ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​​ອັງ​ກິດ ບໍ່​ຍອມຮັບ​ເອົາແຜນ​ການ ​ຂອງ ນາ​ຍົກ​ ທີ່ໃຫ້​ຈັດການ​ເລືອກ​ຕັ້ງ ຄັ້ງ​ໃໝ່​ຂຶ້ນ​


ພວກ​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜຸນ​ອີ​ຢູ ​ທີ່​ພາ​ກັນ​ຢ​ຮມ​ຊຸມ​ນຸມຢູ່​ກົງ​ກັນ​ຂ້າມ​ກັບຫ້ອງ​ການ​ສະ​ພາ ຢູ່​ນະ​ຄອນ​ລອນດອນ​ຂອງອັງ​ກິດ ພາ​ກັນ​ໂບກ​ທຸງ​ອີ​ຢູ​ຂຶ້ນ ໃນ​ວັນ​ທີ 9 ກັນ​ຍາ, 2019
ພວກ​ປະ​ທ້ວງ​ທີ່​ສະ​ໜັບ​ສະ​ໜຸນ​ອີ​ຢູ ​ທີ່​ພາ​ກັນ​ຢ​ຮມ​ຊຸມ​ນຸມຢູ່​ກົງ​ກັນ​ຂ້າມ​ກັບຫ້ອງ​ການ​ສະ​ພາ ຢູ່​ນະ​ຄອນ​ລອນດອນ​ຂອງອັງ​ກິດ ພາ​ກັນ​ໂບກ​ທຸງ​ອີ​ຢູ​ຂຶ້ນ ໃນ​ວັນ​ທີ 9 ກັນ​ຍາ, 2019

ສະ​ພາ​ຂອງ​ອັງ​ກິດບໍ່​ຍອມ​ຮັບ​ເອົາແຜນ​ການໃນ​ການ​ຈັດໃຫ້​ມີການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ບໍ​ຣິ​ສ ຈັອນ​ສັນ (Boris Johnson) ອີກ​ເປັນ​ຄັ້ງ​ທີ​ສອງ ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ທັບ​ມ້າງ​ສະ​ພາບ​ທີ່ບໍ່​ໄປ​ບໍ່​ມາ​ຂອງການ​ຖອນ​ອັງ​ກິດ​ອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບ ຫລື Brexit.

ທ່ານ ຈອນ​ສັນ ພະ​ຍາ​ຍາມ​ຫາ​ສຽງ​ສະ​ໜັບ​ສະ​ໜຸນ​ໃຫ້​ຈັດ​ການ​ເລືອກ​ຕັ້ງດ່ວນ​ຂຶ້ນ​ໃນ​ວັນ​ທີ 15 ຕຸ​ລາ ໃນ​ການ​ດຳ​ເນີນ​ຄວາ​ມ​ພະ​ຍາ​ຍາມ ໃຫ້​ໄດ້​ຮັບ​ການສະ​ໜັບ​ສະ​ໜຸນ​ຈາກ​ສຽງ​ສ່ວນ​ຫລາຍ​ໃນ​ສະ​ພາ ເພື່ອ​ໃຫ້​ຮັບ​ເອົາ​ແຜນ​ການ​ຖອນອັງ​ກິດອອກ​ຈາກ​ອີ​ຢູ ຫລື Brexit ຂອງ​ທ່ານກ່ອນກອງ​ປະ​ຊຸມ​ສຸດຍອດອີ​ຢູ (EU) ​ຂອງ​ຜູ້​ນຳ​ທະ​ວີບຢູ​ໂຣບຈະ​ຈັດ​ຂຶ້ນ​.

ພາຍ​ຫລັງ​ທີ່​ມີ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງ​ຄານມື້ນີ້​ແລ້ວ ທ່ານ ຈອນ​ສັນ ກໍ​ໄດ້ງົດການ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ທີ່​ມີ​ການ​ໂຕ້​ແຍ້ງ​ກັນນັ້ນ ​ເປັນ​ເວ​ລາ 5 ອາ​ທິດ​ຕາມ​ແຜນຂອງ​ທ່ານ ຈົນ​ກວ່າ​ຈະຮອດ​ເວ​ລາ​ທີ່​ຣາ​ຊີ​ນີອັງ​ກິດກ່າວ​ຄຳ​ປາ​ໄສ​ປະ​ຈຳ​ປີຂອງ​ພະ​ອົງ ຕໍ່​ສະ​ພາຊຶ່ງ​ຈະວາງ​ແຜນການ​ດ້ານ​ນິ​ຕິ​ບັນ​ຍັດ​ຂອງ​ລັດ​ຖະ​ບານອອກ​ສຳ​ລັບປີ​ຕໍ່​ໄປ.

ກາ​ນ​ປະ​ຕິ​ເສດຂອງ​ສະ​ພາຕໍ່​ເລືອກ​ຕັ້ງ​ຄັ້ງ​ໃໝ່​ ແມ່ນ​ມີຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ​ຈາກ​ພະຣາ​ຊີ​ນີເອ​ລີ​ຊາ​ເບັດ (Elizabeth) ຂອງ​ອັງ​ກິດ​ໄດ້ອະ​ນຸຍາດ​ໃຫ້​ມີ​ນິ​ຕິ​ກຳ​ທີ່​ຫາ​ທາງ​ສະ​ກັດ​ກັ້ນ ບໍ່​ໃຫ້​ທ່ານ​ຈອນ​ສັນຖອນ​ອັງ​ກິດ​ອອກ​ຈາກ​ອີ​ຢູຫລື Brexit ໂດຍ​ປາດ​ສະ​ຈາກ​ຂໍ້​ຕົກ​ລົງ​ໃດໆ, ຊຶ່ງ​ເປັນ​ແຜນ​ການ​ຂອງ​ທ່ານທີ່​ຈະ​ຖອນ​ປະ​ເທດອອກ​ຈາກ​ສະ​ຫະ​ພາບ​ຢູ​ໂຣບໃນ​ວັນ​ທີ 31 ຕຸ​ລາ ​ໂດຍບໍ່​ໄດ້​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງກ່ຽວ​ກັບເງື່ອນ​ໄຂ​ ໃນ​ການ​ແຍກ​ຕົວ​ອອກທີ່​ວ່ານັ້ນ.

ທ່ານ ຈອນ​ສັນ​ ຢືນ​ຢັດ​ໃນ​ວັນ​ຈັນ​ວານນີ້​ວ່າ ​ການ​ຖອນອັງ​ກິດອອກ​ຈາກ​ອີ​ຢູ ຫລື Brexit ຈະ​ເກີດ​ຂຶ້ນ​ໃນ​ເດືອນ​ຕຸ​ລາຈະ​ມາ​ເຖິງນີ້ ເຖິງ​ແມ່ນ​ວ່າຈະ​ມີກົດ​ໝາຍ​ໃໝ່ ​ທີ່​ສະ​ພາ​ໄດ້​ຮັບ​ຮອງເອົາໃນ​ອາ​ທິດ​ແລ້ວນີ້​ກໍ​ຕາມ ແຕ່​ທ່ານກໍ​ບໍ່​ໄດ້​ເວົ້າວ່າ ທ່ານ​ຈະເຮັດ​ແນວ​ໃດ​ເພື່ອ​ໃຫ້​ມີການ​ຖອນ​ປະ​ເທດ​ອອກ​ຈາກ​ອີ​ຢູ​ແບບນັ້ນ​ໄດ້.

ທ່ານກ່າວ​ວ່າ "​ລັດ​ຖະ​ບານ​ຈະ​ບໍ່​ໃຫ້​ມີ​ການ​ຊັກ​ຊ້າ​ໃນ​ເລື້ອງເບ​ຣັກ​ຊິດ (Brexit) ຕໍ່​ໄປ​ອີກ​ແລ້ວ. ພວກ​ເຮົາ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ຄຳ​ຕັດ​ສິນ​ອັນ​ສຳ​ຄັນ​ຂອງ​ການ​ລົງ​ປະ​ຊາ​ມະ​ຕິ ຖືກຮັດ​ຄໍ​ຕາຍ​ຢ່າງ​ຊ້າໆ ໂດຍ​ການປ່ອຍ​ໃຫ້​ລອຍ​ຢູ່ ແລະເປັນ​ອຳ​ມະ​ພາດ​ໄປ."

ທ່ານ ຈອນ ເບີ​ຄາວ (John Bercow) ປະ​ທານ​ສະ​ພາ​ຕ່ຳ ເປັນ​ຜູ້​ນຶ່ງ ນອນ​ຢູ່​ໃນຈຳ​ນວນ​ຄົນ​ຫລາຍ​ຄົນ​ທີ່​ອອກ​ສຽງ​ຄັດ​ຄ້ານຕໍ່​ການ​ປິດ​ສະ​ພາໄວ້​ຊົ່ວ​ຄາວ​ຂອງ​ທ່ານ​ຈອນ​ສັນ.

ທ່ານ ເບີ​ຄາວ (Bercow) ເວົ້າ​ວ່າ "ມັນ​ບໍ່​ແມ່ນ​ເລື້ອງ​ທຳ​ມະ​ດາ. ມັນ​ບໍ່​ແມ່ນ ເລື້ອງແບບມາດ​ຕະ​ຖານ. ມັນ​ເປັນ​ເລື້ອງ ​ທີ່​ມີ​ມາ​ເປັນ​ເວ​ລາ​ຍາວ​ນານ​ທີ່​ສຸດ​ອັນ ​ນຶ່ງ ​ໄດ້​ຫລາຍ​ທົດ​ສະ​ວັດ​ມາ​ແລ້ວ ແລະ​ມັນ​ຕາງໜ້າ​ໃຫ້​ບໍ່​ພຽງ​ແຕ່ແກ່ຈິດ​ໃຈ​ຂອງ​ເພື່ອນ​ຮ່ວມ​ງານ​ຫລາຍ​ຄົນເທົ່າ​ນັ້ນ ແຕ່​ມັນ​ຍັງ​ຕາງ​ໜ້າ​ໃຫ້​ແກ່ຄົນ​ຈຳ​ນວນ​ຫລວງ​ຫລາຍ​ຢູ່ຂ້ອງນອກສະ​ພາອີກ, ​ເປັນການ​ກະ​ທຳທີ່ເປັນ​ຄຳ​ສັ່ງຕັດ​ສິນ​ໃນ​ດ້ານ​ບໍ​ລິ​ຫານ."
ທ່ານນາ​ຍົກລັດ​ຖະ​ມົນ​ຕີ​ຍັງເຫລືອ​ທາງ​ເລືອກຢູ່ໜ້ອຍລົງ ໃນ​ການ​ເອົາ​ອັງ​ກິດ​ອອກ​ຈາກ​ອີ​ຢູ ຫລື Brexit ພາຍ​ໃນ​ເດືອນ​ຕຸ​ລາ​ຈະ​ມາ​ເຖິງນີ້ ຊຶ່ງລວມ​ມີ​ການ​ຊັກ​ຊວນ​ໃຫ້​ບັນ​ດາ​ຜູ້​ນຳ​ຂອງ​ອີ​ຢູໃຫ້​ບັນ​ລຸ​ຂໍ້​ຕົກ​ລົງ​ໃໝ່ໃນ​ກອງ​ປະ​ຊຸມ​ສຸດຍອດໃນ​ເດືອນ​ຕຸ​ລານີ້ ຫລືບໍ່ ​ກໍ​ເຮັດ​ໃຫ້​ພວກ​ສະ​ມາ​ຊິກ​ສະ​ພາໃຫ້​ການ​ສະ​ໜັບ​ສະ​ໜຸນ​ແກ່​ການ​ເອົາ​ປະ​ເທດ​ອອກ​ຈາກ​ອີ​ຢູ​ໂດຍ​ປາດ​ສະ​ຈາກ​ຂໍ້​ຕົກ​ລົງ​ໃດໆ​.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG