ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ ສະມາຊິກສະພາ ອັງກິດ ຈະລົງ ຄະແນນສຽງ ເພື່ອຂໍເລື່ອນເວລາ ໃນການຖອນໂຕ ອອກຈາກ ອີຢູ


ຜູ້ປະທ້ວງ ທີ່ສະໜັບສະໜຸນ Brexit ຢືນຄຽງຂ້າງກັບ ຜູ້ໂຄສະນາຕໍ່ຕ້ານ Brexit ທ່ານ ສຕີບວ໌ ເບຣ ຢູ່ນອກລັດຖະສະພາຂອງອັງກິດ ໃນນະຄອນຫຼວງ ລອນດອນ, ວັນທີ 13 ມີນາ 2019.
ຜູ້ປະທ້ວງ ທີ່ສະໜັບສະໜຸນ Brexit ຢືນຄຽງຂ້າງກັບ ຜູ້ໂຄສະນາຕໍ່ຕ້ານ Brexit ທ່ານ ສຕີບວ໌ ເບຣ ຢູ່ນອກລັດຖະສະພາຂອງອັງກິດ ໃນນະຄອນຫຼວງ ລອນດອນ, ວັນທີ 13 ມີນາ 2019.

ການລົງຄະແນນສຽງເປັນເວລາ ສາມວັນ ຢູ່ໃນສະພາຂອງອັງກິດ ໄດ້ສິ້ນສຸດລົງ ໃນວັນ
ພະຫັດມື້ນີ້ ພ້ອມດ້ວຍບັນດາສະມາຊິກສະພາ ຈະຕັດສິນໃຈ ວ່າ ຈະຂໍໃຫ້ສະຫະພາບ
ຢູໂຣບ ເລື່ອນເວລາອອກໄປ ໃນການຖອນໂຕອອກຈາກກຸ່ມດັ່ງກ່າວຂອງອັງກິດ ຫຼືບໍ່.

ສະພາຕ່ຳຂອງອັງກິດ ໃນວັນອັງຄານຜ່ານມານີ້ ໄດ້ລົງຄະແນນສຽງຢ່າງຖ້ວມລົ້ນ
ເພື່ອຕໍ່ຕ້ານການເຈລະຈາເງື່ອນໄຂຕ່າງໆ ສຳລັບ ການຖອນໂຕອອກຈາກສະຫະພາບ
ຢູໂຣບ ຫຼື ເອີ້ນກັນວາ ແບຣັກສິດນັ້ນ ແລະຫຼັງຈາກນັ້ນ ໂດຍມີການລົງຄະແນນສຽງ
ອີກຄັ້ງນຶ່ງ ໃນວັນພຸດວານນີ້ ເພື່ອການປະຕິເສດ ຕໍ່ຄວາມເປັນໄປໄດ້ ຂອງການຖອນ
ໂຕອອກຈາກອີຢູ ໃນວັນທີ 29 ມີນານີ້ ໂດຍບໍ່ມີຂໍ້ຕົກລົງໃດໆເລີຍ.

ຖ້າຫາກ ມາດຕະການຂໍເລື່ອນເວລາຂອງ ວັນພະຫັດມື້ນີ້ ຖືກຮັບຜ່ານ ມັນກໍຈະຕ້ອງ
ໄດ້ຮັບການຮັບຮອງ ຈາກບັນດາປະເທດສະມາຊິກຂອງອີຢູ ເພື່ອທີ່ຈະເຮັດໃຫ້ສາມາດ
ດຳເນີນໜ້າຕໍ່ໄປໄດ້.

ບັນດາເຈົ້າໜ້າທີ່ຂອງອີຢູ ໄດ້ກ່າວຊ້ຳແລ້ວຊ້ຳອີກວ່າ ພວກເຂົາເຈົ້າ ຈະຕ້ອງມີຂໍ້ອ້າງ
ທີ່ເໝາະສົມ ເພື່ອທີ່ຈະເຫັນດີ ຍັບເສັ້ນຕາຍອອກໄປໄດ້. ແລະຫຼັງຈາກ ການລົງຄະແນນ
ສຽງໃນວັນພຸດວານນີ້ ພວກເຂົາເຈົ້າໄດ້ກ່າວວ່າ ໃນຂະນະທີ່ ມັນເປັນສິ່ງນຶ່ງ ທີ່ລັດຖະ-
ບານ ອັງກິດ ຈະປະຕິເສດຕໍ່ອັນທີ່ເອີ້ນວ່າ ການຖອນໂຕໂດຍບໍ່ມີຂໍ້ຕົກລົງ ນັ້ນ ໃນຈຸດ
ໃດຈຸດນຶ່ງ ພວກເຂົາເຈົ້າ ຈະຕ້ອງໄດ້ຫາທາງເລືອກອື່ນ ໃຫ້ມີຂໍ້ຕົກລົງ ທີ່ພວກເຂົາເຈົ້າ
ອາດຈະຮັບຜ່ານໄດ້ແທ້ໆ.

ສະຫະພາບຢູໂຣບ ຍັງຕ້ອງການຢາກເລື່ອນເວລາອອກໄປ ແຕ່ໃນເວລາທີ່ຈຳກັດ ແລະ
ໃຫ້ແລ້ວເສັດ ກ່ອນໜ້າການເລືອກຕັ້ງຂອງຕົນ ໃນທ້າຍເດືອນພຶດສະພາ.

ປະທານສະພາບັນດາປະເທດໃນຢູໂຣບ ທ່ານ ດໍໂນລ ທັສຄ໌ ເປີດໄວ້ ຄວາມເປັນໄປໄດ້
ຂອງການເລື່ອນເວລາທີ່ຍາວຂຶ້ນ ໂດຍກ່າວໃນວັນພະຫັດມື້ນີ້ ວ່າ ກ່ອນໜ້າກອງປະຊຸມ
ບັນດາຜູ້ນຳຂອງສະຫະພາບຢູໂຣບ ໃນອາທິດໜ້າ ທ່ານ ຈະຮຽກຮ້ອງຕໍ່ບັນດາປະເທດ
ສະມາຊິກ ເພື່ອພິຈາລະນາ ທາງເລືອກທີ່ວ່າ ຖ້າຫາກ ອັງກິດ “ເຫັນວ່າ ມັນຈຳເປັນ
ຈະຕ້ອງທົບທວນຄືນ ຍຸດທະສາດ ໃນການຖອນໂຕຂອງຕົນ.”

ທ່ານນາງ ເມ ໄດ້ນຳມາ ສິ່ງທີ່ທ່ານນາງ ໄດ້ກ່າວວ່າ ເປັນຂໍ້ຕົກລົງສະບັບປັບປຸງຕໍ່ສະພາ
ເພື່ອລົງຄະແນນສຽງ ໃນວັນອັງຄານຜ່ານມານີ້ ຊຶ່ງເປັນອັນນຶ່ງ ທີ່ສະແຫວງຫາ ການຍົກ
ເອົາຄວາມເປັນຫ່ວງຕ່າງໆອອກໄປ ກ່ຽວກັບ ຊາຍແດນ ລະຫວ່າງ ໄອຣ໌ແລນເໜືອ ແລະ
ໄອຣ໌ແລນ ທີ່ເປັນສະມາຊິກຂອງອີຢູ. ພວກພັກຝ່າຍຄ້ານ ຢາກໃຫ້ຮັບປະກັນວ່າ ອັງກິດ
ຈະບໍ່ຖືກປິດລ້ອມດ້ວຍຂໍ້ຕົກລົງໄລຍະຍາວ ວ່າດ້ວຍພາສີອາກອນ ທີ່ຂຶ້ນກັບກົດລະບຽບ
ດ້ານການຄ້າຂອງອີຢູ.

ທ່ານນາງເມ ໄດ້ເອີ່ຍນ້ອຍນຶ່ງ ໃນວັນພຸດວານນີ້ ວ່າ ທ່ານນາງ ອາດຈະພະຍາຍາມ ເປັນ
ເທື່ອທີສາມ ເພື່ອໃຫ້ບັນດາສະມາຊິກສະພາ ຮັບຮອງເອົາຂໍ້ຕົກລົງທີ່ບັນດານັກເຈລະຈາ
ຈາກອັງກິດ ແລະ ອີຢູ ໄດ້ທຳງານຮ່ວມກັນມາເປັນເວລາສອງປີແລ້ວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG