ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ຫຼຸດຜ່ອນມາດຕະການ ກັກບໍລິເວນ ແຕ່ຍັງມີຄວາມເປັນຫ່ວງ ກ່ຽວກັບ ໄວຣັສທີ່ກາຍພັນ


ປະຊາຊົນຫິ້ວຖົງຊັອບປິ້ງ ໃນຂະນະທີ່ຄົນອື່ນໆລຽນຄິວເພື່ອເຂົ້າໄປໃນຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນຖະໜົນ ອັອກສຝອດ, ນະຄອນຫຼວງ ລອນດອນ, 12 ເມສາ, 2021.
ປະຊາຊົນຫິ້ວຖົງຊັອບປິ້ງ ໃນຂະນະທີ່ຄົນອື່ນໆລຽນຄິວເພື່ອເຂົ້າໄປໃນຫ້າງຊັບພະສິນຄ້າແຫ່ງນຶ່ງ ໃນຖະໜົນ ອັອກສຝອດ, ນະຄອນຫຼວງ ລອນດອນ, 12 ເມສາ, 2021.

ອັງກິດ ໄດ້ຍົກເລີກຫຼາຍມາດຕະການກັກບໍລິເວນຂອງເຂົາເຈົ້າໃນວັນຈັນວານນີ້ ໃນຂະນະທີ່ອັດ ຕາການຕິດເຊື້ອໄດ້ຫຼຸດລົງສູ່ລະດັບທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ເດືອນສິງຫາທີ່ຜ່ານມາ. ຮ້ານກິນດື່ມ, ຮ້ານອາຫານ, ໂຮງລະຄອນ, ກາຊີໂນ ແລະ ບ່ອນວາງສະແດງສິລະປະໄດ້ເປີດປະຕູຂອງເຂົາເຈົ້າເພື່ອອະນຸຍາດໃຫ້ລູກຄ້າເຂົ້າໄປທາງໃນເປັນເທື່ອທຳອິດໃນປີນີ້. ຫຼາຍຄອບຄົວຕອນນີ້ແມ່ນສາ ມາດທີ່ຈະພົບປະກັນຢູ່ຂ້າງນອກເປັນຄັ້ງທຳອິດໃນຫຼາຍເດືອນ ໃນຂະນະທີ່ກົດລະບຽບໃໝ່ໄດ້ອະ ນຸຍາດໃຫ້ເຕົ້າໂຮມກັນເຖິງ 6 ຄົນຢູ່ໃນເຮືອນ.

ລັດຖະບານໄດ້ອ້າງເອົາຜົນງານຈາກໂຄງການສັກຢາວັກຊີນຢ່າງວ່ອງໄວຂອງເຂົາເຈົ້າ ເພື່ອອະນຸ ຍາດໃຫ້ຫຼຸດຜ່ອນມາດຕະການກັກບໍລິເວນຕ່າງໆ. ປະຊາຊົນຫຼາຍກວ່າ 36 ລ້ານຄົນ, ເຊິ່ງຫຼາຍກວ່າເຄິ່ງນຶ່ງຂອງປະຊາກອນນັ້ນ, ແມ່ນໄດ້ສັກຢາໂດສທຳອິດຈາກນຶ່ງໃນຢາວັກຊີນຕ່າງໆທີ່ຖືກອະນຸມັດໃນວັນຈັນວານນີ້, ແລະ ຫຼາຍກວ່າ 20 ລ້ານຄົນແມ່ນໄດ້ສັກສອງໂດສແລ້ວ.

ແນວໃດກໍຕາມ, ລັດຖະບານໄດ້ເຕືອນວ່າການແຜ່ລາມຢ່າງໄວວາຂອງໄວຣັສທີ່ກາຍພັນໃໝ່ ທີ່ຖືກກວດພົບຄັ້ງທຳອິດໃນປະເທດ ອິນເດຍ ນັ້ນອາດທຳລາຍແຜນການເພື່ອສິ້ນສຸດຂໍ້ຫ້າມການກັກບໍລິເວນທັງໝົດໃນວັນທີ 21 ມິຖຸນານີ້.

ໃນບັນດາຜູ້ທຳອິດທີ່ໄດ້ສວຍໂອກາດຈາກກົດລະບຽບທີ່ຖືກຜ່ອນຜັນນັ້ນ ແມ່ນຊາວ ອັງກິດ ທີ່ໄດ້ເດີນທາງໄປພັກຜ່ອນຢູ່ປະເທດ ປອກຕຸຍການ, ເຊິ່ງແມ່ນນຶ່ງໃນຫຼາຍສິບປະເທດທີ່ໄດ້ຮັບ “ໄຟຂຽວ” ໂດຍລັດຖະບານຍ້ອນຕົວເລກການຕິດເຊື້ອທີ່ຕໍ່າ ແລະ ມີອັດຕາການສັກຢາສູງ.

ທ່ານ ແມັດທິວ ໂບລເດັນ (Matthew Bolden) ໄດ້ເດີນທາງຮອດສະໜາມ ບິນ ລິສບັອນ (Lisbon) ຈາກນະຄອນຫຼວງ ລອນດອນ ໃນວັນຈັນວານນີ້. ທ່ານ ໂບລເດັນ ໄດ້ກ່າວວ່າ “ມັນດີຫຼາຍ. ຄວາມຮູ້ສຶກແມ່ນເຫຼືອເຊື່ອ. ພວກເຮົາໄດ້ຕາກແສງແດດ, ພວກເຮົາໄດ້ເຫັນຄົນ, ຫາດຊາຍ, ຮ້ານກິນດື່ມ. ຂ້ອຍລໍຖ້າບໍ່ໄດ້ແລ້ວ.”

ບັນດານັກທ່ອງທ່ຽວທີ່ໄດ້ຮັບສະຖານະພາບ “ຕ້ອງຕິດຕາມຢ່າງໃກ້ຊິດ” ລວມມີສ່ວນຫຼາຍໃນ ຢູໂຣບ ແລະ ສະຫະລັດ ນັ້ນ, ຍັງປະເຊີນກັບການບັງຄັບໃຫ້ກັກບໍລິເວນໃນສະຖານທີ່ທີ່ເຂົາເຈົ້າພັກອາໄສເປັນເວລາ 10 ວັນເມື່ອເດີນທາງຮອດປະເທດ ອັງກິດ.

ຫຼາຍປະເທດ ແມ່ນໄດ້ຖືກຈັດເຂົ້າຢູ່ໃນບັນຊີ “ແດງ”, ລວມມີ ອິນເດຍ, ເຊິ່ງໝາຍຄວາມວ່າທຸກຄົນທີ່ເດີນທາງຮອດຕ້ອງກັກຕົວ 10 ວັນໃນໂຮງແຮມທີ່ລັດຖະບານຈັດໃຫ້ດ້ວຍຄ່າໃຊ້ຈ່າຍເກືອບ 2,500 ໂດລາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG