ຕາມແຄມຖະໜົນຫົນທາງຂອງມຽນມາ ຊຶ່ງຄັ້ງນຶ່ງເຄີຍເປັນ
ບ່ອນວາງສະແດງສິ່ງແປກໆ ຊຶ່ງກໍຄືລົດລາທີ່ມີລາຄາແພງ
ທີ່ສຸດ ທີ່ເປັນພວກລົດລຸ້ນອາຍຸຫຼາຍສິບປີຜ່ານມາ ທີ່ໃຊ້ແລ່ນ
ກັນຢູ່ຕາມຖະໜົນຫົນທາງ ດ້ວຍເຄື່ອງອາໄຫຼ່ທີ່ປະດິດສ້າງຢູ່
ພາຍໃນມຽນມາເອງ ແຕ່ເມື່ອບໍ່ເທົ່າໃດປີຜ່ານມານີ້ ການປະຕິ
ຮູບເສດຖະກິດແມ່ນໄດ້ປ່ຽນແປງຕະຫຼາດລົດຍົນຢ່າງສໍາຄັນ.
ນາຍ ອູ ວິນ ນຽງ ຄົນຂັບລົດແທ໊ກຊີ້ ຈ່າຍເງິນພຽງແຕ່ 6.000
ໂດລາ ສໍາລັບລົດຍີ່ປຸ່ນຄັນທີ່ເຫັນຢູ່ນີ້ ເບິ່ງຄືວ່າລາຄາຈະແພງ
ຫຼາຍເຕີບສໍາລັບລົດ Nissan Sunny ລຸ້ນປີ 1988 ແຕ່ນາຍ
ອູ ກໍຮູ້ສຶກວ່າຕົນຊື້ມາໃນລາຄາ ຖືກຫຼາຍ. ນາຍ ອູ ເວົ້າວ່າ:
“ຍ້ອນວ່າພວກເຮົາຢູ່ໃນຊ່ວງທີ່ລາຄາລົດຕົກຕໍ່າ ສະນັ້ນຂ້ອຍ ກໍດີໃຈຫຼາຍ ຊຶ່ງເວລານີ້ ລັດຖະບານກໍເຮັດວຽກໄດ້ດີຂຶ້ນ ໃນຂະນະທີ່ປະເທດຊາດກໍາລັງຈະເລີນກ້າວໜ້ານີ້ ລົດເກົ່າໆທັງຫຼາຍກໍບໍ່ໜ້າຈະເອົາມາແລ່ນຢູ່ຕາມຖະໜົນ ອີກຕໍ່ໄປແລ້ວ.“
ເມື່ອພຽງຫົກປີຜ່ານມານີ້ ລົດເກົ່າຍີ່ປຸ່ນລຸ້ນຊາວປີຜ່ານມາ ອາດຈະມີລາຄາປະມານ ນຶ່ງ ແສນໂດລາ. ພວກລົດລາທີ່ເກົ່າຂະໜາດພໍເອົາຖິ້ມເຂົ້າປ່າຊ້ ລົດ ຫຼື Jungyard ນັ້ນ ຍັງມີໃຊ້ແລ່ນກັນຢູ່ຕາມຖະໜົນ ຍ້ອນວ່າລັດຖະ ບານວາງຂໍ້ຈໍາກັດຮັດແຄບລົດນໍາເຂົ້າ ຈາກຕ່າງປະເທດ ຈຶ່ງເປັນເຫດໃຫ້ລາ ຄາລົດຕ່າງໆທີ່ມີຢູ່ໃນມຽນມານັ້ນ ແພງຂຶ້ນສຸດຂີດ.
ນາຍ ກໍ້ ໂສໂມ ນາຍໜ້າຂາຍລົດເວົ້າວ່າ ລົດແລະສິ່ງຂອງຫຼືເຄຶ່ອງໃຊ້ ຫລູຫລາ ຊຶ່ງຄັ້ງນຶ່ງ ມີໄວ້ບໍລິການຂາຍໃຫ້ແຕ່ສະເພາະພວກເຈົ້າໜ້າທີ່ທະ ຫານສໍ້ລາດບັງຫຼວງເທົ່ານັ້ນ. ນາຍ ກໍ້ ເປັນນາຍໜ້າຂາຍລົດອິດສະຫຼະຄົນ ນຶ່ງໃນປະມານສອງພັນຄົນຢູ່ໃນນະຄອນຢ່າງກຸ້ງ ຜູ້ທີ່ອາດບໍ່ມີວຽກນີ້ເຮັດ ອີກຕໍ່ໄປໃນບໍ່ຊ້ານີ້.
ເບິ່ງວີດິໂອລາຍງານນີ້ເປັນພາສາລາວ
ນາຍກໍ້ ເວົ້າວ່າ: “ລວມທັງຄ່າໃບອະນຸຍາດ ບວກກັບລາຄາລົດໃໝ່ຄັນນຶ່ງຈະຕົກ ເປັນປະມານ 400,000 ໂດລາແລ້ວ. ເພາະສະນັ້ນ ກໍມີພຽງແຕ່ ພວກຄົນຊັ້ນ ສູງລໍ້າລວຍ ພ້ອມດ້ວຍບັນດານາຍພົນທະຫານ ແລະພວກໃກ້ ຊິດວົງໃນຂອງ ພວກເຂົາເຈົ້າເທົ່ານັ້ນ ທີ່ອາດມີເງິນຊື້ໄດ້.”
“ບໍ່ມີບ່ອນໃດດອກ ທີ່ມີບ່ອນຂາຍລົດເປັນຄືແບບນີ້ ຫຼືນາຍໜ້າຂາຍລົດຄື ຂ້ອຍນີ້ ຢູ່ໃນປະເທດອື່ນ. ທຸລະກິດແບບນີ້ ກໍພຽງແຕ່ຈະດໍາເນີນໄປໂດຍທີ່ ບໍ່ມີສະຖານ ທີ່ຕັ້ງໂຊລົດທີ່ແທ້ຈິງໃຫ້ລູກຄ້າເບິ່ງເທົ່ານັ້ນ.”
ການລົບລ້າງກົດເກນໃນຕະຫຼາດຂາຍລົດນັ້ນ ກົງກັນຂ້າມ ແມ່ນຈະຊ່ວຍ ເປີດໂອກາດໃນການເຮັດທຸລະກິດນີ້ ແກ່ປະຊາຊົນ ຄືກັບນາຍ Nyi Nyi ຜູ້ທີ່ມີລາຍໄດ້ ຈາກຝີມືການເສີມ ຕົບແຕ່ງລົດໃຫ້ງາມເດັ່ນຂຶ້ນ ຂອງພວກນິຍົມ ໃຊ້ລົດໃໝ່ທັງຫຼາຍຂອງມຽນມາ.
ນາຍ ນີ ເວົ້າວ່າ: “ແມ່ນແລ້ວ ມີຄົນກຸ່ມນຶ່ງທີ່ເລີ້ມມີລົດມີລາຫຼາຍທີ່ສຸດ ແລະ ພວກຄົນກຸ່ມນັ້ນກໍເພີ່ມຫຼາຍຂຶ້ນໄປນັບມື້. ແຕ່ກ່ອນມາມັນແຕກຕ່າງກັນປານ ຟ້າກັບດິນ ຄືມຽນມາເປັນພຽງນຶ່ງໃນບໍ່ເທົ່າໃດປະເທດ ທີ່ເວລາເຮົາຊື້ລົດຄັນນຶ່ງ ລາຄາລົດຄັນນັ້ນຈະສູງຂຶ້ນໄປເລື້ອຍໆ ແບບວ່າເຮົາລົງ ທຶນ ກະວ່າແມ່ນ ຄື ເຮົາສາມາດໄດ້ກໍາໄລຈາກການຊື້ລົດ ແລະກໍຍັງເອົາໄປຂາຍຄືນໄດ້ກໍາໄລອີກ.”
ນາຍ ຄິນ ມ່ອງ ນຽວ ນັກເສດຖະສາດທີ່ມີສໍານັກງານຢູ່ນະຄອນຢ່າງກຸ້ງ ກ່າວວ່າ ຈາກລາ ຄາ ລົດທີ່ກໍາລັງຕົກຕໍ່າລົງ ຍ້ອນການຄວບຄຸມກ່ຽວກັບ ການນໍາເຂົ້າລົດຍົນ ໄດ້ມີການໂຍະຍານຜ່ອນຜັນ ຊຶ່ງຊາວມຽນມາກໍບໍ່ໄດ້ ພາກັນຊື້ລົດໄວ້ແບບລົງທຶນໃນໄລຍະຍາວ ອີກຕໍ່ໄປແລ້ວ.
ນັກເສດຖະສາດ ຄິນ ມ່ອງ ກ່າວວ່າ: “ຕະຫຼາດລົດຄືພາກສ່ວນນຶ່ງຂອງຕະຫຼາດຊັບ ສົມບັດ ຫຼືຕະຫຼາດຊັບສິນ ຊຶ່ງບັດນີ້ການເກັງກຳ ໄລ ແມ່ນຈະຫັນໄປຈາກຕະຫຼາດລົດ ສູ່ຕະຫຼາດຂາຍບ້ານເຮືອນແລະທີ່ດິນ ກັນແລ້ວ.”
ໃນນະຄອນຢ່າງກຸ້ງ ທີ່ມີສະພາບຈະລາຈອນຕິດຂັດນັ້ນ ມັນເປັນຮ່ອງຮອຍ ທີ່ສະແດງໃຫ້ເຫັນວ່າພວມມີການປະຕິຮູບຕາມທ້ອງຖະໜົນກັນຢູ່ໃນມຽນ ມາ.
ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ