ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີຂອງອັງກິດ ທ່ານບໍຣິສ ຈອນສັນ ປະເຊີນກັບການລົງຄະແນນສຽງບໍ່ໄວ້ວາງໃຈ 


ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ, ສະແດງທ່າທາງໃນລະຫວ່າງການປາໄສໃນລະຫວ່າງການຖະແຫຼງຂ່າວສປຣິງ ຂອງພັກຊາດນິຍົມ ໃນເມືອງເບລັກພູລ (Blackpool), ປະເທດອັງກິດ, ເມື່ອວັນທີ 19 ມີນາ 2022.
ນາຍົກລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ, ສະແດງທ່າທາງໃນລະຫວ່າງການປາໄສໃນລະຫວ່າງການຖະແຫຼງຂ່າວສປຣິງ ຂອງພັກຊາດນິຍົມ ໃນເມືອງເບລັກພູລ (Blackpool), ປະເທດອັງກິດ, ເມື່ອວັນທີ 19 ມີນາ 2022.

ລັດຖະບານຫົວອະນຸລັກນິຍົມຂອງສະຫະຣາຊະອານາຈັກອັງກິດ ຈະຈັດການລົງຄະແນນສຽງບໍ່ໄວ້ວາງໃຈ​ຕໍ່ນາຍົກລັດຖະມົນຕີ ທ່ານບໍຣິສ ຈອນສັນ ໃນວັນຈັນມື້ນີ້, ເຊິ່ງສາມາດຂັບໄລ່ທ່ານອອກຈາກການເປັນຜູ້ນໍາຂອງສະຫະຣາຊະອານາຈັກ, ອີງຕາມອົງການຂ່າວ AP.

ເຈົ້າໜ້າທີ່ຂອງພັກ ທ່ານ ແກ​ຣມ ເບຣດີ (Graham Brady) ກ່າວວ່າ ທ່ານໄດ້ຮັບຈົດໝາຍພຽງພໍຈາກສະມາຊິກສະພາ ທີ່ຮຽກຮ້ອງໃຫ້ມີການລົງຄະແນນສຽງທັນທີ ໃນການເປັນຜູ້ນໍາຂອງທ່ານ ຈອນສັນ. ມັນ​ຈະເກີດຂຶ້ນຖ້າຫາກສະ​ມາ​ຊິກ​ສະ​ພາ ທໍ​ຣີ (Tory) 54 ຄົນ ຫຼື 15 ເປີເຊັນຂອງກຸ່ມ​ພັກ​ໃນ​ສະ​ພາ​ຕ່ຳຂຽນຈົດໝາຍເຖິງ ທ່ານ ເບຣດດີ (Brady).

“ການເລີ້ມຕົ້ນ 15 ເປີເຊັນ ແມ່ນໄດ້​ຮັບຜ່ານແລ້ວ,” ທ່ານ ແບຣດດີ ກ່າວ. ທ່ານກ່າວວ່າ ການລົງຄະແນນສຽງອາດຈະຈັດຂຶ້ນແບບເປັນບຸກຄົນຢູ່ໃນສະພາຕໍ່າ ຂອງຕອນແລງວັນຈັນນີ້.

ຖ້າທ່ານ ຈອນສັນ ຜ່າຍ​ແພ້​ໃນ​ການ​ລົງຄະແນນສຽງໃນ​ບັນ​ດາສະມາຊິກສະພາຫົວອະນຸລັກນິຍົມ 359 ຄົ​ນ, ທ່ານ ຈອນສັນ ຈະຖືກແທນທີ່ໃນຖາ​ນະການເປັນຜູ້ນໍາຫົວ​ອະ​ນຸ​ລັກ​ນິ​ຍົມ ແລະ ນາຍົກລັດຖະມົນຕີ. ຖ້າທ່ານໄດ້ຮັບໄຊຊະນະ, ທ່ານຈະບໍ່​ສາມາດ ປະເຊີນກັບຄັດ​ຄ້ານ​ອີກ​ຄັ້ງ​ນຶ່ງເປັນເວລາ 1 ປີ.

ທ່ານ ຈອນສັນ ໄດ້ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຈະ​ທຳ​ການ​ເລີ່ມ​ຕົ້ນ​ໃໝ່ ຍ້ອນຂ່າວນອງ​ນັນ​ເປັນ​ເວ​ລາຫຼາຍ​ເດືອນ ກ່ຽວ​ກັບ ຈັນຍາບັນ, ເຊິ່ງ​ໂດດ​ເດັ່ນ​ທີ່​ສຸດ​ແມ່ນ​ ກ່ຽວ​ກັບ ການລະ​ເມີດ​ກົດ​ລະ​ບຽບຂອງພັກຕ່າງໆໃນອາຄານລັດຖະບານ ໃນຊ່ວງການປິດເມືອງຍ້ອນການລະບາດຂອງພະຍາດໂຄວິດ-19. ການລາຍງານຂອງນັກສືບສວນເມື່ອທ້າຍເດືອນແລ້ວນີ້ ກ່ຽວກັບສິ່ງທີ່ກາຍມາເປັນທີ່ຮູ້ກັນວ່າເປັນ “ປະຕູພັກ” ໄດ້ໂຈມ​ຕີ​ວັດ​ທະ​ນະ​ທຳ​ຂອງ​ການ​ລະ​ເມີດ​ກົດ​ລະ​ບຽບ​ຢູ່​ໃນສໍານັກງານນາຍົກລັດຖະມົນຕີ ຢູ່ທີ່ຫ້ອງການໝາຍເລກ 10 ຖະໜົນ Downing.

ຜູ້ສືບສວນຝ່າຍບໍລິການພົນລະເຮືອນ ທ່ານນາງ ຊູ ເກຣ (Sue Gray) ໄດ້ອະທິບາຍ​ເຖິງງານ​ລ້ຽງທີ່​ມີ​ຂອງມຶນເມົາຈັດ​ໂດຍ​ສະ​ມາ​ຊິກ​ພະ​ນັກ​ງານ​ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃນປີ 2020 ແລະ 2021, ເມື່ອຂໍ້ຈໍາກັດຕ່າງໆໄດ້ປ້ອງກັນບໍ່ໃຫ້ປະຊາຊົນຊາວອັງກິດ ສາມາດພົບປະກັນໃນງານສັງສັນທາງສັງຄົມ ຫຼື ແມ່ນແຕ່ໄປຢ້ຽມຢາມຍາດພີ່ນ້ອງທີ່ກໍາລັງເສຍຊີວິດ. ທ່ານນາງ ເກຣ ກ່າວວ່າ “ຫົວໜ້າລະດັບສູງຂອງທີມ” ຕ້ອງຮັບຜິດຊອບສໍາລັບ “ຄວາມລົ້ມແຫຼວຂອງການເປັນຜູ້ນໍາ ແລະການຕັດສິນໃຈ.” ນາຍົກລັດຖະມົນຕີ ທ່ານ ບໍຣິສ ຈອນສັນ ກ່າວວ່າ “ທ່ານມີຄວາມຖະໜອມທ່ອມຕົນ” ແລະຍິນດີ “ຮັບຜິດຊອບເຕັມທີ່” ແຕ່ໄດ້ຢືນຢັດວ່າ ມັນເຖິງເວລາແລ້ວທີ່ຈະຕ້ອງ “ເດີນໜ້າຕໍ່ໄປ” ແລະເອົາໃຈໃສ່ຕໍ່ລະບົບເສດຖະກິດທີ່ຊຸດໂຊມຂອງສະຫະຣາຊະອານາຈັກອັງກິດ ແລະສົງຄາມຢູ່ໃນ ຢູເຄຣນ.

ແຕ່ສະມາຊິກອະນຸລັກນິຍົມຈຳ​ນວນ​ເພີ່ມ​ຂຶ້ນມີຄວາມຮູ້ສຶກວ່າ ທ່ານ ຈອນສັນ ເຊິ່ງເປັນຜູ້ນໍາທີ່ມີພອນສະຫວັນ ທີ່​ໄດ້ເຮັດ​ໃຫ້​ເຂົາ​ເຈົ້າຊະນະ​ສຽງ​ສ່ວນຫຼາຍ​ໃນ​ສະ​ພາ​ແຫ່ງ​ຊາດໃນປີ 2019 ນັ້ນ, ບັດນີ້ ເປັນຜູ້ທີ່​ຮັບ​ຜິດ​ຊອບ.

ຖ້າທ່ານ ຈອນສັນ ຫາກຖືກຂັບໄລ່ອອກຈາກຕໍາແໜ່ງ, ​ມັນຈະກໍ່​ໃຫ້ມີການແຂ່ງຂັນເອົາຜູ້ນໍາຫົວອານຸລັກນິຍົມ, ເຊິ່ງບັນດາລັດຖະມົນຕີທີ່ມີຄວາມສໍາຄັນຫຼາຍໆຄົນ ມີທ່າທີວ່າຈະລົງສະໝັກງນການແຂ່ງຂັນດັ່ງກ່າວ.

ສະມາຊິກສະພາຫົວອະນຸລັກນິຍົມ ທ່ານໂຣເຈີ ເກລ (Roger Gale), ຜູ້ວິຈານ ທ່ານ ຈອນສັນ ກ່າວວ່າ “ພວກເຮົາມີທາງເລືອກທີ່ດີຫຼາຍຈຳ​ນວນ​ນຶ່ງສໍາລັບນາຍົກລັດຖະມົນຕີ, ດັ່ງນັ້ນພວກເຮົາບໍ່ໄດ້ຂາດທາງເລືອກໃດເລີຍ.”

ທ່ານກ່າວຕໍ່ໂທ​ລະ​ພາບ BBC ວ່າ “ໃນມຸມມອງຂອງຂ້າພະເຈົ້າ, ໃນແຕ່ລະຄົນເຫຼົ່ານັ້ນ ຈະເປັນນາຍົກລັດຖະມົນຕີທີ່ດີກວ່າຜູ້ທີ່ພວກເຮົາມີຢູ່ໃນປັດຈຸບັນນີ້.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG