ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນ​ດາ ສະ​ມາ​ຊິກ​​ສະ​ພາ​ ອັງ​ກິດ ​ລົງ​ຄະ​ແນນ​ສຽງ ເພື່ອ​ຄວບ​ຄຸມ ການຖອ​ນ​ຕົວ​ ອອກ​ຈາກ​ອີ​ຢູ ຈາກ​ທ່ານ​ນາງ ເມ


​ການ​ໂຄ​ສະ​ນາ​ຫາ​ສຽງ ຕໍ່​ຕ້ານ​ການ​ຖອນ​ຕົວ​ອອກ​ຈາກ ອີ​ຢູ ສະ​ແດງ​ອອກຊຶ່ງ​ການ​ສະ​ໜັບ​ສະ​ໜຸນ ໂດຍ​ການ​ສະ​ບັດ​ທຸງ​ຊາດ EU, ສະ​ພາ​ອັງ​ກິດ, 25 ມີ​ນາ 2019.
​ການ​ໂຄ​ສະ​ນາ​ຫາ​ສຽງ ຕໍ່​ຕ້ານ​ການ​ຖອນ​ຕົວ​ອອກ​ຈາກ ອີ​ຢູ ສະ​ແດງ​ອອກຊຶ່ງ​ການ​ສະ​ໜັບ​ສະ​ໜຸນ ໂດຍ​ການ​ສະ​ບັດ​ທຸງ​ຊາດ EU, ສະ​ພາ​ອັງ​ກິດ, 25 ມີ​ນາ 2019.

ບັນ​ດາສະ​ມາ​ຊິກສະ​ພາ​ອັງ​ກິດ ໄດ້​ລົງ​ຄະ​ແນນ​ສຽງໃນ​ແລງວັນ​ຈັນ​ວານ​ນີ້ ເພື່ອ​ຄວບ​ຄຸມ
ການຖອ​ນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ​ ຫຼື Brexit ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ​ນາງ​
ເທ​ຣີ​ຊາ ເມ ທີ່​ພະ​ຍາ​ຍາມ​ຊອກ​ຫາຊ່ອງ​ທາງ ​ທີ່ຍອມ​ຮັບ​ໃຫ້​ທັງ​ສອງ​ຝ່າຍ ທັງ ສະ​ຫະ​
ລາດ​ຊະ​ອາ​ນາ​ຈັກອັງ​ກິດ ແລະ​ສະ​ຫະ​ພາບຢູ​ໂຣບ.

ການ​ລົງ​ຄະ​ແນນ​ສຽງ​ຂອງ​ສະ​ພາ​ ແມ່ນມີ 329 ຕໍ່ 302 ສຽງ, ຮວມ​ທັງລັດ​ຖະ​ມົນ​ຕີ
ຂອງ​ລັດ​ຖະ​ບານ 3 ທ່ານ ​ຊຶ່ງ​ໄ​ດ້ລາ​ອອກ ​ຍ້ອນພວກ​ທ່ານ ບໍ່​ສ​າມາດລົງ​ຄະ​ແນນ
ໃນ​ການສະ​ໜັບ​ສະ​ໜູນ​ເລື້ອງ​ດັ່ງ​ກ່າວ​.

ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ເມ ໄດ້​ເອີ້ນ​ການ​ເອົາ​ບາດ​ກ້າວ​ ຂອງ​ລັດ​ຖະ​ສະ​ພາ​ນີ້ວ່າ
“ເປັນ​ອັນ​ຕະ​ລາຍ, ຄາດ​ເດົາບໍ່​ໄດ້ ແບບທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ສຳ​ລັບ​ອະ​ນາ​ຄົດ"
ແຕ່ກໍ​ຮຽກ​ຮ້ອງ​ໃຫ້​ມີ​ການ “ເບິ່ງ​ສະ​ຖາ​ນະ​ການຕາມ​ທີ່​ເປັນຈິງ.”

ການ​ລົງ​ຄະ​ແນນ​ສຽງ​ຂອງ​ລັດ​ຖະ​ສະ​ພາ ​ໃນ​ວັນ​ຈັນ​ວານ​ນີ້ ໝາຍ​ຄວາມ​ວ່າເລີ້ມ​ຕັ້ງ​ແຕ່
ວັນ​ພຸດ​ມື້​ອື່ນ​ນີ້​ໄປ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ ຈະ​ພິ​ຈາ​ລະ​ນາ​ຫຼາຍໆ​ເລື້ອງ ໃນ​ການ​ລົງ​
ຄະ​ແນນ​ສຽງ​ ທີ່​ພວກ​ທ່ານ​ຫວັງ​ວ່າ ຈະ​ເປັນ​ທີ່ຍອມ​ຮັບຈາກ​ທຸກ​ຝ່າຍ ສຳ​ລັບ ສະ​ຫະ​
ລາດຊະ​ອາ​ນາ​ຈັກອັງ​ກິດ ທີ່​ຈະຖອນ​ຕົວ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ຊຶ່ງ​ເປັນ​ສິ່ງ​ທີ່
ນາ​ຍົກ​ລັດ​ຖະ​ມົນ​ຕີ​ເມ ບໍ່​ສາ​ມາດ​ເຮັດ​ໄດ້, ຊຶ່ງ​ປ່ອຍ​ໃຫ້​ອະນາ​ຄົດ​ຂອງ​ລັດ​ຖະ​ບານ​
ທ່ານ​ນາງ ຕົກ​ຢູ່​ໃນ​ສະ​ພາບ​ທີ່​ໜ້າ​ສົງ​ໄສ.

ນາຍົກລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ ເດີນອອກ ຫຼັງຈາກທີ່ທ່ານນາງ ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນກອງປະຊຸມສຸດຍອດ ທີ່ບຣັດໂຊລ, 22 ມີນາ 2019.
ນາຍົກລັດຖະມົນຕີອັງກິດ ທ່ານນາງເທຣີຊາ ເມ ເດີນອອກ ຫຼັງຈາກທີ່ທ່ານນາງ ໄດ້ກ່າວຕໍ່ກອງປະຊຸມຖະແຫຼງຂ່າວ ໃນກອງປະຊຸມສຸດຍອດ ທີ່ບຣັດໂຊລ, 22 ມີນາ 2019.

​ທາງ​ເລືອກຕ່າງໆອາດ​ຈະ​ຮວມ​ທັງອັນ​ທີ່​ເອີ້ນ​ວ່າ ການ​ຖອນ​ຕົວ​ອອກ​ຈາກ​ອີຢູ ແບບຄ​ອ່ຍ
​ເປັນ​ຄ່ອຍ​ໄປ, ພາຍ​ໃຕ້ສະ​ຖາ​ນະ​ການ​ທີ່​ວ່າ ສະ​ຫະ​ລາດ​ຊະ​ອາ​ນາ​ຈັກອັງ​ກິດ ​ຈະ​ຍັງ​ມີ
​ສາຍ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ຢ່າງ​ໃກ້​ຊິດ​ກັບອີ​ຢູ, ຫຼື​ບໍ່ ກໍ​ລົ້ມ​ເລີກ​ Brexit ທັງ​ໝົດ​ເລີຍ
ແລະ​ຢູ່​ກັບ​ສະ​ຫະ​ພັນ​ຢູ​ໂຣບ​ເໝືອນ​ເດີມ.

ຊາວ​ອັງ​ກິດໄດ້​ລົງ​ຄະ​ແນນ​ສຽງ ໃນ​ການ​ລົງປະ​ຊາ​ມະ​ຕິ ​ເມື່ອ​ປີ 2016 ໃຫ້​ຖອນ
ຕົວ​ອອກ​ຈາກ​ອີ​ຢູ ພາຍ​ໃນ ວັນ​ທີ 29 ມີ​ນາ ຂອງ​ປີ​ນີ້.

ແຕ່ວ່າ ບັນ​ດາ​ສະ​ມາ​ຊິກ​ສະ​ພາ ແລະ​ປະ​ຊາ​ຊົນ​ທີ່​ເປັນ​ຄົນ​ສັນ​ຊາດ​ອັງ​ກິດ ໄດ້​ມີ​ຄວາມ​ຄິດ
ອີກ​ຢ່າງ​ນຶ່ງ ກ່ຽວ​ກັບ​ການ​ຖອນ​ຕົວ​ອອກ​ຈາກ​ອີຢູ​ນີ້ ​ອັນ​ເປັນຂັ້ນການ​ໃນ​ການແຍກ​ທາງ
​ທີ່ສະ​ຫຼັບ​ສັບ​ຊ້ອນແລະ​ເຮັດ​ໃຫ້ເສດ​ຖະ​ກິດ​ມີ​ຄວາມ​ສົນ​ລະ​ວົນ​ຫຍຸ້ງຍາກ ​ທີ່ຈະ​ເປັນ​ຜົນ
​ເນື່ອງ​ມາຈາກ​ການ​ຖອນ​ຕົວ​ອອກ​ຈາກ​ອີ​ຢູ​ນີ້.

ອີ​ຢູ ໄດ້​ຕົກ​ລົງ​ທີ່​ຈະ​ເລື່ອນ​ການຖອນ​ຕົວ​ອອກ​ຈາກ​ອີ​ຢູ ດັ່ງ​ກ່າວ​ນີ້ ແລະປັດ​ຈຸ​ບັນ​ນີ້
ໃຫ້​ໂອ​ກາດ​ແກ່​ລັດ​ຖະ​ບານ​ຂອງທ່ານ​ນາງ​ເມ ຈົນ​ເຖິງວັນ​ທີ 12 ເມ​ສາ ທີ່​ວ່າ
ຕົນມີແຜນການ​ຢ່າງ​ໃດ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG