ນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໄດ້ຖືກກ່າວຫາ ກ່ຽວກັບ ການກໍ່ໃຫ້
ເກີດຄວາມບໍ່ເຫັນດີທາງລັດຖະທຳມະນູນໃນວັນພຸດວານນີ້, ດ້ວຍການຂໍໃຫ້ກະສັດ
ຂອງປະເທດ, ພະລາຊິນີ ເອລິຊາເບັດ, ໃຫ້ປິດສະພາແຫ່ງຊາດຊົ່ວຄາວເປັນເວລານຶ່ງ
ເດືອນ, ເປັນການສ້າງຄວາມສັບສົນໃຫ້ຄວາມພະຍາຍາມຂອງບັນດາພັກຝ່າຍຄ້ານ
ແລະ ສະມາຊິກສະພາຫົວອະນຸລັກນິຍົມ ທີ່ຈະຂັດຂວາງແຜນການ ເບຣັກຊິດ ຂອງ
ທ່ານເພື່ອແຍກອອກຈາກສະຫະພາບ ຢູໂຣບ.
ພະລາຊິນີໄດ້ຮັບຮອງການຂໍຮ້ອງດັ່ງກ່າວ ຫຼັງຈາກບັນດາຄະນະລັດຖະມົນຕີໄດ້ນັ່ງລົມ
ກັບເພີ່ນ.
ກົນລະຍຸດທີ່ໂຫດຮ້າຍດັ່ງກ່າວ, ເຊິ່ງໄດ້ເພີ່ມຄວາມສັບສົນຕື່ມອີກໃນບັນຫາ ເບຣັກຊິດ
ທີ່ດຳເນີນມາດົນນານ ທີ່ຕະຫຼອດມາໄດ້ສ້າງຄວາມສ່ຽງໃນການເຮັດໃຫ້ລະບຽບລັດຖະ
ທຳະນູນຂອງປະເທດອ່ອນແອລົງນັ້ນ, ໄດ້ກະຕຸ້ນໃຫ້ເກີດຄວາມໂມໂຫຈາກບັນດາຜູ້
ນຳທີ່ສະໜັບສະໜູນ ສະຫະພາບຢູໂຣບ ແລະ ພັກຝ່າຍຄ້ານ. ເຂົາເຈົ້າໄດ້ກ່າວຫາທ່ານ
ຈອນສັນ ກ່ຽວກັບ ການສະໜັບສະໜູນການກໍ່ລັດຖະປະຫານຕໍ່ສະພາແຫ່ງຊາດ” ດ້ວຍ
ການພະຍາຍາມທີ່ຈະກຳຈັດອຳນາດໃນການຄວບຄຸມ ແລະ ການໂຕ້ຖຽງຂອງເຂົາເຈົ້າ.
ການປິດສະພາແຫ່ງຊາດຊົ່ວຄາວ, ເຊິ່ງຮູ້ຈັກກັນດັ່ງກັບການປິດໄໝກອງປະຊຸມນັ້ນ,
ປົກກະຕິແລ້ວຈະເປັນການກະທຳຢ່າງເປັນທາງການຕາມລັດຖະທຳມະນູນ ເຊິ່ງສະພາ
ນິຕິບັນຍັດຈະຖືກຍົກເລີກເປັນເວລາສອງສາມວັນ, ທົ່ວໄປແລ້ວຈະແມ່ນໃນລະດູໃບໄມ້
ຫຼົ່ນຂອງ ອັງກິດ, ກ່ອນທີ່ລັດຖະບານຈະກຳນົດລະບຽບແຜນການໃໝ່ຂອງສະພາແຫ່ງ
ຊາດ ໃນຄຳປາໄສທີ່ກ່າວໂດຍພະລາຊິນີ.
ການປິດສະໄໝກອງປະຊຸມນັ້ນແມ່ນຂອງຂວັນທີ່ມີຄ່າ ແຕ່ຕ້ອງຖືກຮັບຮອງໂດຍຕາມ
ການຊີ້ນຳຂອງລັດຖະບານ.
ໃນຄຳເວົ້າທີ່ບໍ່ເຄີຍໄດ້ຍິນເປັນເວລາຫຼາຍສັດຕະວັດ ຈາກປະທານສະພາຕ່ຳ, ທ່ານ
ຈອນ ເບີໂຄ, ຜູ້ທີ່ຄອບຄອງບ່ອນນັ່ງຂອງປະທານຄົນປັດຈຸບັນນັ້ນ, ທ່ານໄດ້ອອກມາ
ໂຈມຕີທ່ານ ບໍຣິສ ຢ່າງຮຸນແຮງ.
ທ່ານໄດ້ກ່າວວ່າ “ການປິດລັດຖະບານຈະເປັນການກະທຳຜິດຕໍ່ຂະບວນການປະຊາທິ
ປະໄຕ ແລະ ສິດທິຂອງບັນດາສະມາຊິກສະພາແຫ່ງຊາດ ດັ່ງທີ່ປະຊາຊົນໄດ້ເລືອກມາ
ເປັນຕົວແທນໃຫ້ເຂົາເຈົ້າ.”
ທ່ານໄດ້ກ່າວຕື່ມວ່າ, “ແນວໃດກໍຕາມ ມັນເປັນການກະທຳທີ່ເກີນຈິງ, ມັນເຫັນໄດ້ຊັດ
ຢ່າງບໍ່ມີເຫດຜົນວ່າ ຈຸດປະສົງຂອງການປິດສະໄໝກອງປະຊຸມໃນຕອນນີ້ຈະເປັນການ
ຢຸດສະພາແຫ່ງຊາດບໍ່ໃຫ້ໂຕ້ຖຽງ ກ່ຽວກັບ ເບຣັກຊິດ ແລະ ປະຕິບັດໜ້າທີ່ຂອງເຂົາເຈົ້າ
ໃນການຈັດແຈງທິດທາງສຳລັບປະເທດ.”
ການປິດສະພາແຫ່ງຊາດຍັງຈະດຶງດູດການຮຽກຮ້ອງຕ່າງໆ ຈາກບັນດາຜູ້ນຳພັກຝ່າຍ
ຄ້ານ, ລວມທັງທ່ານ ນິໂຄລາ ສເຕີເຈິນ, ລັດຖະມົນຕີຄົນທຳອິດຂອງປະເທດ ສກັອດ
ແລນ, ສຳລັບທ່ານ ຈອນສັນ ທີ່ຈະຕົກລົງຕໍ່ການເລືອກຕັ້ງກະທັນຫັນ ແທນທີ່ຈະເປັນ
ການພະຍາຍາມບັນລຸເປົ້າໝາຍ ເບຣັກຊິດ ດ້ວຍກົນໄກທາງການເມືອງ. ທ່ານ ເຕີເຈິນ
ໄດ້ປຽບທຽບການປິດສະໄໝກອງປະຊຸມໃສ່ການກະທຳຂອງ “ຜູ້ນຳຜະເດັດການ” ແລະ
ໄດ້ກ່າວວ່າ “ມັນສົມເຫດສົມຜົນທີ່ຈະອະທິບາຍການກະທຳນັ້ນດັ່ງກັບ “ການກໍ່ລັດຖະ
ປະຫານ” ໂດຍຝ່າຍບໍລິຫານຂອງລັດຖະບານ.