ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ຄົນ​ໃໝ່ ຂອງບ​ຣາ​ຊີ​ລ ​ສັນ​ຍາ​ວ່າ ຈະ​ເຮັດ​ໃຫ້​ ມີການປ່ຽນ​ແປງ ​ໃນຫຼາຍດ້ານ


ໂດຍ​ມີ​ທ່ານ​ນາງ Michelle Bolsonaro, ສະ​ຕີ​ໝາຍ​ເລກ​ນຶ່ງ ຢືນ​ຢູ່​ຄຽງ​ຂ້າງ​, ປ. ແຈ​ຣ໌ ໂບລ​ຊອນ​ນາ​ໂຣ ໂບກ​ມືໃສ່ປະ​ຊາ​ຊົນ​ໃນ​ຂະ​ນະ​ທີ່ທ່ານ​ຂີ່​ລົດ​ເປີດ​ຫລັງ​ຄາໄປ ​ຫລັງຈາກ​ເສັດ​ພິ​ທີ​ສາ​ບານ​ໂຕ​ຂອງ​ທ່ານ ຢູ່​ນະ​ຄອນ​ຫລວງບ​ຣາ​ຊີ​ລ​ເລຍ ໃນ​ວັນ​ທີ 1 ມັງ​ກອນ 2019.
ໂດຍ​ມີ​ທ່ານ​ນາງ Michelle Bolsonaro, ສະ​ຕີ​ໝາຍ​ເລກ​ນຶ່ງ ຢືນ​ຢູ່​ຄຽງ​ຂ້າງ​, ປ. ແຈ​ຣ໌ ໂບລ​ຊອນ​ນາ​ໂຣ ໂບກ​ມືໃສ່ປະ​ຊາ​ຊົນ​ໃນ​ຂະ​ນະ​ທີ່ທ່ານ​ຂີ່​ລົດ​ເປີດ​ຫລັງ​ຄາໄປ ​ຫລັງຈາກ​ເສັດ​ພິ​ທີ​ສາ​ບານ​ໂຕ​ຂອງ​ທ່ານ ຢູ່​ນະ​ຄອນ​ຫລວງບ​ຣາ​ຊີ​ລ​ເລຍ ໃນ​ວັນ​ທີ 1 ມັງ​ກອນ 2019.

ໃນ​ວັນ​ອັງ​ຄານ​ວານນີ້ ຊາວບ​ຣາ​ຊີ​ລ ໄດ້ຕ້ອນ​ຮັບ​ປີ​ໃໝ່​ ແລະ​ປະ​ທາ​ນາ​ທິ​ບໍ​ດີ
ຄົນ​ໃໝ່​ພ້ອມ​ກັນ. ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ສະ​ແດງ​
ຄວາມ​ຊົມ​ເຊີຍ​ຕໍ່​ຜູ້​ນຳ​ຄົນ​ໃໝ່​ຂອງ​ບ​ຣາ​ຊີ​ລ, ທ່ານ ແຈ​ຣ໌ ໂບລ​ຊອນ​ນາ​ໂຣ ແລະ
​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ຫະ​ລັດ, ທ່ານ ໄມ​ຄ໌ ພອມ​ພຽວ
ໄດ້​ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ໂຕ​ຂອງ​ເພິ່ນຢູ່​ນະ​ຄອນ​ຫລວງບ​ຣາ​ຊີ​ເລຍຂ​ອງ​ປະ​ເທດ
ນັ້ນ. ຊ​ລາ​ຕິ​ກາ ໂຮກ, ນັກ​ຂ່າວ​ວີ​ໂອ​ເອ ລາຍງານມາ​ວ່າ ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່
ນີ້ ສັນ​ຍາ​ວ່າ ​ຈະ​ຕ້ານ​ການກໍ່​ອາດ​ຊະ​ຍາກຳ ແລະການ​ສໍ້​ລາດ​ບັງ​ຫລວງ ແລະ​
ປັບ​ປຸງ​ເສດ​ຖະ​ກິດ​ໃຫ້​ດີ​ຂຶ້ນ ຊຶ່ງ​ບົວ​ສະ​ຫວັ​ນຈະມີ​ລາຍ​ລະ​ອຽດກ່ຽວ​ກັບ​ເລື້ອງນີ້
ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ສຽງ​ຮ້ອງ​ໂຮ ແລະ​ບັ້ງ​ໄຟ​ດອກ​ ໄດ້​ກະ​ຈາຍ​ໄປ​ທົ່ວ​ທ້ອງ​ຟ້າ ​ຢູ່​ໃນ​ເຂດ​ແຄ​ມ​ຫາດ​ຊາຍ ໂກ​ປາ​ຄາ​ບາ​ນາ​ ທີ່​ມີ​ຊື່​ສຽງ​ ຂອງ​ນະ​ຄອນຣີ​ໂອ ເດີ​ຊາ​ແນ​ໂຣ ໃນ​ຕອນທ່ຽງ​ຄືນ ໃນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ​ກ່ອນ​ພິ​ທີ​ສາ​ບານ​ໂຕ​ຈະ​ເລີ້ມ​ຕົ້ນ​ຂຶ້ນ​ ໃນ​ຕຶກ​ລັດ​ຖະ​ສະ​ພາ ຢູ່​ນະ​ຄອນບ​ຣາ​ຊີ​ເລຍ.

ທ່ານ ແຈ​ຣ໌ ໂບ​ລຊອນ​ນາ​ໂຣ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ກ່າວ​ເປັນ​ພາ​ສາ ປອກ​ຕຸຍ​ການ​ວ່າ
"ຂ້າ​ພະ​ເຈົ້າ​ຂໍ​ສັນ​ຍາ​ວ່າ ​ຈະ​ຮັກ​ສາ, ປົກປ້ອງ ແລະປະ​ຕິ​ບັດ​ຕາມ​ລັດ​ຖະ​ທຳ​ມະ​ນູນ, ນັບ​ຖື​ກົດ​ໝາຍ, ສົ່ງ​ເສີ​ມ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະ​ຊາ​ຊົນ​ທົ່ວ​ໄປ, ແລະ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ຄວາມ​ຊອບ​ທຳ ແລະ​ເອ​ກະ​ລາດ​ຂອງບ​ຣາ​ຊີ​ລໄວ້ ໃຫ້​ຍືນ​ຍົງ.”

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ໃນ​ພິ​ທີ​ເຂົ້າ​ຮັບຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານນັ້ນ, ທ່ານ ໂບ​ລຊອນ​ນາ​ໂຣ ຮຽກ​ຮ້ອງ​ໃຫ້​ພາ​ກັນ​ຕໍ່​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ​ໃຫ້​ສັນ​ຍາ​ວ່າ ​ຈະ “ເຮັດ​ວຽກ​ຢ່າງບໍ່​ຮູ້​ອິດ ຮູ້​ເມື່ອຍ ເພື່ອ​ໃຫ້​ບ​ຣາ​ຊີ​ລ ໄປ​ເຖິງ​ຈຸດ​ທີ່​ໝາຍ​ຂອງ​ຕົນ.” ພວກ​ນັກ​ວິ​ເຄາະ​ເຫດ​ການ​ເວົ້າ​ວ່າ ທ່ານ​ມີ​ພາ​ລະ​ກິດ ອັນ​ຫຍຸ້ງ​ຍາກ​ລໍ​ຖ້າ​ທ່ານ​ຢູ່. ເສດ​ຖະ​ກິດ​ຂອງບ​ຣາ​ຊີ​ລ ໄດ້​ຫລຸດ​ລົງ​ມາ​ເປັນ​ເວ​ລານານ​ສົມ​ຄວນ ໂດຍ​ທີ່​ມີ​ການ​ສໍ້​ລາດ​ບັງ​ຫລວງ ແລະ​ການກໍ່​ອາດ​ຊະ​ຍາ​ກຳ​ແບບ​ຮຸນ​ແຮງ ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນເລື້ອຍໆ.

ທ່ານ ຈອນ ສີ​ຕີ​ລີ​ເດ​ສ໌ (John Sitilides), ທີ່​ປຶກ​ສາ​ຂອງ​ບໍ​ລິ​ສັດ Trilogy ເວົ້າ​ວ່າ
"ເອີ, ແນ່ນອນ​ວ່າ ທ່ານ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ຈະ​ເຮັດ​ໄດ້, ພວກ​ເຮົາ​ເວົ້າ​ເຖິງນະ​ໂຍ​ບາຍ​ເສດ​ຖະ​ກິດ​ ທີ່​ແຂງ​ແກ່ນ​ຫລາຍ ​ເພື່ອ​ກ້າວ​ໄປ​ສູ່ການ​ຫລຸດ​ລະ​ບຽບການ​ລົງ, ການ​ຫັນ​ໃຫ້​ເປັນ​ເອ​ກະ​ຊົນ, ໄປ​ສູ່​ການ​ປະ​ຕິ​ຮູບ​ຫລາຍໆ​ອັນ ເພື່ອ​ຈະ​ເອົາ​ປະ​ເທດ​ກ້າວ​ໄປໃນ​ທິດ​ທາງ​ທີ່​ຖືກ​ຕ້ອງ."

ປະ​ຊາ​ຊົນ​ຖື​ປ້າຍ​ຮູບ​ຂອງທ່ານ ແຈ​ຣ໌ ໂບ​ລຊອນ​ນາ​ໂຣ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຂອງບ​ຣາ​ຊີ​ລ ກ່ອນ​ຈະ​ມີ​ພິ​ທີ​ສາ​ບານ​ໂຕຂອງ​ທ່ານ​ຢູ່​ຕໍ່​ໜ້າທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ Planalto ໃນ​ນະ​ຄອນບ​ຣາ​ຊີ​ລ (ວັນ​ທີ 1 ມັງ​ກອນ 2019)
ປະ​ຊາ​ຊົນ​ຖື​ປ້າຍ​ຮູບ​ຂອງທ່ານ ແຈ​ຣ໌ ໂບ​ລຊອນ​ນາ​ໂຣ, ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່ ຂອງບ​ຣາ​ຊີ​ລ ກ່ອນ​ຈະ​ມີ​ພິ​ທີ​ສາ​ບານ​ໂຕຂອງ​ທ່ານ​ຢູ່​ຕໍ່​ໜ້າທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ Planalto ໃນ​ນະ​ຄອນບ​ຣາ​ຊີ​ລ (ວັນ​ທີ 1 ມັງ​ກອນ 2019)

ຄວາມ​ກ້າວ​ໜ້າ​ທາງ​ເສ​ດ​ຖະ​ກິດ​ຂອງ​ບ​ຣາ​ຊີ​ລ ຈະ​ເປັນ​ການ​ທົດ​ສອບ​ຢ່າງ​ໃຫຍ່​ສຳລັບຜົນ
​ສຳ​ເລັດ​ຂອງ​ທ່ານ ໂບ​ລຊອນ​ນາ​ໂຣ, ອີງ​ຕາມ​ທ່ານ ຈອນ ສີ​ຕີ​ລີ​ເດ​ສ໌, ຜູ້​ຊ່ຽວ​ຊານ​ດ້ານ
​ເສດຖະ​ກິດ​ຂອງ​ໂລກ.

ທ່ານ ສີ​ຕີ​ລີ​ເດ​ສ໌ ໃຫ້​ຄຳ​ເຫັນ​ວ່າ "ມັນ​ໄດ້​ເຮັດ​ໃຫ້​ຊາວບ​ຣາ​ຊີ​ລ​ຕົກ​ຕ່ຳ​ມາ​ເປັນ​ເວ​ລາ​ຕັ້ງ​ຫລາຍ​ປີ, ໂດຍ​ສະ​ເພາະ​ໃນ 10 ປີ​ຜ່ານ​ມານີ້ ເມື່ອ​ມີ​ຄວາມ​ຫວັງ​ທັງ​ໝົດນີ້ ວ່າ ບ​ຣາ​ຊີ​ລ​ຈະ​ກາຍ​ເປັນ​ກຳ​ລັງ​ທີ່​ນຳ​ໜ້າ​ໃນ​ກຸ່ມ BRICS ຊຶ່ງ​ລວມ​ມີ ບ​ຣາ​ຊີ​ລ, ຣັດ​ເຊຍ, ອິນ​ເດຍ, ຈີນ ແລະອາ​ຟ​ຣິ​ກາ​ໃຕ້​ນັ້ນ. ​ແລະສິ່ງ​ເຫລົ່າ​ນັ້ນ ໃນ​ທີ່​ສຸດ​ກໍ​ໄດ້​ພັງ​ທະ​ລາຍ​ລົງ."

ແຕ່​ວ່າ ມີ​ຄວາມ​ເປັນ​ຫ່ວງ​ກັນ​ວ່າ ນັກ​ການ​ເມືອງ​ທີ່​ອຽງ​ຂວາ​, ອະ​ດີດຮ້ອຍ​ເອກທະ​ຫານ,
ແລະ​ຄົນ​ທີ່​ນິ​ຍົມ​ຜະ​ເດັດ​ການ​ຂອງ​ທະ​ຫານ​ຂອງ​ບ​ຣາ​ຊີ​ລ ໃນ​ອະ​ດີດທ່ານນີ້ ສາ​ມາດ
​ເຮັດ​ໃຫ້​ເສ​ລີ​ພາບ​ຖືກ​ຈໍ​າ​ກັດ​ລົງ​ກໍເປັນໄດ້.

​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ຢືນ​ຖ່າຍ​ຮູບ​ກັບ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່​ຂອງບ​ຣາ​ຊີ​ລ, ທ່ານ ໂບ​ລ​ຊອນ​ນາ​ໂຣ, ໃນ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ເພິ່ນ
​ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ຫລ ຢືນ​ຖ່າຍ​ຮູບ​ກັບ​ປະ​ທາ​ນາ​ທິ​ບໍ​ດີຄົນ​ໃໝ່​ຂອງບ​ຣາ​ຊີ​ລ, ທ່ານ ໂບ​ລ​ຊອນ​ນາ​ໂຣ, ໃນ​ພິ​ທີ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ເພິ່ນ

ທ່ານ ໂບ​ລ​ຊອນ​ນາໂຣ ກ່າວ​ເປັນ​ພາ​ສາ​ປອກ​ຕຸຍ​ການວ່າ
"ພວກ​ເຮົາ​ຈະ​ຮັດ​ແໜ້ນ​ຄວາມ​ສາ​ມັກ​ຄີ​ຂອງ​ປະ​ຊາ​ຊົນ, ໃຫ້​ຄວາມ​ສຳ​ຄັນ​ຕໍ່​
ຄອບ​ຄົວ, ໃຫ້​ຄວາມນັບ​ຖືແກ່​ສາດ​ສະ​ໜາ​ຕ່າງໆ ແລະ​ປະ​ເພ​ນີ​ຄ​ຣິ​ສ​ຕຽນ
ແບບຈຸ​ດຽວ ຂອງ​ພວກ​ເຮົາ, ຕໍ່​ສູ້​ທາງ​ດ້ານ​ຄວາມ​ຄິດ​ກ່ຽວ​ກັບ​ເພດ ໃນ​ຂະ​ນະ
​ທີ່​ຮັກ​ສາ​ຄ່າ​ນິ​ຍົມ​ດ້ານ​ຕ່າງໆ​ຂອງ​ພວກ​ເຮົາໄວ້. ບ​ຣາ​ຊີ​ລ ຈະ​ກາຍ​ເປັນ​ປະ
​ເທດ​ທີ່​ປາດ​ສະ​ຈາກ​ສາຍ​ໂສ້​ໜີບ​ຮັດທາງ​ດ້ານ​ອຸ​ດົມ​ການ​ຕ່າງໆອີກ​ເທື່ອ​ນຶ່ງ."

ພວ​ກ​ໄປ​ລົງ​ຄະ​ແນນ​ສຽງ ​ມີ​ທ່າ​ທີ​ຕອບ​ໂຕ້ ​ທີ່​ຂັດ​ແຍ້ງ​ກັນ​ກ່ຽວ​ກັບ​ທ່ານ ໂບ​ລ​ຊອນ​ນາ
ໂຣ ແຕ່​ວ່າບາງ​ຄົນ​ກໍ​ເວົ້າ​ວ່າ ພວກ​ເຂົາ​ເຈົ້າມີ​ຄວາມ​ຫວັງໄປ​ໃນ​ແງ່​ດີ​ທີ່​ສຸດ.

ທ່ານ ຕີ​ອາ​ໂກ ອາ​ລ​ເວ​ສ໌ (Tiago Alves) ນັກ​ສິນ​ລະ​ປິນ​ໃນ​ການ​ວາດ​ພາບ​ໂດຍ​
ໃຊ້​ຄອມ​ພີວເຕີ ເວົ້າ​ວ່າ
"ບໍ່​ຕ້ອງ​ສົນ​ໃຈ​ວ່າ​ຂ້ອຍໄດ້​ປ່ອນ​ບັດ​ເອົາ​ເພິ່ນ​ຫລືບໍ່ ສິ່ງ​ທີ່​ຂ້ອຍ​ຫວັງ​ໄວ້ກໍ​ຄື
ເພິ່ນ​ເຮັດ​ໃຫ້​ດີ​ທີ່​ສຸດ ແລະ​ເຮັດ​ໃຫ້​ຂ້ອຍ ​- ກໍ​ບໍ່​ແມ່ນ​ແຕ່​ຂ້ອຍດອກ​ ​ໃຫ້​ຄົນ​
ບ​ຣາ​ຊີ​ລຕົກ​ຕະ​ລຶງໄດ້."


ທ່ານ ໂບ​ລ​ຊອນ​ນາໂຣ ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ ຈາກແນວ​ຄວາມ​ຄິດ​ແບບ​ກາງໆແຕ່ອຽງ​ຂວາ​. ທ່ານ ມີ​ແຊ​ລ ເທມ​ເມີ (Michel Temer) ທີ່​ລົງ​ຈາກ​ຕຳ​ແໜ່ງ
ທ້າມ​ກາງ​ການ​ກ່າວ​ຫາ​ວ່າ​ສໍ້​ລາດ​ບັ​ງ​ຫຼວງ. ທ່ານ ເທມ​ເມີ ຂຶ້ນ​ກຳ​ອຳ​ນາດ​ແທນ​ທ່ານ
ນາງ ດີ​ລ​ມາ ຣຸ​ຊ​ແຊັ​ຟ ທີ່​ອຽງ​ຊ້າຍ ພາຍ​ຫລັງ​ທີ່​ທ່ານ​ນາງ ​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ
ໃນ​ປີ 2016 ຍ້ອນ​ລະ​ເມີດ​ກົດ​ໝາຍ​ດ້ານ​ງົບ​ປະ​ມານ. ຜູ້​ກຳ​ອຳ​ນາດ​ກ່ອນ​ທ່ານ​ນາງ
ຄືທ່ານ ລູ​ລາ ດາ ຊີ​ລ​ວາ (Lula da Silva) ໄດ້​ຖືກ​ຈັບ​ເຂົ້າ​ຄຸກ​ ໃນ​ຂໍ້​ຫາ​ວ່າທຳ​ການ
ຟອກ​ເງິນ. ໄຊ​ຊະ​ນະ​ຂອງທ່ານ ໂບ​ລ​ຊອນ​ນາໂຣ ​ສ່ວນ​ໃຫຍ່ຖືກມອງ​ເບິ່ງວ່າ ​ເປັນ​
ການລົງ​ໂທດຂອງພວກ​ປ່ອນ​ບັດ​ຕໍ່​ການ​ສໍ້​ລາດ​ບັງ​ຫລວງ​ຢູ່​ໃນ​ລັດ​ຖະ​ບານ​ໂດຍ
​ພວກສັງ​ກັດໃນ​ບັນ​ດາພັກ​ໃຫຍ່ຂອງ​ປະ​ເທດ ທີ່​ມີ​ມາ​ຫລາຍໆ​ປີ​ແລ້ວນັ້ນ.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Brazilians on Tuesday inaugurated a new year and a new president. U.S. President Donald Trump congratulated Brazil's new leader, Jair Bolsonaro, and Secretary of State Mike Pompeo attended the swearing-in ceremony in the nation's capital, Brasilia. VOA's Zlatica Hoke reports the new president vows to fight crime and corruption and improve the economy.]]

Cheers and fireworks went up in Rio de Janeiro's famous Copacabana beach at midnight, just hours before the swearing-in ceremony began in the Congress building in Brasilia.

Jair Bolsonaro, Brazil's New President said (in Portuguese)
"I promise to maintain, defend and carry out the constitution, respect the laws, promote the general welfare of the Brazilian people, and sustain the union, integrity and independence of Brazil."

In his inauguration speech, Bolsonaro called for a fight against corruption and promised to "work tirelessly so that Brazil reaches its destiny." Analysts say he has a challenging task ahead of him. The Brazilian economy has been in decline for some time, with corruption and violent crime on the rise.

John Sitilides, Trilogy Advisors said "Well, he's certainly going to give it his best shot, and we're talking about very strong new economic policies towards deregulation, towards privatization, towards a whole series of reforms to try to move the country in a proper direction."

Brazil's economic progress is going to be the major test for Bolsonaro's success, according to John Sitilides, an expert on the global economy.

John Sitilides, Trilogy Advisors said "It's failed the people of Brazil for so many years, especially the last 10 years when there was all of this hope of Brazil being a leading force as one of the BRICS countries. And that's utterly collapsed."

But there are concerns that the right-wing politician, a former army captain and admirer of Brazil's past military dictatorship, could roll back on freedoms.


Jair Bolsonaro, Brazil's New President said (in Portuguese)
"We will unite the people, value the family, respect religions and our Judeo-Christian traditions, fight the ideology of gender, while preserving our values. Brazil will once again become a country free of ideological chains."

Voters have conflicting reactions about Bolsonaro, but some say they are hoping for the best.

Tiago Alves, graphic artist (in Portuguese said "No matter if I voted for him or not, what I hope is that he gives his best and surprises me — not only myself, but all Brazilians."

Bolsonaro took over the presidency from a center-right. Michel Temer, who leaves the office amid corruption accusations. Temer succeeded leftist Dilma Rousseff after she was impeached in 2016 for budget law violations. Her predecessor, Lula da Silva, has been imprisoned on money laundering charges. Bolsonaro's victory is largely seen as voters' punishment for years of corruption in the governments headed by mainstream parties.

XS
SM
MD
LG