ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງລິສ ທຣັສ ນາຍົກລັດຖະມົນຕີອັງກິດ ຜູ້ທີ່ມີສາຍຕາແຫຼມຄົມກ່ຽວກັບນະໂຍບາຍຕ່າງປະເທດ ກໍາລັງປະເຊີນກັບຄວາມທ້າທາຍຢູ່ພາຍໃນ


Britain's Liz Truss: Foreign Policy Hawk Facing Challenges at Home
please wait

No media source currently available

0:00 0:03:02 0:00

ລາຍງານກ່ຽວກັບ ຄວາມທ້າທາຍພາຍໃນປະເທດທີ່ ທ່ານນາງລິສ ທຣັສ ກໍາລັງປະເຊີນ.

ທ່ານນາງລິສ ທຣັສ (Liz Truss) ໄດ້ເຂົ້າ​ຮັບ​ຕຳ​ແໜ່ງເປັນນາຍົກ ລັດຖະມົນຕີ ຂອງປະເທດອັງກິດ ຢ່າງ​ເປັນ​ທາງ​ການ ໃນວັນອັງຄານແລ້ວ, ໂດຍ​ເຂົ້າ​ຮັບໜ້າທີ່ແທນທ່ານບໍຣິສ ຈອນສັນ ເຊິ່ງໄດ້ລາອອກຈາກຕໍາແໜ່ງໃນເດືອນກໍລະກົດທີ່​ຜ່ານ​ມາ. ອີງຕາມລາຍງານຂອງເຮັນຣີ ຣິຈເວລ ຈາກນະຄອນຫຼວງລອນດອນ, ທ່ານນາງທຣັສຖືກມອງກັນວ່າ ເປັນຜູ້ມັກ​ໃຊ້​ກຳລັງ​ທະ​ຫານ ໃນດ້ານນະໂຍບາຍການຕ່າງປະເທດ, ແລະ ທ່ານນາງຍັງໄດ້ ໃຫ້ຄໍາໝັ້ນ ທີ່ຈະເອົາ​ທ່າ​ທີ​ແບບ​ເຂັ້ມ​ແຂງຕໍ່ຕ້ານຣັດເຊຍ ແລະຈີນ. ແຕ່ໃນເບື້ອງຕົ້ນ, ທ່ານນາງຈະຕ້ອງປະເຊີນກັບຄວາມທ້າທາຍ ທີ່ໜ້າກັງວົນໃຈຢູ່ພາຍໃນປະເທດ. ທິບສຸດາ ຈະ​ນຳ​ເອົາ​ລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ມື້ແຫ່ງການປ່ຽນແປງຢູ່ໃນອັງກິດ, ເຊິ່ງເປັນປະເທດທີ່ບໍ່ຄ່ອຍໄດ້ມີປະເພນີແລະວັດ​ທະ​ນະ​ທຳ​ກ່ຽວ​ກັບການສະເຫຼີມສະຫຼອງ​ຫຼາຍ​ປານ​ໃດ​ນັ້ນ. ນາຍົກລັດຖະມົນ ຕີທີ່ພົ້ນຈາກຕໍາແໜ່ງ ທ່ານບໍຣສ ຈອນສັນ, ພົບກັບພະຣາຊີນີເອລິສຊາ​ແບັດ​ທີສອງ ໃນວັນອັງຄານທີ່ຜ່ານມາ ຢູ່ທີ່ພະ​ຣາດຊະວັງຂອງເພິ່ນ ໃນສກັອດແລນ. ພະ​ຣາ​ຊີ​ນີຜູ້ທີ່ມີພະ​ຊົນ​ມາຍຸ 96 ປີ ບໍ່ສາມາດເດີນທາງ​ໄປນະຄອນຫຼວງລອນດອນໄດ້ ເນື່ອງຈາກເພິ່ນມີບັນຫາທາງດ້ານສຸຂະພາບ.

ພຽງເວລາບໍ່ເທົ່າໃດຊົ່ວໂມງຫຼັງຈາກນັ້ນ, ທ່ານນາງລິສ ທຣັສ ກໍໄດ້ເດີນທາງ​ໄປທີ່ນັ້ນ​ເຊັ່ນດຽວກັນ, ແລະກໍ່ໄດ້ຖືກຮ້ອງຂໍຈາກພະຣາຊີນີໃຫ້ມີການຈັດຕັ້ງລັດຖະ ບານຊຸດໃໝ່. ທ່ານນາງລິສ ເປັນນາຍົກລັດຖະມົນຕີຄົນທີ 15 ທີ່ໄດ້ຮັບການແຕ່ງຕັ້ງໂດຍພະ​ຣາຊີນິເອລິສຊາແບັດ.

ຈາກນັ້ນ, ທ່ານນາງລິສ ກໍໄດ້ນັ່ງເຮືອບິນກັບຄືນໄປນະຄອນຫຼວງລອນດອນ ແລະກ່າວຄຳ​ປາ​ໄສທາງໂທລະພາບ.

ທ່ານນາງລິສ ທ​ຣັສ, ນາຍົກລັດຖະມົນຕີຂອງອັງກິດກ່າວວ່າ:

“ປັດຈຸບັນ, ພວກເຮົາກໍາລັງປະເຊີນກັບພາຍຸທີ່ຮຸນແຮງລະດັບໂລກ ໂດຍໄດ້ຮັບຜົນກະທົບຈາກສົງຄາມ ທີ່ເປັນຕາຢ້ານຂອງ ຣັດເຊຍ ທີ່ກໍ່ຢູ່ໃນຢູເຄຣນ, ແລະຜົນຈາກການລະບາດຂອງພະຍາດໂຄວິດ-19...ຫາກຮ່ວມມືກັນກັບບັນດາປະ ເທດພັນທະມິດຂອງພວກເຮົາ, ພວກເຮົາຈະຢືນຂຶ້ນຕ້ານຢັນເພື່ອເສລີພາບ ແລະ ປະຊາທິປະໄຕຢູ່ໃນທົ່ວໂລກ.”

ການເມືອງທີ່ມີລັກສະນະອ່ອນຫວານໃດໆ ແມ່ນເບິ່ງຄືວ່​າ​ຈະບໍ່ສາມາດຢູ່ໄດ້ດົນ.

ທ່ານຈອນ ແຄັມຟ໌ເນີ (John Kampfner), ປະທານຂອງແຊັດ​ແທມ​ເຮົ້າ ກ່າວວ່າ:

90 ເປີເຊັນຂອງການດໍາເນີນງານຂອງທ່ານນາງ ຈະຕ້ອງຈັດການກັບວຽກງານພາຍໃນປະເທດ, ແລະໃນປັດຈຸບັນນີ້ ວາລະການປະຊຸມກ່ຽວກັບສະຖານະການພາຍໃນປະເທດເຊັ່ນ ວິກິດການທາງດ້ານເສດຖະກິດ, ການນັດຢຸດງານ, ການບໍລິການທາງດ້ານສຸຂະພາບທີ່ຢູ່ໃນຂັ້ນວິກິດ, ໜີ້ສິນທາງດ້ານພະລັງງານທີ່ຫຼວງຫຼາຍ, ແລະຄວາມບໍ່ສະຫງົບວຸ້ນວາຍທາງສັງຄົມທີ່ອາດຈະເກີດຂຶ້ນໄດ້.

ເຖິງວ່າຈະມີຄໍາໝັ້ນສັນຍາເພື່ອຕັດພາສີ, ແຕ່ກໍມີລາຍງານວ່າ ທ່ານນາງທຣັສ ຈະນໍາໃຊ້ເງິນໃນຈໍານວນທີ່ສູງເຖິງ 150 ຕື້ໂດລາເຂົ້າໃນການໂຈະຄ່າບິນພະ ລັງງານ.

ທ່ານນາງໃຫ້ສັນຍາທີ່ຈະຜັກດັນຄ່າໃຊ້ຈ່າຍເຂົ້າໃນດ້ານຄວາມໝັ້ນຄົງເຖິງ 3 ເປີເຊັນຂອງຍອດ​ຜະ​ລິດ​ຮວມ​ພາຍ​ໃນ ​ຫຼື GDP, ເຊິ່ງມີການຄາດກັນວ່າ ອາດຈະມີມູນຄ່າສູງເຖິງ 180 ຕື້ໂດລາ. ໃນຂະນະດຽວກັນ, ທ່ານນາງຍັງຄົງໃຫ້ຄໍາໝັ້ນ​ສັນ​ຍາທີ່ຈະຊ່ວຍເຫຼືອດ້ານການທະຫານແລະດ້ານມະນຸດສະທໍາແກ່ຢູເຄຣນ ຕໍ່ໄປ.

ທ່ານໂວໂລດີເມຍ ເຊເລັນສກີ, ປະທານາທິບໍດີຢູເຄຣນ ກ່າວເປັນພາສາຢູເຄຣນວ່າ:

“ຢູ່ໃນປະເທດຢູເຄຣນ ພວກເຮົາທຸກຄົນຮູ້ຈັກທ່ານນາງດີ, ລາວເປັນຜູ້ທີ່ມີສະຕິປັນຍາສູງ ກ່ຽວກັບການເມືອງຕ່າງໆ ໃນດ້ານຢູໂຣບ. ຂ້າພະເຈົ້າເຊື່ອວ່າ, ໃນການຮ່ວມມືກັນ ພວກເຮົາຈະສາມາດດໍາເນີນງານຕ່າງໆໄດ້ຫຼາຍຂຶ້ນ ເພື່ອປົກປ້ອງປະເທດຊາດຂອງພວກເຮົາ, ແລະເຮັດໃຫ້ໝັ້ນໃຈວ່າຣັດເຊຍພົບກັບຄວາມລົ້ມແຫຼວ ໃນການພະຍາຍາມທໍາລາຍລ້າງຂອງພວກເຂົາເຈົ້າ.”

ໃນຖານະລັດຖະມົນຕີຂອງລັດຖະບານ, ທ່ານນາງທຣັ​ສໄດ້ສະແດງຈຸດຢືນທີ່ໜັກ ແໜ້ນຕໍ່ ຈີນ.

ທ່ານນຽລ ເມລວິນ (Neil Melvin), ຈາກສະຖາບັນ Royal United Services Institute ກ່າວວ່າ:

“ດັ່ງນັ້ນ, ຈີນ ຈະຖືກຮັບຮູ້​ຢູ່ພາຍໃຕ້ການເປັນນາຍົກລັດຖະມົນຕີຂອງທ່ານນາງ, ທ່ານນາງໄດ້ລະບຸວ່າ ເປັນໄພຄຸກຄາມຕໍ່ສະຫະຣາດຊະອານາຈັກອັງກິດ.”

ທ່ານນາງທຣັ​ສ ຍັງໄດ້ໃຫ້ຄໍາໝັ້ນທີ່ຈະຍົກເລີກວັກ​ສຳ​ຄັນ​ຂອງຂໍ້ຕົກລົງ ເບຣກຊິດທ໌ (Brexit) ທີ່ທ່ານບໍຣິສ ຈອນສັນ ໄດ້ເຊັນລົງນາມກັບສະຫະພາບຢູໂຣບ ກ່ຽວ​ກັບ​ເລື້ອງໄອຣ໌ແລນ​ເໜືອ.

ທ່ານຈອນ ແຄັມຟ໌ເນີ ກ່າວວ່າ:

“ສະຖານະການທີ່ເປັນກໍລະນີຮ້າຍແຮງທີ່ສຸດຄື ການເຮັດສົງຄາມທາງການຄ້າທີ່ເຕັມນອງໄປດ້ວຍເລືອດລະຫວ່າງກັນ, ເຈົ້າສາມາດນຶກພາບອອກບໍ? ລະຫວ່າງ 27 ປະເທດຢູ່ໃນ ຢູໂຣບ ແລະອັງກິດ. ໃນການໃຫ້ຄວາມເຄົາລົບຕ່າງ​ໆ, ນັ້ນມັນຈະກາຍມາເປັນໄພພິນາດ, ມັນຈະເປັນການຖອກນໍ້າມັນໃສ່ໄຟ ທີ່ມີລັກສະ ນະຮ້າຍແຮງຢູ່ແລ້ວຢູ່ໃນລະບົບເສດຖະກິດຂອງສະຫະຣາດຊະອານາຈັກອັງ ກິດ.”

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ກ່າວສະແດງຄວາມຍິນດີນໍາທ່ານນາງທຣັ​ສຜ່ານທາງທວິດເຕີ້ວ່າ ທ່ານມີຄວາມຕັ້ງໃຈທີ່ຈະຮ່ວມງານກັບທ່ານນາງ ເພື່ອ ‘ຄວາມສໍາພັນພິເສດ’ ທີ່ເລິກເຊິ່ງ ກັບປະເທດອັງກິດຕໍ່ໄປ.

ທ່ານຈອນ ແຄມຟ໌ເນີ ກ່າວວ່າ:

“ແຕ່ ປະຊາຊົນຊາວອາເມຣິກັນ, ໂດຍສະເພາະແມ່ນລັດຖະບານຂອງທ່ານໄບເດັນ, ມີຄວາມລະມັດລະວັງທີ່ສຸດໃນການເລືອກລະຫວ່າງ ອັງກິດ ແລະສະຫະ ພາບຢູໂຣບ, ເຊິ່ງພວກເຂົາເຈົ້າຄິດວ່າ ມັນເປັນທາງເລືອກທີ່ຜິດທີ່ສຸດ.”

ບັນດານັກວິເຄາະກ່າວວ່າ ມັນບໍ່ຄ່ອຍມີເລີຍ ທີ່ນາຍົກລັດຖະມົນຕີຈະຕ້ອງປະເຊີນກັບບັນຫາທີ່ຮ້າຍແຮງຕ່າງໆຢ່າງຫຼວງຫຼາຍໃນຂະນະເຂົ້າດໍາລົງຕໍາແໜ່ງ.

Liz Truss officially became prime minister of Britain Tuesday, replacing Boris Johnson, who announced his resignation in July. As Henry Ridgwell reports from London, Truss is seen as a foreign policy hawk and has pledged a tough line against Russia and China — but she first faces daunting challenges at home.

Changeover day in Britain — a country rarely short on ceremony and tradition. Outgoing Prime Minister Boris Johnson met Queen Elizabeth the second [II] Tuesday to offer his resignation at her Scotland residence. The 96-year-old monarch is unable to travel to London because of health problems.

Just a few hours later, Liz Truss made the same journey — and was asked by the queen to form a new government. She is the fifteenth prime minister to be appointed by Elizabeth.

Truss flew back to London — and gave a televised address.

Liz Truss, British Prime Minister

“We now face severe global headwinds caused by Russia’s appalling war in Ukraine and the aftermath of COVID… United with our allies, we will stand up for freedom and democracy around the world.”

Any political honeymoon will likely be short-lived.

John Kampfner, Chatham House

“Ninety percent of her time is going to have to be dealing with the here and now on the domestic agenda — with an economy in crisis, strikes, health service (in crisis), huge energy bills, potential social unrest.”

Despite a promise to cut taxes, it’s reported that Truss will spend up to 150 billion dollars on freezing energy bills.

She has pledged to boost defense spending to three percent of GDP — estimated to cost 180 billion dollars. Meanwhile, she has pledged to continue giving military and humanitarian aid to Ukraine.

Volodymyr Zelenskyy, Ukrainian President in Ukrainian

“In Ukraine, we know her well. She was always on the enlightened side of European politics. I believe that together we will be able to do much more for the protection of our nations and to ensure the failure of Russia’s destructive efforts.”

As a government minister, Truss took a hawkish stance on China.

Neil Melvin, Royal United Services Institute

“So China will be recognized under her premiership, she’s indicated, as a threat to the U.K.”

Truss has also pledged to tear up a key Brexit agreement that Johnson signed with the European Union over Northern Ireland.

John Kampfner, Chatham House

“The worst-case scenario is a full-blooded trade war between — can you imagine — between the 27 European nations and Britain. In every respect, that will be a disaster. It will add fuel onto the fire of an already pretty terrible U.K. economy.”

U.S. President Joe Biden congratulated Truss on Twitter — saying he looked forward to deepening the ‘special relationship’ with Britain.

John Kampfner, Chatham House

“But the Americans, and particularly the Biden administration, are incredibly wary of having to choose between the Brits and the European Union. They regard it as a false choice.”

Analysts say rarely has a new prime minister faced so many headwinds on taking office.

XS
SM
MD
LG