ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ຄວາມ​ກ້າວ​ໜ້າ ໃນ​ການປິ່ນ​ປົວ ໄວ​ຣັ​ສ​ອີ​ໂບ​ລາ


ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ຄອງ​ໂກ ຄົນ​ນຶ່ງ​ກຳ​ລັງ​ປິ່ນ​ປົວ​ສັກ​ຢາ​ໃຫ້​ແ​ມ່​ຍິງ​ຄົນ​ນຶ່ງ ທີ່​ຕິດເຊື້ອ​ໄວ​ຣັ​ສອີ​ໂບ​ລາ.
ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ ຄອງ​ໂກ ຄົນ​ນຶ່ງ​ກຳ​ລັງ​ປິ່ນ​ປົວ​ສັກ​ຢາ​ໃຫ້​ແ​ມ່​ຍິງ​ຄົນ​ນຶ່ງ ທີ່​ຕິດເຊື້ອ​ໄວ​ຣັ​ສອີ​ໂບ​ລາ.

ໃນພາ​ກ​ເໜືອ​ຂອງປະ​ເທດ ຄອງ​ໂກ ຫຼາຍກວ່າ 600 ຄົນ​ໄດ້​ລົ້ມ​ປ່ວຍ​ດ້ວຍໄວ​ຣັ​ສ​ອີ​ໂບ
​ລາ ແລ​ະ ຢ່າງ​ໜ້ອຍ 368 ຄົນ​ໄດ້​ເສຍ​ຊີ​ວິດ​ຈາ​ກ​ພະ​ຍາດ​ດັ່ງ​ກ່າວ. ມັນ​ຍາກທີ່​ຈະ​ລະ​ງັບ
​ໄວ​ຣັ​ສດັ່ງ​ກ່າວ​ໄດ້ ​ເພາະ​ວ່າ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ໃນ​ພາກ​ພື້ນ​ນັ້ນ ເຖິງ​ແມ່​ນຈະ​ມີ​ຄວາມ
​ກ້າວ​ໜ້​າ​ດ້ານ​ການ​ແພດ ຮວ​ມ​ທັງ​ຢາ​ສັກ ​ວັກ​ຊິ​ນ.

ປະ​ເທດສາ​ທາ​ລະ​ນະ​ລັດ ​ປະ​ຊາ​ທິ​ປະ​ໄຕ​ ຄອງ​ໂກ ແມ່ນ​ບ່ອນ​ທີ່​ໂຣກອີ​ໂບ​ລາ​ໄດ້ຖືກ​
ພົບ​ເຫັນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 1976, ເວ​ລານັ້ນ​ປະ​ເທດ​ດັ່ງ​ກ່າວ​ມີ​ຊື່​ວ່າ ​ແຊ​ຣ (Zaire).
ພະ​ຍາດ​ດັ່ງ​ກ່າວ​ໄດ້​ຖືກ​ຕັ້ງຊື່​ຕາມ​ແມ່​ນໍ້​າ​ອີ​ໂບ​ລາ ບ່ອນ​ທີ່​ໄວ​ຣັ​ສ​ໄດ້​ແຜ່​ຂະ​ຫຍາຍ. ໃນ​
ລະ​ຫວ່າງ​ນັ້ນ ແລະ​ ປີ 2013 ບໍ່​ໄດ້​ມີການ​ປິ່ນ​ປົວ ຫຼື​ຢາວັກ​ຊິນໃດໆ. ການ​ແຜ່​ລະ​ບາດ​
ໄດ້​ມີຢູ່ທົ່ວຊຸມ​ຊົນ​ທີ່​ຖືກ​ກັກ​ກວດ​ໂຣກ.

ແນວ​ໃດ​ກໍ​ຕາມ ພວກ​ນັກ​ວິ​ທະ​ຍາ​ສາດ​ໄດ້​ເລີ້ມກ​ານ​ຄົ້ນ​ຄວ້າ​ ກ່ຽວ​ກັບ ​ໄວ​ຣັສນັ້ນ, ໄດ້
ພະ​ຍາ​ຍາມຄົ້ນ​ຄິດ​ວິ​ທີ​ທີ່​ດີກວ່າ​ເກົ່າ ໃນ​ການ​ຮັບ​ມື​ກັບ​ສາຍ​ພັນ​ທີ່​ຮ້າຍ​ແຮງ​ຕ່າງໆ​ຂອ​ງ​
ມັນ. ເຂົາ​ເຈົ້າ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໃນ​ການ​ຜະ​ລິດຢາ​ວັກ​ຊິ​ລເພື່ອ​ຊ່ວຍຢຸດ​ການ
ລະ​ບາດຂອງ​ໂຣກ ​ອີ​ໂບ​ລ​າ ​ທີ່​ໄດ້​ແຜ່​ລາມ​ໄປສາມ​ປະ​ເທດໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ
ລະ​ຫວ່າງ​ປີ 2013 ແລະ 2016. ຫຼາຍກວ່າ 11,000 ຄົນ​ໄດ້​ເສຍ​ຊີ​ວິດ​ຈາກ​ລະ​ບາດ
​ດັ່ງ​ກ່າວ.

ໃນ​ເວ​ລາ​ນັ້ນ ການ​ປິ່ນ​ປົວສາຍ​ພັນ​ຂອງ​ໂຣກ ​ອີ​ໂບ​ລາ ​ຢູ່​ໃນປະ​ເທດ ​ແຊ​ຣ ແມ່ນໄດ້
​ຖືກພັດ​ທະ​ນາຂຶ້ນ. ມັນ​ເປັນ​ການ​ຜະ​ລິດ​ທີ່​ມີ​ລາ​ຄາ​ແພງ ແລະ​ບໍ່​ໄດ້​ຜົນ​ຕໍ່ສອງສາຍ​
ພັນ​ທີ່​ຮ້າຍ​ແຮງຄື​ໄວ​ຣັ​ສ ​ຊູ​ດານ ແລະ​ ບຸນ​ດີ​ບູ​ກຽວ.

ດ​ອກ​ເຕີ ​ໂທ​ມັ​ສ ກາຍ​ສ​ເບີ​ຣ​ຕ໌ (ຂວາ) ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເທັກ​ຊັ​ສ ອະ​ທິ​ບາຍ​ໃຫ້​ແກ່​ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ ທ່ານຣິກ ແພ​ຣີ ກ່ຽວ​ກັບ​ການ​ຄົ້ນ​ຄວ້າ.
ດ​ອກ​ເຕີ ​ໂທ​ມັ​ສ ກາຍ​ສ​ເບີ​ຣ​ຕ໌ (ຂວາ) ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ເທັກ​ຊັ​ສ ອະ​ທິ​ບາຍ​ໃຫ້​ແກ່​ຜູ້​ປົກ​ຄອງ​ລັດ​ເທັກ​ຊັ​ສ ທ່ານຣິກ ແພ​ຣີ ກ່ຽວ​ກັບ​ການ​ຄົ້ນ​ຄວ້າ.

ແຕ່​ບັດ​ນີ້​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ສິ່ງ​ນຶ່ງ. ການ​ຄົ້ນ​ຄວ້າ​ຂອງ​ເຂົາ​ເຈົ້າ​ໄດ້​ຜະ​ລິດ​ຢາ​ຄັອກ
ເທວ ທີ່​ຮ້ອງວ່າ MBP134 ທີ່​ໄດ້​ຊ່​ວຍພວກ​ລີງ​ທີ່​ຕິດ​ອີ​ໂບ​ລາສາມ​ສາຍ​ພັນ​ນີ້​ຫາຍ​
ດີ​ຈາກພະ​ຍາດດັ່ງ​ກ່າວ.

ນອກ​ເໜືອ​ໄປ​ກວ່າ​ນັ້ນ ການ​ປິ່ນ​ປົວ​ຕ້ອງ​ການພຽງ​ແຕ່ການ​ສັກ​ຢາ​ເຂົ້າໃສ່​ເສັ້ນ​ເລືອດ​
ດຳພຽງ​ເທື່ອ​ນຶ່ງເທົ່າ​ນັ້ນ.

ພະ​ນັກ​ງານ​ການ​ແພດ ກຳ​ລັງ​ສີດ​ຢາ​ກ່ອນ​ເຂົ້າ​ໄປ​ຫາບ່ອນ​ແບ່ງ​ແຍກ​ຄົນ​ປ່ວຍ ຢູ່​ໃນ​ໂຮງ​ໝໍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອູ​ການ​ດາ ວັນ​ທີ 17 ສິງ​ຫາ 2018.
ພະ​ນັກ​ງານ​ການ​ແພດ ກຳ​ລັງ​ສີດ​ຢາ​ກ່ອນ​ເຂົ້າ​ໄປ​ຫາບ່ອນ​ແບ່ງ​ແຍກ​ຄົນ​ປ່ວຍ ຢູ່​ໃນ​ໂຮງ​ໝໍ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອູ​ການ​ດາ ວັນ​ທີ 17 ສິງ​ຫາ 2018.

ດ​ອກ​ເຕີ ​ໂທ​ມັ​ສ ກາຍ​ສ​ເບີ​ຣ​ຕ໌ ທີ່​ນຳ​ພາ​ການ​ຄົ້ນ​ຄວ້າ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ເທັກ​ຊັ​ສ
ສາ​ຂາ​ການ​ແພດ ທີ່​ເປັນ​ພາກ​ສ່ວນ​ການ​ຮ່ວ​ມ​ມື​ທາງ​ສາ​ທາ​ລະ​ນະ ແລະ​ເອກ​ກະ​ຊົນ,
ພ້ອມ​ກັບບໍ​ລິ​ສັດ Mapp Pharmaceuticals, ສະ​ຖາ​ບັນ​ຄົ້ນ​ຄວ້າກອງ​ທັບ​ບົກ
ສະ​ຫະ​ລັດ ​ກ່ຽວ​ກັບ​ພະ​ຍາດ​ຕິດ​ຕໍ່ ແລະ​ອົງ​ການ​ອະ​ນາ​ໄມ​ສາ​ທາ​ລະ​ນະ ​ກາ​ນາ​ດາ.

ຢູ່​ໃນ​ການ​ສຳ​ພາດ​ກັບ ວີ​ໂອ​ເອ ທ່ານ​ກາຍ​ສ​ເບີ​ຣ​ຕ໌ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຕ້ອງ​ການ
​ສຳ​ລັບການ​ປິ່ນ​ປົວ​ວ່າ ມັນ​ຈະ​ໄດ້​ຜົນ​ກັບ​ໂຣກ ​ອີ​ໂບ​ລາ ທຸກ​ສາຍ​ພັນ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG