ເບິ່ງວີດີໂອພາສາລາວ:
ການກວາດລ້າງທາງການເມືອງໄດ້ເປັນສິ່ງທີ່ ຄັ້ງນຶ່ງ ຊີ້ບອກພາບພົດຂອງລັດຖະບານທະ
ຫານມຽນມາທີ່ມີຊື່ສຽງບໍ່ດີນັ້ນ. ຄືນັບຕັ້ງແຕ່ປີ 1988 ເປັນຕົ້ນມາ ພົນລະເຮືອນຫລາຍ
ພັນຄົນຖືກຂ້າຕາຍ ຫລືບໍ່ຖືກຈັບເຂົ້າຄຸກ. ຫລາຍໆຄົນໄດ້ຫລົບໜີອອກໄປຢູ່ນອກປະເທດ.
ນັກເຄື່ອນໄຫວ ຄິນ ໂອມາ ໄດ້ອາໃສພັດຖິ່ນຢູ່ໃນປະເທດໄທ ມາໄດ້ 23 ປີແລ້ວ ແລະກ່າວວ່າ
ນາງຍັງບໍ່ພ້ອມທີ່ຈະກັບຄືນປະເທດ.
“ແທ້ໆແລ້ວ ຂ້ອຍກໍຢາກມີສ່ວນໃນຂັ້ນຕອນໃນການຊຸກຍູ້ການດໍາເນີນງານຫັນປ່ຽນ
ໄປສູ່ປະຊາທິປະໄຕຢ່າງແທ້ຈິງ ແຕ່ມັນກໍຍັງຍາກທີ່ຈະຮູ້ໄດ້ວ່າມັນເປັນເວລາທີ່ເໝາະ
ສົມຫລືບໍ່ ທີ່ຈະກັບຄືນປະເທດໃນຕອນນີ້. ຄື ຖ້າຫາກພວກເຮົາເວົ້າຫຍັງທີ່ພວກເຂົາ
ເຈົ້າບໍ່ພໍໃຈແລ້ວ ພວກເຮົາກໍຍັງຈະໄດ້ຮັບຄວາມເດືອດຮ້ອນໄດ້ຢູ່. ລັດຖະບານຈະຕ້ອງ
ມີນະໂຍບາຍທີ່ແຈ້ງຂາວວ່າ ມີການນິລະໂທດກໍາໂດຍທົ່ວໄປ ໃຫ້ແກ່ພວກເຮົາທັງໝົດ
ທີ່ອາໃສຢູ່ໃນຕ່າງແດນ ທີ່ຄໍ້າປະກັນຄວາມປອດໄພໃຫ້ພວກເຮົາ.”
ໃນປີ 1988 ນັກສຶກສາທີ່ເປັນນັກເຄຶ່ອນໄຫວ ຊາລາຍ ຢໍ ອອງ ເປັນຜູ້ບັນຊາການກໍາລັງກະບົດ ສູ້ລົບກັບທະຫານລັດຖະບານມຽນມາ. ໃນໄລຍະ ຫລາຍໆປີຕໍ່ມານັ້ນ ພໍ່ແລະອ້າຍນ້ອງຂອງລາວຖືກຈັບເຂົ້າຄຸກ ຍ້ອນກິດຈະ ກໍາທາງການເມືອງຂອງພວກເຂົາເຈົ້າ ທີ່ເຮັດໃຫ້ ຊາລາຍ ຍັງມີຄວາມຊົງຈໍາອັນຂົມຂື່ນ ຢູ່ຕະຫລອດມາ.
“ພໍ່ຂອງຂ້ອຍຖືກເລືອກຕັ້ງເປັນ ສສ ໃນປີ 1990 ສັງກັດພັກສັນນິບາດແຫ່ງຊາດເພື່ອ
ປະຊາທິປະໄຕ ຫລື NLD. ລາວເສຍຊີວິດຢູ່ໃນຄຸກໃນປີ 1998. ລາວໄດ້ຖືກຈັບ ແລະ
ຖືກຕັດສິນຈໍາຄຸກ 11 ປີ. ເຈົ້າໜ້າທີ່ເຮືອນຈໍາທໍລະມານລາວ.”
ການພັດຖິ່ນເປັນເວລາຫລາຍປີ ໝາຍເຖິງການປ່ຽນແປງຢ່າງໃຫຍ່ຫລວງ. ຫລາຍໆຄົນໄດ້ສ້າງຕັ້ງຄອບຄົວ ແລະກໍເຖົ້າແກ່ຊະລາຂຶ້ນ ໂດຍທີ່ບໍ່ມີໂອ ກາດໄດ້ກັບເມືອເຫັນບ້ານເກີດເມືອງນອນຂອງພວກເຂົາເຈົ້າ. ນາຍຊາລາຍ ກ່າວວ່າ ເຖິງແມ່ນຄອບຄົວຂອງລາວໄດ້ເຮັດໃຫ້ລາວມີຄວາມລະມັດລະວັງຫລາຍຂຶ້ນ ແຕ່ລາວກໍຍັງມຸ້ງໝັ້ນນໍາການຕໍ່ສູ້ຂອງລາວຢູ່.
“ບັດນີ້ ຊີວິດຂອງຂ້ອຍໄດ້ປ່ຽນແປງໄປແລ້ວເພາະວ່າຂ້ອຍກັບເມຍມີລູກຄົນນຶ່ງ. ແຕ່
ກ່ອນນັ້ນ ຂ້ອຍບໍ່ຫ່ວງຫຍັງໝົດ ສິ່ງໃດທີ່ຢາກເຮັດ ຂ້ອຍກໍຈະເຮັດຈະທໍາ ແຕ່ບັດນີ້
ຂ້ອຍຕ້ອງຄິດເຖິງອະນາຄົດຂອງລູກຊາຍ ລູກກັບເມຍຂ້ອຍຈະເຮັດຢ່າງໃດ ຖ້າຂ້ອຍ
ຕາຍໄປ. ດັ່ງນັ້ນຂ້ອຍຕ້ອງຄິດ ແຕ່ຂ້ອຍກໍຍັງເຮັດວຽກເຄື່ອນໄຫວເພື່ອປະຊາທິປະໄຕຢູ່.”
ນາຍຊາລາຍ ກ່າວວ່າ ຕົນຍັງລໍຖ້າເບິ່ງຢູ່ ກ່ອນທີ່ຈະຕັດສິນໃຈວ່າ ຈະພາຄອບຄົວ ກັບຄືນໄປຢູ່ປະເທດບ້ານເກີດ ນັ້ນຫລືບໍ່? ເວລານີ້ ພວກເຮົາຍັງບໍ່ມີສັນຕິພາບເທື່ອດອກ. ບາງຄົນກໍເວົ້າວ່າຫລາຍສິ່ງ ຫລາຍຢ່າງໄດ້ປ່ຽນແປງໄປແລ້ວຢູ່ໃນມຽນມາ ແຕ່ຂ້ອຍຍັງບໍ່ຖືວ່າເປັນການ ປ່ຽນແປງທີ່ແທ້ຈິງ ເຮົາຕ້ອງລໍຖ້າເບິ່ງໄປນີ້ຫລະ.
ສໍາລັບຄວາມຮູ້ສຶກຂອງນາຍ ຊາລາຍ ແລະຄົນອື່ນໆອີກຫລາຍຄົນແລ້ວ ມຽນມາແມ່ນຍັງບໍ່ໄດ້
ປ່ຽນແປງຫລາຍ ພໍທີ່ພວກຕົນຈະກັບຄືນເມືອ ເທື່ອ.
ເບິ່ງວີດີໂອພາສາອັງກິດ: