ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ແລະ ທະຫານ ບຣາຊິລ ເຄື່ອນກຳລັງ ເຂົ້າ​ຄວບ​ຄຸມ ຄຸ້ມຄົນທຸກຍາກ ໃນ​ນະ​ຄອນ Rio (ວີດີໂອ)


BRAZIL RAID VO
please wait
Embed

No media source currently available

0:00 0:00:53 0:00

ເບິ່ງວີດີໂອເລື້ອງນີ້

ຕຳຫຼວດແລະ​ທະຫານບຣາຊິ​ລ ຈຳນວນ​ຫຼາຍ​ກວ່າ 1400 ຄົນ
ທີ່​ມີ​ເຮືອບິນ​ເຮ​ລີ​ຄອບ​ເຕີ​ແລະ​ລົດ​ຫຸ້ມ​ເກາະໜຸນ​ຫຼັງ ໄດ້​ເຄື່ອນ
​ກຳລັງ​ເຂົ້າ​ໄປ​ໃນຄຸ້ມຢູ່​ອາ​ໄສຂອງ​ ພວກ​ຄົນ​ທຸກ​ຍາກ ທີ່​ກວ້າງ​
ໃຫຍ່​ແຫ່ງນຶ່ງ ​ຢູ່​ໃກ້ໆ​ກັບ​ສະໜາມ​ບິນ​ສາກົນ​ຂອງ​ນະຄອນ Rio
de Janeiro ​ໃນ​ການ​ປະຕິບັດ​ງານດ້ານ​ຮັກສາ​ຄວາມ​ປອດ​ໄພ
​ຄັ້ງ​ຫຼ້າ​ສຸດ ກ່ອນ​ການ​ແຂ່ງຂັນ​ບານ​ເຕະ​ໂລກ​ທີ່ Brazil ​ຈະເປັນ
​ເຈົ້າພາບ​ຈັດ​ຂຶ້ນໃນ​ປີ​ນີ້.

ບໍ່​ໄດ້​ມີ​ການ​ຍິງ​ປືນ​ແມ່ນ​ແຕ່​ລູກ​ດຽວ ​ໃນ​ວັນ​ອາທິດ​ວານ​ນີ້ ​ເວລາ​ກຳລັງ​ຮັກສາ​
ຄວາມ​ປອດ​ໄພ​ເຄື່ອນ​ເຂົ້າ​ໄປ​ໃນ​ເຂດ Mare ທີ່​ປະກອບ​ດ້ວຍຄຸ້ມ​ຄົນ​ທຸກ 15
ຄຸ້ມ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ກວາດ​ລ້າງ​ ພວກ​ແກ໊ງຄ້າ​ຢາ​ເສບ​ຕິດ​ເຖື່ອນທີ່
ປະກອບ​ອາວຸດຢ່າງ​ໜັກທີ່​ໄດ້ຄວບ​ຄຸມ​ພວກຄຸ້ມ​ຄົນ​ທຸກ​ ມາ​ເປັນ​ຫຼາຍ​ທົດ​ສະ​
ວັດ​ນັ້ນ.

​ເຂດ Mare ​ທີ່ເປັນ​ບ່ອນຢູ່​ອາ​ໄສ​ຂອງ​ປະຊາຊົນ​ຈຳນວນ​ຫຼາຍ​ເຖິງ 130 ພັນ
​ຄົນ ​ສາມາດ​ເປັນ​ເສັ້ນທາງ​ຜ່ານ​ໄດ້ ​ສຳລັບ​ພວກ​ແຟນກີລາບານ​ເຕະ​ຫຼາຍ​
ໝື່ນ​ຄົນ ທີ່​ຈະບິນ​ເຂົ້າ​ມາຍັງ​ເມືອງ​ດັ່ງກ່າວ ​ເພື່ອ​ຊົມ​ການແຂ່ງຂັນ​ກີລາ​ບານ​
ເຕະ​ ຊີງ​ຂັນ​ໂລກ 7 ຄັ້ງຮ່ວມ​ທັງ​ການ​ແຂ່ງຂັນ​ບັ້ນ​ສຸດ​ທ້າຍ​ໃນ​ວັນ​ທີ 13 ກໍລະ
ກົດ​ນັ້ນ​ນຳ.

​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ​ນີ້ ພວກ​ແກ໊ງຕ່າງໆ​ໄດ້​ທຳ​ການ​ໂຈມ​ຕີ​ຢ່າງ​ບໍ່
​ຢ້ານ​ກົວ ຕໍ່​ຄ້າຍຕຳຫຼວດ​ຢູ່​ໃນ​ເຂດ​ຄຸ້ມ​ຄົນ​ທຸກໃນ​ແຫ່ງອື່ນໆ ຕາມ​ຄຳ​ສັ່ງ​ຂອງ​
ພວກ​ຫົວໜ້າ​ແກ໊ງທີ່ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກ ທີ່​ຢາກ​ຂັດຂວາງ​ ​ການ​ແຜ່​ລາມ​ອອກ​
ໄປ​ຂອງພວກ​ຄຸ້ມ​ຄົນ​ທຸກ ທີ່​ຢາກ​ອາ​ໄສ​ຢູ່​ຢ່າງສະຫງົບໆ​ນັ້ນ.


More than 1,400 police officers and Brazilian troops, backed by helicopters and armored vehicles, rolled into a massive complex of slums near of Rio de Janeiro's international airport, in the latest security push ahead of this year's football World Cup.

Not a shot was fired Sunday as the Mare complex of 15 favelas became the latest impoverished area to see security forces invade in an effort to push out heavily armed drug gangs that have ruled the slums for decades.

The Mare, home to 130,000 people, is a potential through route for tens of thousands of football fans flying in and out of the city, which will stage seven World Cup matches including the July 13 final.

In recent months, gangs have brazenly attacked police outposts in other shantytowns on orders from imprisoned gang leaders who want to stymie the spread of "pacified'' slums.
XS
SM
MD
LG