ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ອັງກິດ ປະຕິເສດ ບໍ່ໃຫ້ ເວເນຊູເອລາ ຖອນຄຳ ໃນຄັງທະນາຄານ


ສັນຍາລັກແກະສະຫຼັກທະນາຄານກາງແຫ່ງ ອັງກິດ ຢູ່ເທິງໂຕະ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຈັດໂດຍ ຫົວໜ້າທະນາຄານແຫ່ງອັງກິດ ທ່ານ ມາກ ຄານີ, ນະຄອນຫຼວງ ລອນດອນ, ອັງກິດ. 5 ກໍລະກົດ, 2016.
ສັນຍາລັກແກະສະຫຼັກທະນາຄານກາງແຫ່ງ ອັງກິດ ຢູ່ເທິງໂຕະ ໃນລະຫວ່າງກອງປະຊຸມຖະແຫຼງຂ່າວຈັດໂດຍ ຫົວໜ້າທະນາຄານແຫ່ງອັງກິດ ທ່ານ ມາກ ຄານີ, ນະຄອນຫຼວງ ລອນດອນ, ອັງກິດ. 5 ກໍລະກົດ, 2016.

ຜູ້ພິພາກສາ ອັງກິດ ທ່ານນຶ່ງໄດ້ຕັດສິນວ່າ ການອະນຸຍາດໃຫ້ ເວເນຊູເອລາ ຄວບຄຸມຄຳມູນຄ່າ 1 ຕື້ໂດລາທີ່ຖືກເກັບໄວ້ຢູ່ໃນທະນາຄານກາງຂອງ ສະຫະຣາຊະອານາຈັກ ຈະເປັນການລະເມີດຕໍ່ກົດໝາຍ ອັງກິດ.

ຜູ້ພິພາກສາຄົນດັ່ງກ່າວໄດ້ເວົ້າວ່າ ລາວໄດ້ປະຕິເສດ ບໍ່ອະນຸຍາດໃຫ້ ເວເນຊູເອລາ ຄວບຄຸມ
ຄຳ ເພາະວ່າ ອັງກິດ ບໍ່ໄດ້ຮັບຮູ້ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ວ່າເປັນຜູ້ນຳທີ່ຖືກຕ້ອງຕາມກົດໝາຍຂອງປະເທດ.

ທ່ານ ມາດູໂຣ ໄດ້ຮ້ອງຂໍເອົາຄຳດັ່ງກ່າວ ເພື່ອມາຊ່ວຍປະເທດທີ່ມີບັນຫາດ້ານການເງິນໃນເຂດ ອາເມຣິກາລາຕິນ ນັ້ນຄວບຄຸມໂຣກລະບາດໄວຣັສໂຄໂຣນາ.

ຄະດີດັ່ງກ່າວໄດ້ຖືກນຳຂຶ້ນມາໂດຍທະນາຄານກາງແຫ່ງ ເວເນຊູເອລາ, ເຊິ່ງໄດ້ພະຍາຍາມທີ່ຈະຖອນເອົາຄຳທີ່ວ່ານັ້ນອອກມາ ສະນັ້ນເຂົາເຈົ້າຈຶ່ງສາມາດຂາຍມັນສຳລັບອາຫານ ແລະ ອຸປະ ກອນການແພດ ເພື່ອຕໍ່ສູ້ກັບໂຣກລະບາດ. ທະນາຄານນັ້ນຍັງໄດ້ພະຍາຍາມຖອນເອົາຄຳອອກມາ ກ່ອນການລະບາດຂອງໄວຣັສໂຄໂຣນາດ້ວຍ.

ອັງກິດ ໄດ້ຮັບຮູ້ຜູ້ນຳຝ່າຍຄ້ານຂອງ ເວເນຊູເອລາ ທ່ານ ຮວນ ກວາອີໂດ ເປັນປະທານາທິບໍດີທີ່ຖືກຕ້ອງຕາມກົດໝາຍຂອງປະເທດດັ່ງກ່າວ ແລະ ທະນາຄານແຫ່ງ ອັງກິດ ໄດ້ປະຕິເສດທີ່ຈະມອບການຄວບຄຸມຄຳ ໃຫ້ລັດຖະບານຂອງທ່ານ ມາດູໂຣ.

ທ່ານ ຊາຣອຊ໌ ໄຊວາລລາ (Sarosh Zaiwalla), ທະນາຍຄວາມທີ່ເປັນຕົວແທນໃຫ້ທະນາຄານກາງແຫ່ງ ເວເນຊູເອລາ ເຊິ່ງຖືກແຕ່ງຕັ້ງໂດຍທ່ານ ມາດູໂຣ ນັ້ນ, ໄດ້ກ່າວວ່າການຕັດສິນຂອງຜູ້ພິພາກສາ “ບໍ່ໄດ້ເອົາຫົວຊາກັບສະຖານະການຄວາມເປັນຈິງຢູ່ໃນປະເທດ” ແລະ ວ່າລູກຄວາມຂອງລາວຈະຍື່ນຄຳຮ້ອງຂໍອຸທອນ.

ນອກຈາກ ອັງກິດ ແລ້ວ, ສະຫະລັດ ກໍແມ່ນນຶ່ງໃນ 60 ປະເທດທີ່ຮັບຮູ້ທ່ານ ກວາອີໂດ ເປັນປະທານາທິບໍດີ ທີ່ຖືກຕ້ອງຕາມກົດໝາຍຂອງ ເວເນຊູເອລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG