ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ສ້າງ​ເງິນ​ບິດ​ຄອຍ​ ທີ່​ມີສີ​ຂຽວ ​ຫລື​ພະ​ລັງ​ງານ​ທົດ​ແທນຫຼາຍ​ຂຶ້ນ ສາ​ມາດ​ຊ່ວຍ​ໃນ​ການ​ຫັນ​ປ່ຽນໄປ​ສູ່ພະ​ລັງ​ງານ​ສະ​ອາດ​ໄດ້


LogOn: Building a Greener Bitcoin Can Help Transition to Clean Energy
please wait

No media source currently available

0:00 0:02:00 0:00

ການ​ສ້າງ​ເງິນ​ບິດ​ຄອຍ​ທີ່​ ມີສີ​ຂຽວ ຫລື​ໃຊ້​ພະ​ລັງ​ງານ​ທົດ​ແທນຫຼາຍ​ຂຶ້ນ ສາ​ມາດ​ຊ່ວຍ​ໃນ​ການ​ຫັນ​ປ່ຽນໄປ​ສູ່ ພະ​ລັງ​ງານ​ສະ​ອາດ​ໄດ້

ແມັດ ດິບ​ໂບ (Matt Dibble) ມີເລື່ອງຂອງບໍລິສັດແຫ່ງ​ນຶ່ງໃນສະຫະລັດ ທີ່ກ່າວວ່າ ເງິນດີ​ຈິ​ຕອ​ລ ຫລື cryptocurrency ສາມາດຊ່ວຍຫັນປ່ຽນໄປສູ່ພະລັງງານທີ່ສະອາດໄດ້ ຊຶ່ງ​ບົວ​ສະ​ຫວັນ ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ກຸນເງິນດີ​ຈິ​ຕອ​ລ ຫລື cryptocurrency ແມ່ນຕ້ອງໄດ້​ໃຊ້ໄຟຟ້າໃນປະ​ລິ​ມານອັນຫຼວງຫຼາຍ ຊຶ່ງໃນທຸກມື້ນີ້ ສ່ວນຫລາຍແລ້ວແມ່ນມາຈາກການເຜົາໄຫມ້ນໍ້າມັນເຊື້ອໄຟທີ່​ຜະ​ລິດ​ຈາກ​ຊາກ​ພືດແລະ​ຊາກ​ສັດ. ອຸດສາຫະກຳທີ່ກຳ​ລັງ ເຕີບໃຫຍ່ຢ່າງວ່ອງໄວອັນ​ນີ້ ມັກຈະຖືກກ່າວເຖິງວ່າ ເປັນໄພຂົ່ມຂູ່ຕໍ່ການຕໍ່ສູ້ກັບ ການປ່ຽນແປງຂອງດິນຟ້າອາກາດ.

ແຕ່ຜູ້​ຊຸດ​ຄົ້ນແຮ່ທາດເງິນ​ດີ​ຈິ​ຕອ​ລ ຫລື crypto ບາງ​ຄົນກໍາລັງຈັດບູ​ລິ​ມະ​ສິດ​ໃຫ້ແກ່ພະລັງງານສີຂຽວ.

ທ່ານ​ຈອນ ແບ​ລ​ລິ​ແຊ​ຣ໌ (John Belizaire) ຂອງບໍ​ລິ​ສັດໂຊ​ລູ​ນາ ຄອມ​ພີວ​ທິງ (Soluna Computing) ເວົ້າວ່າ ການຂຸດຄົ້ນເງິນ​ບິດ​ຄອຍ (Bitcoin) ແມ່ນ ສາມາດຊ່ວຍໃຫ້​ຜ່ານ​ຜ່າອຸປະສັກທາງເສດຖະກິດໃນການກໍ່ສ້າງເຄື່ອງຕິດຕັ້ງພະ​ລັງ​ງານແສງຕາເວັນ ແລະລົມໄດ້​ ອີກດ້ວຍຊ້ຳ.

ທ່ານ​ຈອນ ແບ​ລ​ລິ​ແຊ​ຣ໌, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງບໍ​ລິ​ສັດ Soluna Computing ກ່າວ​ວ່າ:
“ພະ​ລັງ​ງານ​ທົດ​ແທນ​ໃນ​ປະ​ລິ​ມານ​ຫຼາຍໄດ້​ສູນ​ເສຍ​ໄປ​ຊື່ໆ. ຄົນສ່ວນໃຫຍ່ບໍ່ຮູ້ ຈັກ, ແຕ່ວ່າມີ​ຫລາຍເຖິງ 30 ເປີເຊັນຂອງພະລັງງານແມ່ນບໍ່ເຄີຍເຂົ້າໄປເຖິງ ຕາຂ່າຍໄຟຟ້າໄດ້ເລີຍ.”

ມັນຖືກເອີ້ນວ່າການຕັດທອນ. ບາງຄັ້ງຟາມລົມ ແມ່ນຜະລິດກະແສໄຟຟ້າໄດ້ ຫຼາຍກວ່າຄວາມຕ້ອງການອີກ – ໄຟ​ຟ້າສ່ວນເກີນ ທີ່ບໍ່ໄດ້ໃຊ້ນັ້ນ​ເອງ ທີ່ເຮັດໃຫ້ພະລັງງານທົດແທນມີກໍາໄລໜ້ອຍລົງ. ນັ້ນແມ່ນບ່ອນທີ່ການຂຸດຄົ້ນເງິນ​ບິດ​ຄອຍ (Bitcoin) ເຂົ້າມາມີ​ບົດ​ບາດ, ອີງ​ຕາມ​ທ່ານແບ​ລ​ລິ​ແຊ​ຣ໌ເວົ້າ.

​ທ່ານແບ​ລ​ລິ​ແຊ​ຣ໌ກ່າວ​ດັ່ງ​ນີ້: "ພວກເຮົາສ້າງສູນຂໍ້ມູນທີ່ມີຄວາມ​ຢືດ​ຢຸນ ຢູ່ໃນທີ່ຕັ້ງຂອງໂຮງໄຟຟ້າທີ່ດູດເອົາ ພະລັງງານທີ່ເສຍໄປນັ້ນ ແລະຫັນປ່ຽນມັນເຂົ້າໄປໃນການ​ຄິດ​ໄລ່​ທາງຄອມພິວເຕີ ທີ່ສາມາດເລັ່ງໃຫ້​ເພີ້ມຂຶ້ນ ຫຼືຫຼຸດລົງແບບໄວໆໄດ້."

ສູນຂໍ້ມູນນີ້ ທີ່ກໍາລັງກໍ່ສ້າງຢູ່ທີ່ຟາມລົມ ໃນພາກຕາເວັນຕົກຂອງລັດເທັກຊັສ ຈະໃຊ້ພະລັງງານທີ່ຖືກຕັດອອກສໍາລັບສະ​ກຸນ​ເງິນ​ດິ​ຈີ​ຕອ​ລ ແລະວຽກງານການ ປຸງແຕ່ງອື່ນໆ. ການອອກແບບອາຄານທີ່ມີປະສິດທິພາບມີຫມາຍຄວາມວ່າ ບໍ່ມີ ເຄື່ອງປັບອາກາດ ຫລື​ ແອ​ເຢັນ.

ໃນລັດເຄັນ​ຕັກ​ກີນັ້ນ ບໍ​ລິ​ສັດ Soluna ກ່າວວ່າ ສູນຂໍ້ມູນຂອງຕົນໄດ້ດໍາເນີນງານພຽງແຕ່ໃນເວລາທີ່ມີພະລັງງານອັນ​ຫລວງ​ຫລາຍເທົ່າ​ນັ້ນ ລວມທັງໂຮງ ໄຟຟ້ານ້ໍາຕົກ ທີ່​ຢູ່ໃກ້ຄຽງ​ນັ້ນ.

ທ່ານແບ​ລ​ລິ​ແຊ​ຣ໌ກ່າ​ວ​ອີກວ່າ: “ມີຫຼາຍໆບ່ອນໃນທົ່ວໂລກທີ່ມີບັນຫາດ້ານພະລັງງານທີ່ສູນເສຍໄປນີ້ ມັນແມ່ນສິ່ງທ້າທາຍຫລາຍອີ່​ຫລີ... ແລະສະນັ້ນ ໂດຍການນໍາເອົາລາຍໄດ້ສົດໆ ໃຫມ່ໆ ອັນນີ້ໄປສູ່ຕະຫຼາດ, ພວກເຮົາສາມາດເຫັນໂຮງງານໄຟຟ້າອອກ​ມາຫຼາຍຂຶ້ນ ໃນທາງອິນເຕີແນັດ."

ເຊັ່ນດຽວກັນກັບລົມ, ມູນຄ່າຂອງເງິນບິດ​ຄອຍ (Bitcoin) ມີການປ່ຽນແປງ ຢ່າງແຮງ.

ສໍາລັບໃນປັດຈຸບັນນີ້​ແລ້ວ ການຂຸດຄົ້ນ​ເງິນ​ດີ​ຈິ​ຕອ​ລ ແມ່ນການສະຫນອງ ລາຍຮັບໃໝ່ບາງຢ່າງ ສໍາລັບພະລັງງານທົດແທນ ໃນການພົວພັນທີ່ຕ່າງ​ຝ່າຍ​ຕ່າງມີຜົນປະໂຫຍດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Matt Dibble has the story of a U.S. company that says cryptocurrency can help power the transition to cleaner energy.

Cryptocurrency requires an enormous amount of electricity, which today mainly comes from burning fossil fuels. The rapidly growing industry is often cited as a threat to fighting climate change.

But some crypto miners are prioritizing green energy.

Soluna Computing’s John Belizaire says Bitcoin mining can even help overcome economic obstacles to building more solar and wind installations.

John Belizaire, Soluna Computing CEO:

“A lot of that renewable energy is wasted. Most people don't know, but up to about 30 percent of the energy never makes it to the grid.”

It’s called curtailment. Wind farms sometimes generate more electricity than needed – an unused surplus that makes renewable energy less profitable. That’s where Bitcoin mining comes in, says Belizaire.

John Belizaire, Soluna Computing CEO: “We build flexible data centers right at the location of the power plant that absorbs that wasted energy and converts it into computing that can be ramped up or ramped down very quickly.”

This data center under construction at a windfarm in west Texas will use curtailed energy for cryptocurrency and other processing work. Efficient building design means no air conditioning.

In the state of Kentucky, Soluna says its data center operates only when there is abundant power including from nearby hydroelectric plants.

John Belizaire, Soluna Computing CEO: “There's lots of places around the world where this wasted energy issue is a real challenge...

And so by bringing this new fresh revenue to the marketplace, we can see more power plants come online.”

Like the wind, Bitcoin’s value fluctuates wildly.

For now, crypto mining is providing some fresh revenue for renewable energy in a mutually beneficial relationship.

XS
SM
MD
LG