ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ມີສິດປ່ອນບັດ ຊາວອັງກິດ ເລືອກເອົາ ການຖອນໂຕ ອອກຈາກອີຢູ ແລະນາຍົກ Cameron ກໍລາອອກ


ທ່ານ Nigel Farage ຜູ້ນຳພັກເອກກະລາດ ຂອງອັງກິດ ຖະແຫຼງຕໍ່ສື່ມວນຊົນ ທີ່ College Green ໃນນະຄອນ London ປະເທດອັງກິດ. (24 ມິຖຸນາ 2016)​
ທ່ານ Nigel Farage ຜູ້ນຳພັກເອກກະລາດ ຂອງອັງກິດ ຖະແຫຼງຕໍ່ສື່ມວນຊົນ ທີ່ College Green ໃນນະຄອນ London ປະເທດອັງກິດ. (24 ມິຖຸນາ 2016)​

ອັງກິດ​ໄດ້ທຳ​ການ​ຕັດສິນ​ໃຈຄັ້ງປະຫວັດສາດ ​ເພື່ອ​ຖອນ​ໂຕ​ອອກ​ຈາກ​ສະຫະພາບຢູ​ໂຣບ ​ໃນ​ການ​ລົງປະຊາ​ມະຕິ​ຊຶ່ງ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຮູ້ສຶກ​ກ່ຽວ ກັບ​ບັນຫາ​ຄົນ​ເຂົ້າ​ເມືອງ ​ແລະອະທິປະ​ໄຕ ​ແລະກໍ​ພາ​ໃຫ້ ​ນາຍົກລັດຖະມົນຕີ David Cameron ລາ​ອອກໃນທັນທີ.

"ປະຊາຊົນ​ຊາວ​ອັງກິດ ​ໄດ້​ພາກັນ​ຕັດສິນ​ໃຈ​ຢ່າງ​ຈະ​ແຈ້ງ​ເພື່ອໃຫ້​ເອົາເສັ້ນທາງ ​ທີ່​ແຕກ​ຕ່າງ​ ​ແລະ​ດ້ວຍ​ການ​ກະທຳ​ດັ່ງກ່າວ​ຂ້າພະ​ເຈົ້າຄິດ​ວ່າ ປະ​ເທດ​ຊາດ​ຈຳ​ ເປັນ ຈະ​ຕ້ອງ​ໄດ້​ມີ​ຄະ​ນະ​ນຳພາ​ຊຸດ​ໃໝ່ ​ເພື່ອ​ນຳພາ​ໄປ​ສູ່​ທິດ​ທາງນີ້​" ນັ້ນຄື​ຄຳ​ ຖະ​ແຫຼງຂອງ​ທ່ານ Cameron ຕໍ່​ພວກ​ນັກ​ຂ່າວ​ຢູ່​ນອກ​ທຳນຽບ​ເລກ​ທີ 10 ຂອງ​ ຖະໜົນ Downing ​ໃນ​ວັນ​ສຸກ​ມື້ນີ້.

ທ່ານ Cameron ກ່າວ​ວ່າ ການ​ປ່ຽນ​ແຫງ​ດັ່ງກ່າວ​ນີ້ຄວນ​ມີ​ຂຶ້ນ​ໃນ​ເດື​ອນຕຸລາ ຈະ​ມາ.

ພວກ​ນັກວິ​ເຄາະ ​ກ່າວ​ວ່າ ການ​ຕັດສິນ​ໃຈ​ຢ່າງ​ບໍ່​ໜ້າ​ເຊື່ອ ​ເພື່ອ​ຖອນ​ໂຕ​ອອກ​ ຈາກ ສະຫະພາບ​ຢູ​ໂຣບນີ້ ໝາຍ​ຄວາມວ່າ ທ່ານ Cameron ​ໄດ້​ສູນ​ເສຍ​ສິດ ອຳນາດ ຂອງ​ທ່ານ. ສ່ວນ​ຜູ້ນຳ​ພາໃນ​ການ​ປຸກລະດົມ​ໃຫ້​ຖອນ​ໂຕອະດີດ​ເຈົ້າ ຄອງ​ນະຄອນຫຼວງລອນ​ດອນທ່ານ Boris Johnson ທີ່​ສັງກັດ​ຢູ່​ໃນ​ພັກ​ນິຍົມ ​ແນວທາງ​ເດີມ​ຂອງ ທ່ານ Cameron ​ເຊັ່ນ​ດຽວ​ກັນນັ້ນ ​ເປັນ​ທີ່​ຄາດກັນ ​ຢ່າງ ກວ້າງ​ຂວາງ​ຈະ​ເຂົ້າຮັບ​ໜ້າ​ທີ່​ເປັນ​ນາຍົກລັດຖະມົນຕີ​ແທນ​ທ່ານ Cameron.


ນາຍົກລັດຖະມົນຕີ David Cameron ປະກາດລາອອກ

Britain PM Cameron to Resign by Autumn
please wait

No media source currently available

0:00 0:00:58 0:00

ດ້ວຍ​ຄະ​ແນນ​ສຽງ​ຈາກ​ເຂດ​ຕ່າງໆ​ທີ່​ນັບ​ໄປ​ແລ້ວ ​ໃນຕອນ​ເຊົ້າ​ວັນ​ສຸກ​ມື້ນີ້​ ການຖອນ​ໂຕ​ແມ່ນ​ໄດ້​ຮັບ​ 51.89​ ​ເປີ​ເຊັນ​ຂອງຄະ​ແນນ​ສຽງ​ທັງ​ໝົດ. ຂ່າວ​ ດັ່ງກ່າວ​ນີ້ ພາ​ໃຫ້​ເກີດ​ມີ​ປະຕິກິລິຍາ​ໃນ​ທາງ​ລົບຈາກ​ຕະຫລາດ​ຮຸ້ນໃນເຂດ ​ເອ​ເຊຍແລະ​ເງິນ​ປອນຂອງ​ອັງກິດ​ໄດ້​ຕົກ​ລາຄາເປັນ​ຢ່າງ​ໃຫຍ່​ສູ່​ລະດັບ​ຕ່ຳ​ ສຸດ​ໃນ​ຮອບ​ສາມ​ທົດ​ສະ​ວັດ.

ຜູ້​ຄົນ​ໄດ້​ພາກັນ​ໄປ​ປ່ອນບັດ​ເປັນ​ຈຳນວນ​ຫຼວງຫຼາຍໃນ​ລະດັບ 72 ​ເປີ​ເຊັນ ຊຶ່ງ​ເປັນ​ລະດັບ​ສູງ​ສຸດ​ໃນ​ການ​ປ່ອນ​ບັດ​ແຫ່ງ​ຊາດໃນ​ຮອບ​ສອງ​ທົດ​ສະ​ວັດ​ ກວ່າໆ​ທັງ​ໆທີ່​ໄດ້​ເກີດ​ພາຍຸ​ຝົນ​ໃນ​ມື້ມີ​ການ​ລົງ​ປະຊາ​ມະຕິ ຊຶ່ງ​ໄດ້​ສະທ້ອນ​ ໃຫ້​ເຫັນ​ເຖິງ​ຄວາມ ຮູ້ສຶກຢ່າງ​ແຮງທີ່​ການ​ອະພິປາຍ​ພາ​ໃຫ້​ເກີດ​ຂຶ້ນ​ໃນ​ທົ່ວ​ ປະ​ເທດ ຊຶ່ງ​ອັດຕາ​ຄົນ​ເຂົ້າ​ເມືອງ​ໄດ້​ເພີ້ມຂຶ້ນ​ເປັນ​ສອງ​ເທົ່າ​ໃນ​ຮອບ 16 ປີ ​ທີ່​ຜ່ານ​ມາ.

ຜູູ້ນຳ ທີ່ປຸກລະດົມ ໃຫ້ຖອນໂຕ ຈາກອີຢູ ທ່ານ Nigel Farage ສະແດງຄວາມຮູ້ສຶກ

Nigel Farage Reacts to the Brexit Result
please wait

No media source currently available

0:00 0:00:43 0:00

ການ​ປ່ອນ​ບັດ​ນີ້ປາກົດ​ວ່າ​ໄດ້​ຮັບ​ແຮງ​ຂັບ​ດັນ​ຈາກ​ຄວາມ​ຮູ້ສຶກ​ຕໍ່ຕ້ານ​ການຈັດຕັ້ງ ​ແລະ ຄວາມ​ຮູ້ສຶກ​ຕໍ່ຕ້ານໂຄງ​ສ້າງ​ການ​ປົກຄອງ​ຂອງ​ສະຫະພາບ​ຢູ ​ໂຣບທີ່​ໄດ້​ເຂົ້າຄວບ​ຄຸມ ຫຼາຍ​ເກີນ​ໄປຈາກ​ປະຊາຊົນ​ທຳ​ມະ​ດາ​ສາມັນຊາວ​ ອັງກິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG