ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະເຮັງ ໃນເຕົ້ານົມ ຕອນທີ 1 ການວິນິດໄສໂຣກ (ວີດີໂອ ລາວ/ອັງກິດ)


ການຊ່ອງເອກຊະເຣ ກວດມະເຮັງໃນເຕົ້ານົມ
ການຊ່ອງເອກຊະເຣ ກວດມະເຮັງໃນເຕົ້ານົມ
ຂ່າວ​ສ່ວນ​ຫຼາຍ​ກ່ຽວກັບ​ໂຣກມະ​ເຮັງ​ໃນ​ເຕົ້ານົມ ​ເພ່ງ​ເລັງ​ໃສ່
​ການປິ່ນປົວ​ແບບ​ໃໝ່ ຫຼື​ການ​ໂຕ້​ຖຽງ​ກັນ​ເລື້ອງ​ການກວດ ຫຼື
screening ຫາພະຍາດດັ່ງກ່າວ​. ​ແຕ່​ສາລະ​ຄະດີ​ການ​ແພດ
​ຂອງ​ເຮົາ​ມື້​ນີ້ ​ຈະ​ເວົ້າ​ເລື້ອງ​ແມ່ຍິງ​ຄົນ​ນຶ່ງ ​ທີ່​ເປັນພະຍາດ​ມະ​
ເຮັງ​ໃນ​ເຕົ້ານົມ ຄືນາງ Zulima Palacio ອະ​ດີດຜູ້​ສື່​ຂ່າວ
ວີ​ໂອ​ເອ. ດາ​ຣາ ມີ​ລາຍລະອຽດ​ມາສະ​ເໜີ​ທ່ານ ຈາກລາຍ
​ງານຂອງ Carol Pearson ຜູ້​ສື່​ຂ່າວວີ​ໂອ​ເອ.


ເບິ່ງວີດີໂອ ກ່ຽວກັບລາຍງານນີ້ ເປັນພາສາລາວ:

ມະເຮັງໃນເຕົ້ານົມ: ການວິນິດໄສ
please wait

No media source currently available

0:00 0:02:58 0:00

Zulima Palacio ​ໄດ້​ເຮັດ​ໝົດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຖືກຕ້ອງ ຄືນາງ​ອອກກຳລັງ​ກາຍ ດ້ວຍ
ການ​ໄປ​ຍ່າງ​ທຸກໆ​ມື້ ​ກັບ​ສາມີ​ ຫຼືຍ່າງ​ກັບ​ເພື່ອນຂອງ​ນາງ ​ແລ້ວ​ກໍຮັກສາ​ສຸຂະພາບໃຫ້​ດີ ​
ແລະໄປ​ກວດເບິ່ງເຕົ້ານົມ ດ້ວຍ​ການສ່ອງ​ເອັກ​ຊະ​ເຣ​ ຢ່າງ​ສະ​ມໍ່າສະ​ເໝີ​ມາ. Zulima ​ເວົ້າ​ວ່າ :

“​ແມ່ນ​ແຕ່ 1 ​ເດືອນ ​ກ່ອນ​ການກວດ ທີ່ພົບ​ວ່າ​ຂ້ອຍ​ເປັນ​ໂຣກມະ​ເຮັງ​ໃນ​
ເຕົ້ານົມ​ນັ້ນ
ຂ້ອຍໄດ້ໄປຊ່ອງ​ໄຟຟ້າ​ເບິ່ງ​ນົມ ພວກ​ໝໍ​ບອກ​ຂ້ອຍ​ວ່າ ຂ້ອຍ
​ບໍ່​ເປັນ​ຫຍັງ ມີ​ສຸຂະພາບ​ດີ ​ທຸກຢ່າງ.”


Zulima ​ ບໍ່ເຄີຍ​ມີປະຫວັດສະມາຊິກ​ໃນ​ຄອບ​ຄົວເປັນ​ມະ​ເຮັງ ​ໃນ​ເຕົ້ານົມແຕ່​ນາງ​ຮູ້ສຶກ​ວ່າ ​ເຕົ້ານົມ​ຂອງ​ນາງ ບໍ່ປົກກະຕິ,

“ຫົວນົມ​ຂ້ອຍ ຊຶ່ງ​ຕາມ​ທຳ​ມະ​ດາ​ ມັນຈະຕັ້ງຂຶ້ນຈັ່ງ​ຊີ້ ແຕ່ມັນ​ໄດ້​ຫລຸບ​ເຂົ້າ ​
ແລະ​ຂ້ອຍ​ຄຶດ​ວ່າອັນ​ນີ້​ ມັນ​ບໍ່​ແມ່ນ​ທຳ​ມະ​ດາ​ແລ້ວ.”


ການ​ໄປ​ຫາ​ໝໍ​ຊ່ຽວຊານດ້ານ​ໂຣກມະ​ເຮັງ ​ໄດ້​ກາຍ​ມາ​ເປັນ​ພາກສ່ວນນຶ່ງຂອງວຽກປະຈຳ
ວັນຂອງ​ນາງ.

Zulima ​ ກ່າວ​ວ່າ ຄວາມ​ເຈັບ​ປວດ​ນັ້ນ​ແມ່ນ​ຮ້າຍ​ແຮງ​ທີ່ສຸດ ຫຼັງ​ຈາກ​ການ​ຕັດເອົາເນື້ອ
ເຍື່ອໃນ​ນົມ​ໄປ​ວິເຄາະ​ເບິ່ງ​ແລ້ວ ພົບວ່າ ນາງ​ມີ​ເນື້ອງອກ ຫຼື​ກ້ອນແຂງໆ​ໃນເຕົ້ານົມ 3
ກ້ອນ. Zulima ​ຖາມ​ທ່ານໝໍ​ວ່າ:

“ມັນ​ເປັນ​ໄປ​ໄດ້​ບໍ ທີ່​ວ່າ​ເວລາ​ຊອ່ງ​ໄຟຟ້າ​ເບິ່ງ​ເຕົ້ານົມນັ້ນ ບໍ່​ເຫັນ​ກ້ອນ​ແຂງໆ
ທີ່​ວ່າ​ນີ້?”


​ໂຣກມະ​ເຮັງ​ໃນ​ເຕົ້ານົມ​ຂອງ ​Zulima ​ ຢູ່​ໃນ​ຂັ້ນ​ສາມ​ແລ້ວ.

​ເຊ​ລຂອງ​ໂຣກມະ​ເຮັງ​ແຍກ​ອອກ​ໄປ​ ໃນ​ອັດຕາ​ແຕກ​ຕ່າງ​ກັນ​ ສຳລັບ​ແຕ່​ລະບຸ​ກຄົນ. ການເປັນໂຣກມະເຮັງຂັ້ນສາມ ໝາຍ​ຄວາມ​ວ່າ ​ເຊ​ລ (cell) ໂຣກມະ​ເຮັງ​ຂອງ​ Zulima ​
ໄດ້​ແຜ່​ລາມ​ໄປ​ຫາ​ຕ່ອມ​ນ້ຳ​ເຫຼືອງ ຫຼື lymph nodes ຂອງ​ນາງ. Zulima ​ເວົ້າວ່າ:

ຄວາມ​ຕື່ນ​ຕົກ​ໃຈ ແມ່ນ​ເຈັບ​ປວດ​ທີ່​ສຸດ. ໃນ​ຕອນ​ທຳ​ອິດ​ນັ້ນ ຂ້ອຍຮູ້ສຶກມຶນ​
ໄປ​ທົ່ວ​ໂຕ​.”


Dr. Negar Golesorkhi ໝໍ​ຜ່າຕັດ​ເຕົ້ານົມ ຕອບ​ຄຳ​ຖາມ​ຂອງ​ Zulima ​ ກ່ຽວ​ກັບ​
ເລື້ອງທີ່​ບໍ່​ເຫັນ​ພວກ​ກ້ອນ​ແຂງໆ ​ເວລາ​ກວດ​ເບິ່ງ​ເຕົ້ານົມ​ນັ້ນ ​ວ່າ :

“​ເວລາ​ພວກ​ເຮົາ​ຊອກ​ຫາ​ໂຣກມະ​ເຮັງ​ ດ້ວຍ​ການ​ຊ່ອງ​ໄຟຟ້າ​ເບິ່ງ​ເນື້ອ​ເຍື່ອ
ທີ່​ໜາ​ແໜ້ນ​ຂອງ​ເຕົ້ານົມ​ນັ້ນ ມັນ​ກໍ​ຄື​ກັນ​ກັບ​ເວລາ​ພວກ​ເຮົາ​ຊອກ​ຫາ​ໂຕ​ໝີ ​
ທີ່ຢູ່​ໃນ​ແຖບຂົ້ວ​ໂລກໃນ​ຍາມ​ເກີດ​ພາຍຸ​ຫິມະ ​ມັນ​ຈຶ່ງຍາກ​ທີ່​ສຸດ​ທີ່​ຈະ​ພົບເຫັນ​
ໂຕ​ໝີ​ນັ້ນ. ກໍເປັນ​ທີ່​ໜ້າ​ເສຍ​ໃຈ​ ທີ່ 10 ຫາ 15​ ເປີ​ເຊັນ​ຂອງ​ພວກ​ແມ່ຍິງທີ່
ຜ່ານ​ການກວດ​ເຕົ້ານົມ​ແລ້ວ ບໍ່​ເຫັນກ້ອນເນື້ອແຂງໆນັ້ນ​. ທີ່ຈິງ​ແລ້ວ​ມັນມີ​
ເຊື້ອ​ມະ​ເຮັງ​ຢູ່ໃນເຕົ້ານົມ ​ແລະ​ພວກ​ເຮົາ​ບໍ່​ຮູ້ຈັກ​
.”

Dr.Golesorkhi ກ່າວ​ວ່າ ກ້ອນ​ເນື້ອແຂງໆຂອງ​ Zulima ​ ນັ້ນ ​ເກີດ​ມາ​ໄດ້ 5 ຫາ 10 ປີ
ແລ້ວ ກ່ອນ​ມັນ​ສະ​ແດງ​ອາການ​ຂອງ​ມັນໃຫ້​ເຫັນ. ອາການ​ຂອງ​ໂຣກມະ​ເຮັງ​ໃນ​ເຕົ້ານົມ
ສາມາດ​ເລີ້ມ​ຂຶ້ນ​ມາ ​ໂດຍ​ບໍ່​ມີ​ສິ່ງ​ໃດ​ສະ​ແດງ​ໃຫ້​ເຫັນ​ຢ່າງຈະ​ແຈ້ງ ກ່ອນ​ມັນ​ຈະເປັນກ້ອນ
ແຂງໆ ບວມ​ໃຄ່ ​ພອງຂຶ້ນ ຫຼື​ການ​ປ່ຽນ​ແປງ​ຂອງຜິວ​ໜັງ ຫຼື​ຫົວນົມ. ມື້​ທີ່ ​Zulima ໄດ້​ຮັບ​ຜົນຂອງການ​ວິນິດໄສ​ວ່າ​ ນາງ​ເປັນ​ໂຣກມະ​ເຮັງ​ໃນ​ເຕົ້ານົມ​ນັ້ນ ນາງ​ກໍ​ເຮັດ​ແບບ​ດຽວ​ກັນ​
ກັບ​ຄົນສ່ວນຫຼາຍ​ເຮັດ​ ກໍຄື ນາງ​ໄດ້​ຮ້ອງ​ໄຫ້​ຂຶ້ນ. ​ລາວເວົ້າວ່າ:

​“​ມື້​ເຊົ້າ​ຕໍ່​ມາ ຂ້ອຍ​ຕື່ນ​ນອນ​ຂຶ້ນ​ມາ ​ແລະເວົ້າ​ວ່າ ຂ້ອຍ​ບໍ່ຈະ​ຮ້ອງ​ໄຫ້ໄປ​ຕະຫຼອດ​
ຊີວິດ​ຂອງ​ຂ້ອຍ ຫຼື​ມີຄວາມຮູ້ສຶກວ່າຕົນເປັນຄົນໂຊກ​ຮ້າຍ ຫຼື​ຮູ້ສຶກທໍ້ໃຈກັບຊີວິດ​.
ບໍ່ ຖ້າ​ຂ້ອຍຈະຕາຍ ຂ້ອຍ​ກໍ​ຈະບໍ່ໄປແບບຍອມແພ້ງ່າຍໆ ແຕ່ຈະໄປແບບຂັດຂືນ
ຕໍ່ສູ້ກັບມັນ ແລະຫລັງຈາກນັ້ນ ຂ້ອຍເວົ້າກັບຕົນເອງວ່າ ໂອເຄ ມາຕໍ່ສູ້ກັນ ແລະ​ມັນເປັນ​ການ​ຕໍ່ສູ້​
ທີ່​ຍາກ ຍາກ​ຫຼາຍ.”

ການ​ຕໍ່ສູ້​ແມ່ນ​ພົວພັນ​ກັບ​ການບຳບັດໃສ່​ຢາ​ຄີໂມ ຫລື chemotherapy 6 ຮອບ ຕິດຕາມ
ດ້ວຍ​ການຜ່າຕັດ​ເຕົ້ານົມ ແລະ​ຫຼັງ​ຈາກ​ນັ້ນ ​ແມ່ນ​ການ​ສາຍ​ແສງລັງສີ. ການ​ດຳ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ​ຈະ​ໃຊ້ເວລາ​ ປະມານ 1 ປີ.

ວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້:

Discovering Breast Cancer, One Woman's Story
please wait

No media source currently available

0:00 0:02:48 0:00
ລິງໂດຍກົງ
XS
SM
MD
LG