ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຄມີບຳບັດ ໃຊ້ເພື່ອຍັບຍັ້ງ ໂຣກມະເຮັງ ບໍ່ໃຫ້ແຜ່ລາມ (ວີດີໂອ ພາສາລາວ/ອັງກິດ)


ຮູບເຕົ້ານົມ ທີ່ແຕກຕ່າງກັນ. ເຕົ້ານົມເບື້ອງຊ້າຍແມ່ນທີ່ມີຄວາມ ສ່ຽງ ຕໍ່ເປັນໂຣກມະເຮັງ ໃນເຕົ້ານົມໄດ້.
ຮູບເຕົ້ານົມ ທີ່ແຕກຕ່າງກັນ. ເຕົ້ານົມເບື້ອງຊ້າຍແມ່ນທີ່ມີຄວາມ ສ່ຽງ ຕໍ່ເປັນໂຣກມະເຮັງ ໃນເຕົ້ານົມໄດ້.
ການ​ຮັກສາ​ໂຣກທາງ​ເຄມີ ຫຼືເຄມີບຳບັດ ສາມາດ​ໃຊ້ປິ່ນປົວ​ໂຣກ
ມະ​ເຮັງຫ​ລາຍຢ່າງ​ໄດ້ ຮວມທັງ​ ມະ​ເຮັງ​ໃນ​ເຕົ້ານົມ ​ຊຶ່ງ​ການ​ບຳບັດ​ດ້ວຍ​ ຢາ​ເຄມີ​ນີ້ ຈະໄປ​ຂ້າ cell ທີ່​ມີ​ເຊື້ອມະ​ເຮັງ ​ເພື່ອ​ຢຸດ​ການ​ແຜ່​ລາມ​ຂອງ​ມະ​ເຮັງ ກ່ອນ​ການຜ່າຕັດ ຖ້າ​ຫາກ​ວ່າ​ຈໍາ​ເປັນ​ຕ້ອງ​ຜ່າຕັດ​ ແຕ່ມັນຈະ​ສົ່ງຜົນ​ຂ້າງຄຽງ​ທີ່ພາ​ໃຫ້​ເຈັບ​ປວດ ​ແລະພາ​ໃຫ້​ບໍ່​ສະບາຍ​ຫຼາຍ​ຢ່າງຫຼາຍ​ແນວ. ໃນ​ລາຍ​ງານຕອນ​ທີ 2 ກ່ຽວ​ກັບ​ມະ​ເຮັງ​ໃນ​ເຕົ້ານົມ​ນີ້ ດາຣາ​ຈະ​ນຳສະ​ເໜີ​ລາຍ​ງານ ຂອງ ​Carol Pearsonໄດ້ໂອ້​ລົມ​ກັນ​ກັບ​ນາງ Zulima Palacio ອະດີດຜູ້​ສື່​ຂ່າວ​ວີ​ໂອ​ເອ ກ່ຽວ​ກັບ​ປະສົບ​ການສ່ວນ ຕົວຂອງ​ນາງ ​ທີ່ໃຊ້ເຄມີ​ບຳບັດ ຮັກສາ​ໂຣກມະ​ເຮັງ​ໃນ​ເຕົ້ານົມ​ຂອງ​ນາງ ກ່ອນ​ການຜ່າຕັດ.


ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


Chris Condetti ສາມີ​ຂອງ​ນາງ Zulima Palacio ພາ​ເມຍ​ຂອງ​ລາວ​ໄປ​ເຮັດ​ເຄມີ​ບຳ​ບັດ​
ຫຼື​ໃສ່​ຢາ​ຄີ​ໂມ​ທຸກໆ​ເທື່ອ ​ໃນ​ຈຳນວນ 6 ຮອບ ​ເພື່ອ​ຕໍ່ສູ້​ກັບ​ກັບ​ໂຮ​ກມະ​ເຮັງ​ໃນ​ເຕົ້ານົມ​ຂັ້ນ
​ສາມຂອງ​ນາງ. ນາຍ​ໝໍ​ໄດ້​ຝັງເຄື່ອງ​ອຸ​ບປະກອນ​ການ​ແພດນ້ອຍໆໃສ່ໜ້າ​ເອິກ​ຂອງ​ນາງ
ເພື່ອເຮັດ​ໃຫ້​ມັນ​ບໍ່ເຈັບ​ປວດ​ຫຼາຍ ​ກ່ອນ​ຈະ​ໃສ່​ຢາ​ເຄມີ​ນັ້ນ. Zulima ກ່າວວ່າ

​"ໃສ່​ຢາ​ເຄ​ມີ ບໍ່​ເຈັບ​ປວດ​ ​ແຕ່​ມັນ​ເຮັດ​ໃຫ້​ເ​ຮົາ​ເມື່ອຍ​ຫຼາຍທີ່​ສຸດ.”

ການ​ໃສ່​ຢາ​ເຄ​ມີ ຂອງ​ Zulima ໃຊ້​ເວລາ ​ໂດຍສະ​ເລ່ຍປະມານ 6 ຊົ່ວ​ໂມງ. ໃນລະຫວ່າງ​ນັ້ນ
ນາງ​ກໍ​ໂອ້​ລົມ​ກັບ​ນາງ​ພະ​ຍາ​ບານ​ ກ່ຽວ​ກັບ​ຜົນ​ຂ້າງຄຽງ​ຂອງການປິ່ນປົວ​. ພະ​ຍາ​ບານ​ຖາມ​
ວ່າ ນາງ​ເຈັບ​ປາກຢູ່​ທາງ​ໜ້າ ຫຼາຍ​ກວ່າ​ຫລື​ວ່າ ຢູ່​ທາງ​ຫຼັງ ຫລາຍ​ກ່ວາ?

Zulima ກ່າວ​ວ່າ ພາກສ່ວນ​ທີ່​ຍາກ​ທີ່​ສຸດ​ ແມ່ນ​ໃນ​ມື້​ຫຼັງ​ຈາກ​ໄປໃສ່​ຢາຄີໂມມາ​ແລ້ວ ຊຶ່ງ​ນາງ
​ກ່າວ​ຕື່ມ​ວ່າ:

"ໃນ​ມື້​ຫຼັງ​ຈາກ​ໄປເຮັດຄີ​ໂມ​ແລ້ວຂ້ອຍ​ມີ​ຄວາມຮູ້ສຶກ​ຄືກັນກັບ​ວ່າ ລົດ​ໄຟ​ຕຳ​ຂ້ອຍ ​
ແລະຕົວຂອງ​ຂ້ອຍ​ຟົ້ງຜ່ານ​ຂີ້​ເຝື້​ອທີ່​ດໍາມືດ ຂຶ້ນໄປ​ເທິງ​ອາກດ ແລ້ວ​ຕົກລົງ​ມາ​ໃສ່
ຕຽງຊີມັງ. ຮ່າງກາຍ​ຂອງ​ຂ້ອຍ​ເຈັບ​ປວດ​ໄປ​ທົ່ວ​ຕົນ​ຕົວ ທັງ​ກະດູກ​ກະ​ດ້ຽວ ກະດູກ
ໃຫຍ່​ໃນ​ລຳ​ຂາ​ຂອງ​ຂ້ອຍ ປວດ​ຫຼາຍ ຂ້ອຍຮູ້ສຶກຄືກັນກັບວ່າ ມີ​ເລືອດ​ໄຫລ​ອອກ​
ຈາກ​ກະດູກ​ຫັ້ນ​ແຫລະ”


ຢາ Aloxi ​ເປັນ​ຢາເຄມີ ທີ່​ພະຍາບານ​ສັກໃສ່​ໃຫ້ Zulima.

ການ​ບໍາບັດ​ດ້ວຍ​ຢາເຄມີ ​ແມ່ນເພື່ອປ້ອງ​ກັນ ​ບໍ່​ໃຫ້​ໂຣກມະ​ເຮັງ​ແຜ່​ລາມ​ອອກ​ໄປ ​ໃຫ້​ມັນ
ເຕີບ​ໂຕຊ້າລົງ ປິ່ນປົວ​ພະຍາດ ຫຼື​ເຮັດ​ໃຫ້​ພວກ​ເນື້ອ​ງອກ ​ທີ່​ເປັນ​ມະ​ເຮັງ​ຫົດ​ໂຕ​ເຂົ້າ ກ່ອນ
ການຜ່າຕັດ. ​ແຕ່​ມັນ​ສົ່ງ​ຜົນ​ຂ້າງຄຽງ​ທີ່​ເຮັດ​ໃຫ້ອ່ອນ​ເພຍ​ຫລາຍ ​ແລະຂ້າ cells ທຸກ​ຢ່າງ​
ຮວມທັງ​ພວກ cells ​ຮາກ​ຜົມ​ນັ້ນ​ນຳ ຊຶ່ງ​ເຮັດ​ໃຫ້​ຜົມ​ຫລົ່ນ.

Zulima ​ໄດ້​ຮັບ wig ຫລືຜົມປອມ​ຟີ ​ຈາກ​ສະມາຄົມ​ໂຣກມະ​ເຮັງ​ອາ​ເມຣິກັນ ຫຼື American Cancer Society.

ຜົມ​ຂອງ​ນາງ ​ເລີ້ມ​ຫລົ່ນ ຫຼັງ​ຈາກ​ໃສ່​ຢາຄີ​ໂມ​ຮອບ​ທຳອິດແລ້ວ. Zulima ກ່າວ​ວ່າ

"ຂ້ອຍ​ຍັງ​ບໍ່​ທັນ​ມີ​ປະສົບ​ການ​ຫຼາຍ​ປານໃດ. ສະຫລູ​ບ​ແລ້ວ ກໍ​ແມ່ນ​ວ່າ ຂ້ອຍ​ຈະ​
ບໍ່​ມີ​ຜົມ ​ເກືອບ​ວ່າ​ໝົດ​ປີ. ມັນ​ຈະ​ເປັນ​ການ​ຍາກ​ຫລາຍສຳລັບ​ຂ້ອຍ ​ເພາະວ່າ
ຂ້ອຍ​ມັກ​ຜົມຂອງຂ້ອຍ​ຫລາຍ​ແທ້ໆ."


ຜົນ​ກະທົບ​ອີກ​ອັນ​ນຶ່ງ ກໍ​ແມ່ນ​ອັນ​ທີ່​ເອີ້ນ​ກັນ​ ຢ່າງ​ບໍ່​ເປັນ​ທາງ​ການ​ວ່າ Chemo Brain
ຫຼື​ ສະໝອງຄີ​ໂມ ຊຶ່ງ​ພວກ​ຄົນ​ເຈັບ​ເປັນ​ໂຣກມະ​ເຮັງ​ ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຈື່​ຈຳ. ​
Zulima ກ່າວ​ວ່າ:

"ບາງ​ເທື່ອ ຂ້ອຍ​ອ່ານໜັງສື​ວັກ​ດຽວ​ກັນ 3 ຫຼື 4 ​ເທື່ອ ​ແລະສະໝອງ ​ຂ້ອຍ​ບໍ່​ຈື່​
ຫຍັງ​ເລີຍ​. ຂ້ອຍ​ອ່ານໜັງສື ​ແລະ​ຂ້ອຍ​ບໍ່​ຈື່​ວ່າ​ຂ້ອຍ​ອ່ານ​ຮອດ​ໃສ ຫລື​ເອົາ​
ເຄື່ອງ​ໄປ​ປະ​ໄວ້ໃສ? ມັນ​ບໍ່​ແມ່ນ​ເລື້ອງ​ຂອງ​ການ​ມີອາຍຸ​ຫຼາຍ​ຂຶ້ນ ມັນແບບ​ວ່າ
ແມ່ນ​ຫ​ຍັງ​ເກີດ​ຂຶ້ນ​ກັບຄວາມ​ຊົງ​ຈຳ​ຂອງ​ຂ້ອຍ."



ໝໍ​ຊ່ຽວຊານດ້ານ​ໂຣກມະ​ເຮັງ​ທີ່​ປິ່ນປົວ​ Zulima ກ່າວ​ວ່າ ຖ້າ​ຫາກ​ນາງ​ຈົບ​ການປິ່ນປົວທີ່​
ໝໍ​ແນະນຳ​ນັ້ນ​ແລ້ວ ​ໂອກາດ​ທີ່​ນາງ​ຈະ​ຫາຍ​ຈາກໂຣກມະ​ເຮັງ​ໄດ້ ແມ່ນມີ​ຮອດ 85 ເປີເຊັນ.

ແລະ​ນັ້ນ​ແມ່ນ​ເຫດຜົນ​ທີ່ Zulima ​ແລະ​ຄົນ​ອື່ນໆທີ່​ເປັນ​ໂຣກມະ​ເຮັງ​ ຈຶ່ງອົດທົນ​ຕໍ່​ການປິ່ນ
ປົວທາງ​ເຄມີ ຫລື​ເຄມີ​ບໍາບັດນີ້ ຍ້ອນ​ຄວາມ​ຫວັງ​ທີ່​ວ່າ ຕົນ​ຈະ​ຫາຍຈາກ​ພະຍາດດັ່ງກ່າວ.

XS
SM
MD
LG