ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການພັດທະນາຄວາມສໍາພັນແບບເມືອງຄູ່ແຝດ ຄືຮູບແບບນຶ່ງໃນການຂະຫຍາຍການລົງທຶນຂອງ ຈີນ ເພີ້ມຂຶ້ນໃນລຸ່ມແມ່ນໍ້າຂອງ


ພິທີເປີດການວາງສີລາລືກ ສໍາລັບການຮ່ວມມືລະຫວ່າງ ລາວ-ຈີນ.
ພິທີເປີດການວາງສີລາລືກ ສໍາລັບການຮ່ວມມືລະຫວ່າງ ລາວ-ຈີນ.

ການພັດທະນາຄວາມສໍາພັນແບບເມືອງຄູ່ແຝດ ຄືຮູບແບບນຶ່ງໃນການຂະຫຍາຍການລົງທຶນຂອງ ຈີນ ເພີ້ມຂຶ້ນໃນລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ນການເພີ້ມການລົງທຶນຂອງ ຈີນ ໃນກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ດຣ. ໄພຈິດ ວິບູນທະນະສານ ຮອງປະທານ ແລະເລຂາທິການຫໍການຄ້າໄທໃນຈີນ ໃຫ້ທັດສະນະວ່າ ການທີ່ລັດຖະບານຈີນໄດ້ໃຫ້ການສົ່ງເສີມເພື່ອການພັດທະ ນາການພົວພັນ ແລະຮ່ວມມືໃນຮູບແບບເມືອງຄູ່ແຝດກັບປະເທດເພ່ືອນບ້ານເພີ້ມຂຶ້ນນັບມື້ນັ້ນກໍເພາະ ລັດຖະບານຈີນຖືວ່າການສົ່ງເສີມການພົວພັນດັ່ງກ່າວນີ້ເປັນຮູບແບບນຶ່ງຂອງການຂະຫຍາຍໂອກາດ ທີ່ຈີນຈະເພີ້ມການລົງທຶນໃນບັນດາເມືອງຄູ່ແຝດຂອງຈີນພ້ອມໃນເວລາດຽວກັນ ໂດຍສໍາລັບໃນອາຊຽນນັ້ນກໍຈະເຫັນວ່າ ທາງການຈີນໄດ້ໃຫ້ຄວາມສໍາຄັນເປັນພິເສດກັບປະເທດໃນລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ນ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ທີ່ມີການພັດທະນາເມືອງຄູ່ແຝດຮ່ວມກັບຈີນນັ້ນ ກໍຈະເຫັນການລົງທຶນຂອງຈີນທີ່ເພີ້ມຂຶ້ນນັບມື້ ແລະຍັງກໍາລັງຂະຫຍາຍມາທີ່ປະເທດໄທໃນໄວໆນີ້ອີກດ້ວຍ ດັ່ງທີ່ ດຣ. ໄພຈິດ ໄດ້ໃຫ້ທັດສະນະວ່າ:

“ແນວຄິດຂະນະນີ້ ເຂົາຢາກເອົາກວາງຕຸ້ງ ມາເຊື່ອມກັບປະເທດໄທ, ເຂົາເອົາກວາງສີ ໄປເຊື່ອມກັບທາງຫວຽດນາມ, ແລ້ວຢຸນນານກໍອາດຈະມາເຊື່ອມຜ່ານລາວໄປກໍາປູເຈຍ ອັນນີ້ກໍຄືໃນພູມິພາກບ້ານເຮົາ, ຂ້າພະເຈົ້າຄິດວ່າ ມັນຈະເຮັດໃຫ້ການຄ້າການລົງທຶນປະເທດໃນພູມິພາກແຖບນີ້ ເອົາເປັນວ່າ CLMV ຄືອາ ຊຽນຕ່າງໆກັບຈີນນີ້ ຂະຫຍາຍໂຕ ແລ້ວມັນກໍຈະເປັນປະໂຫຍດທີ່ສານຕໍ່ໄປໃນໄລຍະຍາວ ເພາະມື້ນີ້ເຮົາຈະຕ້ອງບໍ່ລືມວ່າຄູ່ຄ້າອັນດັບ 1 ຂອງປະເທດ ຈີນ ຄືອາຊຽນ ແລ້ວກໍຍັງມີການເຕີບໃຫຍ່-ການຂະຫຍາຍໂຕທີ່ມີລັກສະນະສູງຢູ່ຕໍ່ໄປ.”

ທັງນີ້ ໂດຍໃນຊ່ວງປີ 1988-2022 ລັດຖະບານລາວກໍໄດ້ໃຫ້ການອະນຸມັດການລົງທຶນຂອງບັນດາບໍລິສັດຈີນໃນລາວຈໍານວນ 933 ໂຄງການ ທີ່ມີມູນຄ່າການລົງທຶນລວມກວ່າ 18,000 ລ້ານໂດລາ ແລະຈັດເປັນກຸ່ມຜູ້ລົງທຶນອັນດັບນຶ່ງ ໃນລາວ ເປັນເວລາ 10 ປີຕິດຕໍ່ກັນ ທັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວອີກດ້ວຍ ໂດຍສະເພາະແມ່ນພາກພະລັງງານ, ການຂຸດຄົ້ນແຮ່ທາດ, ການຜະ​ລິດກະສິກໍາ, ການຄ້າ ແລະການບໍລິການຄົບວົງຈອນນັ້ນ ຍັງເຮັດໃຫ້ບັນດາບໍລິສັດຈີນທີ່ລົງທຶນ ແລະດໍາເນີນທຸລະກິດໃນລາວ ສາມາດກໍານົດລາຄາສິນຄ້າ ແລະບໍລິການຕ່າງໆເປັນສະກຸນເງິນຢວນໄດ້ອີກດ້ວຍ ເຊິ່ງຖືເປັນບາດກ້າວສໍາຄັນທີ່ຈະເຮັດໃຫ້ເງິນຢວນຂອງຈີນ ກາຍເປັນສະກຸນເງິນທີ່ມີອິດທິພົນເພີ້ມຂຶ້ນນັບມື້ ທັງໃນລາວ ແລະລຸ່ມແມ່ນໍ້າຂອງ ກໍຄືອາຊຽນນັ້ນເອງ.

ໂດຍຫຼ້າສຸດ ທະນາຄານແຫ່ງຊາດລາວໄດ້ກະກຽມການທີ່ຈະເລີ້ມນໍາໃຊ້ເງິນຢວນຂອງຈີນ ເປັນສະກຸນເງິນຫຼັກ ​ໃນການຊໍາລະສະສາງລາຄາສິນຄ້າ ແລະບໍລິການຕ່າງໆ ລະຫວ່າງ ລາວ ກັບ ຈີນ ໃນໄຕມາດທີ 2 ປີ 2023 ນີ້ ໂດຍມີເປົ້າໝາຍທີ່ຈະຫຼຸດການເພິ່ງພາເງິນໂດລາສະຫະລັດໃຫ້ໜ້ອຍລົງ ແລະໃຫ້ການສົ່ງເສີມການລົງທຶນຂອງບັນດາບໍລິສັດຈາກ ຈີນ ໃນລາວເພີ້ມຂຶ້ນນັບມື້, ເຊິ່ງກໍຈະເຮັດໃນເງິນ ຢວນມີອິດທິພົນຕໍ່ເສດຖະກິດການຄ້າ ແລະການລົງທຶນໃນລາວສູງກວ່າເງິນໂດລາສະຫະລັດພາຍໃນ 5 ປີ ແລະຍັງຄາດໝາຍດ້ວຍວ່າ ເງິນຢວນຈະມີອິດທິພົນຕໍ່ເສດຖະກິດລາວທຽບເທົ່າກັບເງິນບາດຂອງໄທ ພາຍໃນປີ 2030 ອີກດ້ວຍ ເຊິ່ງ ກໍມີຄວາມເປັນໄປໄດ້ສູງ ເພາະວ່າລັດຖະບານ ຈີນ ກໍາລັງຂະຫຍາຍການຮ່ວມມືຈາກລະດັບເມືອງຄູ່ແຝດ ໃຫ້ເປັນລະດັບທີ່ໃຫຍ່ກວ່າເມືອງນັ້ນເອງ ດັ່ງທີ່ນັກທຸລະ ກິດໄທໃນ ຈີນ ໄດ້ໃຫ້ການຢືນຢັນວ່າ:

“ຕ້ອງບໍ່ລືມດ້ວຍວ່າ ຈີນ ໃຊ້ຍຸດທະສາດອັນນຶ່ງ ຂັບເຂື່ອນໃນແງ່ຄວາມສໍາພັນລະຫວ່າງປະເທດ ເຊິ່ງຍັງຄົງມີຢູ່ຕໍ່ເນື່ອງ ນັ້ນກໍຄືການໃຊ້ຍຸດທະສາດ ບ້ານພີ່-ເມືອງນ້ອງ ຈັບຄູ່ເມືອງກັບເມືອງ, ຂົງເຂດກັບຂົງເຂດ, ແຂວງກັບແຂວງ. ແຕ່ຕອນນີ້ ກວາງຕຸ້ງກໍາລັງເລັງເລື້ອງຂອງການເຊື່ອມໄທ, ສະແດງວ່າ ເຂົາຫຍັບ Size ອອກມາໃຫ້ມັນໃຫຍ່ຂຶ້ນກວ່າ ພຽງແຕ່ເມືອງຕໍ່ເມືອງ.”

ພ້ອມກັນນີ້ ການທີ່ ຈີນ ເປັນຜູ້ລົງທຶນລາຍໃຫຍ່ທີ່ສຸດຂອງລາວ ສ່ວນລາວກໍມີຊັບ ພະຍາກອນທີ່ ຈີນ ຕ້ອງການຈໍານວນຫຼາຍເຊັ່ນ: ແຮ່ທາດ, ປ່າໄມ້ ແລະຜົນຜະ ລິດດ້ານກະສິກໍານັ້ນ ຈຶ່ງເຮັດໃຫ້ລັດຖະບານ ຈີນ ໄດ້ທຸ້ມເທໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນທຸກດ້ານ ທີ່ລວມເຖິງການຊ່ວຍເຫຼືອທາງການເງິນ ຫຼາຍກວ່າ 3,000 ລ້ານຢວນຕໍ່ປີ.

XS
SM
MD
LG