ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມ BRICS ຍິນດີຮັບເອົາສະມາຊິກໃໝ່ ຈາກ 6 ປະເທດ ໃນການຜັກດັນເພື່ອຫັນປ່ຽນລະບຽບໂລກໃໝ່


ປະທານປະເທດຈີນ ສີ ຈິ້ນຜິງ ແລະປະທານາທິບໍດີ ອາຟຣິກາໃຕ້ ຊີຣີລ ຣາມາໂຟສາ ເຂົ້າຮ່ວມ ການສົນທະນາໂຕະມົນລະຫວ່າງຜູ້ນຳຂອງຈີນ ແລະ ອາຟຣິກາ ໃນວັນສຸດທ້າຍຂອງກອງປະຊຸມສຸດຍອດກຸ່ມ BRICS, ຢູ່ໃນນະຄອນໂຈຮານເນສເບີກ, ປະເທດອາຟຣິກາໃຕ້, ວັນທີ 24 ສິງຫາ 2023.
ປະທານປະເທດຈີນ ສີ ຈິ້ນຜິງ ແລະປະທານາທິບໍດີ ອາຟຣິກາໃຕ້ ຊີຣີລ ຣາມາໂຟສາ ເຂົ້າຮ່ວມ ການສົນທະນາໂຕະມົນລະຫວ່າງຜູ້ນຳຂອງຈີນ ແລະ ອາຟຣິກາ ໃນວັນສຸດທ້າຍຂອງກອງປະຊຸມສຸດຍອດກຸ່ມ BRICS, ຢູ່ໃນນະຄອນໂຈຮານເນສເບີກ, ປະເທດອາຟຣິກາໃຕ້, ວັນທີ 24 ສິງຫາ 2023.

ກຸ່ມປະເທດທີ່ກຳລັດພັດທະນາ ຫຼືເອີ້ນຫຍໍ້ວ່າ BRICS ໄດ້ຕົກລົງເຫັນດີ ໃນວັນພະຫັດວານນີ້ ຮັບເອົາປະເທດ ຊາອຸດີອາຣາເບຍ ອີຣ່ານ ເອທິໂອເປຍ ອີຈິບ ອາເຈັນຕິນາ ແລະສະຫະລັດອາຣັບເອເມີເຣັສ ເຂົ້າຮ່ວມກຸ່ມດັ່ງກ່າວ ຊຶ່ງເປັນການເຄື່ອນໄຫວທີ່ແນໃສ່ເລັ່ງການຜັກດັນຂອງຕົນ ເພື່ອຫັນປ່ຽນລະບຽບໂລກໃໝ່ ທີ່ຕົນເຫັນວ່າ ລ້າສະໄໝແລ້ວນັ້ນ ອີງຕາມອົງການຂ່າວຣອຍເຕີສ໌.

ໃນການຕັດສິນໃຈເຫັນພ້ອມຂອງການຂະຫຍາຍກຸ່ມດັ່ງກ່າວ ຊຶ່ງເປັນຄັ້ງທຳອິດ ໃນຮອບ 13 ປີ, ບັນດາຜູ້ນຳຂອງ BRICS ໄດ້ເປີດປະຕູໄວ້ຕໍ່ການຂະຫຍາຍກຸ່ມ ໃຫ້ໃຫຍ່ຂຶ້ນໃນອະນາຄົດ ຂະນະທີ່ອີກຫຼາຍສິບປະເທດ ໄດ້ບອກວ່າ ມີຄວາມສົນໃຈທີ່ຈະເຂົ້າຮ່ວມກຸ່ມນີ້ ທີ່ພວກເຂົາເຈົ້າຫວັງວ່າ ສາມາດເຮັດໃຫ້ສະໜາມແຂ່ງຂັນຂອງໂລກຢູ່ໃນລະດັບດຽວກັນ.

ການຂະຫຍາຍຕົວນັ້ນ ເພີ້ມທະວີທາງດ້ານເສດຖະກິດຂອງກຸ່ມ BRICS ຊຶ່ງບັນດາສະມາຊິກຂອງກຸ່ມໃນປັດຈຸບັນ ລວມມີ ຈີນ ຊຶ່ງມີເສດຖະກິດທີ່ໃຫຍ່ທີ່ສຸດອັນດັບສອງຂອງໂລກ ພ້ອມດ້ວຍ ບຣາຊີລ ຣັດເຊຍ ອິນເດຍ ແລະ ອາຟຣິກາໃຕ້. ກຸ່ມນີ້ ຍັງອາດຂະຫຍາຍການປະກາດຄວາມທະເຍີທະຍານຂອງຕົນ ທີ່ຈະເປັນແຊມປ້ຽນ ຂອງໂລກໃຕ້ ຫຼື​ປະ​ເທດ​ທີ່​ບໍ່​ຮັ່ງ​ມີ.

ແຕ່ຄວາມເຄັ່ງຕຶງຕ່າງໆທີ່ມີມາຍາວນານ ຍັງອາດຫລົງເຫຼືອຢູ່ ລະຫວ່າງ​ບັນດາສະມາຊິກ ຜູ້ທີ່ຕ້ອງການສ້າງກຸ່ມໃຫ້ເປັນແຮງຖ່ວງຕໍ່ປະເທດຕາເວັນຕົກ-ໂດຍສະເພາະ ຈີນ ຣັດເຊຍ ແລະບັດນີ້ ອີຣ່ານ - ແລະບັນດາປະເທດທັງຫຼາຍ ທີ່ຍັງສືບຕໍ່ຮັກສາຄວາມສຳພັນອັນໃກ້ຊິດກັບ ສະຫະລັດ ແລະຢູໂຣບ.

The BRICS bloc of developing nations agreed on Thursday to admit Saudi Arabia, Iran, Ethiopia, Egypt, Argentina and the United Arab Emirates in a move aimed at accelerating its push to reshuffle a world order it sees as outdated.

In deciding in favor of an expansion, the bloc's first in 13 years, BRICS leaders left the door open to future enlargement as dozens more countries voiced interest in joining a grouping they hope can level the global playing field.

The expansion adds economic heft to BRICS, whose current members are China, the world's second largest economy, as well as Brazil, Russia, India and South Africa. It could also amplify its declared ambition to become a champion of the Global South.

But long-standing tensions also could linger between members who want to forge the grouping into a counterweight to the West — notably China, Russia and now Iran — and those that continue to nurture close ties to the United States and Europe.

XS
SM
MD
LG