ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ວ່າ ມຽນມາ ຍັງບໍ່ປະຕິບັດ ຕາມສັນຍາ ໃນການປ່ອຍ ນັກໂທດ ການເມືອງ (ວີດິໂອ)


ແຜນທີ່ມຽນມາ
ແຜນທີ່ມຽນມາ
ພວກນັກເຄື່ອນໄຫວ ແລະກຸ່ມປົກປ້ອງສິດທິມະນຸດ ສະແດງ
ຄວາມເຫັນແບບລະມັດລະວັງກ່ຽວກັບການປ່ອຍນັກໂທດການ
ເມືອງຄັ້ງຫລ້າສຸດຂອງມຽນມາ ໂດຍເວົ້າວ່າ ຍັງມີຫລາຍຮ້ອຍ
ຄົນອີກທີ່ຖືກຂັງ ເຖິງແມ່ນລັດຖະບານສັນຍາວ່າ ຈະປ່ອຍພວກ
ນັກໂທດເຫລົ່ານັ້ນກໍຕາມ.

ລັດຖະບານຂອງມຽນມາກ່າວໃນອາທິດນີ້ວ່າ ນັກໂທດ 514 ຄົນ
ຈະຖືກປ່ອຍ ໃນຖານະວ່າເປັນສ່ວນນຶ່ງຂອງການໃຫ້ນິລະໂທດ
ກໍາທົ່ວໄປ. ພວກນັກເຄື່ອນໄຫວຄາດ ຄະເນວ່າປະມານ 90%
ຂອງນັກໂທດທີ່ໄດ້ຮັບອະໄພຍະໂທດນັ້ນ ແມ່ນເປັນພວກນັກໂທດ
ຈິດສໍານຶກ.

ນີ້ແມ່ນການນິລະໂທດກໍາຄັ້ງທີ 4 ທີ່ໄດ້ເລີ້ມມາໃນປີກາຍນີ້ ໂດຍ
ລັດຖະບານຂອງ ປະທານາທິບໍດີ Thein Sein ຊຶ່ງນອກນັ້ນແລ້ວ ຍັງໄດ້ຜ່ອນຜັນການ ຈໍາກັດຮັດແຄບທາງດ້ານຂ່າວສານ, ອະນຸຍາດ ໃຫ້ຄົນເຂົ້າຮ່ວມເຄື່ອນໄຫວ ດ້ານການ ເມືອງຫລາຍຂຶ້ນ, ແລະເຊັນສັນຍາຢຸດຍິງ ກັບກຸ່ມກະບົດບາງກຸ່ມ.

ແຕ່ຢ່າງໃດກໍຕາມ ໃນຖະແຫລງການທີ່ອອກໃນວັນພຸດມື້ນີ້ ກຸ່ມປົກປ້ອງສິດທິມະນຸດ Human
Rights Watch ເວົ້າວ່າ ການນິລະໂທດກໍານັ້ນ ແມ່ນບໍ່ໄດ້ປະຕິບັດຢ່າງຄົບຖ້ວນຕາມ
ການໃຫ້ຄວາມໝັ້ນໝາຍຂອງປະທານາທິບໍດີທີ່ວ່າ ຈະປ່ອຍນັກໂທດການເມືອງທັງໝົດ. ກຸ່ມປົກປ້ອງສິດທິມະນຸດ ທີ່ມີສໍານັກງານຕັ້ງຢູ່ນະຄອນນີວຢອກດັ່ງກ່າວ ຢາກໃຫ້ ທາງການມຽນມາອະນຸຍາດໃຫ້ພວກສັງເກດການທີ່ເປັນອິດສະຫຼະ ເຂົ້າໄປໃນຄຸກຂອງ ມຽນມາ ເພື່ອກວດເບິ່ງໃຫ້ຮູ້ວ່າ ມີນັກໂທດການເມືອງຫລາຍ ປານໃດ ທີ່ຖືກຄຸມຂັງຢູ່ນັ້ນ.

ທ່ານນາງອອງຊານ ຊູຈີ ຜູ້ນຳປະຊາທິປະໄຕຂອງມຽນມາ ກ່າວໃນວັນອັງຄານວານນີ້ວ່າ ພັກຂອງທ່ານນາງ ຄືພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຄາດຄະເນວ່າ ມີນັກ ໂທດທາງການເມືອງປະມານ 200 ຄົນທີ່ຍັງຖືກຂັງຢູ່. ທ່ານນາງທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບທ່ານນີ້ ຊຶ່ງປັດຈຸບັນກໍາລັງຢ້ຽມຢາມສະຫະລັດຢູ່ນັ້ນເວົ້າວ່າ ມຽນມາ ບໍ່ສາມາດມີປະຊາທິປະໄຕຢ່າງແທ້ຈິງໄດ້ ຈົນກວ່າວ່າ ພວກນັກໂທດຈິດສໍານຶກທັງໝົດ ຈະຖືກປ່ອຍໃຫ້ເປັນອິດສະຫຼະ.

ເບິ່ງວີດິໂອ ນັກຂ່າວວີໂອເອ ສໍາພາດທ່ານນາງ ອອງຊານ ຊູຈີ:
XS
SM
MD
LG