ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ ສະ​ພາ ອັງ​ກິດ ລົງ​ຄະ​ແນນ​ສຽງ ​ຄັດ​ຄ້ານ​ ຂໍ້​ຕົກ​ລົງ ສະ​ຫະ​ພາບ ຢູ​ໂຣບ


ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ ເບ​ຣັກ​ຊິດ ຮ້ອງ​ໄຫ້​ໃນ​ເວ​ລາ​ທີ່​ລາວ​ໄປ​ລວມ​ຕົວ​ກັນ ​ຢູ່​ຈະ​ຕຸ​ລັດ ສະ​ພາ​ແຫ່ງ​ຊາດ, ນະ​ຄອ​ນຫຼວງ ລອນດອນ. 15 ມັງ​ກອນ, 2019.
ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ ເບ​ຣັກ​ຊິດ ຮ້ອງ​ໄຫ້​ໃນ​ເວ​ລາ​ທີ່​ລາວ​ໄປ​ລວມ​ຕົວ​ກັນ ​ຢູ່​ຈະ​ຕຸ​ລັດ ສະ​ພາ​ແຫ່ງ​ຊາດ, ນະ​ຄອ​ນຫຼວງ ລອນດອນ. 15 ມັງ​ກອນ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່າ​ນນາງ ເທ​ຣີ​ຊາ ເມ ໄດ້ປະ​ສົບກັບ​ຄວາມ​ລົ້ມ​ແຫຼວ​ໃນ
ສະພາແຫ່ງຊາດຄັ້ງໃຫຍ່ທີ່ສຸດ ສຳລັບລັດຖະບານ ທີ່ກຳລັງປົກຄອງ ​ປະ​ເທດ​ຢູ່​ໃນ​ວັນ
ອັງຄານວານນີ້, ດ້ວຍບັນດາສະມາຊິກສະພາ, ລວມທັງຜູ້ຄັດຄ້ານຫຼາຍ ກວ່າ 100
ຄົນຈາກພັກອະນຸລັກນິຍົມຂອງທ່ານນາງເອງ, ໄດ້ປະຕິເສດການຮັບຮອງເອົາຂໍ້ຕົກ
ລົງ ເບຣັກຊິດ ທີ່ມີການໂຕ້ແຍ້ງກັນຢ່າງສູງນັ້ນ.

ການ​ຜ່າຍ​ແພ້​ຂອງ​ລັດ​ຖະ​ບານ​ ໄດ້​ສ້າງ​ຄວາມ​ສັບ​ສົນ​ຄັ້ງ​ໃຫຍ່​ໃຫ້​ການ​ແຍກ​ຕົວ​ອອກ
ຈາກສະຫະພາບ ຢູໂຣບ ຂອງອັງກິດ ທີ່ມີກຳນົດໃນວັນທີ 29 ມີນານີ້.

ກ​ານ​ລົງ​ຄະ​ແນນ​ສຽງ​ຄັ້ງ​ປະ​ຫວັດ​ສາດ​ ທີ່​ມີ​ການ​ລໍ​ຄອຍ​ເປັນ​ຢ່າງ​ສູງ​ຂອງ​ສະ​ພາ​ຕ່ຳ
ກ່ຽວກັບ ຮ່າງຂໍ້ຕົກລົງ, ເຊິ່ງໃຊ້ເວລາໃນການໂຕ້ຖຽງກັນຢ່າງຮຸນແຮງດົນເຖິງສອງປີ
ກັບບັນດາຜູ້ນຳ ຢູໂຣບ ເພື່ອຂໍ້ສະຫຼຸບນັ້ນ, ຕອນນີ້ໄດ້ຢຸດໂຄງການ ເບຣັກຊິດ ທັງໝົດ,
ພ້ອມກັບຄຳຖາມທີ່ສຳຄັນຕ່າງໆ ຍັງບໍ່ໄດ້ຖືກຕອບ ກ່ຽວກັບວ່າ ອັງກິດ ຈະອອກຈາກ
ສະຫະພາບ ຢູໂຣບ ຕອນໃດ, ເຂົາເຈົ້າຈະເຮັດແບບໃດ ແລະ ແມ່ນກະທັງວ່າເຂົາເຈົ້າ
ຍັງຈະເຮັດຢູ່ບໍ?

ມີ​ສະ​ມາ​ຊິກ​ສະ​ພາ​ພຽງ 202 ຄົນ​ເທົ່າ​ນັ້ນ ​ທີ່​ສະ​ໜັບ​ສະ​ໜູນ​ຂໍ້​ຕົກ​ລົງ​ຂອງ​ທ່ານນາງ ເມ
ແລະ 432 ຄົນ ໄດ້ລົງຄະແນນສຽງຄັດຄ້ານຂໍ້ຕົກລົງຂອງທ່ານນາງ. ການຜ່າຍແພ້ດັ່ງ
ກ່າວໄດ້ທຳລາຍສະຖິຕິຄັ້ງທີ່ຜ່ານມາໃນ 1924, ເມື່ອອະດີດນາຍົກລັດຖະມົນຕີ
ແຣມເຊ ແມັກດໍໂນລ ໄດ້ເສຍໄຊ ໃນການລົງຄະແນນສຽງ 166 ຄະແນນ, ທີ່ໄດ້ໃຫ້
ລັດຖະບານຂອງທ່ານຖືກຍຸບແລະ ຈັດການເລືອກຕັ້ງທົ່ວໄປ, ເຊິ່ງທ່ານໄດ້ເສຍໄຊ.

ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ, ທ່ານ​ນາງ ເມ ໄດ້​ຕຳ​ໜິ​ວ່າ “ການ​ລົງ​ຄະ​ແນນ​ສຽງ​ບໍ່​ໄດ້
ບອກໃຫ້ພວກເຮົາຮູ້ຫຍັງ” ກ່ຽວກັບ ສິ່ງທີ່ສະພາຕ່ຳຈະເຮັດ ເພື່ອທີ່ຈະຕົກລົງ ເມື່ອ
ເວົ້າເຖິງ ເບຣັກຊິດ. ທ່ານ ເຈເຮມີ ຄໍບິນ, ຜູ້ນຳຂອງພັກແຮງງານ ເຊິ່ງແມ່ນພັກຝ່າຍ
ຄ້ານທີ່ສຳຄັນນັ້ນ, ໄດ້ປະກາດຢ່າງກະທັນຫັນວ່າ ທ່ານໄດ້ສະເໜີ​ມະ​ຕິ​ບໍ່​ໄດ້​ວາງ​ໃຈ
ລັດຖະບານ, ເຊິ່ງຖ້າທ່ານນາງ ເມ ປາໄຊ, ມັນກໍຈະມີການເລືອກຕັ້ງທົ່ວໄປ. ນັກວິ
ເຄາະຫຼາຍຄົນກ່າວວ່າ ເຂົາເຈົ້າຄາດວ່າ ທ່ານນາງຈະຊະນະການລົງມະຕິໄວ້ວາງ
ໃຈລັດຖະບານ, ເຊິ່ງຈະຖືກນຳຂຶ້ນມາອະພິປາຍກັນ ໃນວັນພຸດມື້ນີ້.

ການ​ຜ່າຍ​ແພ້​ຂອງ​ທ່ານ​ນາງ ເມ ກ່ຽວ​ກັບ ແຜນ​ການ​ເບ​ຣັກ​ຊິກ ຈະ​ເປັນ​ການ​ໃຫ້​ກຳ​
ລັງໃຈເພີ່ມເຕີມ ຕໍ່ການໂຄສານາຫາສຽງ ທີ່ຂະຫຍາຍອອກຢ່າງກວ້າງຂວາງໃນສະ
ພາຕ່ຳ, ແລະ ຜູ້ສະໜັບສະໜູນການຢາກໃຫ້ອັງກິດ ຢູ່ໃນສະຫະພາບ ຢູໂຣບ ຄົນ
ອື່ນໆໃນປະເທດສຳລັບການລົງປະຊາມະຕິຄັ້ງທີສອງ, ອີງຕາມຄຳເວົ້າຂອງບັນດາ
ນັກວິເຄາະ. ຜູ້ສະໜັບສະໜູນການຢາກໃຫ້ອັງກິດຢູ່ໃນ ສະຫະພາບ ຢູໂຣບ ທັງ
ຫຼາຍຫວັງວ່າ ການລົງປະຊາມະຕິອີກຄັ້ງນຶ່ງ ຈະຕ່າວປີ້ນການລົງຄະແນນສຽງ
ເບຣັກຊິດ ໃນປີ 2016, ເຊິ່ງຜູ້ຢາກໃຫ້ຖອນຕົວອອກນັ້ນ ໄດ້ຊະນະຢ່າງຫວຸດຫວິດ.

ອ່າ​ນ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG