ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບຣູນາຍ ຮຽກຮ້ອງ ໃຫ້ຈັດກອງປະຊຸມ ASEAN ເພື່ອປຶກສາຫາລື ສະຖານະການຢູ່ໃນມຽນມາ


ພວກປະທ້ວງຕໍ່ຕ້ານລັດຖະບານທະຫານ ຖືທຸງຊາດຈີນ ກ່ອນທີ່ຈະເຜົາມັນ ໃນລະຫວ່າງການເດີນຂະບວນປະທ້ວງຕໍ່ຕ້ານຈີນ ໃນເມືອງຢາງກຸ້ງ ຂອງມຽນມາ, ວັນທີ 5 ເມສາ 2021.
ພວກປະທ້ວງຕໍ່ຕ້ານລັດຖະບານທະຫານ ຖືທຸງຊາດຈີນ ກ່ອນທີ່ຈະເຜົາມັນ ໃນລະຫວ່າງການເດີນຂະບວນປະທ້ວງຕໍ່ຕ້ານຈີນ ໃນເມືອງຢາງກຸ້ງ ຂອງມຽນມາ, ວັນທີ 5 ເມສາ 2021.

ບຣູນາຍ ເປັນຜູ້ນຳໃນປັດຈຸບັນຂອງສະມາຄົມບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳຂອງພາກພື້ນນີ້ ພົບປະກັນເພື່ອປຶກສາຫາລືສະຖານະການຢູ່ໃນມຽນ ບ່ອນທີ່ລັດຖະບານ ໄດ້ໃຊ້ຄວາມຮຸນແຮງ ເພື່ອປາບປາມການປະທ້ວງ ຕໍ່ຕ້ານການກໍ່ລັດຖະປະຫານຂອງທະຫານໃນວັນທີ 1 ກຸມພາ.

ໃນຖະແຫລງການຮ່ວມກັບມາເລເຊຍນັ້ນ ບຣູນາຍໄດ້ກ່າວວ່າ ທັງສອງປະເທດ ໄດ້ຂໍໃຫ້ບັນດາລັດຖະມົນຕີ ແລະບັນດາເຈົ້າໜ້າທີ່ອະວຸໂສໝັ້ນໝາຍທີ່ຈະ “ກຽມ ພ້ອມບາດກ້າວທີ່ຈຳເປັນສຳລັບກອງປະຊຸມລະດັບລັດຖະມົນຕີ ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງຈາກາຕ້າ ຂອງອິນໂດເນເຊຍ.”

ຖະແຫລງການນັ້ນ ມີມາພາຍຫຼັງຈາກການພົບປະກັນລະຫວ່າງ ນາຍົກລັດຖະ ມົນຕີຂອງມາເລເຊຍ ທ່ານມູຢີດດິນ ຢາສຊິນ ແລະຊູລາຕານ ຂອງບຣູນາຍ ທ່ານຮາສຊານາລ ໂບລເຄຍ (Hassanal Bolkiah).

ອິນໂດເນເຊຍ ໄດ້ນຳພາຄວາມພະຍາຍາມນັ້ນ ພ້ອມດ້ວຍບັນດາສະມາຊິກທັງ ຫຼາຍຂອງອາຊຽນ ຊຶ່ງໃນກຸ່ມດັ່ງກ່າວ ມຽນມາກໍເປັນສະມາຊິກ ເພື່ອຊຸກຍູ້ໃຫ້ເຈລະຈາຫາຂໍ້ແກ້ໄຂ ເຖິງແມ່ນວ່າ ຈະມີນະໂຍບາຍທີ່ຍາວນານຂອງການບໍ່ເຂົ້າໄປສະແດງຄວາມເຫັນໃນເລື້ອງບັນຫາພາຍໃນຂອງກັນແລະກັນ ກໍຕາມ.

ການເດີນຂະບວນປະທ້ວງຂອງມະຫາຊົນ ໄດ້ເລີ້ມຂຶ້ນຫຼັງຈາກທີ່ເກີດການກໍ່ລັດຖະປະຫານ ຊຶ່ງໄດ້ໂຄ່ນລົ້ມລັດຖະບານທີ່ໄດ້ຖືກເລືອກມາຂອງຜູ້ນຳທີ່ແທ້ຈິງ ທ່ານນາງ ອອງ ຊານ ຊູ ຈີ ຜູ້ທີ່ໄດ້ຖືກຈັບກຸມ ພ້ອມກັນກັບ ປະທານາທິບໍດີ ວິນ ມິນ ແລະບັນດາຜູ້ນຳຄົນອື່ນທັງຫຼາຍຂອງລັດຖະບານ.

ລັດຖະບານທະຫານໄດ້ຕອບໂຕ້ດ້ວຍກຳລັງ ເຮັດໃຫ້ຢ່າງໜ້ອຍ 557 ເສຍຊີວິດ ແລະອີກຫຼາຍກວ່າ 2,750 ຄົນໄດ້ຮັບບາດເຈັບ.

ພວກປະທ້ວງກໍຍັງຄົງຝ່າຝືນທ່າມກາງການປະເຊີນກັບຄວາມຮຸນແຮງ ແລະໄດ້ພົບວິທີທາງທີ່ສ້າງສັນເພື່ອສືບຕໍ່ທຳການປະທ້ວງຂອງພວກເຂົາເຈົ້າ. ເມື່ອຕອນແລງວັນຈັນວານນີ້ ໃນການສະແດງທ່າທີທີ່ໄດ້ຈັດຂຶ້ນໂດຍຜ່ານສື່ສັງຄົມນັ້ນ ພວກຄົນໄດ້ພາກັນລົງສູ່ຖະໜົນຫົນທາງໃນຫຼາຍເຂດຂອງຫົວເມືອງໃຫຍ່ ຢາງກຸ້ງ ແລະພາກັນເລີ້ມຕົ້ນການຕົບມື.

ການສະແດງທ່າທີດັ່ງກ່າວ ໄດ້ຖືກອອກແບບເພື່ອເປັນກຽດໃຫ້ແກ່ “ອົງການຕິດອາວຸດຂອງຊົນເຜົ່າທີ່ຄັດຄ້ານລັດຖະບານ.”

ໃນຂະນະດຽວກັນ ລາຍງານຂອງສື່ມວນຊົນ ກ່າວວ່າ ລັດຖະບານທະຫານໃນຕະຫຼອດໄລຍະວັນທ້າຍສັບປະດາ ໄດ້ອອກໝາຍຈັບສຳລັບພວກດາລາທີ່ມີຊື່ສຽງ 60 ຄົນ - ໂດຍສ່ວນຫຼາຍຜູ້ທີ່ພາກັນໄປຫລົບລີ້- ຊຶ່ງໄດ້ຖືກກ່າວຫາວ່າ ສະໜັບສະໜຸນການປະທ້ວງ.

ໜັງສືພິມ Global New Light of Myanmar ໄດ້ພິມອອກເຜີຍແຜ່ບັນຊີລາຍຊື່ ທີ່ປະກອບດ້ວຍບັນດານັກສະແດງ ນັກດົນຕີ ແລະບັນດາຜູ້ທີ່ມີ “ອິດທິພົນ” ທາງສື່ສັງຄົມ ໃນຂໍ້ກ່າວຫາວ່າ “ເຜີຍແຜ່ຂ່າວທີ່ສົ່ງຜົນຕໍ່ສະຖຽນລະພາບຂອງປະເທດ.” ພວກເຂົ້າອາດຈະປະເຊີນກັບໂທດຈຳຄຸກເຖິງ 3 ປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG