ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ເລີ້ມຄົ້ນຄວ້າ ໃຊ້ຢາວັກຊີນ ກັນໂຄວິດ-19 ສອງຊະນິດທີ່ແຕກຕ່າງກັນ ໄດ້ຫຼືບໍ່


ພະນັກງານການແພດຄົນນຶ່ງ ຮັບການສັກວັກຊີນຟາຍເຊີ-ບາຍໂອເອັນເທັກ ທີ່ໂຮງໝໍໃນເມືອງເລ ປະເທດແບລຈ້ຽມ ວັນທີ 1 ກຸມພາ 2021.
ພະນັກງານການແພດຄົນນຶ່ງ ຮັບການສັກວັກຊີນຟາຍເຊີ-ບາຍໂອເອັນເທັກ ທີ່ໂຮງໝໍໃນເມືອງເລ ປະເທດແບລຈ້ຽມ ວັນທີ 1 ກຸມພາ 2021.

ການທົດລອງໄດ້ເລີ້ມຂຶ້ນແລ້ວ ຢູ່ໃນປະເທດອັງກິດ ໃນວັນພະຫັດວານນີ້ ເພື່ອຢາກຮູ້
ຈັກວ່າ ສາມາດມີການນຳໃຊ້ຢາວັກຊີນ ກັນໂຄວິດ-19 ທີ່ແຕກຕ່າງກັນ ສໍາລັບການສັກ
ຢາວັກຊີນ 2 ເຂັມໄດ້ຫຼືບໍ່.

ບັນດານັກຄົ້ນຄວ້າກຳລັງແນໃສ່ ທີ່ຈະສັກຢາໃຫ້ແກ່ອາສາສະໝັກ 800 ຄົນ ໂດຍເຂັມ
ທຳອິດ ແມ່ນສັກຢາວັກຊີນຟາຍເຊີ-ບາຍໂອເອັນເທັກ ຫຼັງຈາກສີ່ ຫຼື 12 ອາທິດຕໍ່ມາ
ຈະສັກຢາວັກຊີນເຂັມທີສອງ ທີ່ໄດ້ພັດທະນາຮ່ວມກັນ ລະ ຫວ່າງບໍລິສັດເພຊັດຊະກຳ
ອາສຕຣາເຊເນກາ ແລະມະຫາວິທະຍາໄລອັອກສ໌ ຝອດ ຫຼືໃນທາງທີ່ປີ້ນກັນ. ຢາວັກ
ຊີນເຫຼົ່ານີ້ ໄດ້ຮັບພັດທະນາດ້ວຍເທັກໂນໂລ ຈີທີ່ແຕກຕ່າງກັນ ຄືຢາວັກຊີນຂອງຟາຍ
ເຊີຜ່ານທາງຕົວສົ່ງ RNA (mRNA) ໃນຂະນະທີ່ ຢາວັກຊີນຂອງອາສຕຣາເຊເນກາ-
ອັອກສ໌ຝອດ ແມ່່ນກຸ່ມໄວຣັສ DNA ຫຼືໄວຣັສທີ່ພາໃຫ້ເປັນຫວັດ.

ບັນດາເຈົ້າໜ້າທີ່ການແພດກ່າວວ່າ ຖ້າຫາກຢາວັກຊີນທັງສອງໄດ້ຮັບການພັດທະນາ
ດ້ວຍເທັກໂນໂລຈີທີ່ແຕກຕ່າງກັນແລ້ວ ມັນຄວາມສາມາດທີ່ຈະໃຊ້ປ່ຽນກັນໄດ້ຫຼືບໍ່
ມັນອາດສາມາດພາໃຫ້ປັບໂຕໄດ້ຫຼາຍຂຶ້ນໃນການປຸກລະດົມສັກຢາ ວັກຊີນຢູ່ໃນທົ່ວ
ໂລກ.

ຢູ່ໃນການພົວພັນກັບການພັດທະນາ ໜັງສືພິມກາດຽນ (Gardain) ກ່າວວ່າ ນັກວິເຄາະ
ຄົນນຶ່ງຂອງໂຄງການສັກຢາວັກຊີນຂອງອິສຣາແອລ ພົບເຫັນວ່າ ໂດສນຶ່ງຂອງວັກຊີນ
ຟາຍເຊີ-ບາຍໂອເອັນເທັກ ໃຫ້ການປ້ອງກັນ 90 ເປີເຊັນ ຕ້ານໄວຣັສໂຄໂຣນາໃນ 21 ມຶ້.
ບັນດານັກຄົ້ນຄວ້າຢູ່ມະຫາວິທະຍາໄລ ອີສ ອັງເກລຍຂອງອັງກິດ (University of East
Anglia) ໄດ້ໂຕ້ແຍ້ງໃນການ ຄົ້ນຄວ້າ ກ່ອນໜ້ານີ້ຂອງອິສຣາແອລ ທີ່ສະເໜີແນະວ່າ
ໂດສນຶ່ງນັ້ນ ອາດຈະສາມາດໃຫ້ການປ້ອງກັນໄດ້ພຽງພໍ.

Testing began in Britain Thursday to determine if different COVID-19 vaccines can be used together in a two-shot regimen.

Researchers are aiming to inoculate more than 800 volunteers with one shot of the Pfizer-BioNTech vaccine, followed either four or 12 weeks later with a booster shot of the vaccine developed jointly by AstraZeneca and Oxford University, or vice versa.

The vaccines were developed with different technology -- the Pfizer vaccine through messenger RNA (mRNA), while the AstraZeneca-Oxford vaccine is adenovirus viral vector, or common cold virus.

Health officials say if two vaccines developed with different technology are able to be used interchangeably, it could allow greater flexibility in immunization campaigns around the world.

In a related development, The Guardian newspaper says an analysis of Israel’s mass vaccination program has found that a single dose of the Pfizer-BioNTech vaccine provides 90% protection against the novel coronavirus by 21 days. Researchers at Britain’s University of East Anglia contradicts an earlier study from Israel that suggested one dose may not give adequate protection.

XS
SM
MD
LG