​ຍ ຢູ່ໃນ​ລັດກະຫລ່ຽງ​ແລະແຫ່ງ​ອຶ່ນໆ​ຂອງ​ປະ​ເທດ ​ໄດ້ສ້າງຄວາມເສຍ
ຫາຍໃຫ້ແກ່ຂັ້ນຕອນການ​ສ້າງສັນຕິ​ພາບ. ​ໃນ​ຂະ​ນະ​ທີ່ ກຳນົດ​ເສັ້ນ​ຕາຍການ​ຢຸດ​ຍິງໃນ​ທົ່ວ
ປະ​ເທດ ຫຍັບໃກ້ເຂົ້າ​ມາ ​ໃນ​ເດືອນ​ສິງຫານີ້ ປະກົດ​ວ່າ ​ບໍ່​ແມ່ນທຸກ​ຄົນ​ພ້ອມ ທີ່ຈະ​ລົງຫລິ້ນ
ໃນທີມດຽວກັນນັ້ນ.

XS
SM
MD
LG