ໃນວັນຈັນວານນີ້ ປະທານສະພາແຫ່ງຊາດຂອງອັງກິດ ທ່ານຈອນ ເບີຄາວ ໄດ້ກີດກັນສະພາຕ່ຳ ບໍ່ໃຫ້ຈັດການລົງຄະແນນສຽງກ່ຽວກັບການຖອນຕົວອອກຈາກສະຫະພາບຢູໂຣບ ຫຼື ເບຣັກຊິດ ຊຶ່ງເປັນຄວາມປະລາໄຊຄັ້ງຫຼ້າສຸດສຳລັບນາຍົກລັດຖະມົນຕີ ບໍຣິສ ຈອນສັນ ໃນຄວາມພະຍາຍາມ ທີ່ຈະຖອນອັງກິດ ອອກຈາກສະຫະພາບຢູໂຣບ.
ບັນດາສະມາຊິກສະພາອັງກິດ ບໍ່ຍອມໃຫ້ການສະໜັບສະໜຸນ ຕໍ່ແຜນການຖອນຕົວຈາກສະຫະພາບຢູໂຣບ ຂອງທ່ານຈອນສັນ ໃນວັນເສົາຜ່ານມາ ແລະ ທ່ານເບີຄາວ ໄດ້ກ່າວ ເຖິງການພະຍາຍາມທີ່ຈະຈັດການລົງຄະແນນສຽງໃໝ່ນັ້ນ ວ່າ “ຈະບໍ່ມີການອະພິປາຍກັນໃນມື້ນີ້ ຊຶ່ງມັນເປັນການເຮັດຊ້ຳອີກ ແລະກໍຈະບໍ່ມີລະບຽບ ຖ້າເຮັດແບບນັ້ນ.”
ທ່ານຈອນສັນ ເມື່ອສັບປະດາແລ້ວນີ້ ໄດ້ເຈລະຈາຕົກລົງ ໃນເລື້ອງຂອງຂໍ້ຕົກລົງເບຣັກຊິດ ກັບ 27 ປະເທດອື່ນໆ ໃນສະຫະພາບຢູໂຣບ ຫາກແຕ່ບັນດາສະມາຊິກສະພາ ໄດ້ລົງຄະແນນສຽງ ເພື່ອເລື່ອນການສະໜັບສະໜຸນ ຕໍ່ຂໍ້ຕົກລົງນັ້ນ ຈົນກວ່າວ່າ ຮ່າງກົດໝາຍ ວ່າດ້ວຍການລະບຸລາຍລະອຽດເງື່ອນໄຂຕ່າງໆອອກມາເສຍກ່ອນ ຂອງການແຍກຕົວຈາກສະຫະພາບຢູໂຣບຂອງອັງກິດ ຈະໄດ້ຖືກຮັບຮອງເອົາ ຫຼັງຈາກທີ່ໄດ້ເປັນສະມາຊິກຂອງກຸ່ມພັນທະມິດຂອງທະວີບນີ້ ມາໄດ້ 46 ປີແລ້ວ.
ທ່ານຈອນສັນວາງແຜນທີ່ຈະນຳສະເໜີ ມາດຕະການ ສຳລັບເບຣັກຊິດ ທີ່ສຳຄັນຂອງລັດຖະບານ ໃນຕອນແລງວັນຈັນວານນີ້ ໂດຍມີການອະພິປາຍ ແລະລົງຄະແນນສຽງ ຕື່ມອີກໃນວັນອັງຄານມື້ນີ້. ແຕ່ຝ່າຍຄັດຄ້ານຕໍ່ເບຣັກຊິດ ກ່າວວ່າ ພວກເຂົາເຈົ້າ ຈະພະຍາຍາມເຮັດໃຫ້ແຜນການຂອງທ່ານຈອນສັນລົ້ມແຫຼວ ດ້ວຍການດັດແກ້ບາງຢ່າງ ເພື່ອທີ່ຝ່າຍສະໜັບສະໜຸນ ເບຣັກຊິດ ຍອມຮັບເອົາບໍ່ໄດ້.
ມັນບໍ່ເປັນຈະແຈ້ງວ່າ ລັດຖະບານ ຈະມີຄະແນນສຽງຫຼືບໍ່ ຫຼືວ່າ ມີເວລາ ທີ່ຈະປະກາດໃຊ້ກົດໝາຍ ກ່ອນໜ້າແຜນການແຍກຕົວອອກຈາກສະຫະພາບຢູໂຣບ ໃນວັນທີ 31 ຕຸລາ ນີ້.
ບັນດາສະມາຊິກສະພາອັງກິດ ກຳລັງຊັ່ງຊາເບິ່ງວ່າ ຈະອອກໄປໂດຍມີຂໍ້ຕົກລົງກັບບັນດາປະເທດໃນສະຫະພາບຢູໂຣບ ຫຼືບໍ່ ຫຼືອອກໄປໂດຍປາດສະຈາກຂໍ້ຕົກລົງ ຫຼືວ່າ ຈັດການລົງປະຊາມະຕິ ອີກເທື່ອນຶ່ງ. ພວກລົງຄະແນນສຽງຂອງອັງກິດ ເຫັນພ້ອມນຳເບຣັກຊິດ ຢ່າງຫວຸດຫວິດ ໃນການລົງປະຊາມະຕິ ໃນປີ 2016 ນັບແຕ່ນັ້ນມາ ບັນດາຜູ້ນຳຂອງອັງກິດ ບໍ່ສາມາດຮ່າງແຜນການແຍກຕົວກັບສະຫະພາບຢູໂຣບໄດ້ ທີ່ຈະຕ້ອງໄດ້ຜ່ານສະພາຕ່ຳຂອງອັງກິດ.
ອະດີດນາຍົກລັດຖະມົນຕີອັງກິດ ທ່ານນາງ ເທີຣີຊາ ເມ ໄດ້ລາອອກຈາກຕຳແໜ່ງ ເພື່ອໃຫ້ທ່ານຈອນສັນ ເຂົ້າມາແທນ ຫຼັງຈາກທີ່ສະພາ ໄດ້ຄັດຄ້ານຕໍ່ຂໍ້ສະເໜີເບຣັກຊິດຂອງທ່ານນາງ ຕັ້ງ 3 ຄັ້ງ.
ຕາມຄວາມຕ້ອງການພາຍໃຕ້ກົດໝາຍອີກສະບັບນຶ່ງ ທີ່ກ່ຽວຂ້ອງກັບເບຣັກຊິດນັ້ນ ທ່ານຈອນສັນ ໄດ້ສົ່ງໜັງສືສະບັບນຶ່ງ ໄປໃຫ້ສະຫະພາບຢູໂຣບ ເພື່ອຂໍໃຫ້ຕໍ່ເວລາຂອງເບຣັກຊິດ ອອກໄປຈົນເຖິງວັນທີ 31 ມັງກອນ ແຕ່ບໍ່ໄດ້ລົງນາມໃນໜັງສືນັ້ນ. ທ່ານຈຶ່ງໄດ້ສົ່ງໜັງສືອີກສະບັບນຶ່ງທີ່ໄດ້ລົງນາມ ພ້ອມກັນນັ້ນ ກໍໄດ້ກ່າວວ່າ ທ່ານຄັດຄ້ານຕໍ່ການຊັກຊ້າໃດໆ.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
British Parliament Speaker John Bercow on Monday blocked the House of Commons from holding a new vote on Brexit, the latest setback for Prime Minister Boris Johnson in his effort to have Britain divorce itself from the European Union.
British lawmakers had failed to support Johnson's exit plan Saturday and Bercow said the attempt to hold a new vote "will not be debated today as it would be repetitive and disorderly to do so."
Johnson last week struck a Brexit deal with the 27 other EU countries, but the lawmakers voted to delay their backing for the agreement until legislation is approved spelling out the terms of Britain's split from the EU after 46 years of membership in the continent's coalition.
Johnson plans to introduce the government's key Brexit measure later Monday, with more debate and votes on Tuesday. But Brexit opponents say they will try to derail Johnson's plan with amendments that Brexit supporters would find unacceptable.
It is unclear whether the government has the votes or time to enact the legislation before Britain's planned departure from the EU on October 31.
British lawmakers are debating whether to leave with a deal with the other EU countries, without a deal or hold another referendum. British voters narrowly favored Brexit in a 2016 referendum, but British leaders have failed since then to draft an exit plan with the EU that also could clear the House of Commons.
Former Prime Minister Theresa May resigned in Johnson's favor after parliament three times defeated her Brexit proposals.
As required under another Brexit-related law, Johnson sent a note to the EU asking for a Brexit delay until January 31, but did not sign it. He sent another signed note as well saying he opposes any delay.