ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຢູ່ໃນທ່າໄດ້ປຽບ ຈາກການຢູ່ໃກ້ ຕະຫລາດໃຫຍ່ ໃນຂົງເຂດ (ວີດິໂອຮຽນພາສາອັງກິດ)


ສະຖານທີ່ສວດມົນຂອງຊາວພຸດ ໃນວັດແຫ່ງນຶ່ງ ໃນນະຄອນຢາງກຸ້ງ ເມືອງໃຫຍ່ສຸດຂອງມຽນມາ.
ສະຖານທີ່ສວດມົນຂອງຊາວພຸດ ໃນວັດແຫ່ງນຶ່ງ ໃນນະຄອນຢາງກຸ້ງ ເມືອງໃຫຍ່ສຸດຂອງມຽນມາ.
ມຽນມາແມ່ນຢູ່ໃນທ່າໄດ້ປຽບ ທີ່ຈະໄດ້ຮັບຜົນປະໂຫຍດຈາກ ຕະຫລາດທີ່ກໍາລັງເຕີບໂຕຢ່າງວ່ອງໄວ ຂອງຂົງເຂດເອເຊຍ.
ແຕ່ວ່າ ການພັດທະນາຕ້ອງກວາມລວມເອົາໝົດທຸກພາກສ່ວນ
ໃນສັງຄົມແລະ ຈະຕ້ອງຍືນຍົງ ເພື່ອຈະເຮັດໃຫ້ມຽນມາ ບັນລຸເປົ້າ
ໝາຍຂອງຕົນໄດ້.

ນັ້ນຄືຄໍາເວົ້າຂອງທະນາຄານພັດທະນາເອເຊຍ ຫລື ADB ທີ່ກ່າວ ຢູ່ໃນລາຍງານຂອງຕົນ ເມື່ອໝໍ່ໆມານີ້.

ທ່ານນາງ Cyn-Young Park ຊຶ່ງເປັນນັກເສດຖະສາດປະຈໍາ
ທະນາຄານພັດທະນາ​ເອ​ເຊຍ ເວົ້າວ່າ ທ່າ​ທີທາງເສດຖະກິດ
ຂອງມຽນມາ ໄດ້ເພີ້ມຄວາມເຂັ້ມແຂງຂຶ້ນ ຍ້ອນມີແຫລ່ງຊັບ
ພະຍາກອນທໍາມະຊາດເຊັ່ນວ່າ ນໍ້າມັນ, ອາຍແກັສທໍາມະຊາດ
ແລະແຮ່ທາດຕ່າງໆ. ນອກ​ນັ້ນປະເທດນີ້ຍັງມີເພື່ອນບ້ານສອງປະເທດ ທີ່ມີເສດຖະກິດ ໃຫຍ່ ແລະກໍາລັງຂະຫຍາຍໂຕ ຄືອິນເດຍແລະຈີນ. ແລະກໍເປັນປະເທດທີ່ປະກອບ​ດ້ວຍ ຄົນ​ໜຸ່ມນ້ອຍ​ເປັນ​ສ່ວນ​ໃຫຍ່ ຄື ¼ ຂອງພົນລະເມືອງໃນປະເທດແມ່ນມີອາຍຸຕໍ່ກວ່າ 30 ປີ.

ເບິ່ງວີດິໂອ ພາສາອັງກິດພິເສດ:



ແຕ່ວ່າມຽນມາ ຍັງໄກຫລາຍທີ່ຈະສາມາດເຮັດແນວນັ້ນໄດ້. ພາຍຫລັງ ໄດ້ຕົກຢູ່ໃຕ້ການ ປົກຄອງຂອງພວກທະຫານມາໄດ້ 50 ປີ ມຽນມາກໍກາຍເປັນປະເທດນຶ່ງ ທີ່ທຸກທີ່ສຸດຢູ່ໃນ ພາກພື້ນເອເຊຍ. ໂຄງລ່າງພື້ນ ຖານທີ່​ສຳຄັນ ເຊັ່ນຖະໜົນຫົນທາງ ແລະຂົວ ແມ່ນບໍ່ໄດ້ ຮັບການພັດທະນາ​ເລີຍ. ແລະມີແຕ່ 30% ຂອງປະຊາຊົນ ຢູ່ໃນເຂດຊົນນະບົດທໍ່​ນັ້ນ ມີ ໄຟຟ້າໃຊ້.

ມຽນມາ ກໍາລັງພະຍາຍາມ ຈະເພີ້ມການລົງທຶນຕ່າງປະເທດຂຶ້ນ. ແຕ່ວ່າ ລັດຖະບານພົນ ລະ​ເຮືອນ​ຂອງປະເທດດັ່ງກ່າວ ຍັງ​ຕົກລົງ​ກັນ​ບໍ່​ໄດ້ ກ່ຽວກັບກົດໝາຍລົງທຶນຕ່າງປະເທດ ສະບັບໃໝ່. ສະບັບດັດແກ້ເມື່ອໝໍ່ ໝໍ່ມານີ້ ແມ່ນຈໍາກັດສິດເປັນເຈົ້າຂອງ ຂອງນັກລົງ ທຶນຕ່າງປະເທດ ຢູ່ ໃນບາງຂະແໜງການ ແລະເກືອດຫ້າມຢ່າງສິ້ນເຊີງຢູ່ໃນຂະແໜງ ການ ອື່ນໆ.

ທ່ານ Sean Turnell ນັກເສດຖະສາດ ທີ່ມະຫາວິທະຍາໄລ Macquarie ຂອງອັອສ ເທຣເລຍ ເວົ້າວ່າ ກົດໝາຍລົງທຶນຕ່າງປະເທດ ສະບັບປັດຈຸບັນນີ້ ກໍາລັງປະເຊີນກັບ ການບໍ່ເຫັນພ້ອມນໍາຈາກ ອໍານາດການປົກຄອງທ້ອງຖິ່ນ ຫລືພາກັນ​ຕ້ານ​ຢັນ. ທ່ານ Sean Turnell ເວົ້າວ່າ:

“ມີການຕ້ານຢັນ ຕໍ່ການຜ່ອນຜັນ​ບາງ ຢ່າງ ໃຫ້ແກ່ນັກລົງທຶນຕ່າງປະເທດ. ໂດຍສະເພາະ ແມ່ນປະກົດວ່າ ມີການສະກັດກັ້ນ ບໍ່ໃຫ້ມີລົງທຶນຂອງຕ່າງປະ ເທດ ຢູ່​ໃນ​ບາງ​ຂະ​ແໜງການ.”

ເປັນເວລາຫລາຍປີມາແລ້ວ ທີ່ກອງທັບມຽນມາໄດ້ຄວບຄຸມເສດຖະກິດຢ່າງຮັດແໜ້ນ ຊຶ່ງ ໄດ້ເຮັດໃຫ້ພວກພີ່ນ້ອງແລະໝູ່ເພື່ອນຂອງສະມາຊິກທະຫານໄດ້ຮັບສັນຍາຮັບເໝົາທີ່ ລໍ້າລວຍກັນ.

ມາບັດນີ້ ລັດຖະບານພົນລະເຮືອນ ຢາກຂະຫຍາຍຂະແໜງການບໍລິການ ແລະການຜະ ລິດ ຊຶ່ງກໍາລັງພິຈາລະນາໃຫ້ບໍລິສັດຕ່າງປະເທດໄດ້ເສຍພາສີຕໍ່າ ເພື່ອວ່າເຂົາເຈົ້າຈະໄດ້​ເຂົ້າມາ​ລົງທຶນ.

ແຕ່ພວກນັກຊ່ຽວຊານເວົ້າວ່າ ການເຮັດແບບນັ້ນ ອາດເປັນການຜິດ ພາດ. ທ່ານ Sean Turnell ເວົ້າວ່າ ພວກນັກລົງທຶນແມ່ນມີຄວາມ ເປັນຫ່ວງກ່ຽວ​ກັບບັນຫາໂຄງລ່າງພື້ນ ຖານ
ບໍ່ແມ່ນເລື້ອງພາສີ. ນອກນັ້ນ ພວກນັກເສດຖະສາດຍັງເວົ້າວ່າ ການບໍ່ໃຫ້ເສຍພາສີຊົ່ວ ຄາວ ກໍອາດຈະບໍ່ແມ່ນຄໍາຕອບ ສໍາລັບນັກລົງທຶນໃນປະເທດເຊັ່ນກັນ. ພວກເຂົາເຈົ້າເວົ້າ ວ່າ ການທີ່ບໍ່ສາມາດເຂົ້າເຖິງເງິນສິນເຊື່ອ ຫລືກູ້ຢືມໄດ້ຂອງພວກຊາວນາ ຊາວສວນ ແລະ ນັກທຸລະກິດ ຢູ່ໃນມຽນມາ ແມ່ນເປັນບັນຫາທີ່ຍິ່ງໃຫຍ່ກວ່ານັ້ນອີກ.

ການປະຕິຮູບຢູ່ໃນມຽນມາ ຍັງຢູ່ຂັ້ນຕອນເລີ້ມຕົ້ນຢູ່. ປະເທດດັ່ງກ່າວ ໃນໝໍ່ໆມານີ້ ໄດ້ປະ ກາດກົດລະບຽບໃໝ່ອອກມາ ເພື່ອເຮັດໃຫ້ການ ກວດກາໂດຍກົງຂອງລັດຖະບານຕໍ່ສື່​ມວນ​ຊົນ ​ສິ້ນສຸດ​ລົງ. ພວກນັກ ຂ່າວດຽວນີ້ ຕ້ອງໄດ້ສົ່ງບົດຂຽນ ຫລືຂ່າວຂອງພວກເຂົາ ເຈົ້າໄປໃຫ້ຜູ້ກວດກາ ລຸນຫລັງທີ່ພວກເຂົາເຈົ້າໄດ້ພິມເຜີຍແຜ່ໄປແລ້ວ ແທນ ທີ່ຈະສົ່ງໃຫ້ ກ່ອນຈະນໍາອອກເຜີຍແຜ່. ພວກນັກຂ່າວບາງຄົນ ເວົ້າວ່າ ພວກເຂົາເຈົ້າຈະລໍຖ້າເບິ່ງວ່າ ການເຮັດແນວນັ້ນ ຈະໝາຍເຖິງການມີ ສິດ​ເສລີພາບເພີ້ມຂຶ້ນຫລືບໍ່.

ທ່ານນາງ Cyn-Young Park ກ່າວມ້ວນທ້າຍວ່າ ນັກລົງທຶນກໍເຊັ່ນກັນ ກໍາລັງລໍຖ້າ ເບິ່ງວ່າ ການປະຕິຮູບຈະໄດ້ຮັບຜົນສໍາເລັດ ຫລືບໍ່. ທ່ານ​ນາງ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້ວ່າ.

“ມັນຈະຕ້ອງໃຊ້ເວລາຊົ່ວ​ໄລຍະ​ນຶ່ງ ເພື່ອຈະເຮັດໃຫ້ພວກນັກລົງທຶນ ເຊື່ອຖື ໄດ້ວ່າ ການປະຕິຮູບແມ່ນແນ່ແທ້ ແລະລັດຖະບານຈະບໍ່ຖອຍຄືນຫລັງ.”

ຮ່າງ​ນິຕິ​ບັດ​ຢັດ ​ກ່ຽວກັບການລົງທຶນຕ່າງປະເທດ ສາມາດຖືກເຊັນຮັບຮອງໃຫ້ເປັນກົດ ໝາຍ​ໄດ້ ພາຍໃນເດືອນນີ້.”

ແລະນັ້ນກໍຄື ສາລະຄະດີເລື້ອງເສດຖະກິດຂອງມຽນມາ ຂອງພະ​ແນ​ກພາສາ​ອັງກິດພິ​ເສດ​ ຫລື Special English Economics Report ຂອງວີໂອເອ.
XS
SM
MD
LG