ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາຢູໂຣບ ຢາກໃຫ້ເວລາ​ ແກ່ ​ອັງ​ກິດ ຕື່ມອີກປີນຶ່ງ ເພື່ອຫາທາງແກ້ໄຂບັນ​ຫາ ໃນການຖອນໂຕ ອອກຈາກ ອີຢູ


ປະທານ ສະພາຂອງຢູໂຣບ ທ່ານ ດໍໂນລ ທັສຄ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ Brexit ຢູ່ຕຶກ Europa ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈ້ຽມ, ວັນທີ 20 ມີ​ນາ 2019.
ປະທານ ສະພາຂອງຢູໂຣບ ທ່ານ ດໍໂນລ ທັສຄ໌ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບ Brexit ຢູ່ຕຶກ Europa ໃນນະຄອນຫຼວງ ບຣັສໂຊລສ໌ ຂອງແບລຈ້ຽມ, ວັນທີ 20 ມີ​ນາ 2019.

ປະທານ ສະພາຂອງຢູໂຣບ ທ່ານ ດໍໂນລ ທັສຄ໌ ຢາກໃຫ້ອັງກິດ ມີເວລາຕື່ມ ຈົນຮອດ
ເດືອນເມສາປີ​ໜ້າ ເພື່ອໃຫ້​ບັນ​ລຸແຜນການທີ່ປະຕິບັດໄດ້ ສຳລັບ ການຖອນໂຕອອກ
ຈາກສະຫະພາບຢູໂຣບ ຫຼື Brexit ນັ້ນ.

ບັນດາຜູ້ນຳ ສະຫະພາບຢູໂຣບ ຈະຕ້ອງໄດ້ຮັບຮອງເອົາການເລື່ອນເວລາດັ່ງກ່າວ ຊຶ່ງ
ຈະໃຫ້ທາງເລືອກແກ່ອັງກິດ ໃນການຖອນໂຕອອກຈາກກຸ່ມນີ້ ກ່ອນກຳນົດ ຖ້າຫາກ
ສະພາຂອງອັງກິດ ຮັບຮອງເອົາຂໍ້ຕົກລົງ ໃນການຖອນໂຕ.

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທີຣີຊາ ເມ ມີກຳນົດຈະຂຽນໜັງສືສະບັບນຶ່ງ
ໄປຫາ ທ່ານ ທັສຄ໌ ໃນວັນສຸກມື້ນີ້ ໃນການຂໍຮ້ອງ ຢ່າງເປັນທາງການ ເພື່ອໃຫ້ເລື່ອນ
ເວລາອອກໄປອີກເທື່ອນຶ່ງ ຈົນຮອດ ວັນທີ 30 ເດືອນມິຖຸນາ.

ຕັ້ງແຕ່ຕົ້ນໆ ອັງກິດ ແມ່ນມີກຳນົດຈະຖອນໂຕອອກຈາກສະຫະພາບຢູໂຣບ ຫຼື ອີຢູ
ພາຍໃນວັນທີ 29 ມີນາ ແຕ່ທ່ານນາງ ເມ ໄດ້ຮັບການຮັບຮອງ ຈາກອີຢູ ສຳລັບ
ການເລື່ອນເວລາໄລຍະສັ້ນໆ ເພື່ອຈະໃຫ້ລັດຖະບານຂອງທ່ານນາງ ມີເວລາຕື່ມອີກ
ໃນການຫາວິທີທາງແກ້ໄຂ ທີ່ສະພາຈະສະໜັບສະໜຸນ.

ໃນຂະນະທີ່ຂັ້ນຕອນດັ່ງກ່າວ ໄດ້ແກ່ຍາວອອກໄປຢູ່ນັ້ນ ສະພາຂອງອັງກິດ ກໍໄດ້ສະ
ແຫວງຫາວິທີທາງເພື່ອກ້າວໄປໜ້າ ຂອງຕົນເຊັ່ນກັນ ແຕ່ໃນການລົງຄະແນນສຽງ
ຫຼາຍຮອບ ແລະໃນວັນຈັນຜ່ານມາ ບັນດາສະມາຊິກສະພາກໍໄດ້ຄັດຄ້ານຕໍ່ 4 ແນວ
ທາງເພື່ອກ້າວໄປໜ້າ ທີ່ອາດເປັນໄປໄດ້ນັ້ນ. ແນວທາງນຶ່ງທີ່ ເກືອບຈະຖືກຮັບຜ່ານ
ຫຼາຍທີ່ສຸດ ກໍແມ່ນການນຳສະເໜີ ໃຫ້ອັງກິດຖອນໂຕອອກຈາກອີຢູ່ ແຕ່ຍັງຄົງຢູ່ໃນ
ລະບົບການເສຍພາສີ ຂອງສະຫະພາບຄືເກົ່າ.

ເສັ້ນຕາຍ ຄັ້ງຫຼ້າສຸດ ທີ່ຖືກກຳນົດ ໂດຍສະຫະພາບຢູໂຣບ ແມ່ນ ວັນທີ 12 ເດືອນ
ເມສາ ແຕ່ກໍບໍ່ມີແຜນການໃນການຖອນໂຕ ທີ່ໄດ້ຮັບການຮັບຮອງໂດຍ ບັນດາ
ສະມາຊິກສະພາຂອງອັງກິດ.

ການຊັກຊ້າທັງຫຼາຍ ໝາຍຄວາມວ່າ ອັງກິດ ແມ່ນກຳລັງກຽມພ້ອມ ທີ່ຈະເລີ້ມຕົ້ນ
ການລົງຄະແນນສຽງ ເພື່ອເລືອກເອົາຜູ້ຕາງໜ້າຂອງຕົນ ທີ່ຈະໄປປະຈຳການ ໃນ
ສະພາຂອງຢູໂຣບ ໃນວັນທີ 23 ເມສານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG