ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອັງ​ກິດ ລໍ​ຖ້າ​ການ​ຕັດ​ສິນໃຈ ​ຂອງ ສະ​ຫະ​ພາບ ຢູ​ໂຣບ ກ່ຽວ​ກັບ ການ​ເລື່ອນ​ເວ​ລາ Brexit


ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ ຍ່າງ​ອອກ​ຈາກ​ສະ​ພາ ຢູ​ໂຣບ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈ້ຽມ. 18 ຕຸ​ລາ, 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ ບໍ​ຣິ​ສ ຈອນ​ສັນ ຍ່າງ​ອອກ​ຈາກ​ສະ​ພາ ຢູ​ໂຣບ ຫຼັງ​ຈາກກອງ​ປະ​ຊຸມ​ສຸດຍອດ ສະ​ຫະ​ພາບ ຢູ​ໂຣບ, ນະ​ຄອນຫຼວງ ບ​ຣັ​ສ​ໂຊ​ລ​ສ໌, ປະ​ເທດ ແບ​ລ​ຈ້ຽມ. 18 ຕຸ​ລາ, 2019.

ບັນ​ດາ​ຜູ້​ນຳ ສະ​ຫະ​ພາບ ຢູ​ໂຣບ ແມ່ນ​ກຳ​ລັງ​ຕັດ​ສິນໃຈ ກ່ຽວ​ກັບ ການ​ຕໍ່​ເວ​ລາ​ອີກ​ຄັ້ງ​ນຶ່ງ​ໃຫ້​ການ​ອອກ​ຈາກ​ກຸ່ມ​ຂອງ ອັງ​ກິດ, ຫຼັງ​ຈາກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ ອັງ​ກິດ ໄດ້​ກີດ​ກັ້ນ​ແຜນ​ການ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບໍ​ຣິ​ສ ຈອນ​ສັນ​ ທີ່​ຈະ​ອອກ​ຈາກ​ກຸ່​ມ ​ໃນ​ວັນ​ທີ 31 ຕຸ​ລາ. ການ​ຕັດ​ສິນ​ໃຈ​ຂອງ ສະ​ຫະ​ພາບ ຢູ​ໂຣບ ແມ່ນ​ເບິ່ງ​ຄື​ວ່າ​ຈະ​ອອກ​ມາ​ໃນ​ທ້າຍ​ອາ​ທິດນີ້.

ຫຼັງ​ຈາກ​ການ​ສັນ​ຍາ​ທີ່​ຈະ​ອອກ​ຈາກ​ກຸ່ມ​ຕາມ​ຂີດ​ເຂັ້ນ​ຕາຍ “ເຮັດ ຫຼື ຕາຍ” ກ່ອນ​ໜ້ານີ້, ໃນຕອນ ນີ້​ທ່ານ ຈອນ​ສັນ ເບິ່ງ​ຄືຈະ​ມີ​ຄວາມ​ເດັດ​ດ່ຽວ ​ໃນ​ການ​ພະ​ຍາ​ຍາມ​ຈັດ​ການ​ເລືອກ​ຕັ້ງ​ ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້. ໃນ​ການ​ກ່າວ​ຕໍ່​ບັນ​ດາ​ນັກ​ການ​ເມືອງ​ໃນ​ວັນ​ພຸດ​ວານນີ້, ທ່ານ​ໄດ້​ຢືນ​ຢັນ​ວ່າ ລັດ​ຖະ​ບານ​ຂອງ​ທ່ານ​ຍັງ​ຫວັງ​ທີ່​ຈະ​ອອກ​ຈາກ​ກຸ່ມຕາມ​ຂີດ​ເສັ້ນ​ຕາຍ​ວັນ ຮາ​ໂລ​ວີນ.

ທ່ານ ຈອນ​ສັນ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ຄິດ​ວ່າ​ປະ​ຊາ​ຊົນ​ໃນ​ປະ​ເທດນີ້​ຢາກ​ເລື່ອນ​ເວ​ລາ. ຂ້າ​ພະ​ເຈົ້າ​ບໍ່​ຢາກ​ເລື່ອ​ນມັນ​ອອກ​ໄປ. ຂ້າ​ພະ​ເຈົ້າ​ມີ​ເຈ​ຕະ​ນາ​ທີ່​ຈະ​ກົດ​ດັນ​ຕໍ່​ໄປ. ແຕ່​ຂ້າ​ພະ​ເຈົ້າ​ຢ້ານ​ວ່າ​ ພວກ​ເຮົາ​ຈະຕ້ອງໄດ້ເບິ່ງສິ່ງ​ທີ່​ເພື່ອນ​ໃນ ສະ​ຫະ​ພາບ ຢູ​ໂຣບ ຂອງ​ພວກ​ເຮົ​າ​ຕັດ​ສິນ​ຕາງ​ໜ້າ​ໃຫ້​ພວກ​ເຮົາ.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຖືກ​ກົດ​ໝາຍ​ບັງ​ຄັບ​ໃຫ້​ຂໍ ສະ​ຫະ​ພາບ ຢູ​ໂຣບ ສຳ​ລັບ​ການ​ຕໍ່​ເວ​ລາ, ເຖິງ​ແມ່ນ​ທ່ານ​ຈະ​ບໍ່​ຢາກ​ເຮັດ​ກໍ​ຕາມ, ຫລັງ​ຈາກບໍ່​ສາ​ມາດ​ທີ່​ຈະ​ຮັບ​ຮອງຂໍ້​ຕົກ​ລົງ Brexit ຂອງ​ທ່ານໃນ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ວັນ​ເສົາ​ແລ້ວນີ້.

ຜູ້​ນຳ​ອັງ​ກິດ ຕໍ່​ມາ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເລັ່ງ​ຮັບ​ຮອງ​ກົດ​ໝາຍ​ຜ່ານ​ສະ​ພາ​ແຫ່ງ​ຊາດ ດ້ວຍ​ພຽງ​ບໍ່​ເທົ່າ​ໃດ​ວັນ​ກ່ອນ​ວັນເສັ້ນ​ຕາຍ. ໃນ​ເວ​ລາການ​ເຫັນ​ດີ​ກັນ​ກັບ​ຂໍ້​ຕົກ​ລົງຕາມຫຼັກ​ເກນ​ນັ້ນ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກໍ​ໄດ້​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ຕໍ່​ຕາ​ຕະ​ລາງ​ເວ​ລານີ້​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ທ່ານ ໂຈ​ແອ​ລ ໂກ​ຣ​ການ, ນັກ​ວິ​ເຄາະ​ລັດ​ຖະ​ທຳ​ມະ​ນູນ ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ມິດ​ໂດ​ເຊັ​ກ​ສ໌ ໄດ້​ກ່າວ​ວ່າ “ໂດຍ​ພື້ນ​ຖານ​ແລ້ວ, ທ່ານ ບໍ​ຣິ​ສ ຈອນ​ສັນ ໄດ້​ຂໍ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ​ພາຍ​ໃນ​ສາມ​ວັນ ກ່ຽວ​ກັບ​ສິ່ງ​ທີ່​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ຢ່າງ​ໜ້ອຍ​ນຶ່ງ​ລຸ້ນ​ຄົນ.”

ສະ​ນັ້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ອັງ​ກິດ ອີກຄັ້ງ​ນຶ່ງ ​ຕ້ອງ​ໄດ້​ລໍ​ຖ້າ​ການ​ຕັດ​ສິນໃຈ​ຂອງ ສະ​ຫະ​ພາບ ຢູ​ໂຣບ, ຄື​ກັບ​ຜູ້​ທີ່​ດຳ​ລົງ​ຕຳ​ແໜ່ງ​ກ່ອນ​ໜ້າ​ທ່ານ ຈອນ​ສັນ, ທ່ານ​ນາງ ເທີ​ຣີ​ຊາ ເມ ໃນ​ເດືອນ​ມີ​ນາ​ທີ່​ຜ່ານ​ມາ, ເຊິ່ງ​ໄດ້​ນຳ​ໄປ​ສູ່​ການ​ຕໍ່​ເວ​ລາ​ຮອດ​ເດືອນ​ຕຸ​ລານີ້.

ປະ​ທານ​ສະ​ພາ ສະ​ຫະ​ພາບ ຢູ​ໂຣບ ທ່ານ ດໍ​ໂນ​ລ ທັ​ສ ໄດ້​ແນະ​ນຳ​ວ່າ ໃຫ້ບັນ​ດາ​ປະ​ເທດ​ສະ​ມາ​ຊິກເປັນ​ຜູ້​ຮັບ​ຮອງ​ເອົາການ​ຕໍ່​ເວ​ລາ​ສາມ​ເດືອນ ຈົນ​ຮອດ​ທ້າຍ​ເດືອນ​ມັງ​ກອນ​ປີ 2020 ຕາມ​ການ​ຮ​ຽກ​ຮ້ອງ​ຂອງ​ທ່ານ ຈອນ​ສັນ. ນີ້​ຈະ​ເປັນ​ອັນ​ທີ່​ເອີ້ນ​ວ່າ “ການ​ຕໍ່​ເວ​ລາ​ທີ່​ປ່ຽນ​ແປງ​ໄດ້”, ເຊິ່ງ​ສາ​ມາດ​ຫ​ຍໍ້​ລົງໄດ້​ຖ້າ​ຂໍ້​ຕົກ​ລົງ Brexit ຫາກ​ຖືກ​ຮັບ​ຮອງ​ເອົາ​ໃນ ລອນ​ດອນ.

ຖ້າ​ນັ້ນ​ແມ່ນ​ຂໍ້​ສະ​ເໜີ​ຂອງ ສະ​ຫະ​ພາບ ຢູ​ໂຣບ, ທ່ານ ຈອນ​ສັນ ໄດ້​ລະ​ບຸ​ວ່າ​ທ່ານ​ຈະ​ຜັກ​ດັນ​ໃຫ້​ຈັດ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ.

ທ່ານ ໂກ​ຣ​ການ ໄດ້​ເວົ້າ​ວ່າ “ແຕ່​ທ່ານບໍ່​ມີ​ອຳ​ນາດ​ທີ່​ຈະ​ເຮັດ​ມັນ. ພວກ​ເຮົາ​ຈະ​ໄດ້​ເຫັນ​ການ​ລາ​ອອກ​ຈາກ​ຕຳ​ແໜ່ງ, ຫຼື ພວກ​ເຮົາ​ອາດ​ຈະ​ໄດ້​ເຫັນ​ການ​ເຄື່ອນ​ໄຫວ​ສຳ​ລັບ​ການ​ເລືອກ​ຕັ້ງ​ອີກ​ຄັ້ງ​ນຶ່ງ, ໂດຍ​ພື້ນ​ຖານ​ແລ້ວ​ເປັນ​ການ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຕ່ຳ ຈັດ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ກ່ອນ​ກຳ​ນົດ. ຄວາມ​ສາ​ມາດ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ທຸກ​ສິ່ງນີ້, ແນວ​ໃດ​ກໍ​ຕາມ, ຄື​ກັບ​ດຽວນີ້, ສະ​ຫ​ະ​ຣາ​ຊະ​ອາ​ນາ​ຈັກ ແມ່ນ​ກຳ​ລັງ​ຖອນ​ຕົວ ​ອີງ​ຕາມ​ການບໍ່​ມີ​ຂໍ້​ຕົກ​ລົງ​ໃນ​ວັນ​ທີ 31 ຕຸ​ລາ 2019.

ສະ​ຫະ​ພາບ ຢູ​ໂຣບ ບໍ່​ຢາກ​ຖືກ​ຖິ້ມ​ໂທດ​ໃສ່​ສຳ​ລັບ​ Brexit ທີ່ບໍ່​ມີ​ຂໍ້​ຕົກ​ລົງ, ສະ​ນັ້ນ​ເຂົາ​ເຈົ້າ​ເບິ່ງ​ຄື​ວ່າ​ໃນ​ທີ່​ສຸດ ຈະ​ຕົກ​ລົງ​ໃຫ້​ການ​ຕໍ່​ເວ​ລາ​ອອກ​ໄປ​ອີກ, ອີງ​ຕາມ​ການ​ກ່າວ​ຂອງ​ທ່າ​ນ​ນາງ ອາ​ກາ​ຕາ ກອ​ສ​ຕິ​ນ​ສ​ກາ-ຈາ​ກູ​ໂບ​ສ​ກາ ຈາກ​ກຸ່ມສູນ​ກາງ​ການປະ​ຕິ​ຮູບ​ນະ​ໂຍ​ບາຍສຳ​ລັບ ຢູ​ໂຣບ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG