ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຖອນຕົວ Brexit ເປັນເຊື້ອໄຟ ໃກ້ກຸ່ມຕໍ່ຕ້ານ EU ຂອງ ຮັງກາຣີ


ຜູ້ຂໍລີ້ໄພຈຳນວນຫຼາຍ ສືບຕໍ່ທີ່ຈະເດີນທາງໄປຄ້າຍ Bicske ທຸກໆມື້ ຢູ່ທາງພາກຕາເວັນຕົກ ຂອງນະຄອນຫຼວງ ບູດາແປັສ.
ຜູ້ຂໍລີ້ໄພຈຳນວນຫຼາຍ ສືບຕໍ່ທີ່ຈະເດີນທາງໄປຄ້າຍ Bicske ທຸກໆມື້ ຢູ່ທາງພາກຕາເວັນຕົກ ຂອງນະຄອນຫຼວງ ບູດາແປັສ.

ຜົນກະທົບທີ່ຕາມມາ ຈາກການລົງຄະແນນສຽງ ຖອນອອກຈາກສະຫະພາບ ຢູໂຣບ ຂອງ ອັງກິດ ໄດ້ແຜ່ລາມໄປຮອດ ຢູໂຣບຕາເວັນອອກ ບ່ອນທີ່ຂະ ບວນການຊາດນິຍົມກ່າວວ່າ ການຕັດສິນໃຈຂອງ ອັງກິດ ໄດ້ເປັນຈຸດດີໃຫ້ ກັບການໂຄສະນາຂອງພວກເຂົາເຈົ້າເພື່ອ ຕໍ່ຕ້ານນະໂຍບາຍຂອງສະຫະພາບ ຢູໂຣບ. ໃນປະເທດ ຮັງກາຣີ EU ແມ່ນກຳລັງປະເຊີນ ໜ້າກັບການລົງປະຊາ ມະຕິທີ່ສ້າງຄວາມເຈັບຫົວອີກຢ່າງໜຶ່ງ ກ່ຽວກັບວ່າ ຈະປະຕິເສດແຜນການ ຂໍ້ບັງຄັບຂອງນາຍົກລັດຖະມົນຕີ ເຢຍລະມັນ ທ່ານນາງ Angela Merkel ທີ່ ອາດຈະບັງຄັບໃຫ້ ຮັງກາຣີ ແລະ ສະມາຊິກ EU ປະເທດອື່ນໆຮັບເອົາພວກ ອົບພະຍົບ. ນັກຂ່າວວີໂອເອປະຈຳ ຢູໂຣບ Luis Ramirez ມີລາຍງານຈາກ ນະຄອນຫຼວງ ບູດາເເປສ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຮູບພາບແນວນີ້ໃນຄ້າຍແຫ່ງໜຶ່ງ 40 ກິໂລແມັດຫ່າງຈາກນະຄອນຫຼວງ ບູດາ ແປສ ໄປ ໄດ້ເຮັດໃຫ້ມີການໂຕ້ຖຽງກັນ ກ່ຽວກັບ ການລົງປະຊາມະຕິຂອງປະ ເທດ ຮັງກາຣີ. ພວກຂໍ ລີ້ໄພຈຳນວນຫຼາຍພາກັນເດີນທາງເຂົ້າມາປະເທດທຸກໆ ມື້.

ທ້າວ Mano ອົບພະຍົບຊາວ ອັຟການິສຖານ ກ່າວວ່າ “ພວກເຮົາບໍ່ໄດ້ຮັບອະ ນຸຍາດໃຫ້ເຂົ້າມາໃນ ຢູໂຣບ, ພວກເຮົາບໍ່ແມ່ນມະນຸດຄືກັບທ່ານບໍ? ພວກເຮົາ ບໍ່ມີຄວາມປາຖະໜາ, ພວກເຮົາບໍ່ມີສິດທິຄືລູກຂອງພວກທ່ານບໍ?”

ເຖິງແມ່ນວ່າຈະມີຮົ້ວໜາມໝາກເຈັບທີ່ແຫຼມຄົມ ເຊິ່ງຖືກສ້າງຂຶ້ນໂດຍລັດຖະບານຂອງ ທ່ານ Orban ໃນປີທີ່ຜ່ານມາກໍຕາມ, ພວກອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານຍັງສືບ ຕໍ່ເດີນທາງເຂົ້າປະເທດ ຮັງກາຣີ.
ເຖິງແມ່ນວ່າຈະມີຮົ້ວໜາມໝາກເຈັບທີ່ແຫຼມຄົມ ເຊິ່ງຖືກສ້າງຂຶ້ນໂດຍລັດຖະບານຂອງ ທ່ານ Orban ໃນປີທີ່ຜ່ານມາກໍຕາມ, ພວກອົບພະຍົບ ແລະ ຜູ້ຍົກຍ້າຍຖິ່ນຖານຍັງສືບ ຕໍ່ເດີນທາງເຂົ້າປະເທດ ຮັງກາຣີ.

ແຕ່ໃນສາຍຕາຂອງຜູ້ທີ່ອາໄສຢູ່ໃກ້ຄຽງກັບຄ້າຍນັ້ນ, ຜູ້ທີ່ເດີນທາງມາຮອດໃໝ່ ແມ່ນເປັນ ໄພຂົ່ມຂູ່. ການສົ່ງເສີມໃຫ້ມີການລົງປະຊາມະຕິຢູ່ໃນບ້ານທີ່ຢູ່ໃກ້ ຄຽງກັບຄ້າຍນັ້ນແມ່ນ ມີສູງ.

ທ້າວ Attila Szigetti ຜູ້ຢູ່ອາໄສຊາວ ຮັງກາຣີ ກ່າວວ່າ “ເຮົາຮູ້ສຶກວ່າພວກເຂົາ ບໍ່ຢາກ ເຂົ້າປະປົນແລະປະພຶດຄືກັບພວກເຮົາ. ພວກເຂົາບໍ່ສົນໃຈໃນວັດທະນະ ທຳຂອງພວກເຮົາ ແລະ ຂ້າພະເຈົ້າເຂົ້າໃຈດີ ກ່ຽວກັບ ຊາວອັງກິດ.”

ທ້າວ Attila Szigeti ກ່າວວ່າ ລາວເຫັນພວກຍົກຍ້າຍຖິ່ນຖານດັ່ງກັບໄຟຂົ່ມຂູ່ອັນໜຶ່ງ. ລາວໄດ້ໃຫ້ການຕັດສິນໃຈທີ່ຈະໄປລົງຄະແນນສຽງໃນການລົງປະຊາມະຕິຂອງ ຮັງກາຣີ ທີ່ໃກ້ຈະມາເຖິງນີ້.
ທ້າວ Attila Szigeti ກ່າວວ່າ ລາວເຫັນພວກຍົກຍ້າຍຖິ່ນຖານດັ່ງກັບໄຟຂົ່ມຂູ່ອັນໜຶ່ງ. ລາວໄດ້ໃຫ້ການຕັດສິນໃຈທີ່ຈະໄປລົງຄະແນນສຽງໃນການລົງປະຊາມະຕິຂອງ ຮັງກາຣີ ທີ່ໃກ້ຈະມາເຖິງນີ້.

ທ້າວ Attila ກ່າວວ່າ ລາວບໍ່ແມ່ນເປັນຄົນມີຈິດໃຈຈຳແນກເຊື້ອຊາດ. ລາວ ກ່າວວ່າ ລາວ ໄດ້ເລີ່ມແຖຫົວຂອງລາວ ຫຼັງຈາກໄດ້ຫຼຽວເຫັນພວກຍົກຍ້າຍຖິ່ນ ຖານຢູ່ນອກເຮືອນຂອງ ລາວ.

ທ້າວ Attila ກ່າວວ່າ “ດ້ວຍໜ້າຕາແນວນີ້, ຂ້ອຍບໍ່ຕ້ອງໄດ້ລະວັງໂຕເອງກໍ ໄດ້. ຂ້ອຍບໍ່ ຕ້ອງຢ້ານຫຍັງ ຍ້ອນວ່າເປັນແນວນີ້ຂ້ອຍຈະປາກົດວ່າ ເປັນຄົນ ເກັ່ງ.”

ລັດຖະບານຂອງນາຍົກລັດຖະມົນຕີທ່ານ Viktor Orban ກຳລັງໃຊ້ເງິນຫຼາຍ ລ້ານໂດລາ ໃນການໂຄສະນາ. ການລົງປະຊາມະຕິ ແມ່ນຈະຂໍໃຫ້ບັນດາຜູ້ລົງ ຄະແນນສຽງຮັບເອົາ ຄຳສັ່ງຂອງ EU ສຳລັບການບັງຄັບໃຫ້ຄົນຕ່າງປະເທດ ຕັ້ງຖິ່ນຖານໃໝ່ ໂດຍບໍ່ຕ້ອງໄດ້ ຮັບການເຫັນດີຈາກສະພາແຫ່ງຊາດ ຮັງກາຣີ.

ດ້ວຍຄວາມຢ້ານກົວທີ່ໄດ້ເພີ່ມສູງຂຶ້ນນີ້, ບັນດານັກວິເຄາະຈຶ່ງຄາດເດົາວ່າຈະ ໄດ້ຮັບໄຊ ຊະນະອັນງ່າຍດາຍ ສຳລັບຝ່າຍຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານ.

ທ່ານ Nick Sitter ຈາກມະຫະວິທະຍາໄລ ຢູໂຣບກາງ ກ່າວວ່າ “ເພິ່ນໄດ້ສະເໜີ ວ່າ ນະ ຄອນຫຼວງ Brussels ເປັນສັດຕູຂອງປະເທດ ຮັງກາຣີ. ເພິ່ນກ່າວວ່າ ໃນປີ 1848 – 49 ພວກເຮົາໄດ້ລຸກຂຶ້ນຕໍ່ຕ້ານນະຄອນຫຼວງ ວຽນນາ, ປີ 1956 ພວກເຮົາໄດ້ລຸກຂຶ້ນ ຕໍ່ຕ້ານ ມົສກູ ແລະ ຕອນນີ້ພວກເຮົາກໍລຸກຂຶ້ນ ຕໍ່ຕ້ານ Brussles."

ພັກຝ່າຍຄ້ານຂວາຈັດ JOBBIK ທີ່ໄດ້ຮັບການໜູນຫຼັງໂດຍ ຣັດເຊຍ ມອງ ເຫັນ Brexit ວ່າເປັນແຮງກະຕຸ້ນສຳລັບການກໍ່ໃຫ້ເກີດ ການຕໍ່ຕ້ານ EU ໃນ ປະເທດ ຮັງກາຣີ.

ທ່ານ Marton Gyongyosi ຈາກພັກ JOBBIK ກ່າວວ່າ “ເມື່ອປະຊາຊົນໄປ ໜ່ວຍ ປ່ອນບັດເລືອກຕັ້ງເພື່ອລົງຄະແນນສຽງ ມັນຈະມີຄວາມກະຈ່າງແຈ້ງ ຫຼາຍທີ່ວ່າ ພວກ ເຂົາເຈົ້າຈະລົງຄະແນນສຽງໃຫ້ ຫຼື ຕໍ່ຕ້ານ Brussels ແລະ ນະໂຍບາຍຂອງ EU ກ່ຽວ ກັບ ການຍົກຍ້າຍຖິ່ນຖານ.”

ໃນທົ່ວນະຄອນຫຼວງ ບູດາເປສ ມັນມີສິ່ງເຕືອນໃຈ ກ່ຽວກັບ ການດີ້ນຮົນກັບ ອຳນາດຕ່າງ ປະເທດຂອງ ຮັງກາຣີ ໃນສັດຕະວັດທີ່ຜ່ານມາ, ທຳອິດແມ່ນ ພວກ ນາຊີ ແລະ ຕໍ່ມາແມ່ນ ໂຊວຽດ.

ສະຖາປັດຕະຍາກຳຂອງນະຄອນຫຼວງ ບູດາແປສ ປະກອບມີສິ່ງເຕືອນໃນກ່ຽວກັບ ອິດທິ ພົນຕ່າງປະເທດໃນລະຫວ່າງ ສັດຕະວັດທີ 20.
ສະຖາປັດຕະຍາກຳຂອງນະຄອນຫຼວງ ບູດາແປສ ປະກອບມີສິ່ງເຕືອນໃນກ່ຽວກັບ ອິດທິ ພົນຕ່າງປະເທດໃນລະຫວ່າງ ສັດຕະວັດທີ 20.

ຫຼາຍກວ່າສອງທົດສະວັດ ຫຼັງຈາກການລົ້ມລະລາຍຂອງລັດທິຄອມມູນິສ ແລະ ການລົ້ມ ລະລາຍຂອງອານາຈັກ ໂຊວຽດ, ພາບລວງຕາຂອງອິດທິພົນຕ່າງປະ ເທດ ຍັງຄົງຢູ່ໃນ ຄວາມຊົງຈຳຂອງຫຼາຍໆຄົນ. ມັນບໍ່ແມ່ນເລື່ອງທົ່ວໄປໃນນະ ຄອນຫຼວງ ບູດາເປສ ທີ່ຈະ ໄດ້ຍິນວ່ານະຄອນຫຼວງ Brussel ຂະໜານນາມ ວ່ານະຄອນຫຼວງ ມົດສກູ ໃໝ່.

ການລົງປະຊາມະຕິຄັ້ງໃໝ່ຂອງ ຮັງກາຣີ ຈະເປັນການທ້າທາຍຕໍ່ນະໂຍບາຍຜູ້ ຍົກຍ້າຍ ຖິ່ນຖານເທົ່ານັ້ນ. ບັນດາຜູ້ຍຶດຖືລັດທິອະນຸລັກນິຍົມກ່າວວ່າ ການລົງ ຄະແນນສຽງເພື່ອ ຖອນຕົວອາດຈະເປັນສິ່ງເກີດຂຶ້ນຕິດຕາມມາ.

ອ່ານລາຍງານນີ້ຕື່ມເປັນພາສາອັງກິດ

XS
SM
MD
LG