ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍລິສັດ ການແພດ ຂອງອັງກິດ ພວມທົດສອບ ເຄື່ອງກວດລົມຫາຍໃຈ ເພື່ອຊອກຫາ ໂຣກມະເຮັງ ແຕ່ຫົວທີ


British Clinical Trial Begins on Breathalyzer's Ability to Detect Cancer
please wait

No media source currently available

0:00 0:02:11 0:00

ເຊີນຊົມວີດີໂອ ກ່ຽວກັບເລື້ອງນີ້ ເປັນພາສາອັງກິດ

ໂຣກມະເຮັງໃນທໍ່ອາ​ຫານຈາກຮູຄໍ ທີ່ເປັນຮູຍາວລົງໄປຫາກະເພາະ ລຳໄສ້ ຊຶ່ງເປັນໂຣກ
ຮ້າຍແຮງໂຣກນຶ່ງ ທີ່ໄດ້ມີລາຍງານຫຼາຍທີ່ສຸດ ຢູ່ເລື້ອຍມາ ແລະເປັນສາເຫດອັນດັບນຶ່ງ
ທີ່ພາໃຫ້ເກີດການສູນເສຍຊີວິດ ໃນທົ່ວໂລກ.

ກໍ​ລະ​ນີ​ສ່ວນ​ໃຫຍ່ ແມ່ນມີລາຍງານ ​ເກີດຢູ່ໃນບັນດາປະເທດ ທີ່ກຳລັງພັດທະນາ. ໂຣກ
ມະເຮັງໃນທໍ່​ອາ​ຫານ ໃນຂັ້ນຕົ້ນ ໂດຍທົ່ວໄປແລ້ວຈະບໍ່ສະແດງຮ່ອງຮອຍ ຫຼື ອາການ
ໃດໆເລີຍ. ຫາກແຕ່ວ່າ ສານເຄມີທີ່ເປັນເຄື່ອງໝາຍ ຂອງພະຍາດນີ້ ແມ່ນມີຢູ່ໃນໂຕ
ຂອງມັນ ເຖິງແມ່ນວ່າ ຈະຢູ່ໃນຂັ້ນຕົ້ນກໍຕາມ. ແລະອຸປະກອນໃໝ່ ທີ່ກຳລັງຖືກທົດສອບ
ຢູ່ໃນປະເທດອັງກິດ ກໍໄດ້ນຳເອົາປະໂຫຍດນີ້ ໄປໃຊ້ເພື່ອອຳນວຍໃຫ້ມີການກວດພົບ
ພະຍາດດັ່ງກ່າວ ຕັ້ງແຕ່ຫົວທີ ແລະໂຣກມະເຮັງຊະນິດອື່ນໆໄດ້. ນັກຂ່າວວີໂອເອ ເຟຕ
ລາພີດັສ ມີລາຍງານກ່ຽວ ກັບເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດ
ມາສະເໜີທ່ານ.

ພວກເຄື່ອງກວດ ຫຼື ເຊັນເຊີ້ ທີ່ໄດ້ປະດິດຂຶ້ນມາໃນເບື້ອງຕົ້ນ ເພື່ອກວດ ຫາວັດຖຸລະເບີດ ແລະແກັສທີ່ເປັນພິດຕ່າງໆເຫຼົ່ານັ້ນ ແມ່ນໄດ້ຖືກດັດແປງຄືນ ໃໝ່ ໃຫ້ສາ​ມາດລະ​ບຸສານ ເຄມີທີ່ບົ່ງບອກເຖິງໂຣກມະເຮັງ.

ເຄື່ອງວັດແທກລົມຫາຍໃຈທີ່ອອກມາຈາກປາກ ຫຼື breathalyzer ໄດ້ຖືກສ້າງ ຂຶ້ນມາ
ໂດຍບໍລິສັດການແພດ ອາລສ໌ໂຕນ ທີ່ສາມາດກວດຫາ ແລະລະບຸສານເຄມີຫຼາຍຊະນິດ
ຢູ່ໃນແກັສ ທີ່ໄຫລອອກມາ ໃນປະລິມານທີ່ໜ້ອຍຫຼາຍ ໂດຍ ທົ່ວໄປແມ່ນນຶ່ງສ່ວນຕໍ່
ພັນລ້ານ.

ພວກຄົນ 1500 ຄົນ ທີ່ເຂົ້າຮ່ວມໃນການທົດສອບ ທາງການແພດ ຈະໃສ່ໜ້າກາກພິ
ເສດປະກອບດ້ວຍທໍ່ຕ່າງໆ ທີ່ເກັບກຳເອົາລົມຫາຍໃຈ ທຳມະດາ ເປັນເວລາ 10 ນາທີ.

ຜູ້ນຳພາ ໃນການທົດສອບເລື້ອງນີ້ ທ່ານນາງ ເຣີເບັກກາ ຟິຕຊ໌ແຈໂລດ໌ ກ່າວວ່າ ມັນ
ເປັນວິທີການທີ່ງ່າຍໆ.

ຜູ້ນຳພາ ໃນການທົດສອບເລື້ອງນີ້ ທ່ານນາງ ເຣີເບັກກາ ຟິຕຊ໌ແຈໂລດ໌ ຈາກມະຫາ
ວິທະຍາໄລເຄມບຣິຈ ກ່າວວ່າ “ພວກທໍ່ເຫຼົ່ານີ້ ເບິ່ງຄືວ່າ ລຽບໆ ອັນນີ້ ເປັນສິ່ງນຶ່ງ ຈະ
ເຮັດໃຫ້ມີການປ່ຽນແປງທີ່ແທ້ຈິງ ໃນເທັກໂນໂລຈີອັນນີ້ ມີແນວໂນ້ມວ່າ ຈະໄດ້ຮັບຜົນ
ປະໂຫຍດຫຼາຍ ຍ້ອນວ່າ ເປັນຄັ້ງທຳອິດ ຊຶ່ງສານເຄມີ ຕ່າງໆ ທີ່ຫາຍໃຈອອກມາຈາກ
ປາກສາມາດຖືກເກັບກຳເອົາໄວ້ໄດ້ ຢູ່ພາຍໃນ ທໍ່ພວກນີ້ແລະກໍຈະຖືກປັບໃຫ້ຢູ່ຄົງທີ່
ໃນທັນທີ. ສະນັ້ນ ໃນຂະນະທີ່ເຈົ້າຫາຍ ໃຈຢູ່ນີ້ ເຈົ້າກໍຮັບເອົາພວກສານເຄມີເຫຼົ່ານັ້ນ
ແລະເຈົ້າກໍຈະສ້າງຂໍ້ມູນຂອງສານ ເຄມີຕ່າງໆຂຶ້ນມາ ທີ່ຢູ່ໃນຮ່າງກາຍຂອງເຈົ້າ
ຂະນະທີ່ ເຈົ້າກຳລັງຫາຍໃຈອອກໄປຈາກປາກ.”

ຕໍ່ຈາກນັ້ນ ພວກທໍ່ທັງຫຼາຍ ຈະຖືກສົ່ງໄປຍັງ ຫ້ອງທົດລອງ ຂອງບໍລິສັດ ອາລສ໌ໂຕນ
ບ່ອນທີ່ສານປະກອບທີ່ເປັນ​ອັນ​ຕະ​ລາຍລະເຫີຍ​ອອກ​ມາຢູ່ໃນລົມ ຫາຍໃຈນັ້ນ ແມ່ນ
ຈະຖືກວິເຄາະໄຈ້ແຍກ. ພວກສານປະກອບຂອງອິນຊີເຫຼົ່ານັ້ນ ຊຶ່ງພວກມັນຖືກເອີ້ນວ່າ
VOC ແມ່ນໄດ້ຖືກຜະລິດອອກມາ ໂດຍການເຜົາໄໝ້ອາຫານຂອງຮ່າງກາຍ ຕາມປົກ
ກະຕິ. ການປ່ຽນແປງໃນກິດຈະກຳຂອງ ການເຜົາໄໝ້ ສາມາດຜະລິດ ແບບແຜນສະ
ເພາະຂອງ VOC ຊຶ່ງສາມາດ ກາຍເປັນເຄື່ອງໝາຍດ້ານຊີວະພາບ ຂອງພະຍາດໃດນຶ່ງ
ທີ່ສະເພາະເຈາະຈົງ.ດ້ວຍການເລືອກເອົາ ການຕິດຕາມເບິ່ງພາຍໃນໄລຍະນຶ່ງນາທີ
ຂອງໂຣກມະເຮັງ.

ຜູ້ກໍ່ຕັ້ງບໍລິສັດ ອາລສ໌ໂຕນ ທ່ານ ບີລລີ ໂບຍລ໌ ກ່າວວ່າ ການປິ່ນປົວສາມາດ ເລີ້ມຂຶ້ນ
ໄດ້ຕັ້ງແຕ່ຫົວທີ ໂດຍຈະມີໂອກາດ ໄດ້ຮັບຄວາມສຳເລັດຫຼາຍຂຶ້ນກວ່າເກົ່າ.

ທ່ານ ບີລລີ ໂບຍລ໌ ຜູ້ຮ່ວມກໍ່ຕັ້ງ ແລະຜູ້ບໍລິຫານໃຫຍ່ ຂອງບໍລິສັດການແພດອາລສ໌ໂຕນ
ກ່າວວ່າ “ຄວາມທ້າທາຍ ກໍແມ່ນວ່າ ພວກຄົນສ່ວນຫຼາຍ ຢູ່ນະທີ່ນີ້ ຢູ່ໃນຊ່ວງເວລາ
ຂັ້ນຫຼ້າຊ້າເກີນໄປ ແລະມັນກ່ຽວກັບການຄວບຄຸມອາການຕ່າງໆ ແທນທີ່ວ່າ ຈະປົວ
ມັນໃຫ້ຫາຍຂາດ. ສະນັ້ນ ສິ່ງທີ່ສຳຄັນ ທີ່ເຈົ້າສາມາດເຮັດ ກໍ ແມ່ນວ່າ ກວດພົບພະ
ຍາດຕັ້ງແຕ່ຫົວທີ ແລະອັນນັ້ນ ເປັນສິ່ງທີ່ພວກເຮົາຄຶດວ່າເຄື່ອງ breathalyzer
ທີ່ມີເທັກໂນໂລຈີ ອຳນວຍໃຫ້ເລືອກ ສານເຄມີອອກມາໄດ້ ຕັ້ງແຕ່ຂັ້ນຕົ້ນໆເລີຍ
ໃນເວລາທີ່ມັນຈະສາມາດປົວໄດ້.”

ການທົດລອງດັ່ງກ່າວ ແມ່ນກຳລັງຖືກຈຳກັດ ສະເພາະແຕ່ພວກຄົນປ່ວຍ ທີ່ສົງ ໄສວ່າ
ເປັນໂຣກມະເຮັງໃນທໍ່​ອາ​ຫານ ແລະ​ກະ​ເພາະ ແຕ່ກໍຈະຂະຫຍາຍອອກ ໄປຕາມທີຫຼັງ
ທີ່ລວມທັງພວກຄົນປ່ວຍຈາກໂຣກມະເຮັງອື່ນນຳດ້ວຍ ແລະພວກ ທ່ານໝໍ ຈະຈັບຕາ
ເບິ່ງການທົດລອງໄລຍະສອງປີນີ້ ຢ່າງໃກ້ຊິດ.

XS
SM
MD
LG