ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງລັດຖະບານ ປະທະກັບ ຕໍາຫຼວດ ຢູ່ປະເທດ Brazil (ວີດີໂອ)


Brazil protest
please wait
Embed

No media source currently available

0:00 0:00:42 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ພວກ​ເດີນ​ຂະ​ບວນ​ໃນ​ປະ​ເທດ​ບຣາຊິ​ລ​ ໄດ້​ປະ​ທະ​ກັບ​ຕໍາຫລວດ ​ໃນ​ລະຫວ່າງ​ການປະ​ທ້ວງຕໍ່ຕ້ານ​ລັດຖະບານ ຍ້ອນ​ຄ່າ​ຂົນ​ສົ່ງ​ທີ່​ແພງ​ຂຶ້ນ​ນັບ​ມື້ ກັບ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ ຕາມ​ການ​ກ່າວ​ຫາ​ຂອງ​ປະຊາຊົນ​ນັ້ນ.

ພວກ​ປະ​ທ້ວງ​ໄດ້​ຈູດ​ໄຟ​ເຜົາ​ລົດ​ເມ​ຫຼາຍ​ຄັນ ​ໃນ​ເມືອງ Sao Paulo ​ເມື່ອ​ຄືນ​ວັນ​ສຸກ​ຜ່ານ​ມາ​ ແລະທໍາລາຍ​ບ່ອນ​ປ່ອນ​ປີ້ເຂົ້າສູ່​ສະຖານີ​ລົດ​ເມ ຫຼັງ​ຈາກ​ທີ່ການ​ປະ​ທ້ວງ​ຢ່າງ​ສັນຕິ​ ໄດ້​ຫັນປ່ຽນ​ໄປ​ເປັນຄວາມ​ຮຸນ​ແຮງ ກ່ອນ​ຕໍາຫຼວດ​ເຄື່ອນ​ເຂົ້າ​ໄປກູ້​ເອົາ​ຄວາມ​ສະຫງົບ​ກັບ​ຄືນ​ມາ.

ທ້າວ Marecelo Hostunksy ນັກ​ເຄື່ອນ​ໄຫວ​ທີ່​ປະກອບສ່ວນ​ໃນ​ການ​ປະ​ທ້ວງ​ເວົ້າ​ວ່າ:
“ຕາບ​ໃດ​ທີ່​ຍັງ​ມີ​ການ​ບໍລິຫານ​ລະບົບ​ຂົນ​ສົ່ງ ​ເພື່ອ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່ ພວກ​ນັກທຸລະກິດ​ ແລະ​ບໍ່​ແມ່ນ​ພວກ​ປະຊາຊົນ​ທີ່​ໃຊ້​ລະບົບ​ຂົນ​ສົ່ງໃນ​ແຕ່​ລະ​ມື້​ນັ້ນ​ແລ້ວ ພວກ​ເຮົາ​ກໍ​ຈະ​ປະ​ທ້ວງ​ແລະ​ຕໍ່ສູ້​ຕໍ່​ໄປ​ເລື້ອ​ຍໆ.”

ການ​ປະ​ທ້ວງ​ມີ​ຂຶ້ນ​ໃນ​ມື້​ດຽວ​ກັນ​ກັບ​ທີ່​ປະທານາທິບໍດີບຣາຊິ​ລ ທ່ານ​ນາງ Dilma Rousseff ປະກາດ​ວ່າ Sao Paulo ຈະ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອຈາກ​ລັດຖະບານ​ກາງ ປະມານ 2500 ລ້ານ​ໂດ​ລ່າ ​ເພື່ອ​ປັບປຸງ ລະບົບ​ຂົນ​ສົ່ງ​ມວນ​ຊົນ.



Demonstrators in Brazil clashed with police during anti-government protests over rising transportation costs and alleged corruption.

Protesters in Sau Paulo set buses on fire Friday night and damaged turnstiles after a peaceful demonstration turned violent before riot police moved in to restore order.

Activist Marecelo Hotimksy says in Portugese:

"As long as transportation is managed according to the interests of businessmen and not of those of the public who use it on a daily basis, we will remain on the streets fighting."

The demonstration came on the same day Brazilian President Dilma Rousseff announced that Sau Palo will getting around $2.5 billion in federal funds for transportation upgrades.
XS
SM
MD
LG