ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານສູງສຸດ ບຣາຊິລ ຂັດຂວາງ ການແຕ່ງຕັ້ງ ອະດີດ ປ. Lula ເຂົ້າຮ່ວມຄະນະລັດຖະບານ


ອະດີດປະທານາທິບໍດີ Brazil ທ່ານ Luiz Inacio Lula da Silva.
ອະດີດປະທານາທິບໍດີ Brazil ທ່ານ Luiz Inacio Lula da Silva.

ຜູ້​ພິພາກສາສານ​ສູງ​ສຸດຄົນ​ໜຶ່ງ​ຂອງ Brazil ​ໄດ້​ກີດ​ກັ້ນ​ບໍ່​ໃຫ້
ອະດີດ​ປະທານາທິ ບໍດີ Luiz Inacio Lula da Silva ຮັບ​ເອົາ
ການ​ແຕ່ງ​ຕັ້ງ ​ໃຫ້​ເຂົ້າຮັບ​ຕຳ​ແໜ່​ງໃນ​ຄະນະ​ລັດຖະບານ ທີ່ອາດ
ຈະ​ຊ່ວຍ​ໃຫ້ ອະດີດ​ຜູ້ນຳ​ທ່ານ​ນີ້ ຫຼີກ​ຫຽງຈາກການ​ກ່າວ​ຫາ​ໃນ
​ການ​ສໍ້​ລາດ​ບັງຫລວງ.

ຜູ້​ພິພາກສາ​ສານ​ສູງ​ສຸດ Gilma Mendes ​ທີ່​ໄດ້​ເປີດ​ເຜີຍການ​ຕັດສິນຂອງ​ທ່ານ​ໃນ​ຕອນ
​ແລງ​ວັນ​ສຸກ​ວານ​ນີ້ ກ່າວ​ວ່າ ຕຳແໜ່​ງ​ໃນ​ຄະນະ​ລັດຖະບານຂອງ​ທ່ານ Lula “ອາດ​ຈະ​ເປັນ
​ການ​ກະທຳເທົ່າ​ກັບ​ການ​ສໍ້​ໂກງ​ລັດຖະທຳ​ມະນູນ.”

ບັນດາ​ລັດຖະມົນຕີ ​ໃນຄະນະລັດຖະບານ Brazil ​ໄດ້​ຮັບ​ການ​ຍົກເວັ້ນຈາກ​ການ​ດຳ​ເນີນ
​ຄະດີໃນ​ສານອາຍາ ​ແລະຈະ​ຖືກດຳ​ເນີນ​ຄະດີ​ໄດ້ໂດຍ​ສານ​ສູງ​ສຸດ​ເທົ່າ​ນັ້ນ.

ການແຕ່ງ​ຕັ້ງ​ທີ່ເປັນ​ບັນຫາ​ໂຕ້ແຍ້​ງ ​ໂດຍປະທານາທິບໍດີ​ ຄົນ​ປັດ​ຈຸ​ບັນ ທ່ານ​ນາງ Dilma
Rousseff ອາດ​ຈະໂຈະ​ການ​ສືບສວນກ່ຽວ​ກັບໃນການ​ກະທຳ​ຄວາມ​ຜິດ​ທາງ​ອາຍາ ​ຂອງ
ທ່ານ Lula ກ່ຽວ​ກັບ​ການ​ສໍ້​ລາດ​ບັງຫລວງ ​ແລະ​ ຟອກ​ເງິນ ​ຢູ່ບໍລິສັດ​ນໍ້າມັນ​ຍັກ​ໃຫຍ່ລັດ
​ວິ​ສາ​ຫະກິດ​ Petrobras.

ທ່ານ Lula ​ທີ່​ໄດ້​ເຂົ້າຮັບ​ຕຳ​ແໜ່​ງເປັນ​ປະທານ​າທິບໍດີ Brazil ​ແຕ່ປີ 2003 ຫາ 2010 ​ໄດ້​
ປະຕິ​ເສດວ່າ ​ທ່ານ​ບໍ່​ມີ​ສ່ວນພົວພັນກັບ​ການ​ສໍ້​ລາດ​ບັງຫຼວງ​ໃດໆ.

ບັນດາ​ໄອ​ຍະ​ການ​ກ່າວ​ວ່າ ມີ​ການ​ຈ່າຍ​ເງິນຫລາຍ​ກວ່າ 2 ພັນ​ລ້ານ​ໂດ​ລາເພື່ອ ​ຊື້ຈ້າງ
ຈອບ​ອອຍ​ແລະເງິນອຶ່ນໆໂດຍ​ບໍລິສັດ​ກໍ່ສ້າງ​ໃຫຍ່ທີ່​ສຸດຂອງ​ປະ​ເທດ​ແລະ ​ບໍລິສັດ​ວິ​ສະ
ວະ​ກອນ ເພື່ອ​ແລກປ່ຽນ​ກັບ​ສັນຍາສັນຍາ​ຕ່າງໆ​ທີ່​ເພີ້ມລາຄາ​ສູງ​ຂຶ້ນ ຂອງ​ບໍລິສັດ
Petrobras.

ນັກ​ການເມືອງ​ທີ່​ສຳຄັນ​ຫລາຍສິບຄົນ ຮວມທັງ​ບັນດາ​ພັນທະ​ມິດ​ຜູ້​ໃກ້ຊິດ​ຂອງ ປະທານາ
ທິບໍດີ Rouseff ​ແລະ​ອະດີດ​ຜູ້​ບໍລິຫານຂອງ​ບໍລິສັດ Petrobras ກຳ ລັງຕົກ​ຢູ່​ພາຍ​ໃຕ້
ການ​ສືບສວນ​ໃນ​ເວລາ​ນີ້.

Brazillian Politics
please wait
Embed

No media source currently available

0:00 0:00:50 0:00

A Brazilian Supreme Court justice has blocked former President Luiz Inacio Lula da Silva from accepting a Cabinet appointment that would have helped the ex-leader avoid corruption charges.

Supreme Court Justice Gilmar Mendes, who released his decision late Friday, said Lula's Cabinet post "could amount to an act of fraud against the constitution."

Cabinet ministers in Brazil have immunity from prosecution in criminal court and can only be tried before the Supreme Court.

The controversial appointment by current President Dilma Rousseff would have halted a criminal investigation of Lula in a wide-ranging probe into corruption and money laundering at the state-owned oil giant, Petrobras.

Lula, who served as Brazil's president from 2003 to 2010, had denied he was involved in any corruption.

Prosecutors said more than $2 billion was paid in bribes and other funds by the nation's biggest construction and engineering firms in exchange for inflated Petrobras contracts.

Dozens of political figures, including close allies of Rousseff and former Petrobras executives, are under investigation.

XS
SM
MD
LG