ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ກຳລັງເກ້ຍກ່ອມ ສະຫະລັດ ໃຫ້ຍຶດໝັ້ນ ສັນຍານິວເຄລຍ ກັບ ອີຣ່ານ ຕໍ່ໄປ


ທ່ານ ບໍຣິສ ຈອນຊັນ ລັດຖະມົນຕີຕ່າງປະເທດອັງກິດ ເດີນທາງໄປ ປະຊຸມຄະນະລັດຖະບານ ຢູ່ ອາຄານເລກທີ 10 ຖະໜົນດາວນິງ ໃນນະຄອນຫຼວງ ລອນດອນ, ວັນອັງຄານ ທີ 1 ພຶດສະພາ 2018.
ທ່ານ ບໍຣິສ ຈອນຊັນ ລັດຖະມົນຕີຕ່າງປະເທດອັງກິດ ເດີນທາງໄປ ປະຊຸມຄະນະລັດຖະບານ ຢູ່ ອາຄານເລກທີ 10 ຖະໜົນດາວນິງ ໃນນະຄອນຫຼວງ ລອນດອນ, ວັນອັງຄານ ທີ 1 ພຶດສະພາ 2018.

ມີການຄາດກັນວ່າ ລັດຖະມົນຕີຕ່າງປະເທດອັງກິດ ຈະເກ້ຍກ່ອມໃຫ້ລັດຖະບານຂອງ
ທ່ານທຣຳ ຍັງຄົງຍຶດໝັ້ນ ຢູ່ກັບຂໍ້ຕົກລົງປີ 2015 ລະຫວ່າງ ອີຣ່ານ ກັບພວກມະຫາ
ອຳນາດໂລກ ເລື່ອງຈຳກັດໂຄງການນິວເຄຼຍ ຂອງອີຣ່ານ ໃນການແລກປ່ຽນກັບການ
ຜ່ອນຜັນການລົງໂທດຕ່າງໆ.

ທ່ານ ບໍຣິສ ຈອນຊັນ ຈະພົບປະ ກັບຮອງປະທານາທິບໍດີ ສະຫະຣັດ ທ່ານ ໄມກ໌ ແພັນສ໌
ແລະທ່ານ ຈອນ ໂບລຕັນ ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ໂດຍຖືວ່າ ເລື່ອງ
ອີຣ່ານ ເປັນຫົວຂໍ້ສຳຄັນເລື່ອງນຶ່ງ ອິງຕາມສຳນັກງານຂອງທ່ານ ຈອນສັນ ນັ້ນ.

ທ່ານ ຈອນສັນ ໄດ້ກ່າວ ກ່ອນການຢ້ຽມຢາມຂອງທ່ານວ່າ “ສະຫະຣາດຊະອານາຈັກ
ອັງກິດ ສະຫະລັດ ແລະຄູ່ຮ່ວມງານທັງຫຼາຍ ໃນຢູໂຣບ ແມ່ນເປັນເອກະພາບກັນ ໃນ
ຄວາມພະຍາຍາມ ຂອງພວກເຮົາ ໃນການຮັບມືກັບພຶດຕິກຳຂອງອີຣ່ານ ທີ່ເຮັດໃຫ້
ຂົງເຂດຕາເວັນອອກກາງ ມີຄວາມປອດໄພໜ້ອຍລົງ ໃນເລື່ອງ ກິດຈະກຳຂອງ
ຊາຍເບີ້ ການສະໜັບສະໜູນຂອງພວກເຂົາ ຕໍ່ກຸ່ມຕ່າງໆ ເຊັ່ນພວກເຮິສໂບລາ ແລະ
ໂຄງການລູກສອນໄຟທີ່ເປັນອັນຕະລາຍ ທີ່ປະກອບອາວຸດໃຫ້ແກ່ພວກ ທະຫານ
ບ້ານຮູຕີ ໃນເຢເມັນນັ້ນ.”

ປະທານາທິບໍດີ ດໍໂນລ ທຣຳ ແລະ ຫົວໜ້າເສນາທິການ ຂອງທຳນຽບຂາວ ທ່ານ ຈອນ ແຄລີ ກຳລັງໂອ້ລົມ ກັບສື່ມວນຊົນ ກ່ອນຈະຂຶ້ນເຮືອບິນ Air Force One ຢູ່ຖານທັບອາກາດ Andrews ໃນລັດແມຣີແລນ, ວັນທີ 4 ພຶດສະພາ 2018.
ປະທານາທິບໍດີ ດໍໂນລ ທຣຳ ແລະ ຫົວໜ້າເສນາທິການ ຂອງທຳນຽບຂາວ ທ່ານ ຈອນ ແຄລີ ກຳລັງໂອ້ລົມ ກັບສື່ມວນຊົນ ກ່ອນຈະຂຶ້ນເຮືອບິນ Air Force One ຢູ່ຖານທັບອາກາດ Andrews ໃນລັດແມຣີແລນ, ວັນທີ 4 ພຶດສະພາ 2018.


ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ໄດ້ຕ້ອງຕິຢູ່ສະເໝີມາ ວ່າ ນີ້ເປັນການ
ຕົກລົງ ທີ່ບໍ່ດີ ແລະຈະໃຊ້ເວລາໄປຈົນເຖິງວັນທີ 12 ເດືອນພຶສພານີ້ ກ່ອນຈະຕັດສິນໃຈ
ວ່າ ຈະດັດແປງແກ້ໄຂການລົງໂທດໃໝ່ຫຼືບໍ່ ອັນກ່ຽວຂ້ອງກັບຂໍ້ຕົກລົງດັ່ງກ່າວ. ທ່ານ
ທຣຳ ຢາກໃຫ້ມີການຈຳກັດເພີ່ມເຂົ້າຕື່ມ ໃສ່ໂຄງການລູກສອນໄຟຂີປະນາວຸດ ຂອງ
ອີຣ່ານ ທັງຂັດຄ້ານຂໍ້ຄວາມຕ່າງໆໃນວັກທີ່ເອີ້ນວ່າ ຊັນເຊັດ ຫຼືຕາເວັນຕົກດິນ ໃນຂໍ້
ຕົກລົງນິວເຄຼຍ ທີ່ຈະປ່ອຍໃຫ້ບາງວັກບາງຕອນໝົດອາຍຸລົງ ລຸນຫຼັງຊົ່ວໄລຍະນຶ່ງ.

ອັງກິດ ຈີນ ຟຣັ່ງ ຣັດເຊຍ ເຢຍລະມັນ ແລະ ສະຫະຣັດ ໄດ້ເຈລະຈາຂໍ້ຕົກລົງດັ່ງກ່າວ
ກັບອີຣ່ານ ໃນທ່າມກາງທີ່ອີຣ່ານຖືກກ່າວຫາວ່າ ກຳລັງສ້າງອາວຸດນິວເຄຼຍຢູ່. ສ່ວນ
ອີຣ່ານ ແມ່ນໄດ້ປະຕິເສດມາຕະຫຼອດ ວ່າມັນບໍ່ໄດ້ເປັນແນວນັ້ນ ທັງເວົ້າຢໍ້າວ່າ ຕົນມີ
ສິດທຸກຢ່າງໃນການສ້າງລູກສອນໄຟຂີປະນາວຸດ ເພື່ອປ້ອງກັນຕົນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG