ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ນາຍົກ ອັງກິດ: ພວກເຮົາບໍ່ສາມາດ ຈັດວັນຄຣິສມາສ ຕາມທີ່ໄດ້ວາງແຜນໄວ້


ປະຊາຊົນທີ່ໄປທີ່ເຄື່ອງຂອງ ໃສ່ໜ້າກາກ ໃນຂະນະທີ່ເຂົາເຈົ້າຍ່າງຢູ່ຖະໜົນ ຣີເຈັ້ນ, ກ່ອນມາດຕະການຫ້າມໃໝ່ລະດັບ 4, ນະຄອນຫຼວງ ລອນດອນ. 19 ທັນວາ, 2020.
ປະຊາຊົນທີ່ໄປທີ່ເຄື່ອງຂອງ ໃສ່ໜ້າກາກ ໃນຂະນະທີ່ເຂົາເຈົ້າຍ່າງຢູ່ຖະໜົນ ຣີເຈັ້ນ, ກ່ອນມາດຕະການຫ້າມໃໝ່ລະດັບ 4, ນະຄອນຫຼວງ ລອນດອນ. 19 ທັນວາ, 2020.

ສູນກາງແຫຼ່ງຊັບພະຍາກອນໄວຣັສໂຄໂຣນາ ຈອນສ ຮັອບກິນສ໌ ໄດ້ກ່າວໃນຕອນເຊົ້າວັນອາທິດວານນີ້ວ່າ ມີກໍລະນີໄວຣັສໂຄໂຣນາໃນທົ່ວໂລກ 76 ລ້ານ 3 ແສນກໍລະນີ.

ສະຫະລັດ ໄດ້ສືບນຳໜ້າໝູ່ໃນໂລກໃນຈຳນວນ 17 ລ້ານ 6 ແສນກໍລະນີ, ຕາມດ້ວຍ ອິນເດຍ 10 ລ້ານກໍລະນີ ແລະ ບຣາຊິລ 7 ລ້ານ 2 ແສນກໍລະນີ.

ບັນດາສະມາຊິກສະພາ ສະຫະລັດ ແມ່ນຄາດວ່າຈະລົງຄະແນນສຽງໃນວັນອາທິດວານນີ້ ກ່ຽວກັບ ໂຄງການຊ່ວຍເຫຼືອດ້ານເສດຖະກິດ COVID-19 ເກືອບ 1 ພັນຕື້ໂດລາ. ໂຄງການດັ່ງກ່າວລວມມີ, ການຊ່ວຍເຫຼືອຄົນຫວ່າງານ 300 ໂດລາ ແລະ ການຈ່າຍເງິນຊຸກຍູ້ໂດຍກົງ 600​ ໂດລາໃຫ້ປະຊາຊົນ ອາເມຣິກັນ ຫຼາຍຄົນ.

ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ກ່າວໃນວັນເສົາທີ່ຜ່ານມາວ່າ “ພວກເຮົາບໍ່ສາ ມາດຈັດງານ ຄຣິສມາສ ດັ່ງທີ່ໄດ້ວາງແຜນເອົາໄວ້,” ໃນຂະນະທີ່ທ່ານໄດ້ປະກາດມາດຕະການຫ້າມໃໝ່ສຳລັບນະຄອນຫຼວງ ລອນດອນ ແລະ ພາກໃຕ້ຂອງ ອັງກິດ, ບ່ອນທີ່ໄວຣັສໂຄໂຣນາສາຍພັນ ໃໝ່ທີ່ໄດ້ກາຍພັນໄດ້ແຜ່ລາມ ແລະ ບ່ອນທີ່ມີການກັກບໍລິເວນສຸກເສີນໃນປັດຈຸບັນນີ້, ດ້ວຍປະຊາຊົນຖືກຮຽກຮ້ອງໃຫ້ຢູ່ໃນບ້ານ.

ທຸກຮ້ານຂາຍເຄື່ອງທີ່ບໍ່ຈຳເປັນໃນພາກພື້ນແມ່ນມີການນົດທີ່ຈະປິດ ແລະ ປະຊາຊົນບໍ່ຄວນເດີນ ທາງເຂົ້າ ແລະ ອອກນະຄອນຫຼວງຂອງ ອັງກິດ ຫຼື ພາກສ່ວນທີ່ໃຫຍ່ອື່ນໆຂອງພາກຕາເວັນອອກສຽງໃຕ້ຂອງ ອັງກິດ.

ປະເທດ ເກົາຫຼີໃຕ້ ໄດ້ບັນທຶກການຕິດແປດໃໝ່ 1,097 ກໍລະນີໃນວັນອາທິດວານນີ້, ເຊິ່ງເປັນວັນ ທີຫ້າລຽນຕິດທີ່ເຂົາເຈົ້າໄດ້ບັນທຶກຫຼາຍກວ່າ 1,000 ກໍລະນີໃໝ່.

ເຈົ້າໜ້າທີ່ກະຊວງຍຸຕິທຳຄົນນຶ່ງຂອງ ເກົາຫຼີໃຕ້ ໄດ້ກ່າວ່າ ການລະບາດຢູ່ຄຸກໃນນະຄອນຫຼວງ ໂຊລ ໄດ້ຕິດແປດນັກໂທດ 184 ຄົນ ແລະ ພະນັກງານຄົນນຶ່ງ.

ເລີ່ມຕົ້ນວັນຈັນມື້ນີ້, ລັດ ວິກຕໍເຣຍ ແລະ ຄວີນສແລນ ຂອງ ອອສເຕຣເລຍ ແມ່ນຈະຫ້າມຄົນທີ່ເດີນທາງມາຈາກນະຄອນ ຊິດນີ, ບ່ອນທີ່ກຸ່ມຜູ້ຕິດໄວຣັສ 70 ຄົນໄດ້ເກີດຂຶ້ນໃນຫາດຊາຍເຂດຊານເມືອງທາງພາກເໜືອຂອງເຂົາເຈົ້າ ເຊິ່ງຕອນນີ້ໄດ້ຖືກກຳນົດກັກບໍລິເວນຢ່າງເຄັ່ງຄັດຈົນຮອດຄືນກ່ອນວັນ ຄຣິສມາສ.

ປະເທດ ໄທ ໄດ້ກ່າວໃນວັນອາທິດວານີ້ວ່າ ເຂົາເຈົ້າຈະກວດໂຣກຫຼາຍກວ່າ 10,000 ຄົນໃນຈັງຫວັດ ສະໝຸດ ສາຄອນ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ຫຼັງຈາກມີການເພີ່ມຂຶ້ນໃນແຕ່ ລະວັນຫຼາຍກວ່າ 500 ກໍລະນີ.

Johns Hopkins Coronavirus Resource Center said early Sunday there are 76.3 million global COVID-19 cases.

The U.S. continues to lead the world in case numbers at 17.6 million, followed by India with 10 million and Brazil with 7.2 million.

U.S. lawmakers are expected to vote Sunday on a nearly $1 trillion COVID-19 economic relief package. The package includes, among other things, $300 supplemental unemployment benefits and $600 direct stimulus payments to many Americans.

“We can’t continue with Christmas as planned,” British Prime Minister Boris Johnson said Saturday as he announced new restrictions for London and southern England, where a mutant strain of the coronavirus is spreading and where there is now a virtual lockdown, with people urged to stay home.

All nonessential stores in the region are set to close, and people should not enter or leave the British capital or large parts of southeastern England.

South Korea recorded 1,097 new infections Sunday, the fifth consecutive day it recorded more than 1,000 new cases.

A South Korean Justice Ministry official said an outbreak at a prison in Seoul has infected 184 prisoners and one worker.

Starting Monday, the Australian states of Victoria and Queensland are banning people arriving from Sydney, where a 70-person coronavirus cluster has emerged in its northern beach suburbs which have now been placed under a strict lockdown until Christmas Eve.

Thailand said Sunday it will test more than 10,000 people in the southwestern province of Samu Sakhon after a daily surge of more than 500.

XS
SM
MD
LG