ໃນເວລາທີ່ຫຍັບໄກ້ເຂົ້າສູ່ການລົງປະຊາມະຕິຂອງ ອັງກິດ ກ່ຽວກັບ ວ່າຈະຍັງຄົງໂຕຢູ່ກັບ ສະຫະພາບ ຢູໂຣບ ຫຼືບໍ່ນັ້ນ, ບັນດາຝ່າຍຄ້ານໄດ້ເຕືອນວ່າການອອກຈາກກຸ່ມ ຈະນຳໄປສູ່ ຄວາມຫາຍານະທາງດ້ານເສດຖະກິດ, ແຕ່ເສດຖະກິດຂອງປະເທດປະກົດວ່າຈະປະຕິ ບັດໄດ້ຢ່າງເຂັ້ມແຂງໃນ 78 ມື້ນັບຕັ້ງແຕ່ການລົງຄະແນນສຽງ, ເປັນການກົງກັນຂ້າມກັບ ການທຳນາຍ ກ່ຽວກັບ ຄວາມມືດມົນ ແລະ ຄວາມຫາຍານະ.
ແລະ ຕອນນີ້, ບັນດາຜູ້ນຳພາ ການຖອນຕົວຂອງ ອັງກິດ ຫຼື Brexit ແມ່ນກຳລັງຮຽກຮ້ອງ ດັງກວ່າເກົ່າສຳລັບ ການແຍກໂຕອອກຈາກ EU ຢ່າງໄວ ແລະ ກະທັນຫັນ ຫຼື “ອອກຈາກ EU ໃນທາງທີ່ຍາກ.” ພວກເຂົາເຈົ້າໄດ້ຊີ້ໄປຫາຕະຫຼາດຮຸ້ນ Buoyant ແລະ ຕົວເລກທີ່ ເຂັ້ມແຂງສຳລັບວຽກງານ ແລະ ການຂາຍຍ່ອຍ ວ່າເປັນຫຼັກຖານທີ່ລັດຖະບານບໍ່ຄວນ ເລື່ອນການອຸທອນມາດຕາ 50, ມາດຕາຂອງສົນທິສັນຍາ ທີ່ຈະເລີ່ມນັບຖອຍຫຼັງ 2 ປີສຳ ລັບການຖອນອອກຈາກ EU ຢ່າງເປັນທາງການຂອງ ອັງກິດ.
ໃນນັ້ນ ອະດີດຫົວໜ້າພັກອະນຸລັກນິຍົມ ທ່ານ Lain Duncan Smith, ຜູ້ທີ່ຕອນນີ້ໄດ້ ກ່າວວ່າ ມາດຕາ 50 ຄວນຖືກອຸທອນກ່ອນວັນ Chritmas, ແມ່ນກະທັ້ງທີ່ທ່ານນາງ Theresa May ນາຍົກລັດຖະມົນນຕີຄົນໃໝ່ຂອງ ອັງກິດ ໄດ້ກ່າວຢ່າງອື່ນຊ້ຳແລ້ວຊ້ຳ ອີກກໍຕາມ. ໃນສັບປະດາທີ່ຜ່ານມາ, ທ່ານ Smith ໄດ້ກ່າວໂວຍວາຍ ກ່ຽວກັບ ສະຖານະ ພາບໃນປະຈຸບັນຂອງ EU, ໂດຍເວົ້າວ່າ ກຸ່ມນີ້ມີ “ຄວາມຫຍຸ້ງຍາກສັບສົນຢ່າງຊິ້ນເຊີງ.” ທ່ານໄດ້ຈັດແນວຄິດທີ່ Brexit ວ່າຈະບໍ່ໃຫ້ເກີດຂຶ້ນນັ້ນ “ແມ່ນຄວາມຝັນທີ່ເປັນຕາຢາກ ຫົວ.”
ໃນວັນອາທິດວານນີ້, ຜູ້ນຳ Brexit ໄດ້ກໍ່ຕັ້ງກຸ່ມກົດດັນໃໝ່ຂຶ້ນເອີ້ນວ່າ ປ່ຽນ ອັງກິດ ຫຼື Change Britain, ເຊິ່ງມີເປົ້າໝາຍ, ອີີງຕາມການກ່າວຂອງບັນດາຜູ້ກໍ່ຕັ້ງ, ແມ່ນເພືື່ອ ຊ່ວຍເຫຼືອ “ໃຫ້ຜົນການລົງປະຊາມະຕິຂອງ ສະຫະລາຊາອານາຈັກ ມີປະສິດທິພາບທີ່ ສຸດ."