ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາອັງກິດ ບໍ່ຮັບເອົາ​ ຂໍ້ສະເໜີອື່ນ ທີ່ບໍ່ແມ່ນ ແຜນການແບຣັກຊີສ ຂອງ ນາ​ຍົກ ເມ


ມີການປະກາດຜົນຂອງການລົງຄະແນນສຽງກ່ຽວກັບ Brexit ຢູ່ສະພາ ທີ່ລອນດອນ ວັນທີ 27 ປີ 2019 ທາງວີດີໂອ
ມີການປະກາດຜົນຂອງການລົງຄະແນນສຽງກ່ຽວກັບ Brexit ຢູ່ສະພາ ທີ່ລອນດອນ ວັນທີ 27 ປີ 2019 ທາງວີດີໂອ

ບັດນີ້ອະນາຄົດຂອງແບຣັກຊີສ ຍິ່ງບໍ່ມີຄວາມແນ່ນອນຫລາຍຂຶ້ນກວ່າແຕ່ກ່ອນ ລຸນ
ຫລັງສະພາ ບໍ່ຮັບເອົາທາງເລືອກ 16 ຢ່າງ ໃນ​ວັນ​ພຸດ​ວານນີ້ ຕໍ່ການຕົກ ລົງທີ່ລັດຖະ
ບານໄດ້ປະຕິເສດໄປສອງເທື່ອ ໃນການອອກໄປຈາກສະຫະພາບ ຢູໂຣບ.

ສະພາຕໍ່າ ໄດ້ເຂົ້າ​ກຳແຜນການແບຣັກຊີສ ຈາກນາຍົກລັດຖະມົນຕີ ເທຣິຊາ ເມ ຜູ້ຊຶ່ງ ເທົ່າເຖິງປັດຈຸບັນ ຍັງບໍ່ສາມາດເຮັດຂໍ້ຕົກລົງໄດ້ນັ້ນ.

ພວກຜູ້ແທນທັງຫລາຍ ໄດ້ເລີ້ມອະພິປາຍກັນ ໃນວັນພຸດວານນີ້ ກ່ຽວກັບແຜນ ການ
16 ຢ່າງ. ພວກນັກໄກ່ເກ່ຍທັງຫລາຍ ໄດ້ຫລຸດຕົວເລກດັ່ງກ່າວລົງມາ ເປັນ ແປດ ເພື່ອ
ລົງຄະແນນສຽງເອົາ ແຕ່ແລ້ວກໍຖືກປະຕິເສດໝົດ.

ໃນບັນດາທາງເລືອກຕ່າງໆ ທີ່ພວກຜູ້ແທນບໍ່ຮັບເອົາ ໃນວັນພຸດວານນີ້ ກໍມີອັນ ນຶ່ງ ທີ່
ຈະໃຫ້ອັງກິດຢູ່ຕໍ່ໄປກັບອີຢູຄືເກົ່າ ແລະອີກອັນນຶ່ງແມ່ນອັນທີ່ເປັນຄຳຖາມ ວ່າ ຈະອອກ
ໄປຈາກອີຢູ ຫລືບໍ່ ເພື່ອລົງຄະແນນສຽງເອົາ ໃນປະຊາມະຕິ.

ອີຢູ ໄດ້ໃຫ້ເວລາແກ່ອັງກິດ ໄປຮອດວັນທີ 12 ເມສາ ເພື່ອແຈ້ງໃຫ້ສະມາຊິກ ຊາບວ່າ ຕົນມີແຜນການແນວໃດຫຼືວ່າຈະອອກໄປຈາກອີຢູ ໂດຍບໍ່ມີແຜນການ ຊ່ຶງຈະນຳໄປສູ່ ຄວາມວຸ້ນວາຍທາງດ້ານເສດຖະກິດ. ທ່ານ ສຕີເວີນ ບາກເກຼ ລັດຖະມົນຕີແບຣັກຊີສ ຂອງອັງກິດກ່າວວ່າ ຄວາມຈິງທີ່ວ່າ ຂໍ້ສະເໜີທັງແປດ ຢ່າງໄດ້ລົ້ມແຫຼວ ກໍແມ່ນສັນ
ຍານອີກອັນນຶ່ງທີ່ວ່າ ແຜນການຂອງທ່ານນາງ ເມ “ແມ່ນທາງເລືອກທີ່ດີທີ່ສຸດ.”

ທ່ານນາງເມ ໄດ້ເວົ້າໃນວັນພຸດວານນີ້ວ່າ ທ່ານນາງຈະອອກຈາກໜ້າທີ່ນາຍົກ ລັດຖະ
ມົນຕີ “ກ່ອນກຳນົດ ທີ່ໄດ້ຕັ້ງໃຈເອົາໄວ້” ຖ້າພວກຜູ້ແທນຫາກຮັບເອົາ ແຜນການທີ່ທ່ານ
ນາງໄດ້ໄກ່ເກ່ຍກັບອີຢູ.

ທ່ານນາງໄດ້ເວົ້າໃນວັນພຸດວານນີ້ວ່າ “ຂ້າພະເຈົ້າຮູ້ດີວ່າ ມີຄວາມປະສົງຢາກ ໃຫ້ມີວິທີ
ໃໝ່ ແລະການນຳພາໃໝ່ ໃນສາກທີສອງ ຂອງການເຈລະຈາແບຣັກຊີສ ແລະຂ້າພະ
ເຈົ້າກໍຈະບໍ່ຢືນຂັດຂວາງຖ່ວງດຶງຢູ່.”

ທ່ານນາງ ເມ ເວົ້າວ່າ ທ່ານນາງຈະພິຈາລະນາຊອກຫາການສະໜັບສະໜູນ ສຳລັບແຜນ
ການອື່ນໆ ທີ່ຈະເປັນການ “ລົງຄະແນນສຽງ ທີ່ສະແດງອອກໃຫ້ ເຫັນ” ແຕ່ປະຕິເສດທີ່ຈະ
ເວົ້າວ່າ ທ່ານນາງ ຈະກະທຳຕາມຜົນຂອງມັນ.

ຊາວອັງກິດໄດ້ພາກັນລົງຄະແນນສຽງ ເມື່ອເກືອບສາມປີຜ່ານມາ ເພື່ອຈະອອກ ຈາກອີຢູ. ແຕ່ເມື່ອໃກ້ຈະເຖິງກຳນົດ ການອອກໄປໃນສັບປະດາແລ້ວນີ້ ກໍໄດ້ມີ ຄວາມສັບສົນເກີດ
ຂຶ້ນ ກ່ຽວກັບເງື່ອນໄຂຕ່າງໆ ທີ່ທ່ານນາງເມ ໄດ້ເຈລະຈາກັບ ພວກຜູ້ນຳອີຢູ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG